1 ຫຼັງຈາກນັ້ນ ພຣະວິນຍານໄດ້ນຳພຣະເຢຊູເຈົ້າເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ເພື່ອໃຫ້ມານຮ້າຍໄດ້ທົດລອງ. 2 ເມື່ອພຣະອົງໄດ້ອົດອາຫານເປັນເວລາສີ່ສິບວັນ ແລະ ສີ່ສິບຄືນແລ້ວ, ພຣະອົງກໍຢາກອາຫານ. 3 ຜູ້ທົດລອງມາຫາພຣະອົງ ແລະ ກ່າວກັບພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ, ຈົ່ງສັ່ງກ້ອນຫີນເຫຼົ່ານີ້ໃຫ້ກາຍເປັນເຂົ້າຈີ່.” 4 ແຕ່ພຣະເຢຊູເຈົ້າໄດ້ຕອບວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ ‘ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານພຽງສິ່ງດຽວ, ແຕ່ລ້ຽງດ້ວຍທຸກຖ້ອຍຄຳທີ່ອອກມາຈາກປາກຂອງພຣະເຈົ້າ’.” 5 ແລ້ວມານຮ້າຍໄດ້ນຳພຣະເຢຊູເຈົ້າເຂົ້າໄປໃນນະຄອນສັກສິດ ແລະ ໃຫ້ພຣະອົງຢືນຢູ່ເທິງຈຸດສູງສຸດຂອງພຣະວິຫານ. 6 ແລະໄດ້ກ່າວກັບພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ, ຈົ່ງກະໂດດລົງມາ, ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ພຣະເຈົ້າຈະສັ່ງພວກເທວະດາເບິ່ງແຍງທ່ານ ແລະ ‘ພວກເຂົາຈະຮັບທ່ານໄວ້ດ້ວຍມືຂອງຕົນ, ເພື່ອຈະບໍ່ໃຫ້ຕີນຂອງທ່ານຕຳຫີນ’.” 7 “ພຣະເຢຊູເຈົ້າໄດ້ກ່າວກັບມານຮ້າຍວ່າ, ມີຄຳຂຽນໄວ້ໃນພຣະຄຳພີອີກວ່າ, ‘ຢ່າທົດລອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ’.” 8 ອີກເທື່ອໜຶ່ງ, ມານຮ້າຍໄດ້ພາພຣະອົງຂຶ້ນໄປເທິງພູທີ່ສູງຫຼາຍ ແລະໄດ້ສະແດງບັນດາອານາຈັກແຫ່ງໂລກນີ້ກັບຄວາມຍິ່ງໃຫຍ່ທັງໝົດໃຫ້ພຣະອົງເຫັນ. 9 ມານຮ້າຍໄດ້ກ່າວກັບພຣະອົງວ່າ, “ເຮົາຈະເອົາສິ່ງທັງໝົດເຫຼົ່ານີ້ໃຫ້ແກ່ທ່ານ ຖ້າທ່ານກົ້ມຂາບ ແລະ ນະມັດສະການເຮົາ.” 10 ຫຼັງຈາກນັ້ນ ພຣະເຢຊູເຈົ້າໄດ້ກ່າວກັບມັນວ່າ, “ຊາຕານເອີຍ! ຈົ່ງຫນີໄປ ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ຈົ່ງນະມັດສະການອົງເຈົ້ານາຍ ພຣະເຈົ້າຂອງເຈົ້າ ແລະ ຮັບໃຊ້ພຣະອົງພຽງແຕ່ຜູ້ດຽວ’.” 11 ແລ້ວມານຮ້າຍຈຶ່ງໜີຈາກພຣະອົງໄປ ແລະ ເບິ່ງແມ, ມີພວກເທວະດາໄດ້ມາຮັບໃຊ້ພຣະອົງ. 12 ບັດນີ້ ເມື່ອພຣະເຢຊູເຈົ້າໄດ້ຍິນວ່າໂຢຮັນຖືກຈັບໄວ້ແລ້ວ, ພຣະອົງກໍກັບໄປທີ່ແຂວງຄາລີເລ. 13 ພຣະອົງອອກຈາກເມືອງນາຊາເຣັດ ແລ້ວໄປອາໄສຢູ່ໃນເມືອງກາເປນາອູມ ຊຶ່ງຢູ່ແຄມທະເລສາບຄາລີເລໃນເຂດແດນເຊບູລູນ ແລະ ເນັບທາລີ. 14 ສິ່ງນີ້ໄດ້ເກີດຂຶ້ນ ເພື່ອໃຫ້ສຳເລັດຕາມທີ່ກ່າວໄວ້ໂດຍຜູ້ທຳນວາຍເອຊາຢາຄື: