1 ເມື່ອພຣະເຢຊູເຈົ້າຊົງສັ່ງພວກສາວົກສິບສອງຄົນຂອງຕົນແລ້ວ ພຣະອົງໄດ້ສະເດັດຈາກທີ່ນັ້ນໄປສັ່ງສອນແລະປ່າວປະກາດໃນເມືອງທັງຫລາຍຂອງພວກເຂົາ. 2 ໂຢຮັນບັບຕິສະໂຕໄດ້ຍິນຂ່າວກິດຈະການຂອງພຣະຄຣິດຂະນະທີ່ຈຳຈ່ອງໃນຄຸກ, ກໍໄດ້ໃຊ້ລູກສິດບາງຄົນໄປ 3 ແລະ ທູນຖາມພຣະອົງວ່າ. “ທ່ານເປັນຜູ້ທີ່ຈະມານັ້ນຫລື, ຫລືຈະຕ້ອງຄອງຖ້າຜູ້ອື່ນ?” 4 ຝ່າຍພຣະເຢຊູເຈົ້າຊົງຕອບເຂົາວ່າ, “ຈົ່ງໄປແລະແຈ້ງແກ່ໂຢຮັນຕາມທີ່ທ່ານໄດ້ຍິນ ແລະ ໄດ້ເຫັນ. 5 ຄົນເປັນເປັ້ຽເປັນງ່ອຍກໍຍ່າງໄດ້, ຄົນຂີ້ທູດກໍດີສະອາດ, ຄົນຫູຫນວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາ ແລະຂ່າວປະເສີດກໍປະກາດແກ່ຄົນອະນາຖາ. 6 ຜູ້ໃດທີ່ບໍ່ສົງໄສເຮົາກໍເປັນສຸກ. 7 ຂະນະທີ່ສິດເຫລົ່ານັ້ນກຳລັງອອກໄປ, ພຣະເຢຊູເຈົ້າຊົງຕັ້ງຕົ້ນກ່າວກັບປະຊາຊົນເຖິງເລື່ອງໂຢຮັນວ່າ, “ທ່ານທັງຫລາຍໄດ້ອອກໄປໃນປ່າເພື່ອເບິ່ງຫຍັງ ເພື່ອເບິ່ງຕົ້ນອໍ້ໄຫວໄປມາດ້ວຍລົມພັດຫລື? 8 ໄປເບິ່ງຄົນນຸ່ງຫົ່ມເຄື່ອງລະອຽດອ່ອນນຸ່ມຫລື? ແທ້ຈິງແລ້ວ, ຄົນທີ່ນຸ່ງຫົ່ມເຄື່ອງລະອຽດອ່ອນນຸ່ມກໍຢູ່ໃນພຣະຣາຊະວັງຂອງກະສັດ. 9 ແລ້ວພວກທ່ານອອກໄປເບິ່ງຫຍັງ ໄປເບິ່ງຜູ້ປະກາດພຣະທັມຫລື? ແມ່ນແລ້ວ, ເຮົາບອກທ່ານທັງຫລາຍວ່າ ທ່ານຜູ້ນັ້ນກໍໃຫຍ່ກວ່າຜູ້ປະກາດພຣະທັມອີກ. 10 ‘ເບິ່ງແມ, ເຮົາໃຊ້ຜູ້ຮັບໃຊ້ຂອງເຮົາໄປກ່ອນຫນ້າທ່ານ, ຜູ້ຮັບໃຊ້ນັ້ນຈະຈັດແຈງຫົນທາງໄວ້ກ່ອນຫນ້າທ່ານ'. 11 ເຮົາບອກພວກທ່ານຕາມຄວາມຈິງວ່າ ໃນບັນດາຜູ້ທີ່ເກີດຈາກແມ່ຍິງ ບໍ່ມີຜູ້ໃດໃຫຍ່ກວ່າໂຢຮັນບັບຕິສະໂຕ. ແຕ່ເຖິງຢ່າງນັ້ນ ຜູ້ນ້ອຍທີ່ສຸດໃນຣາຊະອານາຈັກສະຫວັນກໍໃຫຍ່ກວ່າໂຢຮັນອີກ. 12 ນັບຕັ້ງແຕ່ຄາວໂຢຮັນບັບຕິສະໂຕເຖິງທຸກວັນນີ້ ຣາຊະອານາຈັກສະຫວັນກໍເປັນທີ່ຍາດຊີງເອົາຢ່າງຮຸນແຮງ, ແລະຜູ້ທີ່ມີໃຈຮຸນແຮງກໍເປັນຜູ້ຍາດເອົາໄດ້. 