ບົດທີ 10

1 ພຣະ­ເຢຊູເຈົ້າຊົງເອີ້ນສາ­ວົກສິບສອງຄົນຂອງພຣະອົງມາພ້ອມກັນ ແລະຊົງປຣະ­ທານໃຫ້ເຂົາມີອຳ­ນາດເຫນືອຜີຖ່ອຍຮ້າຍ, ເພື່ອຂັບໄລ່ມັນອອກໄດ້ ແລະເພື່ອໃຫ້ພະ­ຍາດທັງຄວາມ­ເຈັບໄຂ້ທຸກຢ່າງດີໄດ້. 2 ບັດນີ້ ພວກອັກຄະສາ­ວົກສິບສອງຄົນມີຊື່ດັ່ງ­ນີ້: ຜູ້ທຳອິດຊື່ ຊີ­ໂມນທີ່ເອີ້ນວ່າເປ­ໂຕ ກັບອັນ­ເດ­ອານ້ອງຊາຍຂອງລາວ, ຢາໂກ­ໂບລູກເຊ­ເບ­ດາຍ ກັບໂຢ­ຮັນນ້ອງຊາຍຂອງລາວ; 3 ຟີລິບ ແລະ ບາຣະໂທໂລ­ມາຍ, ໂທ­ມາ ແລະ ມັດ­ທາຍຜູ້ເກັບພາ­ສີ. ຢາ­ໂກ­ໂບລູກອາລະຟາຍແລະທາ­ດາຍ, 4 ຊີ­ໂມນພັກຊາດນິ­ຍົມ ແລະ ຢູ­ດາອິ­ສະ­ກາ­ຣີອົດ, ຜູ້ທີ່ທໍ­ຣະຍົດຕໍ່ພຣະ­ອົງ. 5 ພວກສິບສອງຄົນນີ້ພຣະ­ເຢຊູເຈົ້າຊົງໃຊ້ໃຫ້ອອກໄປ ແລະຊົງສັ່ງເຂົາວ່າ, “ຢ່າໄດ້ເຂົ້າໄປໃນເມືອງຂອງພວກຕ່າງຊາດ ແລະຢ່າເຂົ້າໄປໃນເມືອງໃດຂອງຊາວຊາ­ມາ­ເຣັຽ. 6 ແຕ່ຈົ່ງໄປຫາຝູງແກະທີ່ເສັຽຄືຕະກູນອິ­ສະຣາ­ເອນ; 7 ໃນຂະ­ນະທີ່ພວກທ່ານໄປຈົ່ງປະກາດວ່າ ‘ອານາ­ຈັກສະ­ຫວັນມາໃກ້ແລ້ວ.’ 8 ຈົ່ງຮັກສາຄົນເຈັບໄຂ້ໃຫ້ດີ, ຄົນຕາຍແລ້ວຈົ່ງໃຫ້ເປັນຄືນມາ, ຄົນຂີ້­ທູດຈົ່ງໃຫ້ດີສະ­ອາດ, ແລະຈົ່ງຂັບໄລ່ຜີຮ້າຍອອກເສັຽ. ທ່ານທັງຫລາຍໄດ້ຮັບລ້າ ໆ ຈົ່ງໃຫ້ລ້າ ໆ. 9 ຢ່າເອົາເງິນ, ຫລືຄຳ, ຫລືທອງແດງໃສ່ໄວ້ໃນກະ­ເປົາຂອງທ່ານ. 10 ຢ່ານຳຖົງສິ່ງຂອງໃດໆໄປ, ຢ່າເອົາເສື້ອສອງໂຕ, ຫລືເກີບ, ຫລືໄມ້­ເທົ້າ, ເພາະ­ວ່າຄົນງານກໍສົມ­ຄວນຈະໄດ້ຮັບອາ­ຫານຂອງຕົນ. 11 ເມື່ອພວກທ່ານເຂົ້າໄປໃນບ້ານໃດຫລືເມືອງໃດກໍຕາມ, ຈົ່ງເບິ່ງວ່າຜູ້ໃດເປັນຜູ້ເຫມາະສົມ­ ແລະໃຫ້ໄປອາໃສຢູ່ກັບຜູ້ນັ້ນຈົນກວ່າຈະອອກໄປ. 