ບົດທີ 7

1 ຢ່າຕັດສິນ ແລະພວກເຈົ້າ​ຈະບໍ່ຖືກຕັດສິນ. 2 ເພາະວ່າພວກເຈົ້າຕັດສິນຄົນອື່ນຢ່າງ­ໃດ, ພວກເຈົ້າກໍຈະຖືກຕັດສິນຢ່າງນັ້ນ ແລະ ພວກເຈົ້າຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ, ພວກເຈົ້າກໍຈະຖືກຕວງດ້ວຍເຄື່ອງຜອງອັນນັ້ນ. 3 ເປັນຫຍັງເຈົ້າຈຶ່ງຫຼຽວເຫັນຂີ້ເຫຍື້ອທີ່­ຢູ່ໃນຕາພີ່ນ້ອງຂອງເຈົ້າ ແຕ່ໄມ້ທັງທ່ອນທີ່­ຢູ່ໃນຕາຂອງຕົນເອງເຈົ້າບໍ່ຮູ້­ສຶກ? 4 ດ້ວຍເຫດໃດເຈົ້າຈຶ່ງເວົ້າກັບພີ່­ນ້ອງຂອງເຈົ້າວ່າ ‘ໃຫ້ຂ້ອຍເຂ່ຍຂີ້ເຫຍື້ອອອກຈາກຕາຂອງເຈົ້າ’ ແຕ່ເບິ່ງແມ, ໄມ້ທັງທ່ອນມີຢູ່ໃນຕາຂອງເຈົ້າເອງ? 5 ຄົນຫນ້າຊື່ໃຈຄົດເອີຍ! ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງເຈົ້າກ່ອນ ແລ້ວເຈົ້າຈຶ່ງໄປຈະເຂ່ຍຂີ້ເຫຍື້ອອອກຈາກຕາຂອງພີ່ນ້ອງຂອງເຈົ້າໄດ້ຢ່າງຊັດເຈນ. 6 ຢ່າເອົາຂອງບໍຣິສຸດໃຫ້ແກ່ໝາ ແລະ ຢ່າໂຍນໄຂ່ມຸກຂອງເຈົ້າໃສ່ຕໍ່­ໜ້າຝູງໝູ. ຢ້ານວ່າພວກມັນຈະຢຽບຢ່ຳຖິ້ມເສຍ ແລະຈະກັບຄືນມາຈີກເຈົ້າອອກເປັນຕ່ອນໆ. 7 ຈົ່ງຂໍແລ້ວເຈົ້າຈະໄດ້ຮັບ. ຈົ່ງສະແຫວງຫາແລ້ວເຈົ້າຈະໄດ້ພົບ. ຈົ່ງເຄາະແລ້ວຈະເປີດໃຫ້ແກ່ເຈົ້າ. 8 ເພາະ­ທຸກຄົນທີ່ຂໍກໍໄດ້ຮັບ, ທຸກຄົນທີ່ສະແຫວງຫາກໍຈະພົບ ແລະທຸກຄົນທີ່ເຄາະກໍຈະເປີດໃຫ້. 9 ຫຼື ໃນພວກເຈົ້າມີຜູ້ໃດແດ່ ຖ້າລູກຂໍເຂົ້າຈີ່ກ້ອນໜຶ່ງຈະບໍ່ໄດ້ເອົາກ້ອນຫີນໃຫ້ຕີ້? 10 ຫລື ຖ້າລູກຂໍປາ, ຈະບໍ່ໄດ້ເອົາງູໃຫ້ຕີ້? 11 ເຫດສະ­ນັ້ນ, ຖ້າພວກເຈົ້າຜູ້ເປັນຄົນຊົ່ວຍັງຮູ້­ຈັກເອົາຂອງດີໃຫ້ແກ່ລູກຂອງຕົນ, ແລ້ວພຣະ­ບິ­ດາເຈົ້າຂອງທ່ານຜູ້ຢູ່ໃນສະຫວັນຈະໃຫ້ຂອງດີແກ່ຜູ້ທີ່ຂໍຈາກພຣະ­ອົງຫຼາຍກວ່ານັ້ນອີກຈັກເທົ່າ­ໃດ? 12 ເຫດສະ­ນັ້ນ, ສິ່ງໃດກໍ່ຕາມທີ່ພວກເຈົ້າຢາກໃຫ້ຄົນເຮັດຕໍ່ພວກເຈົ້າ ພວກເຈົ້າຈົ່ງເຮັດຕໍ່ພວກເຂົາເໝືອນກັນ ເພາະນີ້ແມ່ນກົດບັນ­ຍັດ ແລະ ຄຳສັ່ງ­ສອນຂອງພວກຜູ້ທຳນວາຍ. 