ບົດທີ 2

1 ຫຼັງຈາກພຣະເຢຊູເຈົ້າໄດ້ເກີດທີ່ເມືອງເບັດເລເຮັມຂອງແຂວງຢູດາຍໃນສະໄໝຂອງກະສັດເຮໂຣດ, ກໍມີພວກໂຫຣາຈານຈາກທິດຕາເວັນອອກມາທີ່ນະຄອນເຢຣູຊາເລັມຖາມວ່າ, 2 “ກຸມມານຜູ້ເກີດມາເປັນກະສັດຂອງຊາວຢິວນັ້ນຢູ່ໃສ? ພວກເຮົາໄດ້ເຫັນດາວຂອງເພິ່ນປາກົດຂຶ້ນໃນທິດຕາເວັນອອກ ແລະ ຈິ່ງມາເພື່ອຈະນະມັດສະການເພິ່ນ.” 3 ເມື່ອກະສັດເຮໂຣດໄດ້ຍິນດັ່ງນີ້, ເພິ່ນກໍວຸ້ນວາຍໃຈ, ແລະ ຊາວນະຄອນເຢຣູຊາເລັມທຸກຄົນກໍວຸ້ນວາຍນຳດ້ວຍ. 4 ເຮໂຣດໄດ້ເອີ້ນຫົວໜ້າປະໂຣຫິດທັງໝົດ ແລະ ພວກຄູສອນກົດບັນຍັດປະຊາຊົນມາເຕົ້າໂຮມກັນ, ແລະ ເພິ່ນໄດ້ຖາມພວກເຂົາວ່າ, “ພຣະຄຣິດທີ່ຈະມາບັງເກີດຢູ່ທີ່ໃດ?.” 5 ພວກເຂົາໄດ້ຕອບເພິ່ນວ່າ, “ໃນເມືອງເບັດເລເຮັມແຂວງຢູດາຍ, ເພາະນີ້ແມ່ນສິ່ງທີ່ໄດ້ຂຽນໄວ້ໂດຍຜູ້ທຳນວາຍດັ່ງນີ້:

6 “ແຕ່ເຈົ້າ, ເບັດເລເຮັມ, ໃນດິນແດນຢູດາຍ, ເຈົ້າກໍບໍ່ແມ່ນຜູ້ເລັກນ້ອຍທີ່ສຸດໃນທ່າມກາງພວກຜູ້ປົກຄອງຂອງຢູດາຍ, ເພາະວ່າຈາກເຈົ້າຈະມີຜູ້ປົກຄົນໜຶ່ງອອກມາ ຜູ້ທີ່ຈະເປັນຜູ້ລ້ຽງປະຊາຊົນອິດສະຣາເອນຂອງເຮົາ.”
7 ແລ້ວເຮໂຣດໄດ້ເອີ້ນພວກໂຫຣາຈານເຂົ້າມາຫາຢ່າງລັບໆ ເພື່ອຖາມພວກເຂົາເຖິງເວລາທີ່ແນ່ນອນທີ່ດາວນັ້ນໄດ້ປາກົດຂຶ້ນ. 8 ເພິ່ນໄດ້ສົ່ງພວກໂຫຣາຈານໄປທີ່ເບັດເລເຮັມໂດຍສັ່ງວ່າ “ຈົ່ງໄປ, ແລະ ຄົ້ນຫາກຸມມານນັ້ນຢ່າງຄັກແນ່. ເມື່ອພວກເຈົ້າໄດ້ພົບເພິ່ນແລ້ວ, ຈົ່ງກັບມາບອກເຮົາເພື່ອວ່າເຮົາຈະໄດ້ໄປນະມັດສະການເພິ່ນເໝືອນກັນ.” 9 ຫຼັງຈາກພວກໂຫຣາຈານໄດ້ຍິນຄຳສັ່ງຂອງກະສັດແລ້ວ, ພວກເຂົາກໍພາກັນອອກເດີນທາງໄປ ແລະ ດາວທີ່ປາກົດແກ່ພວກເຂົານັ້ນຢູ່ພາກຕາເວັນອອກກໍໄດ້ນຳຫນ້າພວກເຂົາໄປ ແລະ ຈົນມາຢຸດຢູ່ຊື່ບ່ອນກຸມມານຢູ່. 10 ເມື່ອພວກໂຫຣາຈານໄດ້ເຫັນດາວນັ້ນ, ພວກເຂົາກໍມີຄວາມຊົມຊື່ນຍິນດີອັນໃຫຍ່. 11 ພວກເຂົາຈຶ່ງເຂົ້າໄປໃນເຮືອນ ແລະ ກໍໄດ້ພົບກຸມມານນ້ອຍກັບນາງມາຣີແມ່ຂອງເພິ່ນ. ພວກເຂົາກໍກົ້ມຂາບລົງ ແລະ ນະມັດສະການເພິ່ນ. ພວກເຂົາໄດ້ໄຂຫີບສົມບັດຂອງຕົນອອກມາ ແລະ ຖວາຍແກ່ພຣະອົງຄື ຄຳ, ກຳຍານ, ແລະ ຢາງໄມ້ຫອມ. 12 ພຣະເຈົ້າໄດ້ເຕືອນພວກເຂົາທາງຄວາມຝັນບໍ່ໃຫ້ກັບຄືນໄປຫາເຮໂຣດ, ດັ່ງນັ້ນ ພວກເຂົາຈຶ່ງກັບໄປປະເທດຂອງຕົນໂດຍທາງອື່ນ. 13 ຫຼັງຈາກທີ່ພວກເຂົາກັບໄປແລ້ວ, ມີເທວະດາຕົນໜຶ່ງຂອງພຣະເຈົ້າອົງເຈົ້ານາຍໄດ້ມາປາກົດແກ່ໂຢເຊັບທາງຄວາມຝັນ ແລະ ກ່າວວ່າ, “ຈົ່ງລຸກຂຶ້ນ ພາກຸມມານ ແລະ ແມ່ຂອງພຣະອົງໜີໄປທີ່ປະເທດເອຢິບ. ແລ້ວຈົ່ງຢູ່ທີ່ນັ້ນຈົນກວ່າເຮົາຈະບອກເຈົ້າ, ເພາະວ່າເຮໂຣດຈະຊອກຫາກຸມມານເພື່ອຈະຂ້າເພິ່ນເສຍ.” 14 ໃນຄືນນັ້ນ ໂຢເຊັບໄດ້ລຸກຂຶ້ນ ແລະ ພາກຸມມານ ແລະ ແມ່ຂອງເພິ່ນອອກເດີນທາງເຂົ້າໄປທີ່ປະເທດເອຢິບ. 15 ເພິ່ນໄດ້ຢູ່ທີ່ນັ້ນຈົນເຮໂຣດຕາຍໄປ. ນີ້ກໍໄດ້ສຳເລັດຕາມສິ່ງທີ່ພຣະເຈົ້າອົງເຈົ້ານາຍກ່າວໄວ້ຜ່ານທາງຜູ້ທຳນວາຍທີ່ກ່າວວ່າ, “ເຮົາໄດ້ເອີ້ນລູກຊາຍຂອງເຮົາອອກຈາກປະເທດເອຢິບ.” 16 ແລ້ວເຮໂຣດ, ເມື່ອເພິ່ນຮູ້ວ່າຕົນໄດ້ຖືກພວກໂຫຣາຈານຫຼອກລວງ, ເພິ່ນກໍໃຈຮ້າຍຫຼາຍ. ເພິ່ນໄດ້ໃຊ້ຄົນໄປຂ້າເດັກນ້ອຍຜູ້ຊາຍທຸກຄົນໃນເມືອງເບັດເລເຮັມ ແລະ ໃນເຂດທີ່ໃກ້ຄຽງທັງໝົດຕັ້ງແຕ່ອາຍຸສອງປີລົງມາ, ຕາມເວລາທີ່ເພິ່ນໄດ້ຮູ້ຢ່າງຄັກແນ່ຈາກພວກໂຫຣາຈານນັ້ນ. 17 ແລ້ວກໍສຳເລັດຕາມສິ່ງທີ່ໄດ້ກ່າວໄວ້ຜ່ານທາງຜູ້ທຳນວາຍເຢເຣມີຢາທີ່ກ່າວວ່າ,
18 “ໄດ້ຍິນສຽງໜຶ່ງໃນບ້ານຣາມາ, ເປັນສຽງຮ້ອງໄຫ້ ແລະ ສຽງຄໍ່າຄວນຄັ້ງໃຫຍ່, ນາງຣາເຊັນຮ້ອງໄຫ້ນຳພວກລູກຂອງຕົນ, ແລະ ນາງບໍ່ຮັບຟັງຄວາມເລົ້າໂລມ, ເພາະພວກລູກຕາຍແລ້ວ.”
19 ເມື່ອເຮໂຣດໄດ້ຕາຍແລ້ວ, ເບິ່ງແມ, ມີເທວະດາຕົນໜຶ່ງຂອງພຣະເຈົ້າອົງເຈົ້ານາຍມາປະກົດແກ່ໂຢເຊັບທາງຄວາມຝັນໃນປະເທດເອຢິບ ແລະ ກ່າວວ່າ, 20 “ຈົ່ງລຸກຂຶ້ນ ແລະ ພາກຸມມານແລະແມ່ຂອງເພິ່ນກັບຄືນໄປດິນແດນອິດສະຣາເອນ, ເພາະຜູ້ທີ່ຈະປະຫານຊີວິດກຸມມານນັ້ນຕາຍແລ້ວ.” 21 ໂຢເຊັບຈຶ່ງລຸກຂຶ້ນ, ພາກຸມມານກັບແມ່ມາຂອງເພິ່ນ ແລະ ມາທີ່ດິນແດນອິດສະຣາເອນ. 22 ແຕ່ເມື່ອໂຢເຊັບໄດ້ຍິນວ່າ ອາກເຄຣາອັສໄດ້ຂຶ້ນປົກຄອງແຂວງຢູດາຍແທນເຮໂຣດຜູ້ເປັນພໍ່, ລາວກໍຢ້ານທີ່ຈະໄປທີ່ນັ້ນ. ຫຼັງຈາກພຣະເຈົ້າໄດ້ເຕືອນໂຢເຊັບທາງຄວາມຝັນ, ລາວກໍເລີຍໄປທີ່ແຂວງຄາລີເລ 23 ແລະ ໄປອາໄສຢູ່ເມືອງໜຶ່ງຊື່ນາຊາເຣັດ. ສິ່ງນີ້ເພື່ອຈະສຳເລັດຕາມທີ່ກ່າວໄວ້ຜ່ານທາງພວກຜູ້ທຳນວາຍ, ທີ່ວ່າທ່ານຈະຖືກເອີ້ນວ່າ ‘ໄທນາຊາເຣັດ’.