12 ຂະ­ນະເມື່ອທ່ານເຂົ້າໄປເຮືອນໃດຈົ່ງຄຳນັບໄທເຮືອນນັ້ນ. 13 ຖ້າຄົວເຮືອນນັ້ນສົມ­ຄວນຮັບພຣະພອນ ກໍໃຫ້ຄວາມສະຫງົບສຸກຂອງທ່ານຢູ່ກັບເຮືອນນັ້ນ ແຕ່ຖ້າຄົວເຮືອນນັ້ນບໍ່ສົມຄວນຮັບພຣະພອນ ກໍໃຫ້ຄວາມສະ­ຫງົບສຸກນັ້ນກັບຄືນມາ­ສູ່ທ່ານອີກ. 14 ຖ້າຜູ້ໃດບໍ່ຕ້ອນ­ຮັບພວກທ່ານຫລືບໍ່ຟັງຄຳຂອງທ່ານ, ເມື່ອທ່ານອອກຈາກເຮືອນນັ້ນຫລືເມືອງນັ້ນ, ຈົ່ງສັ່ນຂີ້­ຝຸ່ນທີ່ຕິດຕີນຂອງທ່ານອອກເສັຽ. 15 ເຮົາບອກພວກທ່ານຕາມຄວາມຈິງວ່າ ໃນວັນພິພາກສາໂທດຂອງເມືອງໂຊ­ໂດມ ແລະ ເມືອງໂກໂມຣາ ຈະເບົາກວ່າໂທດຂອງເມືອງນັ້ນ. 16 ເບິ່ງເເມ, ເຮົາໃຊ້ພວກທ່ານໄປເຫມືອນດັ່ງແກະຢູ່ທ່າມກາງຝູງຫມາ­ໄນ, ສະນັ້ນຈົ່ງສະ­ຫລາດເຫມືອນງູ ແລະ ອ່ອນສຸພາບເຫມືອນນົກເຂົາ. 17 ຣະວັງໃຫ້ດີ! ເພາະເຂົາຈະມອບທ່ານກັບສານສູງ ແລະ ພວກເຂົາຈະຂ້ຽນທ່ານໃນໂຮງທັມະເທສະ­ຫນາຂອງເຂົາ. 18 ແລ້ວທ່ານຈະຖືກນຳຕົວໄປຫາເຈົ້າເມືອງ ແລະ ກະ­ສັດເພາະເຫັນ­ແກ່ເຮົາ, ເພື່ອໃຫ້ເປັນພະ­ຍານແກ່ພວກເຂົາ ແລະ ແກ່ຄົນຕ່າງຊາດ. 19 ເມື່ອພວກເຂົາມອບທ່ານໄວ້ນັ້ນ, ຢ່າຄິດອຸກໃຈວ່າຈະເວົ້າຢ່າງ­ໃດຫລືຈະກ່າວອັນໃດ, ເພາະ­ໃນເວລານັ້ນເອງພຣະ­ເຈົ້າຈະຊົງປຣະ­ທານຄຳເວົ້າໃຫ້ແກ່ທ່ານ. 20 ເພາະບໍ່ແມ່ນພວກທ່ານເອງຈະເປັນຜູ້ກ່າວ ແຕ່ແມ່ນພຣະ­ວິນ­ຍານແຫ່ງພຣະ­ບິ­ດາເຈົ້າຂອງພວກທ່ານຊົງເປັນຜູ້ກ່າວຜ່ານທ່ານ. 21 ອ້າຍກັບນ້ອງຕ່າງຄົນກໍຈະມອບເຊິ່ງກັນແລະກັນໃຫ້ເຖີງແກ່ຄວາມຕາຍ, ແລະພໍ່ຈະມອບລູກ. ສ່ວນລູກກໍຈະລຸກຂຶ້ນຕໍ່­ສູ້ພໍ່ແມ່ໃຫ້ເຖິງແກ່ຄວາມຕາຍ. 