ບົດທີ 1

1 ບັນທຶກລຳດັບວົງຕະກຸນຂອງພຣະເຢຊູຄຣິດເຈົ້າ ຜູ້ເປັນເຊື້ອສາຍຂອງກະສັດດາວິດ ຜູ້ສືບເຊື້ອສາຍມາຈາກອັບຣາຮາມ. 2 ອັບຣາຮາມເປັນພໍ່ຂອງອີຊາກ ແລະ ອີຊາກເປັນພໍ່ຂອງຢາໂຄບ ແລະ ຢາໂຄບເປັນພໍ່ຂອງຢູດາ ແລະ ບັນດາພີ່ນ້ອງຂອງລາວ. 3 ຢູດາເປັນພໍ່ຂອງເປເຣັດ ແລະ ເຊຣາ ເຊິ່ງເກີດມາຈາກນາງຕາມາ, ເປເຣັດເປັນພໍ່ຂອງເຮຊະໂຣນ, ແລະ ເຮຊະໂຣນເປັນພໍ່ຂອງຣາມ. 4 ຣາມເປັນພໍ່ຂອງອຳມີນາດາບ, ອຳມີນາດາບເປັນພໍ່ຂອງນາໂຊນ, ແລະ ນາໂຊນເປັນພໍ່ຂອງຊັນໂມນ. 5 ຊັນໂມນເປັນພໍ່ຂອງໂບອາດ ເຊິ່ງເກີດຈາກນາງຣາຮາບ, ໂບອາດເປັນພໍ່ຂອງໂອເບັດ ເຊິ່ງເກີດຈາກນາງຣຸດ, ໂອເບັດເປັນພໍ່ຂອງເຢຊີ. 6 ເຢຊີເປັນພໍ່ຂອງດາວິດ ຜູ້ເປັນກະສັດ. ດາວິດເປັນພໍ່ຂອງໂຊໂລມອນ ເຊິ່ງເກີດຈາກເມຍຂອງອຸຣິຢາ. 7 ໂຊໂລໂມນເປັນພໍ່ເຣໂຫໂບອາມ, ເຣໂຫໂບອາມເປັນພໍ່ຂອງອາບີຢາ, ອາບີຢາເປັນພໍ່ຂອງອາຊາ. 8 ອາຊາເປັນພໍ່ຂອງເຢໂຮຊາຟັດ, ເຢໂຮຊາຟັດເປັນພໍ່ຂອງໂຢຣາມ, ແລະ ໂຢຣາມເປັນບັນພະບູລຸດຂອງອຸດຊີຢາ. 9 ອຸດຊີຢາເປັນພໍ່ໍຂອງໂຢທາມ, ໂຢທາມເປັນພໍ່ຂອງອາຮາດ, ອາຮາດເປັນພໍ່ຂອງເຮເຊກີຢາ. 10 ເຮເຊກີຢາເປັນພໍ່ຂອງມານາເຊ, ມານາເຊເປັນພໍ່ຂອງອາໂມນ, ແລະ ອາໂມນເປັນພໍ່ຂອງໂຢສີຢາ. 11 ໂຢສີຢາເປັນບັນພະບູລຸດຂອງເຢໂກນີຢາ ແລະ ອ້າຍນ້ອງຂອງລາວໃນເວລາຖືກກວາດໄປທີ່ບາບີໂລນ.` 12 ຫລັງຈາກຖືກກວາດໄປທີ່ບາບີໂລນແລ້ວ, ເຢໂກນີຢາເປັນພໍ່ຂອງເຊອານຕີເອນ, ເຊອານຕີເອນເປັນບັນພະບູລູດຂອງເຊຣຸບບາເບນ. 13 ເຊຣຸບບາເບນເປັນພໍ່ຂອງອາບີອຸດ, ອາບີອຸດເປັນພໍ່ຂອງເອລີອາກິມ, ແລະ ເອລີອາກິມເປັນພໍ່ຂອງອາເຊີ. 14 ອາເຊີເປັນພໍ່ຂອງຊາດົກ, ຊາດົກເປັນພໍ່ຂອງອາກີມ,​ ແລະ ອາກີມເປັນພໍ່ຂອງເອລີອຸດ. 15 ເອລີອຸດເປັນພໍ່ຂອງເອເລອາຊາ, ເອເລອາຊາເປັນພໍ່ຂອງມັດທານ, ແລະ ມັດທານເປັນພໍ່ຂອງຢາໂຄບ. 