1 ເມື່ອພຣະເຢຊູເຈົ້າໄດ້ລົງມາຈາກເນີນພູແລ້ວ ປະຊາຊົນເປັນຈຳນວນຫຼວງຫຼາຍໄດ້ຕິດຕາມພຣະອົງໄປ. 2 ເບິ່ງແມ, ມີຄົນຂີ້ທູດຜູ້ຫນຶ່ງເຂົ້າມາຂາບລົງຕໍ່ພຣະອົງວ່າ, “ນາຍເອີຍ, ຖ້າທ່ານພໍໃຈ, ທ່ານຈະເຮັດໃຫ້ຂ້ານ້ອຍດີສະອາດໄດ້.” 3 ພຣະເຢຊູເຈົ້າ ຈຶ່ງຢຽດມືແຕະຕ້ອງຄົນນັ້ນ ແລະ ກ່າວວ່າ, “ເຮົາພໍໃຈແລ້ວ ຈົ່ງດີສະອາດສາ” ໃນທັນໃດນັ້ນ ລາວກໍຫາຍດີຈາກພະຍາດຂີ້ທູດ. 4 ພຣະເຢຊູເຈົ້າກ່າວແກ່ລາວວ່າ, “ລະວັງຢ່າບອກໃຫ້ຜູ້ໃດຟັງ ແຕ່ຈົ່ງໄປສະແດງຕົວຕໍ່ປະໂຣຫິດ ແລະ ຖວາຍເຄື່ອງບູຊາຕາມໂມເຊໄດ້ສັ່ງໄວ້ ເພື່ອເປັນຫລັກຖານຕໍ່ພວກເຂົາ.” 5 ເມື່ອພຣະເຢຊູເຈົ້າໄດ້ເຂົ້າໄປໃນເມືອງກາເປນາອູມແລ້ວ, ມີນາຍຮ້ອຍຄົນໜຶ່ງມາອ້ອນວອນພຣະອົງ, 6 ແລະກ່າວວ່າ, “ພຣະອົງເຈົ້າເອີຍ, ຄົນຮັບໃຊ້ຂອງຂ້ານ້ອຍນອນປວ່ຍເປັນເປ້ຍຢູ່ທີ່ເຮືອນ ແລະ ທຸກທໍລະມານຫຼາຍ.” 7 ແລ້ວພຣະເຢຊູເຈົ້າໄດ້ກ່າວກັບລາວວ່າ, “ເຮົາຈະໄປຮັກສາໃຫ້ລາວຫາຍດີ.” 8 ນາຍຮ້ອຍໄດ້ຕອບພຣະອົງວ່າ“ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍເປັນບໍ່ສົມຄວນທີ່ຈະໃຫ້ທ່ານເຂົ້າໄປລຸ່ມຫຼັງຄາເຮືອນຂອງຂ້ານ້ອຍ, ຂໍພຽງພຣະອົງກ່າວເທົ່ານັ້ນຄົນຮັບໃຊ້ຂອງຂ້ານ້ອຍກໍຈະຫາຍດີ. 9 ເພາະວ່າຂ້ານ້ອຍເປັນຄົນຢູ່ໃຕ້ບັງຄັບບັນຊາ ແລະ ຍັງມີທະຫານຢູ່ໃຕ້ບັງຄັບບັນຊາຂອງຂ້ານ້ອຍດ້ວຍ, ຂ້ານ້ອຍສັ່ງຄົນນີ້ວ່າ ‘ໄປ’ ລາວກໍໄປ ແລະ ສັ່ງຄົນນັ້ນວ່າ ‘ມາ’ ລາວກໍມາ ແລະ ສັ່ງຄົນຮັບໃຊ້ຂອງຂ້ານ້ອຍວ່າ ‘ຈົ່ງເຮັດສິ່ງນີ້’ ລາວກໍເຮັດ.” 10 ເມື່ອພຣະເຢຊູເຈົ້າໄດ້ຍິນດັ່ງນັ້ນ, ພຣະອົງກໍປະຫລາດໃຈ, ແລະ ກ່າວກັບຄົນທັງຫຼາຍທີ່ຕິດຕາມພຣະອົງມາວ່າ, “ເຮົາບອກທ່ານທັງຫຼາຍຕາມຄວາມຈິງວ່າ ເຮົາບໍ່ພົບຜູ້ໃດທີ່ມີຄວາມເຊື່ອໃຫຍ່ໃນອິດສະຣາເອນເລີຍ. 11 ເຮົາບອກພວກເຈົ້າວ່າ ຈະມີຫຼາຍຄົນມາຈາກທິດຕາເວັນອອກແລະທິດຕາເວັນຕົກ ແລ້ວພວກເຂົາຈະນັ່ງຮ່ວມໂຕະອາຫານກັບອັບຣາຮາມ, ອີຊາກ ແລະຢາໂຄບໃນອານາຈັກສະຫວັນ. 12 ແຕ່ຊາວອານາຈັກນັ້ນຈະຖືກໂຍນອອກໄປໃນທີ່ມືດຂ້າງນອກ ທີ່ນັ້ນຈະມີສຽງຮ້ອງໄຫ້ ແລະ ຂົບແຂ້ວຢູ່.” 