22 ທຸກຄົນຈະກຽດຊັງທ່ານເພາະນາມຂອງເຮົາແຕ່ຜູ້ໃດທີ່ອົດທົນໄດ້ເຖິງທີ່ສຸດ, ຜູ້ນັ້ນຈະໄດ້ລອດພົ້ນ. 23 ເມື່ອເຂົາຂົ່ມ­ເຫັງພວກທ່ານໃນເມືອງຫນຶ່ງ ຈົ່ງຫນີໄປຍັງເມືອງອື່ນ ເພາະເຮົາບອກພວກທ່ານຕາມຄວາມຈິງວ່າ ພວກທ່ານຈະບໍ່ໄປທົ່ວເມືອງຕ່າງໆທັງໝົດໃນຊາດອິ­ສະຣາ­ເອນ ກ່ອນທີ່ບຸດມະ­ນຸດຈະມາ. 24 ລູກສິດບໍ່ຫ່ອນໃຫຍ່ກວ່າຄຣູ, ຫຼື ຂ້ອຍໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ. 25 ໃຫ້ສິດສະເຫມີກັບຄຣູ ແລະ ຂ້ອຍໃຊ້ສະເຫມີກັບນາຍຂອງຕົນກໍພໍ­ດີແລ້ວ. ຖ້າເຂົາໄດ້ເອີ້ນເຈົ້າເຮືອນວ່າ ເບ­ເອນ­ເຊ­ບູນ ເຂົາກໍຈະເອີ້ນໄທເຮືອນຫລາຍກວ່ານັ້ນອີກຫລາຍເທົ່າ­ໃດນໍ! 26 ສະນັ້ນຈົ່ງຢ່າຢ້ານພວກເຂົາເພາະ­ວ່າບໍ່ມີສິ່ງໃດປົກບັງໄວ້ທີ່ຈະບໍ່ເປີດ­ເຜີຍ, ແລະສິ່ງລັບລີ້ທີ່ບໍ່ປະ­ກົດໃຫ້ຮູ້. 27 ສິ່ງທີ່ເຮົາກ່າວແກ່ພວກທ່ານໃນທີ່ມືດ ພວກທ່ານຈົ່ງກ່າວໃນທີ່ແຈ້ງ, ແລະ ສິ່ງທີ່ພວກທ່ານໄດ້ຍິນຈາກສຽງຊິ່ມ ຈົ່ງປ່າວປະ­ກາດເທິງຫລັງ­ຄາເຮືອນ. 28 ຢ່າຢ້ານຜູ້ທີ່ຂ້າໄດ້ແຕ່ຮ່າງ­ກາຍ ແຕ່ຈະຂ້າຈິດວິນຍານບໍ່ໄດ້ ແຕ່ຈົ່ງຢ້ານພຣະ­ເຈົ້າຜູ້ຊົງຣິດທີ່ອາດໃຫ້ທັງຈິດວິນຍານແລະຮ່າງ­ກາຍຈິບ­ຫາຍໃນຫມໍ້ນະ­ຣົກ. 29 ນົກກະຈອກສອງໂຕຖືກຂາຍລາຄາຫລຽນດຽວບໍ່ແມ່ນບໍ? ເຖິງປານນັ້ນ ນົກນັ້ນແມ່ນແຕ່ໂຕດຽວຈະຕົກ­ລົງດິນກໍບໍ່ໄດ້ ຖ້າພຣະ­ບິ­ດາເຈົ້າຂອງທ່ານບໍ່ຊົງເຫັນຊອບ. 30 ແມ່ນແຕ່ຜົມເທິງຫົວຂອງເຈົ້າກໍຖືກນັບໄວ້ຫມົດທຸກ ເສັ້ນແລ້ວ. 31 ຢ່າຢ້ານເລີຍພວກທ່ານກໍປະເສີດກວ່ານົກຈອກ. ຫລວງຫລາຍ 32 ດັ່ງ­ນັ້ນ ທຸກຄົນທີ່ຈະຮັບເຮົາຕໍ່­ຫນ້າມະ­ນຸດ ຝ່າຍເຮົາຈະຮັບຜູ້ນັ້ນຕໍ່ພຣະ­ພັກພຣະ­ບິ­ດາເຈົ້າຂອງເຮົາ ຜູ້ຊົງສະ­ຖິດຢູ່ໃນສະຫວັນ. 33 ແຕ່ຜູ້ທີ່ປະ­ຕິ­ເສດເຮົາຕໍ່­ຫນ້າມະ­ນຸດ ຝ່າຍເຮົາກໍຈະປະຕິ­ເສດຜູ້ນັ້ນຕໍ່ພຣະພັກພຣະ­ບິ­ດາເຈົ້າຂອງເຮົາຜູ້ຊົງສະ­ຖິດຢູ່ໃນສະ­ຫວັນເຫມືອນກັນ. 34 ຢ່າຄິດວ່າເຮົາມາເພື່ອຈະນຳຄວາມສະ­ຫງົບສຸກມາ­ສູ່ໂລກ ເຮົາບໍ່ໄດ້ມາເພື່ອນຳຄວາມສະ­ຫງົບສຸກມາໃຫ້, ແຕ່ເຮົານຳດາບມາ. 35 ເພາະເຮົາມາເພື່ອເຮັດໃຫ້ລູກຊາຍບໍ່ຖືກກັນກັບພໍ່, ແລະລູກຍິງບໍ່ຖືກກັນກັບແມ່, ແລະລູກໃພ້ບໍ່ຖືກກັບແມ່ຍ່າຂອງຕົນ.

36 ຜູ້ທີ່­ຢູ່ຮ່ວມເຮືອນດຽວກັນກໍຈະເປັນສັດ­ຕຣູຕໍ່ກັນ. 37 ຜູ້ໃດທີ່ຮັກພໍ່ແມ່ຂອງຕົນຫລາຍກວ່າເຮົາ ຜູ້ນັ້ນກໍບໍ່ສົມຄວນເປັນສາວົກຂອງເຮົາ, ແລະຜູ້ໃດທີ່ຮັກລູກຊາຍ ແລະລູກຍິງຫຼາຍກວ່າເຮົາ ຜູ້ນັ້ນກໍບໍ່ສົມຄວນເປັນສາວົກຂອງເຮົາ. 38 ຜູ້ໃດບໍ່ຮັບເອົາໄມ້ກາງແຂນຂອງຕົນຕິດ­ຕາມເຮົາມາ ຜູ້ນັ້ນກໍບໍ່ສົມຄວນເປັນສາວົກຂອງເຮົາ. ຜູ້ທີ່ຈະຮັກຊີ­ວິດຂອງຕົນກໍຕ້ອງເສັຽຊີ­ວິດນັ້ນ. 39 ແຕ່ຜູ້ທີ່ຍອມເສັຽຊີ­ວິດຂອງຕົນ ເພາະເຫັນ­ແກ່ພຣະນາມຂອງເຮົາ ກໍຈະໄດ້ພົບຊີ­ວິດ. 40 ຜູ້ໃດທີ່ຮັບຕ້ອນພວກທ່ານກໍຮັບຕ້ອນເຮົາ, ແລະຜູ້ໃດທີ່ຮັບຕ້ອນເຮົາກໍຮັບຕ້ອນພຣະ­ອົງຜູ້ຊົງໃຊ້ເຮົາມາ. 41 ແລະ ຜູ້ທີ່ຮັບຕ້ອນຄົນສິລະທັມເພາະເປັນຄົນສິລະທັມ ກໍຈະໄດ້ບຳ­ເຫນັດເຫມືອນຄົນສິລະທັມ. 42 ຜູ້ໃດກໍຕາມທີ່ໃຫ້ກັບຜູ້ເລັກນ້ອຍຄົນໃດຄົນຫນຶ່ງໃນນີ້ ເຖິງຈະເປັນພຽງນ້ຳເຢັນຈອກດຽວໄດ້ດື່ມ ເພາະເຂົາເປັນລູກສິດ ເຮົາບອກຄວາມຈິງກັບທ່ານວ່າ ຜູ້ນັ້ນຈະບໍ່ຂາດບຳ­ເຫນັດຂອງຕົນຈັກເທື່ອ.”