ບົດທີ 6

1 ຈົ່ງລະ­ວັງໃຫ້ດີ ຢ່າເຮັດຄວາມດີຕໍ່ໜ້າຄົນອື່ນ ເພື່ອໃຫ້ພວກເຂົາເບິ່ງເຫັນ ຫລື ບໍ່ດັ່ງນັ້ນແລ້ວ ພວກເຈົ້າຈະບໍ່ໄດ້ຮັບບຳເໜັດຈາກພຣະ­ບິ­ດາເຈົ້າຂອງພວກເຈົ້າຜູ້ທີ່ຢູ່ໃນສ­ະຫວັນ. 2 ເຫດສັນນັ້ນ ເມື່ອພວກເຈົ້າໃຫ້ທານ, ຢ່າເປົ່າແກໄປກ່ອນໜ້າພວກເຈົ້າ ເໝືອນດັ່ງຄົນໜ້າຊື່ໃຈເຮັດໃນທຳມະສາລາ ແລະ ຕາມຖະ­ໜົນຫົນທາງ ເພື່ອຕົນເອງຈະໄດ້ຮັບການຍ້ອງຍໍຈາກຄົນອື່ນ. ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ພວກເຂົາໄດ້ຮັບບຳເໜັດຂອງຕົນຢ່າງຄົບຖວ້ນແລ້ວ. 3 ແຕ່ເມື່ອພວກເຈົ້າໃຫ້ທານ, ຢ່າໃຫ້ມືຊ້າຍຮູ້ສິ່ງທີ່ມືຂວາກຳ­ລັງເຮັດ. 4 ເພື່ອວ່າການໃຫ້ທານຂອງພວກເຈົ້າຈະເປັນຄວາມລັບ. ແລ້ວພຣະ­ບິ­ດາເຈົ້າຂອງພວກເຈົ້າຜູ້ເບິ່ງເຫັນໃນທີ່ລັບ­ລີ້ຈະໃຫ້ບຳ­ເຫນັດແກ່ພວກເຈົ້າ. 5 ເມື່ອພວກເຈົ້າອະທິຖານ, ຢ່າເປັນເໝືອນຄົນໜ້າຊື່ໃຈຄົດ, ເພາະພວກເຂົາມັກຢືນອະທິຖານໃນທຳມະສາລາ ແລະ ຕາມແຈຖະ­ໜົນຫົນທາງ ເພື່ອໃຫ້ຄົນເຫັນພວກເຂົາ. ເຮົາບອກພວກເຈົ້າຕາມຄວາມຈິງວ່າ ພວກເຂົາໄດ້ຮັບບຳ­ເຫນັດຂອງຕົນແລ້ວ. 6 ແຕ່ພວກເຈົ້າ, ເມື່ອພວກເຈົ້າອະທິຖານ,ຈົ່ງເຂົ້າໄປໃນຫ້ອງຂອງພວກເຈົ້າ, ອັດປະ­ຕູໄວ້ ແລະ ອະທິຖານພຣະ­ບິ­ດາຂອງພວກເຈົ້າ ຜູ້ຢູ່ໃນທີ່ລັບ­ລີ້. ແລ້ວພຣະ­ບິ­ດາຂອງພວກເຈົ້າຜູ້ເບິ່ງເຫັນໃນທີ່ລັບ­ລີ້ ຈະໃຫ້ບຳ­ເໜັດແກ່ພວກເຈົ້າ. 7 ເມື່ອພວກເຈົ້າອະທິຖານ, ຢ່າເວົ້າຊ້ຳຄຳເກົ່າເໝືອນດັ່ງຄົນບໍ່ເຊື່ອພຣະເຈົ້າເຮັດ ເພາະພວກເຂົາຄິດວ່າ ຖ້າພວກເຂົາເວົ້າຊ້ຳຫຼາຍໆເທື່ອພະຈະໄດ້ຍິນ. 8 ດ້ວຍເຫດນີ້ ຢ່າເຮັດຄືພວກເຂົາ ເພາະ­ວ່າສິ່ງໃດທີ່ພວກເຈົ້າຕ້ອງ­ການ ພຣະ­ບິ­ດາຂອງພວກເຈົ້າກໍຮູ້ກ່ອນທີ່ພວກເຈົ້າຈະຂໍຈາກພຣະອົງ. 9 ສະນັ້ນ ຈົ່ງອະທິຖານຕາມຢ່າງນີ້ວ່າ, ‘ຂ້າແດ່ພຣະ­ບິ­ດາເຈົ້າຂອງພວກຂ້ານ້ອຍທັງຫລາຍ ຜູ້ຢູ່ໃນສະຫວັນ, ຂໍໃຫ້ພຣະນາມຂອງພຣະອົງເປັນທີ່ເຄົາຣົບບູຊາ.

10 ຂໍໃຫ້ອານາຈັກຂອງພຣະອົງມາຕັ້ງຢູ່. ຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງ ໃນສະຫວັນເປັນຢ່າງໃດ ກໍຂໍໃຫ້ເປັນໄປຢ່າງນັ້ນທີ່ແຜ່ນດິນໂລກ.
11 ຂໍໂຜດໃຫ້ອາຫານປະຈຳວັນໃຫ້ແກ່ພວກຂ້ານ້ອຍໃນວັນນີ້.
12 ຂໍໂຜດຍົກໂທດໃຫ້ພວກຂ້ານ້ອຍເໝືອນພວກຂ້ານ້ອຍຍົກໂທດ ໃຫ້ແກ່ຜູ້ທີ່ເຮັດຜິດຕໍ່ພວກຂ້ານ້ອຍນັ້ນ.
13 ຂໍຢ່າພາພວກຂ້ານ້ອຍເຂົ້າໄປໃນການທົດລອງ ແຕ່ຂໍໂຜດໃຫ້ພົ້ນຈາກມານຊົ່ວຮ້າຍ.'
14 ເພາະ­ຖ້າພວກເຈົ້້າຍົກໂທດຄວາມຜິດຂອງເພື່ອນມະ­ນຸດດ້ວຍກັນແລ້ວ ພຣະ­ບິ­ດເຈົ້າຂອງພວກເຈົ້າຜູ້ຢູ່ໃນສະ­ຫວັນຈະຍົກໂທດຄວາມຜິດຂອງພວກເຈົ້າເໝືອນກັນ. 15 ແຕ່ຖ້າພວກເຈົ້າບໍ່ຍົກໂທດຄວາມຜິດຂອງເພື່ອນມະນຸດ ພຣະບິ­ດາເຈົ້າຂອງພວກເຈົ້າກໍຈະບໍ່ໂຜດຍົກໂທດຄວາມຜິດຂອງພວກເຈົ້າເໝືອນກັນ. 16 ເມື່ອພວກເຈົ້້າຖືສິນອົດອາ­ຫານ ຢ່າເຮັດໜ້າໂສກເສົ້າ­ເໝືອນດັ່ງຄົນໜ້າຊື່ໃຈຄົດ, ດ້ວຍວ່າພວກເຂົາເຮັດໜ້າໂສກເສົ້າເພື່ອຈະໃຫ້ມະ­ນຸດເຫັນວ່າພວກເຂົາຖືສິນອົດອາ­ຫານ. ເຮົາບອກພວກເຈົ້າຕາມຄວາມຈິງວ່າ ພວກເຂົາໄດ້ຮັບບຳ­ເຫນັດຂອງຕົນແລ້ວ. 17 ແຕ່ພວກເຈົ້າ, ເມື່ອພວກເຈົ້າຖືສິນອົດອາ­ຫານ ຈົ່ງລ້າງໜ້າ ແລະ ເອົານ້ຳ­ມັນທາຫົວ. 18 ເພື່ອບໍ່ໃຫ້ມະ­ນຸດເຫັນວ່າທ່ານຖືສິນອົດອາ­ຫານ ແຕ່ໃຫ້ປະ­ກົດແກ່ພຣະ­ບິ­ດາເຈົ້າຂອງພວກເຈົ້າຜູ້ຢູ່ໃນທີ່ລັບ­ລີ້ ແລະ ພຣະ­ບິ­ດາເຈົ້າຂອງພວກເຈົ້າຜູ້ເບິ່ງເຫັນໃນທີ່ລັບ­ລີ້ ກໍຈະໂຜດໃຫ້ບຳ­ເໜັດແກ່ພວກເຈົ້າ. 19 ຢ່າຮິບໂຮມຊັບສົມ­ບັດໄວ້ສຳ­ລັບຕົນໃນໂລກ, ຊຶ່ງເປັນບ່ອນມອດ ແລະ ຂີ້­ຫມ້ຽງກັດກິນ, ແລະ ເປັນບ່ອນທີ່ໂຈນເຈາະເຂົ້າລັກເອົາໄດ້. 