ບົດທີ 5

1 ເມື່ອພຣະເຢຊູເຈົ້າເຫັນຝູງຊົນເປັນຈຳນວນຫຼວງຫຼາຍ, ພຣະອົງກໍຂຶ້ນເທິງພູເຂົາ. ເມື່ອພຣະອົງນັ່ງລົງແລ້ວ, ພວກສາວົກຂອງພຣະອົງກໍມາຫາພຣະອົງ. 2 ພຣະອົງໄດ້ເລີ່ມຕົ້ນສັ່ງສອນພວກເຂົາວ່າ,

3 “ຜູ້ໃດທີ່ຍາກຈົນໃນຈິດວິນຍານກໍເປັນສຸກ, ເພາະວ່າອານາຈັກສະຫວັນເປັນຂອງພວກເຂົາ.
4 ຜູ້ໃດທີ່ໂສກເສົ້າກໍເປັນສຸກ ເພາະວ່າພວກເຂົາຈະໄດ້ຮັບການເລົ້າໂລມ.
5 ຜູ້ໃດທີ່ມີໃຈອ່ອນໂຍນກໍເປັນສຸກ, ເພາະວ່າພວກເຂົາຈະໄດ້ຮັບແຜ່ນດິນໂລກເປັນມໍຣະດົກ.
6 ຜູ້ໃດທີ່ອຶດຫິວ ແລະ ກະຫາຍຄວາມຊອບທຳກໍເປັນສຸກ, ເພາະວ່າພວກເຂົາຈະໄດ້ອີ່ມບໍຣິບູນ.
7 ຜູ້ໃດທີ່ມີໃຈເມດຕາກໍເປັນສຸກ, ເພາະວ່າພວກເຂົາຈະໄດ້ຮັບຄວາມເມດຕາຕອບແທນ.
8 ຜູ້ໃດທີ່ມີໃຈບໍຣິສຸດກໍເປັນສຸກ, ເພາະວ່າພວກເຂົາຈະໄດ້ເຫັນພຣະເຈົ້າ.
9 ຜູ້ໃດທີ່ສ້າງຄວາມສະຫງົບສຸກກໍເປັນສຸກ, ເພາະວ່າພວກເຂົາຈະຖືກເອີ້ນວ່າເປັນບຸດຂອງພຣະເຈົ້າ.
10 ຜູ້ໃດທີ່ຖືກຂົ່ມເຫັງເພາະເຫັນແກ່ຄວາມຊອບທຳກໍເປັນສຸກ, ເພາະວ່າອານາຈັກສະຫວັນເປັນຂອງພວກເຂົາ.
11 ເມື່ອຄົນດູຖູກ, ຂົ່ມເຫັງ ແລະ ກ່າວຮ້າຍຕ່າງໆຕໍ່ພວກເຈົ້າດ້ວຍຄວາມບໍ່ຈິງທຸກຢ່າງເພາະເຫັນແກ່ເຮົາກໍເປັນສຸກ. 12 ຈົ່ງຊົມຊື່ນຍິນດີ ແລະ ຍິນດີ ເພາະວ່າບຳເໜັດອັນຍິ່ງໃຫຍ່ກໍເປັນຂອງພວກເຈົ້າຢູ່ໃນສະຫວັນ. ເພາະພວກເຂົາໄດ້ຂົ່ມເຫັງບັນດາຜູ້ທຳນວາຍທີ່ຢູ່ກ່ອນພວກເຈົ້າຢ່າງດຽວກັນ. 13 ພວກເຈົ້າເປັນເກືອສຳລັບໂລກ. ແຕ່ຖ້າເກືອນັ້ນໝົດຄວາມເຄັມແລ້ວ, ຈະເຮັດໃຫ້ມັນກັບເຄັມອີກໄດ້ຢ່າງໃດ? ມັນກໍບໍ່ມີປະໂຫຍດສຳລັບອັນໃດເລີຍ ນອກຈາກຈະໂຍນຖິ້ມ ແລະ ໃຫ້ຄົນຢຽບຍ່ຳເທົ່ານັ້ນ. 14 ພວກເຈົ້າເປັນແສງສະຫວ່າງສຳລັບໂລກ ເມືອງທີ່ຕັ້ງຢູ່ເທິງເນີນພູຈະເຊື່ອງໄວ້ບໍ່ໄດ້. 