1 ຝ່າຍພຣະເຢຊູເຈົ້າໄດ້ສະເດັດລົງເຮືອຂ້າມຟາກໄປຍັງເມືອງຂອງພຣະອົງ. 2 ເບິ່ງແມ, ເຂົາຫາມຄົນເປັ້ຽຜູ້ຫນຶ່ງຊຶ່ງນອນຢູ່ເທິງທີ່ນອນມາຫາພຣະອົງ. ເມື່ອພຣະເຢຊູເຈົ້າຊົງເຫັນຄວາມເຊື່ອຂອງເຂົາ ຈິ່ງຊົງກ່າວແກ່ຄົນເປັ້ຽນັ້ນວ່າ, “ລູກເອີຍ, ຈົ່ງຊື່ນໃຈເຖີ້ນຜິດບາບຂອງເຈົ້າໄດ້ຮັບການອະພັຍແລ້ວ.” 3 ເບິ່ງແມ, ພວກທັມະຈານບາງຄົນເວົ້າກັນວ່າ, “ຜູ້ນີ້ກຳລັງເວົ້າຫມິ່ນປະຫມາດພຣະເຈົ້າ.” 4 ຝ່າຍພຣະເຢຊູເຈົ້າຊົງຮູ້ຄວາມຄຶດຂອງເຂົາຈິ່ງຊົງກ່າວວ່າ, “ຍ້ອນເຫດໃດທ່ານທັງຫລາຍຈິ່ງຄິດຄວາມຊົ່ວໃນໃຈ? 5 ທີ່ຈະວ່າ ‘ຜິດບາບຂອງເຈົ້າໄດ້ຮັບການອະພັຍແລ້ວ’ ຫລືຈະວ່າ ‘ຈົ່ງລຸກຂຶ້ນແລະຍ່າງໄປເຖີ້ນ’ ອັນໃດຈະງ່າຍກວ່າກັນ? 6 ບຸດມະນຸດມີສິດອຳນາດເທິງແຜ່ນດິນໂລກທີ່ຈະໃຫ້ອະພັຍຄວາມຜິດບາບໄດ້...” ພຣະອົງຈິ່ງຊົງກ່າວກັບຄົນເປັ້ຽນັ້ນວ່າ, “ຈົ່ງລຸກຂຶ້ນຍົກເອົາບ່ອນນອນຂອງເຈົ້າໄປບ້ານສາ.” 7 ແລ້ວຄົນເປັ້ຽນັ້ນກໍລຸກຂຶ້ນເມືອເຮືອນຂອງຕົນ. 8 ເມື່ອປະຊາຊົນເຫັນດັ່ງນີ້ແລ້ວ ພວກເຂົາກໍປະຫລາດໃຈ ແລະຈິ່ງພາກັນສັນຣະເສີນພຣະເຈົ້າຜູ້ຊົງປຣະທານຣິດອຳນາດດັ່ງນັ້ນແກ່ມະນຸດ. 9 ຂະນະທີ່ພຣະເຢຊູເຈົ້າກຳລັງສະເດັດຈາກບ່ອນນັ້ນໄປ ພຣະອົງຊົງເຫັນຊາຍຜູ້ຫນຶ່ງຊື່ມັດທາຍນັ່ງຢູ່ດ່ານພາສີ ພຣະອົງຊົງກ່າວແກ່ຜູ້ນັ້ນວ່າ, “ຈົ່ງຕາມເຮົາມາ” ເພິ່ນກໍລຸກຂຶ້ນ ແລະຕາມພຣະອົງໄປ. 10 ເມື່ອພຣະເຢຊູເຈົ້າຮ່ວມຮັບປະທານອາຫານຄ່ຳຢູ່ໃນເຮືອນຂອງມັດທາຍ, ເບິ່ງແມ, ມີຄົນເກັບພາສີແລະຄົນນອກສິລະທັມຫລາຍຄົນເຂົ້າມານັ່ງ ຮ່ວມໂຕະກັບພຣະເຢຊູເຈົ້າແລະພວກສິດຂອງພຣະອົງ. 11 