13 ຈົ່ງເຂົ້າໄປທາງປະຕູແຄບ, ເພາະ­ວ່າປະ­ຕູກວ້າງ ແລະ ທາງກວ້າງນັ້ນນຳ­ໄປເຖິງຄວາມຈິບ­ຫາຍ ແລະ ມີຫຼາຍຄົນເຂົ້າໄປຕາມທາງນັ້ນ. 14 ແຕ່ປະ­ຕູທີ່ນຳ­ໄປສູ່ຊີ­ວິດກໍແຄບ ແລະ ທາງກໍຍາກ ແລະ ກໍມີໜ້ອຍຄົນທີ່ຈະພົບທາງນັ້ນ. 15 ຈົ່ງລະ­ວັງພວກ​ຜູ້ທຳນວາຍ​ປອມ ທີ່ມາຫາພວກເຈົ້າໃນຄາບຂອງແກະ ແຕ່ທີ່ຈິງແລ້ວພາຍໃນພວກເຂົາເປັນໝາ­ໄນທີ່ໂຫດຮ້າຍ. 16 ພວກເຈົ້າຈະຮູ້­ຈັກພວກເຂົາໄດ້ດ້ວຍຜົນຂອງພວກເຂົາ ຜູ້ໃດເກັບໝາກອະງຸ່ນຈາກຟຸ່ມໜາມ ຫຼື ເກັບໝາກ­ເດື່ອເທດຈາກຕົ້ນໜາມ? 17 ໃນ​ທຳນອງ​ດຽວ​ກັນ, ໄມ້ດີທຸກຕົ້ນກໍເກີດຜົນດີ ແຕ່ຕົ້ນ­ໄມ້ບໍ່ດີກໍເກີດຜົນບໍ່ດີ. 18 ຕົ້ນ­ໄມ້ດີຈະເກີດຜົນບໍ່ດີບໍ່ໄດ້ ຫຼື ຕົ້ນ­ໄມ້ບໍ່ດີຈະເກີດຜົນດີກໍບໍ່ໄດ້. 19 ຕົ້ນໄມ້ທຸກຕົ້ນທີ່ບໍ່­ເກີດຜົນດີຕ້ອງຖືກປ້ຳຖິ້ມແລະ ໂຍນຖິ້ມໃສ່ໄຟເສຍ. 20 ເຫດສະ­ນັ້ນ, ພວກເຈົ້າຈະຮູ້­ຈັກພວກເຂົາໄດ້ດ້ວຍຜົນຂອງພວກເຂົາ. 21 ບໍ່ແມ່ນທຸກຄົນທີ່ເອີ້ນເຮົາວ່າ, ‘ອົງເຈົ້ານາຍ, ອົງເຈົ້ານາຍ’ ແລ້ວຈະເຂົ້າໃນອານາຈັກສະ­ຫວັນ, ແຕ່ເຂົ້າໄດ້ພຽງແຕ່ຜູ້ທີ່ເຮັດຕາມນ້ຳພຣະ­ໄທພຣະ­ບິ­ດາເຈົ້າຂອງເຮົາຜູ້ຢູ່ໃນສະ­ຫວັນເທົ່ານັ້ນ. 22 ມີຫຼາຍຄົນຈະເວົ້າກັບເຮົາໃນວັນນັ້ນວ່າ ‘ອົງເຈົ້ານາຍ, ອົງເຈົ້ານາຍ, ພວກຂ້ານ້ອຍໄດ້ປະ­ກາດພຣະທຳໃນພຣະ­ນາມຂອງພຣະ­ອົງ, ໄດ້ຂັບໄລ່ຜີອອກໃນພຣະ­ນາມຂອງພຣະ­ອົງ ແລະໄດ້ເຮັດການອັດສະຈັນຫຼາຍປະ­ການໃນພຣະ­ນາມຂອງພຣະ­ອົງບໍ່ແມ່ນບໍ?’ 23 ແລ້ວເຮົາຈະໄດ້ປະ­ກາດແກ່ພວກເຂົາຢ່າງເປີດເຜີຍວ່າ ‘ເຮົາບໍ່ຮູ້­ຈັກພວກເຈົ້າຈັກເທື່ອ, ຈົ່ງໜີໄປຈາກເຮົາ, ເຈົ້າຜູ້ເຮັດການຊົ່ວຮ້າຍເອີຍ. 24 ເຫດສັນ­ນັ້ນ, ທຸກຄົນທີ່ຟັງຖ້ອຍຂອງເຮົາ ແລະ ປະ­ຕິ­ບັດຕາມ ຄົນນັ້ນກໍເໝືອນຄົນສະ­ຫລາດທີ່ກໍ່­ສ້າງເຮືອນຂອງຕົນເທິງດານຫີນ. 25 ຝົນກໍຕົກ, ນ້ຳກໍນອງ ແລະ ລົມກໍພັດປະທະເຮືອນນັ້ນ ແຕ່ເຮືອນນັ້ນກໍບໍ່ພັງເພລົງ ເພາະຮາກຖານມັນຕັ້ງຢູ່ເທິງດານຫີນ. 26 ແຕ່ທຸກຄົນທີ່ໄດ້ຍິນຖ້ອຍຄຳຂອງເຮົາ ແລະ ບໍ່ປະ­ຕິ­ບັດຕາມ ກໍປຽບເໝືອນຄົນໂງ່ທີ່ກໍ່­ສ້າງເຮືອນຂອງຕົນເທິງຫາດຊາຍ. 27 ຝົນກໍຕົກ, ນ້ຳກໍນອງ ແລະ ລົມກໍພັດປະທະເຮືອນນັ້ນ ແລະ ເຮືອນນັ້ນກໍເພ­ພັງລົງ ແລະ ການເພ­ພັງຂອງມັນກໍເປັນການໃຫຍ່ຫຼວງ.” 28 ຕໍ່ມາເມື່ອພຣະ­ເຢຊູເຈົ້າກ່າວຖ້ອຍຄຳເຫຼົ່ານີ້ຈົບແລ້ວ ປະຊາ­ຊົນທັງຫຼາຍກໍປະ­ຫຼາດໃຈໃນການສັ່ງ­ສອນຂອງພຣະອົງ, 29 ເພາະ­ວ່າພຣະອົງສັ່ງ­ສອນພວກເຂົາເໝືອນຜູ້ມີສິດອຳ­ນາດ ແລະ ບໍ່ເໝືອນພວກທຳມະຈານຂອງພວກເຂົາ.