15 ບໍ່ມີຜູ້ໃດເມື່ອໄຕ້ຕະກຽງແລ້ວຈະເອົາເຂົ້າໄວ້ໃນກະບຸງ, ແຕ່ຈະຕັ້ງມັນໄວ້ເທິງຫຼັກຕະກຽງ ແລະ ໃຫ້ມັນສ່ອງແຈ້ງໄປທົ່ວທຸກຄົນທີ່ຢູ່ໃນເຮືອນນັ້ນ. 16 ໃນທຳນອງດຽວກັນ ຈົ່ງໃຫ້ຄວາມສະຫວ່າງຂອງພວກເຈົາສ່ອງແຈ້ງແກ່ຄົນທັງປວງ ເພື່ອວ່າພວກເຂົາຈະເຫັນຄວາມດີຂອງພວກເຈົ້າ ແລະ ສັນລະເສີນພຣະບິດາເຈົ້າຂອງພວກເຈົ້າຜູ້ທີ່ສະຖິດຢູ່ໃນສະຫວັນ. 17 ຢ່າຄິດວ່າເຮົາໄດ້ມາລຶບລ້າງກົດບັນຍັດ ແລະ ຖ້ອຍຄຳຂອງບັນດາຜູ້ທຳນວາຍ. ເຮົາບໍ່ໄດ້ມາລຶບລ້າງກົດບັນຍັດ ແຕ່ມາເຮັດໃຫ້ສຳເລັດຄົບຖ້ວນ. 18 ເຮົາບອກພວກເຈົ້າທັງຫລາຍຕາມຄວາມຈິງວ່າ ສະຫວັນ ແລະ ແຜ່ນດິນໂລກຈະລ່ວງພົ້ນໄປ, ແມ່ນແຕ່ຕົວອັກສອນນ້ອຍ ຫລື ຂີດດຽວຂອງຕົວອັກສອນ ກໍຈະບໍ່ສູນຫາຍໄປຈາກກົດບັນຍັດຈົນກວ່າທຸກສິ່ງນັ້ນຈະສຳເລັດ. 19 ເພາະສະນັ້ນ ຜູ້ໃດກໍຕາມຕັດຂໍ້ເລັກນ້ອຍທີ່ສຸດໃນບັນດາຄຳສັ່ງນີ້ພຽງຂໍ້ດຽວ ແລະ ທັງສອນຄົນອື່ນໃຫ້ເຮັດຢ່າງນັ້ນດ້ວຍ ຜູ້ນັ້ນຈະຖືກເອີ້ນວ່າຜູ້ນ້ອຍທີ່ສຸດໃນອານາຈັກສະຫວັນ. ແຕ່ຜູ້ໃດກໍຕາມທີ່ປະຕິບັດ ແລະ ສອນຕາມກົດບັນຍັດ ຜູ້ນັ້ນຈະຖືກເອີ້ນວ່າຜູ້ຍິ່ງໃຫຍ່ໃນອານາຈັກສະຫວັນ. 20 ເພາະເຮົາບອກພວກເຈົ້າທັງຫລາຍວ່າ ຖ້າຄວາມຊອບທຳຂອງພວກເຈົ້າບໍ່ລື່ນກວ່າຄວາມຊອບທຳຂອງພວກຄູສອນກົດບັນຍັດ ແລະ ພວກຟາຣີຊາຍແລ້ວ ພວກເຈົ້າຈະເຂົ້າໄປໃນອານາຈັກສະຫວັນບໍ່ໄດ້ເລີຍ. 21 ພວກເຈົ້າທັງຫລາຍໄດ້ຍິນຄຳທີ່ກ່າວໄວ້ແກ່ຄົນໃນສະໄໝບູຮານວ່າ 'ຢ່າຂ້າຄົນ' ແລະ 'ຖ້າຜູ້ໃດຂ້າຄົນ ຜູ້ນັ້ນຈະຕ້ອງຖືກພິພາກສາລົງໂທດ’. 