13 ພຣະເຢຊູເຈົ້າກ່າວກັບນາຍຮ້ອຍວ່າ, “ຈົ່ງກັບເມືອສາ! ຂໍໃຫ້ເປັນໄປຕາມເຈົ້າໄດ້ເຊື່ອ ກໍຈະສຳເລັດຕາມທີ່ເຈົ້າຂໍ” ແລ້ວຄົນຮັບໃຊ້ກໍຫາຍດີໃນຊົ່ວໂມງນັ້ນ. 14 ເມື່ອພຣະເຢຊູເຈົ້າໄດ້ເຂົ້າໄປໃນເຮືອນຂອງເປໂຕ ພຣະອົງເຫັນແມ່ເຖົ້າຂອງເປໂຕນອນເປັນໄຂ້ຢູ່. 15 ພຣະເຢຊູເຈົ້າໄດ້ຈັບມືນາງແລ້ວຄວາມໄຂ້ກໍຫາຍ. ຈາກນັ້ນນາງຈຶ່ງລຸກຂຶ້ນບົວລະບັດພຣະອົງ. 16 ເມື່ອຮອດຕອນຄ່ຳ ປະຊາຊົນໄດ້ພາຄົນທີ່ມີຜີຮ້າຍສິງຢູ່ຫຼາຍຄົນມາຫາພຣະອົງ. ພຣະອົງກໍຂັບໄລ່ຜີຮ້າຍເຫຼົ່ານັ້ນອອກດ້ວຍຄຳສັ່ງຂອງພຣະອົງ ແລະ ຮັກສາຄົນເຈັບປ່ວຍໃຫ້ຫາຍດີທັງໝົດ. 17 ນີ້ເພື່ອຈະໃຫ້ສຳເລັດຕາມທີ່ກ່າວໄວ້ຜ່ານທາງຜູ້ທຳນວາຍເອຊາຢາວ່າ, “ທ່ານໄດ້ແບກເອົາຄວາມເຈັບໄຂ້ ແລະ ຫອບເອົາພະຍາດຂອງພວກເຮົາໄປ.” 18 ບັດນີ້ເມື່ອພຣະເຢຊູເຈົ້າເຫັນປະຊາຊົນຫຼວງຫຼາຍອ້ອມຮອບພຣະອົງຢູ່ ພຣະອົງກໍໄດ້ສັ່ງໃຫ້ຂ້າມໄປຟາກໜຶ່ງຂອງທະເລສາບຄາລີເລ. 19 ຈາກທີ່ນັ້ນ ມີທຳມະຈານຄົນໜຶ່ງໄດ້ມາຫາພຣະອົງ ແລະເວົ້າວ່າ, “ອາຈານເອີຍ, ຂ້ານ້ອຍຈະຕິດຕາມທ່ານບໍ່ວ່າຈະໄປທີ່ໃດກໍຕາມ.” 20 ພຣະເຢຊູເຈົ້າກ່າວກັບລາວວ່າ, “ໝາຈິກຈອກກໍມີຮູ ແລະນົກປ່າກໍຍັງມີຮັງ ແຕ່ບຸດມະນຸດບໍ່ມີບ່ອນທີ່ຈະວາງຫົວລົງ.” 21 ມີສາວົກອີກຄົນໜຶ່ງຂອງພຣະເຢຊູເຈົ້າເວົ້າກັບພຣະອົງວ່າ, ພຣະອົງເຈົ້າເອີຍ, ຂໍໂຜດອະນຸຍາດໃຫ້ຂ້ານ້ອຍໄປຝັງສົບພໍ່ຂອງຂ້ານ້ອຍເສຍກ່ອນ.” 22 ແຕ່ພຣະເຢຊູເຈົ້າກ່າວກັບລາວວ່າ, “ຈົ່ງຕິດຕາມເຮົາມາ ແລະ ປະໃຫ້ຄົນຕາຍຝັງກັນເອງເທາະ.” 23 ເມື່ອພຣະເຢຊູເຈົ້າໄດ້ລົງເຮືອໄປ ພວກສາວົກຂອງພຣະອົງກໍຕິດຕາມພຣະອົງໄປ. 24 ເບິ່ງແມ, ກໍເກີດມີລົມພາຍຸແຮງຢູ່ທີ່ທະເລ ຈົນເຮືອຖືກຄື້ນນ້ຳຊັດຖ້ວມ ແຕ່ພຣະເຢຊູເຈົ້ານອນຫຼັບຢູ່. 