16 ຢາໂຄບເປັນພໍ່ຂອງໂຢເຊັບ ຜົວຂອງນາງມາຣີ, ເຊິ່ງເປັນຜູ້ທີ່ພຣະເຢຊູຄຣິດເຈົ້າບັງເກີດນຳ, ຜູ້ທີ່ຊົງຖືກເອີ້ນວ່າເປັນພຣະຄຣິດເຈົ້າ. 17 ທຸກຊົ່ວເຊັນຄົນນັບຕັ້ງແຕ່ອັບຣາຮາມຈົນເຖິງດາວິດເປັນເວລາສິບສີ່ຊົ່ວຄົນ, ນັບຕັ້ງແຕ່ດາວິດຈົນເຖິງການຖືກກວາດໄປທີ່ບາບີໂລນເປັນເວລາສິບສີ່ຊົ່ວຄົນ ແລະ ນັບຕັ້ງແຕ່ການຖືກກວາດໄປທີ່ບາບີໂລນຈົນເຖິງພຣະຄຣິດເຈົ້າເປັນເວລາສິບສີ່ຊົ່ວຄົນ. 18 ເລື່ອງການເກີດຂອງພຣະເຢຊູຄຣິດເຈົ້າໄດ້ເກີດຂຶ້ນເປັນດັ່ງນີ້. ແມ່ຂອງພຣະອົງ, ມາຣີໄດ້ໝັ້ນໝາຍເພື່ອແຕ່ງງານກັບໂຢເຊັບ, ແຕ່ກ່ອນທີ່ພວກເຂົາໄດ້ມາຢູ່ຮ່ວມກັນ, ກໍປະກົດວ່ານາງໄດ້ຖືພາແລ້ວໂດຍພຣະວິນຍານບໍຣິສຸດເຈົ້າ. 19 ແຕ່ຜົວຂອງນາງ ຄືໂຢເຊັບເປັນຄົນມີສິນທຳ, ແລະ ບໍ່ຢາກໃຫ້ເປັນທີ່ອັບອາຍຂາຍໜ້ານາງຕໍ່ຄົນໃນທີ່ສາທາລະນະ. ດັ່ງນັ້ນ ລາວຈຶ່ງໄດ້ວາງແຜນວ່າຈະຖອນໝັ້ນນາງຢ່າງງຽບໆ. 20 ຂະນະທີ່ໂຢເຊັບຍັງຄິດໃນເລື່ອງນີ້ຢູ່ນັ້ນ, ກໍມີເທວະດາຕົນໜຶ່ງຂອງພຣະເຈົ້າອົງເຈົ້ານາຍໄດ້ມາປະກົດແກ່ໂຢເຊັບໃນຄວາມຝັນໂດຍກ່າວວ່າ “ໂຢເຊັບ, ບຸດດາວິດເອີຍ, ຢ່າຊູ່ຢ້ານທີ່ຈະຮັບນາງມາຣີມາເປັນເມຍຂອງເຈົ້າ, ເພາະວ່າຜູ້ທີ່ປະຕິສົນທິໃນທ້ອງຂອງນາງກໍໂດຍພຣະວິນຍານບໍຣິສຸດເຈົ້າ. 21 ນາງຈະເກີດລູກຊາຍຄົນໜຶ່ງ, ແລະ ເຈົ້າຈົ່ງເອີ້ນຊື່ຂອງເພິ່ນວ່າ ເຢຊູ, ເພາະວ່າພຣະອົງຈະຊ່ວຍຂອງປະຊາຊົນຂອງພຣະອົງໃຫ້ພົ້ນຈາກຄວາມບາບທັງຫຼາຍຂອງພວກເຂົາ. 22 ບັດນີ້ ສິ່ງທັງໝົດນີ້ທີ່ເກີດຂຶ້ນເພື່ອຈະໃຫ້ສຳເລັດຕາມທີ່ພຣະເຈົ້າອົງເຈົ້ານາຍໄດ້ກ່າວໄວ້ຜ່ານທາງຜູ້ທຳນວາຍທີ່ກ່າວວ່າ, 23 "ເບິ່ງແມ, ຍິງພົມມະຈາຣີຄົນຫນຶ່ງຈະຖືພາ ແລະ ຈະເກີດລູກຊາຍຄົນຫນຶ່ງ, ແລະ ພວກເຂົາຈະເອີ້ນຊື່ຂອງເພິ່ນວ່າ "ເອມານູເອນ" - ເຊິ່ງມີຄວາມໝາຍວ່າ, “ພຣະເຈົ້າຢູ່ກັບພວກເຮົາ". 24 ເມື່ອໂຢເຊັບຕື່ນຂຶ້ນ ແລະ ກໍໄດ້ເຮັດຕາມຄຳທີ່ເທວະດາຂອງພຣະເຈົ້າອົງເຈົ້ານາຍໄດ້ສັ່ງລາວ ແລະ ລາວໄດ້ຮັບເອົານາງມາຣີມາເປັນເມຍຂອງຕົນ. 25 ແຕ່ລາວບໍ່ໄດ້ສົມສູ່ຢູ່ກັບນາງຈົນນາງໄດ້ເກີດລູກຊາຍຄົນໜຶ່ງ. ແລ້ວໂຢເຊັບໄດ້ເອີ້ນຊື່ເພິ່ນວ່າ ເຢຊູ.