22 ແຕ່ຝ່າຍເຮົາບອກພວກເຈົ້າວ່າ ຜູ້ໃດໃຈຮ້າຍໃຫ້ກັບອ້າຍນ້ອງຂອງຕົນ ຜູ້ນັ້ນຈະຕ້ອງຖືກໂທດຢ່າງຫນັກ ແລະ ຜູ້ໃດຈະເວົ້າແກ່ອ້າຍນ້ອງຂອງຕົນວ່າ ‘ເຈົ້າບໍ່ມີຄ່າ’ ຜູ້ນັ້ນຈະຖືກພິພາກສາໃນສານ ແລະ ຜູ້ໃດຈະເວົ້າວ່າ, ‘ເຈົ້າໂງ່ຈ້າ’ ຜູ້ນັ້ນຈະຖືກພິພາກສາໃນບຶງໄຟນະລົກ. 23 ດ້ວຍເຫດນີ້, ຖ້າເຈ້າກຳລັງນຳເຄື່ອງຖວາຍມາເທິງແທ່ນບູຊາ ແລ້ວລະນຶກຂຶ້ນໄດ້ວ່າ ເຈົ້າມີຂໍ້ຂຸ້ນເຄືອງໃຈກັບອ້າຍນ້ອງຂອງຕົນໃນເລື່ອງໃດເລື່ອງຫນຶ່ງ. 24 ຈົ່ງວາງເຄື່ອງບູຊາຂອງເຈົ້າໄວ້ຕໍ່ໜ້າແທ່ນນັ້ນ ແລ້ວກັບໄປຄືນດີກັບອ້າຍນ້ອງຜູ້ນັ້ນເສຍກ່ອນ ແລ້ວຈຶ່ງມາຖວາຍເຄື່ອງບູຊາຂອງເຈົ້າ. 25 ຈົ່ງຮີບປອງດອງກັບໂຈດຂອງເຈົ້າ ຂະນະທີ່ເຈົ້າກຳລັງຈະໄປຂຶ້ນສານກັບລາວ ຢ້ານວ່າໂຈດຂອງເຈົ້ານັ້ນອາດຈະມອບເຈົ້າໄວ້ກັບຜູ້ພິພາກສາ ແລະ ຜູ້ພິພາກສາຈະມອບເຈົ້າໄວ້ກັບເຈົ້າຫນ້າທີ່ ແລະ ເຈົ້າອາດຈະໄດ້ຖືກຂັງໄວ້ໃນຄຸກ. 26 ເຮົາບອກເຈົ້າຕາມຄວາມຈິງວ່າ ເຈົ້າຈະອອກຈາກທີ່ນັ້ນບໍ່ໄດ້ຈົນກວ່າເຈົ້າຈະໄດ້ໃຊ້ຫນີ້ຈົນຄົບທຸກອັດກ່ອນ. 27 ເຈົ້າເຄີຍໄດ້ຍິນຄຳທີ່ກ່າວໄວ້ວ່າ ‘ຢ່າຫລິ້ນຊູ້.’ 