25 ແລ້ວພວກສາວົກໄດ້ມາປຸກພຣະອົງວ່າ, ພຣະອົງເຈົ້າເອີຍ, ຊ່ວຍພວກຂ້ານ້ອຍແດ່ທ້ອນ ເພາະພວກຂ້ານ້ອຍກຳລັງຈະຕາຍຢູ່ແລ້ວ.” 26 ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ໂອ ຄົນມີຄວາມເຊື່ອນ້ອຍເອີຍ, ເປັນຫຍັງພວກເຈົ້າຈຶ່ງຢ້ານ?” ແລ້ວພຣະອົງລຸກຂຶ້ນຫ້າມລົມ ແລະ ທະເລໃຫ້ຢຸດ. ແລ້ວທຸກຢ່າງກໍງຽບສະຫງົບລົງ. 27 ຄົນເຫລົ່ານັ້ນກໍພາກັນອັດສະຈັນໃຈ ແລະ ເວົ້າກັນວ່າ, “ທ່ານຜູ້ນີ້ເປັນໃຜນໍ ແມ່ນແຕ່ລົມ ແລະ ທະເລກໍເຊື່ອຟັງເພິ່ນ?” 28 ເມື່ອພຣະເຢຊູເຈົ້າໄດ້ຂ້າມຟາກມຮອດອີກຟາກຫນຶ່ງ ແລະມາເຖິງເຂດແດນຄາດາຣາ, ມີຊາຍສອງຄົນທີ່ມີຜີສິງມາພົບພຣະອົງ ພວກເຂົາອອກມາຈາກອຸບມຸງຝັງສົບ ແລະ ໂຫດຮ້າຍຫຼາຍ, ຈົນບໍ່ມີຜູ້ໃດເດີນທາງຜ່ານທາງນັ້ນໄດ້. 29 ເບິ່ງແມ, ພວກເຂົາຮ້ອງໃສ່ພຣະອົງ ແລະເວົ້າວ່າ, “ພຣະບຸດຂອງພຣະເຈົ້າເອີຍ, ທ່ານມາຫຍຸ້ງກ່ຽວກັບພວກເຮົາເຮັດຫຍັງ? ທ່ານມາທີ່ນີ້ເພື່ອຈະມາທໍລະມານພວກເຮົາກ່ອນເວລາກຳນົດບໍ?” 30 ໃນຂະນະນັ້ນ ມີຫມູຝູງໃຫຍ່ກຳລັງຫາກິນຢູ່ບໍລິເວນ ບໍ່ໄກຈາກພວກເຂົາ. 31 “ຖ້າທ່ານຂັບໄລ່ພວກຂ້ານອ້ຍອອກໄປຂໍໃຫ້ພວກຂ້ານ້ອຍເຂົ້າໄປສິງຢູ່ໃນຝູງຫມູນັ້ນທ້ອນ.” 32 ພຣະເຢຊູເຈົ້າຊົງບອກຜີເຫລົ່ານັ້ນວ່າ, “ໄປ” ຜີເຫລົ່ານັ້ນກໍອອກໄປ ແລະເຂົ້າສິງຢູ່ໃນຝູງຫມູ ແລະເບິ່ງແມ, ຫມູທັງຝູງນັ້ນໄດ້ຟ້າວແລ່ນລົງຈາກຕາຫລິ່ງຊັນໂຕນໃສ່ທະເລຕາຍດິກນ້ຳຫມົດ. 33 ຝ່າຍຄົນລ້ຽງຫມູກໍພາກັນປົບຫນີ ແລະເມື່ອພວກເຂົາເຂົ້າໄປໃນເມືອງ ພວກເຂົາເລົ່າບັນດາເຫດການຊຶ່ງເປັນໄປນັ້ນ ກັບເຫດທີ່ເກີດຂຶ້ນແກ່ຄົນທີ່ມີຜີສິງຢູ່. 34 ເບິ່ງແມ, ຄົນທັງເມືອງກໍພາກັນອອກມາຫາພຣະເຢຊູເຈົ້າ. ເມື່ອພົບພຣະອົງແລ້ວ, ພວກເຂົາຈິ່ງອ້ອນວອນທູນຂໍໃຫ້ພຣະອົງອອກໄປເສັຽຈາກເຂດແດນຂອງພວກເຂົາ.