ເມື່ອພວກຟາຣີຊາຍເຫັນດັ່ງນັ້ນກໍພາກັນຖາມພວກສິດຂອງພຣະອົງວ່າ, “ເປັນຫຍັງອາຈານຂອງພວກເຈົ້າຈິ່ງຮັບປະທານອາຫານ ຮ່ວມກັບຄົນເກັບພາສີແລະຄົນນອກສິລະທັມເຫລົ່ານັ້ນ?” 12 ສ່ວນພຣະເຢຊູເຈົ້າ ເມື່ອຊົງໄດ້ຍິນດັ່ງນັ້ນແລ້ວຈິ່ງຊົງກ່າວວ່າ, “ຄົນທີ່ຮ່າງກາຍແຂງແຮງບໍ່ຕ້ອງການຫມໍ, ແຕ່ຄົນເຈັບກໍຕ້ອງການຫມໍ. 13 ທ່ານທັງຫລາຍຈົ່ງໄປຮຽນຂໍ້ນີ້ໃຫ້ເຂົ້າໃຈທີ່ວ່າ ‘ເຮົາປະສົງຄວາມເມດຕາແລະບໍ່ປະສົງເຄື່ອງບູຊາ’ ເພາະເຮົາບໍ່ໄດ້ມາເພື່ອຈະເອີ້ນເອົາຄົນສິລະທັມ ແຕ່ມາເອີ້ນເອົາຄົນນອກສິລະທັມ.” 14 “ເຫດໃດພວກຂ້ານ້ອຍແລະພວກຟາຣີຊາຍຈິ່ງຖືສິນອົດອາຫານຢູ່ເລື້ອຍ, ແຕ່ພວກສິດຂອງທ່ານບໍ່ຖື.” 15 ພຣະເຢຊູເຈົ້າຊົງຕອບເຂົາວ່າ, “ຜູ້ທີ່ມາຮ່ວມງານແຕ່ງງານຈະຕ້ອງໂສກເສົ້າ ເມື່ອເຈົ້າບ່າວຍັງຢູ່ກັບເຂົາບໍ? ແຕ່ມື້ນັ້ນຈະມາເມື່ອເຈົ້າບ່າວຖືກຍົກຍ້າຍຈາກເຂົາໄປ ແລ້ວເມື່ອນັ້ນພວກເຂົາຈະຖືສິນອົດອາຫານ. 16 ບໍ່ຫ່ອນມີຜູ້ໃດເອົາຕ່ອນຜ້າໃຫມ່ມາຕາບເສື້ອເກົ່າ, ເພາະຕ່ອນຜ້າໃຫມ່ທີ່ນຳມາຕາບຈະເຮັດເປັນຮອຍຂາດກວ້າງອອກຕື່ມອີກ. 17 ຫລືບໍ່ມີໃຜທີ່ເທເຫລົ້າແວງໃຫມ່ມາໃສ່ໄວ້ໃນຖົງຫນັງເກົ່າ. ຖ້າເຮັດຢ່າງນັ້ນ, ຖົງຫນັງຈະຂາດແລະເຫລົ້າແວງຈະຮົ່ວອອກ, ແລະທັງຖົງຫນັງກໍຈະເສັຽໄປເຫມືອນກັນ, ແຕ່ເຂົາເອົາເຫລົ້າແວງໃຫມ່ໃສ່ໄວ້ໃນຖົງຫນັງໃຫມ່ ແລ້ວທັງສອງຢ່າງກໍຢູ່ດີດ້ວຍກັນ." 18 ຂະນະທີ່ພຣະເຢຊູເຈົ້າກຳລັງກ່າວຖ້ອຍຄຳເຫລົ່ານີ້ແກ່ເຂົາຢູ່, ເບິ່ງແມ, ມີເຈົ້ານາຍຢິວຜູ້ຫນຶ່ງໄດ້ມາຄຸເຂົ່າຂາບຕໍ່ຫນ້າພຣະອົງ ທູນວ່າ, “ລູກສາວຂອງຂ້ານ້ອຍຫາກໍສິ້ນໃຈຕາຍ ແຕ່ຂໍເຊີນທ່ານໄປວາງມືໃສ່ນາງດ້ວຍເຖີ້ນ ແລ້ວນາງຈະຄືນມີຊີວິດອີກ.” 19 ແລ້ວພຣະເຢຊູເຈົ້າຊົງລຸກຂຶ້ນສະເດັດຕາມນາຍຜູ້ນັ້ນໄປພ້ອມດ້ວຍພວກລູກສິດຂອງພຣະອົງ. 20 ໃນຂະນະນັ້ນ ມີຜູ້ຍິງຄົນຫນຶ່ງເປັນພະຍາດເລືອດຕົກໄດ້ສິບສອງປີມາແລ້ວ, ນາງໄດ້ຫຍັບເຂົ້າມາເບື້ອງຫລັງພຣະເຢຊູເຈົ້າແລ້ວບາຍແຄມເຄື່ອງທົງຂອງພຣະອົງ. 21 ເພາະນາງຄິດໃນໃຈວ່າ, “ຖ້າເຮົາໄດ້ບາຍແຕ່ເສື້ອຂອງເພິ່ນເທົ່ານັ້ນ ເຮົາກໍຈະດີພະຍາດ.” 22 ແລ້ວຊົງກ່າວວ່າ, “ລູກຍິງເອີຍ, ຈົ່ງຊື່ນໃຈເຖີ້ນ ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ.” ແລະທັນໃດນັ້ນນາງກໍດີປົກກະຕິ. 23 ເມື່ອພຣະເຢຊູເຈົ້າສະເດັດໄປເຖິງເຮືອນນາຍຜູ້ນັ້ນ ກໍຊົງເຫັນພວກຄົນເປົ່າປີ່ ແລະກັບຝູງຄົນອຶກກະທຶກກັນຢູ່. 24 ພຣະອົງຈິ່ງຊົງກ່າວແກ່ເຂົາວ່າ, “ຈົ່ງຖອຍອອກໄປເສັຽ, ເພາະວ່າສາວນ້ອຍຄົນນີ້ບໍ່ໄດ້ຕາຍດອກ, ແຕ່ຫລັບຢູ່ເທົ່ານັ້ນ.” ແຕ່ພວກເຂົາພາກັນຫົວຂວັນພຣະອົງ. 25 ເມື່ອຝູງຄົນໄດ້ຖືກຂັບໄລ່ອອກຫມົດແລ້ວ, ພຣະອົງໄດ້ສະເດັດເຂົ້າໄປໃນຫ້ອງ ແລະຈັບມືຂອງນາງ, ແລະນາງກໍລຸກຂຶ້ນ. 26 ຂ່າວກ່ຽວກັບເລື່ອງນີ້ກໍຊ່າລືໄປທົ່ວເຂດແດນນັ້ນ. 27 ຂະນະທີ່ພຣະເຢຊູເຈົ້າສະເດັດຈາກບ່ອນນັ້ນໄປ, ກໍມີຄົນຕາບອດສອງຄົນຕິດຕາມພຣະອົງ. ພວກເຂົາຮ້ອງຢູ່ຕະຫລອດທາງວ່າ, “ບຸດດາວິດເອີຍ, ໂຜດເມດຕາພວກຂ້ານ້ອຍແດ່ທ້ອນ!” 28 ເມື່ອພຣະເຢຊູເຈົ້າສະເດັດເຂົ້າໄປໃນເຮືອນແລ້ວ ຊາຍຕາບອດສອງຄົນນັ້ນກໍເຂົ້າມາຫາພຣະອົງ. ພຣະເຢຊູເຈົ້າຊົງຖາມເຂົາວ່າ, “ພວກເຈົ້າເຊື່ອວ່າເຮົາອາດຈະເຮັດການນີ້ໄດ້ຫລື?” ພວກເຂົາກໍຕອບພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍເຊື່ອ.” 29 ຈາກນັ້ນພຣະເຢຊູເຈົ້າຊົງບາຍຕາຂອງເຂົາພ້ອມກັບຊົງກ່າວວ່າ, “ໃຫ້ເປັນໄປຕາມຄວາມເຊື່ອຂອງເຈົ້າ,” 30 ແລະຕາຂອງພວກເຂົາກໍເປີດອອກເຫັນຮຸ່ງ ແລ້ວພຣະເຢຊູເຈົ້າຊົງສັ່ງຫ້າມເຂົາຢ່າງແຂງແຮງວ່າ, “ຈົ່ງຣະວັງຢ່າໃຫ້ຜູ້ໃດຮູ້ເລື່ອງນີ້ເດັດຂາດ.” 31 ແຕ່ເມື່ອຊາຍທັງສອງຈາກໄປ ແລ້ວພວກເຂົາ ກໍປະກາດຂ່າວກ່ຽວກັບ ພຣະອົງໃຫ້ຊ່າລືໄປທົ່ວທັງຂົງເຂດນັ້ນ. 32 ໃນຂະນະທີ່ຊາຍທັງສອງກຳລັງອອກໄປ, ເບິ່ງແມ, ມີຜູ້ພາຄົນປາກກືກຜູ້ຫນຶ່ງທີ່ມີຜີສິງຢູ່ມາຫາພຣະເຢຊູເຈົ້າ. 33 ເມື່ອຜີນັ້ນຖືກຂັບໄລ່ອອກແລ້ວ ຄົນປາກກືກກໍປາກໄດ້. ຝູງຄົນທັງຫລາຍກໍອັດສະຈັນໃຈເວົ້າກັນວ່າ, “ສິ່ງນີ້ບໍ່ເຄີຍປະກົດເຫັນຈັກເທື່ອໃນຊາດອິສະຣາເອນ,” 34 ແຕ່ພວກຟາຣີຊາຍເວົ້າວ່າ, “ຄົນນີ້ຂັບໄລ່ຜີອອກໄດ້ດ້ວຍຣິດຂອງນາຍຜີຮ້າຍ.” 35 ພຣະເຢຊູເຈົ້າໄດ້ສະເດັດໄປທົ່ວທຸກເມືອງ ແລະທຸກບ້ານ. ພຣະອົງຊົງສັ່ງສອນໃນໂຮງທັມະສາລາຂອງພວກເຂົາ, ຊົງປະກາດຂ່າວປະເສີດຂອງອານາຈັກສະຫວັນ, ແລະ ຊົງໂຜດຮັກສາຄົນມີພະຍາດ ແລະ ຄວາມເຈັບໄຂ້ທຸກຢ່າງໃຫ້ດີຫມົດ. 36 ເມື່ອພຣະອົງຊົງເຫັນປະຊາຊົນຫລວງຫລາຍກໍຊົງສົງສານເຂົາ, ເພາະເຂົາຖືກລົບກວນແລະຂາດກຳລັງໃຈ. ພວກເຂົາເປັນເຫມືອນຝູງແກະທີ່ບໍ່ມີຜູ້ລ້ຽງ. 37 ພຣະອົງຊົງກ່າວແກ່ພວກລູກສິດຂອງພຣະອົງວ່າ, “ເຂົ້າທີ່ຈະກ່ຽວນັ້ນກໍຫລາຍແທ້ ແຕ່ຄົນງານມີຫນ້ອຍຢູ່. 38 ເພາະສັນນັ້ນ ພວກທ່ານຈົ່ງອ້ອນວອນຜູ້ເປັນເຈົ້າຂອງນາ ໃຫ້ຈ້າງຄົນງານມາໃນການເກັບກ່ຽວພືດຜົນຂອງຕົນເສັຽ.”