1 ໃນສະໄໝນັ້ນ ໂຢຮັນບັບຕິສະໂຕໄດ້ມາເທດສະໜາໃນຖິ່ນແຫ້ງແລ້ງກັນດານແຂວງຢູດາຍວ່າ, 2 ຈົ່ງຖິ້ມໃຈເກົ່າ, ແລ້ວເອົາໃຈໃຫມ່ ເພາະວ່າອານາຈັກສະຫວັນໄດ້ມາໃກ້ແລ້ວ.” 3 ເພາະເພິ່ນນີ້ແຫຼະຄືຜູ້ທີ່ຜູ້ທຳນວາຍເອຊາຢາກ່າວວ່າ, “ມີສຽງຂອງຜູ້ໜຶ່ງຮ້ອງໃນຖິ່ນແຫ້ງແລ້ງກັນດານວ່າ, ‘ຈົ່ງຈັດຕຽມຫົນທາງແຫ່ງອົງພຣະຜູ້ເປັນເຈົ້າ, ຈົ່ງເຮັດຫົນທາງຂອງພຣະອົງໃຫ້ຊື່ໄປ.’” 4 ໃນເວລານັ້ນ ໂຢຮັນໄດ້ນຸ່ງເຄື່ອງທີ່ເຮັດດ້ວຍຂົນອູດ ແລະ ຮັດແອວຂອງເພິ່ນດ້ວຍສາຍແອວໜັງ. ອາຫານຂອງເພິ່ນແມ່ນຕັກແຕນ ແລະ ນ້ຳເຜິ້ງປ່າ. 5 ແລ້ວຊາວເຢຣູຊາເລັມ, ທົ່ວແຂວງຢູດາຍ, ແລະ ທົ່ວຂົງເຂດທີ່ຢູ່ຕາມແມ່ນ້ຳຈໍແດນກໍໄດ້ອອກມາຫາໂຢຮັນ. 6 ພວກເຂົາໄດ້ສາລະພາບຄວາມບາບຂອງຕົນ, ໂຢຮັນກໍໃຫ້ພວກເຂົາຮັບບັບຕິສະມາໃນແມ່ນ້ຳຈໍແດນ. 7 ແຕ່ເມື່ອເພິ່ນເຫັນພວກຟາຣີຊາຍ ແລະ ພວກຊາດູກາຍຫຼາຍຄົນກຳລັງມາຫາເພິ່ນ ເພື່ອຈະຮັບບັບຕິສະມາ, ເພິ່ນຈິ່ງເວົ້າກັບພວກເຂົາວ່າ, “ພວກເຈົ້າ ພວກລູກຫຼານງູພິດເອີຍ, ຜູ້ໃດໄດ້ບອກພວກເຈົ້າໃຫ້ປົບໜີຈາກຄວາມໂກດຮ້າຍທີ່ກຳລັງຈະມາເຖິງນັ້ນ? 8 ຈົ່ງເກີດຜົນໃຫ້ສົມກັບການຖິ້ມໃຈເກົ່າເອົາໃຈໃໝ່. 9 ແລະ ຢ່າຄິດໃນໃຈຂອງພວກເຈົ້າເອງໂດຍເວົ້າວ່າ ‘ພວກເຮົາມີອັບຣາຮາມເປັນພໍ່ຂອງພວກເຮົາ’ ເພາະເຮົາບອກພວກເຈົ້ົາວ່າ ພຣະເຈົ້າຊົງສາມາດເຮັດໃຫ້ລູກຫຼານຂອງຂອງອັບຣາຮາມເກີດມາຈາກແມ່ນແຕ່ກ້ອນເຫຼົ່ານີ້ກໍໄດ້. 10 ຂວານໄດ້ວາງໄວ້ທີ່ເຫງົ້າໄມ້ແລ້ວ. ສະນັ້ນ ຕົ້ນໄມ້ທຸກຕົ້ນທີ່ບໍ່ເກີດຜົນດີຈະຖືກຕັດລົງ ແລ້ວໂຍນຖິ້ມໃສ່ໄຟເສຍ. 11 ຂ້າພຣະເຈົ້າໃຫ້ພວກເຈົ້້າຮັບບັບຕິສະມາດ້ວຍນ້ຳເພື່ອການຖິ້ມໃຈເກົ່າເອົາໃຈໃໝ່. ແຕ່ເພິ່ນຜູ້ທີ່ຈະມາພາຍຫຼັງເຮົາກໍມີຣິດອຳນາດຍິ່ງໃຫຍ່ກວ່າເຮົາ ແລະ ເຮົາບໍ່ສົມຄວນຈະຈັບແມ່ນແຕ່ເກີບຂອງເພິ່ນ. ເພິ່ນຈະໃຫ້ພວກເຈົ້າຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ດ້ວຍໄຟ. 12 ມືຂອງເພິ່ນຖືດົ້ງຟັດເຂົ້າ ເພິ່ນຈະເຮັດລານເຂົ້າຂອງຕົນໃຫ້ກ້ຽງດີ ແລະ ເພື່ອຈະຮວບຮວມເຂົ້າເມັດດີຂອງຕົນມາໃສ່ໄວ້ໃນເລົ້າ ແຕ່ເພິ່ນຈະເຜົາເມັດເຂົ້າລີບນັ້ນເສຍດ້ວຍໄຟທີ່ບໍ່ຮູ້ມອດ.” 13 ແລ້ວພຣະເຢຊູໄດ້ມາຈາກແຂວງຄາລີເລຈົນມາເຖິງແມ່ນໍ້າຈໍແດນເພື່ອຈະຮັບບັບຕິສະມາຈາກໂຢຮັນ. 14 ແຕ່ໂຢຮັນໄດ້ພະຍາຍາມຫ້າມພຣະອົງວ່າ, “ຂ້ານ້ອຍຕ້ອງການຮັບບັບຕິສະມາຈາກທ່ານ, ແລະ ທ່ານຈະມາຫາຂ້ານ້ອຍເຮັດຫຍັງ?” 15 ພຣະເຢຊູໄດ້ຕອບເພິ່ນວ່າ, “ບັດນີ້ຈົ່ງຍອມໃຫ້ເປັນໄປຢ່າງນີ້ສາ, ເພາະສົມຄວນທີ່ພວກເຮົາຈະເຮັດຢ່າງນີ້ໃຫ້ຖືກຕ້ອງຕາມຄວາມຊອບທຳທຸກປະການ” ແລ້ວໂຢຮັນກໍຍອມ. 16 ຫຼັງຈາກພຣະອົງໄດ້ຮັບບັບຕິສະມາແລ້ວ, ພຣະເຢຊູເຈົ້າກໍຂຶ້ນຈາກນ້ຳ, ໃນທັນໃດນັ້ນ ແລະ ເບິ່ງແມ, ສະຫວັນກໍເປີດອອກແກ່ພຣະອົງ. ພຣະອົງໄດ້ເຫັນພຣະວິນຍານຂອງພຣະເຈົ້າລົງມາເໝືອນດັ່ງນົກເຂົາ ແລະ ລົງມາຢູ່ເທິງພຣະອົງ. 17 ເບິ່ງແມ, ມີສຽງໜຶ່ງດັງມາຈາກຟ້າສະຫວັນກ່າວວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ. ເຮົາພໍໃຈນຳເພິ່ນຫລາຍ.”