20 ແຕ່ຈົ່ງຮິບໂຮມຊັບສົມ­ບັດສຳ­ລັບຕົນໄວ້ໃນສະ­ຫວັນ ບ່ອນມອດ ແລະ ຂີ້­ຫມ້ຽງກັດກິນບໍ່ໄດ້ ແລະ ທັງໂຈນເຈາະ ແລະ ລັກເອົາບໍ່ໄດ້. 21 ເພາະວ່າຊັບສົມ­ບັດຂອງທ່ານຢູ່ໃສ ໃຈຂອງທ່ານກໍຢູ່ທີ່ນັ້ນດ້ວຍ. 22 ດວງຕາເປັນໂຄມໄຟຂອງຮ່າງ­ກາຍ ຖ້າຕາຂອງທ່ານປົກ­ກະ­ຕິດີ ຮ່າງ­ກາຍທຸກສ່ວນກໍສະ­ຫວ່າງດີ. 23 ແຕ່ຖ້າຕາຂອງທ່ານບໍ່ປົກ­ກະ­ຕິດີ ຮ່າງ­ກາຍທຸກສ່ວນຂອງທ່ານກໍມືດໄປ. ເຫດສັນ­ນັ້ນ, ຖ້າຄວາມສະ­ຫວ່າງທີ່­ຢູ່ໃນຕົວຂອງທ່ານມືດໄປ ຄວາມມືດນັ້ນຈະຫນາທຶບພຽງໃດ? 24 ບໍ່ມີຜູ້ໃດສາ­ມາດເປັນຂ້າສອງເຈົ້າບ່າວສອງນາຍໄດ້ ເພາະຈະຊັງນາຍຜູ້ນີ້ ແລະ ໄປຮັກນາຍຜູ້ນັ້ນ ຫລື ຈະອຸທິດຕົນຮັບໃຊ້ນາຍຜູ້ນີ້ແລ້ວຫມິ່ນປະ­ຫມາດຜູ້ນັ້ນ ທ່ານບໍ່ສາມາດຮັບໃຊ້ພຣະ­ເຈົ້າ ແລະ ເງິນຄຳພ້ອມກັນໄດ້. 25 ດ້ວຍເຫດນັ້ນ ເຮົາຈິ່ງບອກພວກເຈົ້າທັງ­ຫຼາຍວ່າ, ຢ່າກະວົນ­ກະ­ວາຍເຖິງຊີ­ວິດຂອງຕົນວ່າ ຈະກິນຫຍັງ ຈະດື່ມຫຍັງ ຫລື ກະວົນ­ກະ­ວາຍເຖິງຮ່າງ­ກາຍຂອງຕົນວ່າຈະນຸ່ງຫຍັງ. ເພາະຊີ­ວິດກໍມີຄ່າຫຼາຍກວ່າອາ­ຫານ ແລະ ຮ່າງ­ກາຍກໍມີຄ່າຫຼາຍກວ່າເຄື່ອງ­ນຸ່ງຫົ່ມບໍ່ແມ່ນບໍ? 26 ຈົ່ງເບິ່ງຝູງນົກຢູ່ເທິງອາກາດ. ພວກມັນບໍ່ໄດ້ຫວ່ານ, ບໍ່ໄດ້ກ່ຽວ ຫຼື ບໍ່ໄດ້ເກັບຮວບຮວມໃສ່ໄວ້ໃນເລົ້າ ແຕ່ພຣະ­ບິ­ດາເຈົ້າຂອງພວກເຈົ້າຜູ້ຢູ່ໃນສະ­ຫວັນກໍຍັງລ້ຽງພວກມັນ. ພວກເຈົ້າປະ­ເສີດຫຼາຍກວ່າຝູງນົກບໍ່ແມ່ນບໍ? 