28 ແຕ່ເຮົາບອກພວກເຈົ້າທັງຫລາຍວ່າ ຜູ້ໃດເບິ່ງແມ່ຍິງດ້ວຍໃຈກຳຫນັດໃນຍິງນັ້ນ ຜູ້ນັ້ນໄດ້ຫລິ້ນຊູ້ໃນໃຈກັບຍິງນັ້ນແລ້ວ. 29 ຖ້າຕາເບື້ອງຂວາຂອງເຈົ້າເປັນເຫດເຮັດໃຫ້ເຈົ້າເຮັດບາບ, ຈົ່ງຄວັດຕາອອກຖິ້ມ ເພາະການທີ່ເສຍອະໄວຍະວະສ່ວນໜຶ່ງກໍດີກວ່າໝົດທັງຕົວຈະຖືກຖິ້ມລົງໃນນະຣົກ. 30 ຖ້າມືເບື້ອງຂວາຂອງເຈົ້າເປັນເຫດເຮັດໃຫ້ເຈົ້າເຮັດບາບ ຈົ່ງຕັດມືຖິ້ມເພາະການທີ່ເສຍອະໄວຍະວະສ່ວນໜຶ່ງກໍດີກວ່າໝົດທັງຕົວຈະຖືກຖິ້ມລົງໃນນະຣົກ. 31 ມີຄຳກ່າວໄວ້ວ່າ, ‘ຖ້າຜູ້ໃດຈະປະຮ້າງເມຍຂອງຕົນ, ກໍໃຫ້ລາວເຮັດໜັງສືຢ່າຮ້າງໃຫ້ນາງ’. 32 ແຕ່ຝ່າຍເຮົາ ບອກເຈົ້າທັງຫລາຍວ່າ ຖ້າຜູ້ໃດທີ່ຢ່າຮ້າງເມຍຂອງຕົນ ນອກຈາກການຜິດສິນລະທຳທາງເພດແລ້ວ ກໍເທົ່າກັບວ່າຜູ້ນັ້ນເຮັດໃຫ້ນາງຜິດໃນຖານຫຼິ້ນຊູ້ ແລ້ວຖ້າຜູ້ໃດຈະແຕ່ງງານກັບຍິງນັ້ນພາຍຫຼັງ ກໍເຮັດຜິດໃນຖານຫຼິ້ນຊູ້ເໝືອນກັນ. 33 ອີກປະການຫນຶ່ງ, ເຈົ້າເຄີຍໄດ້ຍິນຄຳທີ່ກ່າວໄວ້ແກ່ຄົນໃນສະໄໝບູຮານວ່າ ‘ຢ່າສາບານດ້ວຍຄຳສາບານບໍ່ຈິງ ແຕ່ໃຫ້ຮັກສາຄຳສາບານຂອງເຈົ້າຕໍ່ອົງພຣະຜູ້ເປັນເຈົ້າ. 34 ແຕ່ຝ່າຍເຮົາບອກເຈົ້າທັງຫລາຍວ່າ, ຢ່າສາບານເລີຍໂດຍອ້າງເຖິງສະຫວັນ, ເພາະສະຫວັນເປັນບັນລັງຂອງພຣະເຈົ້າ, 35 ຫລື ໂດຍອ້າງເຖິງແຜ່ນດິນໂລກ, ເພາະແຜ່ນດິນໂລກເປັນທີ່ຮອງຕີນຂອງພຣະອົງ; ຫລື ໂດຍອ້າງເຖິງເຢຣູຊາເລັມ, ເພາະເຢຣູຊາເລັມເປັນເມືອງຂອງກະສັດຜູ້ຍິ່ງໃຫຍ່. 36 ຫລື ຢ່າສາບານໂດຍອ້າງເຖິງຫົວຂອງຕົນ, ເພາະພວກເຈົ້າເອງບໍ່ສາມາດຈະເຮັດໃຫ້ຜົມຂາວ ຫລື ດຳຈັກເສັ້ນດຽວກໍບໍ່ໄດ້. 37 ແຕ່ຈົ່ງໃຫ້ຖ້ອຍຄຳຂອງພວກເຈົ້າເປັນດັ່ງນີ້ ‘ແມ່ນ’ ກໍວ່າ ‘ແມ່ນ’ ‘ບໍ່ແມ່ນ’ ກໍວ່າ ‘ບໍ່ແມ່ນ’ ນອກເໜືອຈາກນັ້ນກໍມາຈາກມານຮ້າຍ. 38 ພວກເຈົ້າໄດ້ຍິນຄຳທີ່ກ່າວໄວ້ວ່າ, ‘ຕາແທນຕາ ແລະ ແຂ້ວແທນແຂ້ວ’. 39 ຝ່າຍເຮົາບອກເຈົ້າທັງຫລາຍວ່າ ຢ່າຕໍ່ສູ້ກັບຄົນຊົ່ວ ແຕ່ຖ້າຜູ້ໃດຕົບແກ້ມເບື້ອງຂວາຂອງເຈົ້າ ຈົ່ງປິ່ນແກ້ມອີກເບື້ອງໜຶ່ງໃຫ້ລາວເໝືອນກັນ. 40 ຖ້າຜູ້ໃດຕ້ອງການຢາກຟ້ອງເຈົ້າ ແລະ ເອົາເສື້ອຊັ້ນໃນຂອງເຈົ້າໄປ, ກໍຈົ່ງໃຫ້ເສື້ອຊັ້ນນອກແກ່ຄົນນັ້ນເໝືອນກັນ. 41 ຖ້າຜູ້ໃດບັງຄັບເຈົ້າໃຫ້ຍ່າງໄປໜຶ່ງກິໂລແມັດ, ກໍໃຫ້ເຈົ້າໄປກັບລາວສອງກິໂລແມັດ. 42 ຈົ່ງໃຫ້ແກ່ທຸກຄົນທີ່ຂໍຈາກເຈົ້າ ແລະ ຢ່າປິ່ນຫລັງໃສ່ຜູ້ທີ່ຢາກຢືມຈາກເຈົ້າ. 43 ພວກເຈົ້າທັງຫລາຍໄດ້ຍິນຄຳທີ່ກ່າວໄວ້ວ່າ, ‘ຈົ່ງຮັກເພື່ອນບ້ານ ແລະ ກຽດຊັງສັດຕູ.’ 44 ແຕ່ຝ່າຍເຮົາບອກພວກເຈົ້າທັງຫລາຍວ່າ, ຈົ່ງຮັກສັດຕູຂອງພວກເຈົ້າ ຈົ່ງອະທິຖານເພື່ອຜູ້ທີ່ຂົ່ມເຫັງພວກເຈົ້າ, 45 ເພື່ອວ່າພວກເຈົ້າຈະໄດ້ເປັນລູກຂອງພຣະບິດາເຈົ້າໃນສະຫວັນ. ເພາະພຣະອົງໄດ້ໃຫ້ດວງຕາເວັນຂຶ້ນສ່ອງສະຫວ່າງໃສ່ຄົນຊົ່ວ ແລະ ຄົນດີ, ແລະ ເຮັດໃຫ້ຝົນຕົກໃສ່ຄົນຊອບທຳ ແລະ ຄົນອະທຳເໝືອນກັນ. 46 ເພາະຖ້າພວກເຈົ້າຮັກຜູ້ທີ່ຮັກພວກເຈົ້າ, ພວກເຈົ້າຈະໄດ້ຮັບບຳເຫນັດອັນໃດ? ແມ່ນແຕ່ພວກເກັບພາສີກໍຍັງເຮັດຢ່າງນັ້ນບໍ່ແມ່ນບໍ? 47 ຖ້າພວກເຈົ້າຕ້ອນຮັບພຽງແຕ່ພີ່ນ້ອງຂອງຕົນ, ພວກເຈົ້າໄດ້ເຮັດສິ່ງໃດລື່ນຄົນອື່ນ? ແມ່ນແຕ່ຄົນຕ່າງຊາດກໍຍັງເຮັດຢ່າງນັ້ນບໍ່ແມ່ນບໍ? 48 ເຫດສັນນັ້ນ ພວກເຈົ້າທັງຫລາຍຕ້ອງເປັນຄົນດີທີ່ສຸດ ເພາະພຣະບິດາເຈົ້າຂອງພວກເຈົ້າຢູ່ໃນສະຫວັນເປັນຜູ້ດີທີ່ສຸດ.