27 ແລ້ວມີຜູ້ໃດໃນພວກເຈົ້າທີ່ກະ­ວົນ­ກະ­ວາຍແລ້ວສາມາດຕໍ່ຊີ­ວິດຂອງຕົນໃຫ້ຍາວອອກໄປອີກຈັກສອກໜຶ່ງໄດ້? 28 ເປັນຫຍັງພວກເຈົ້າຈຶ່ງກະ­ວົນ­ກະ­ວາຍເຖິງເຄື່ອງ­ນຸ່ງຫົ່ມ? ຈົ່ງສັງ­ເກດເບິ່ງດອກໄມ້ໃນທົ່ງວ່າພວກມັນເຕີບໃຫຍ່ຂຶ້ນຢ່າງ­ໃດ ມັນບໍ່ໄດ້ເຮັດວຽກ ແລະ ມັນບໍ່ໄດ້ເຂັນ­ຝ້າຍ. 29 ແຕ່ເຮົາບອກພວກເຈົ້າທັງຫລາຍວ່າ, ແມ່ນແຕ່ກະ­ສັດໂຊ­ໂລ­ໂມນ ເມື່ອບໍ­ຣິ­ບູນດ້ວຍສະ­ຫງ່າຣາ­ສີຂອງເພິ່ນກໍຍັງບໍ່ງາມເໝືອນດອກໄມ້ເຫຼົ່ານີ້ດອກຫນຶ່ງ. 30 ຖ້າພຣະ­ເຈົ້າຕົບແຕ່ງຫຍ້າທີ່ຢູ່ໃນທົ່ງ ຊຶ່ງເປັນຢູ່ມື້­ນີ້ ແລະມື້ອື່ນຕ້ອງຖືກຖິ້ມໃສ່ເຕົາ­ໄຟ, ພຣະ­ອົງຈະບໍ່ຕົບແຕ່ງພວກເຈົ້າຫຼາຍກວ່ານັ້ນອີກບໍ, ໂອ ຜູ້ມີຄວາມເຊື່ອນ້ອຍເອີຍ? 31 ເຫດສັນ­ນັ້ນ ຢ່າກະ­ວົນ­ກະ­ວາຍ ແລະ ເວົ້າວ່າ ‘ພວກເຮົາຈະກິນຫຍັງ, ຈະດື່ມຫຍັງ ຫລື ຈະນຸ່ງຫົ່ມຫຍັງ?’ 32 ເພາະ­ຄົນຕ່າງຊາດສະ­ແຫວງ­ຫາສິ່ງເຫຼົ່ານີ້ ແລະ ພຣະ­ບິ­ດາເຈົ້າຂອງພວກເຈົ້າ​ທັງ­ຫລາຍຜູ້ທີ່ຢູ່ໃນສະ­ຫວັນ ກໍຮູ້ແລ້ວວ່າພວກເຈົ້າຕ້ອງ­ການສິ່ງເຫຼົ່ານີ້. 33 ແຕ່ກ່ອນອື່ນ, ຈົ່ງສະ­ແຫວງ­ຫາຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າ ແລະ ຄວາມຊອບທຳຂອງພຣະ­ອົງກ່ອນ. ແລ້ວພຣະ­ອົງຈະເພີ່ມເຕີມສິ່ງເຫຼົ່ານີ້ໃຫ້ແກ່ພວກເຈົ້າ​. 34 ເຫດສະ­ນັ້ນ, ຢ່າກະ­ວົນ­ກະ­ວາຍເຖິງມື້­ອື່ນ, ເພາະ­ວ່າມື້­ອື່ນຍັງມີ­ຄວາມກະ­ວົນ­ກະ­ວາຍໃນຕົວມັນເອງ ຄວາມ­ທຸກໃນວັນໃດກໍພໍ­ແລ້ວໃນວັນນັ້ນ.