13 ເພາະວ່າບັນດາຜູ້ປະກາດພຣະທັມ ແລະພຣະບັນຍັດໄດ້ທຳນວາຍມາຈົນເຖິງໂຢຮັນນີ້; 14 ແລະຖ້າທ່ານຢາກຈະຮັບໄວ້ນັ້ນກໍແມ່ນໂຢຮັນນີ້ແຫລະ ເປັນເອລີຢາທີ່ຈະມານັ້ນ. 15 ໃຜມີຫູຟັງກໍຈົ່ງຟັງເອົາເຖີ້ນ. 16 ເຮົາຄວນປຽບຄົນສະໄຫມນີ້ຄືກັບຜູ້ໃດ? ປຽບເຫມືອນກັບເດັກນ້ອຍນັ່ງຢູ່ກາງຕະຫລາດ 17 ‘ເຮົາໄດ້ເປົ່າປີ່ໃຫ້ສູ ແຕ່ສູບໍ່ໄດ້ຟ້ອນລຳ, ເຮົາໄດ້ຮ້ອງໄຫ້ໄວ້ອາລັຍ ແຕ່ສູບໍ່ໄດ້ຮ້ອງໄຫ້.’ 18 ເພາະວ່າໂຢຮັນໄດ້ມາເພິ່ນບໍ່ກິນຂະຫນົມປັງ ແລະບໍ່ດື່ມເຫລົ້າແວງ, ແລ້ວພວກເຂົາເວົ້າວ່າ ‘ຊາຍຄົນນີ້ມີຜີສິງຢູ່’. 19 ແລ້ວພວກເຂົາກໍເວົ້າວ່າ ‘ເບິ່ງແມ, ນີ້ເປັນຄົນກິນເກີນສ່ວນແລະມັກເມົາ ເປັນຫມູ່ຂອງຄົນເກັບພາສີແລະຄົນນອກສິນທັມ’ ແຕ່ສະຕິປັນຍາຂອງພຣະເຈົ້າກໍປະກົດວ່າ ຖືກຕ້ອງແລ້ວດ້ວຍຜົນແຫ່ງສະຕິປັນຍານັ້ນ.” 20 ຈາກນັ້ນພຣະເຢຊູເຈົ້າກໍຊົງເລີ້ມວ່າກ່າວເມືອງຕ່າງໆຄືບ່ອນທີ່ພຣະອົງໄດ້ຊົງກະທຳການອັດສະຈັນຫຼາຍຢ່າງແລ້ວນັ້ນ ເພາະພວກເຂົາບໍ່ໄດ້ຖິ້ມໃຈເກົ່າເອົາໃຈໃຫມ່. 21 “ວິບັດແກ່ເຈົ້າ, ເມືອງໂຂຣາຊິນ ວິບັດແກ່ເຈົ້າ, ເມືອງເບັດຊາອີດາເອີຍ ເພາະຖ້າການອັດສະຈັນທີ່ໄດ້ກະທຳໃນທ່າມກາງພວກເຈົ້ານັ້ນ ໄດ້ກະທຳໃນເມືອງຕີເຣ ແລະເມືອງຊີໂດນ ຄົນໃນເມືອງທັງສອງຄົງໄດ້ຖິ້ມໃຈເກົ່າເອົາໃຈໃຫມ່, ນຸ່ງຫົ່ມຜ້າຫຍາບນັ່ງເທິງຂີ້ເທົ່າແຕ່ດົນນານມາແລ້ວ. 22 ແຕ່ໃນວັນພິພາກສາ ໂທດຂອງເມືອງຕີເຣ ແລະເມືອງຊີໂດນກໍຈະເບົາກວ່າໂທດຂອງພວກເຈົ້າ. 23 ຝ່າຍເຈົ້າ, ເມືອງກາເປນາອູມເອີຍ ເຈົ້າຄິດວ່າຈະຖືກຍົກຂຶ້ນພຽງຟ້າສະຫວັນຫລື? ບໍ່ເລີຍ ເຈົ້າຈະຕ້ອງລົງໄປເຖິງແດນມໍຣະນາ. ເພາະຖ້າການອັດສະຈັນທີ່ໄດ້ກະທຳໃນທ່າມກາງເຈົ້ານັ້ນ ຖ້າໄດ້ກະທຳໃນເມືອງໂຊໂດມ ເມືອງນັ້ນຄົງໄດ້ຕັ້ງຢູ່ຈົນເຖິງທຸກວັນນີ້. 24 ແຕ່ເຮົາບອກເຈົ້າວ່າໃນວັນພິພາກສາ ໂທດຂອງເມືອງໂຊໂດມຈະເບົາກວ່າໂທດຂອງເຈົ້າ.” 25 ໃນເວລານັ້ນພຣະເຢຊູເຈົ້າໄດ້ກ່າວວ່າ, “ຂ້າແດ່ພຣະບິດາເຈົ້າຜູ້ເປັນເຈົ້າສະຫວັນແລະແຜ່ນດິນໂລກ ຂ້ານ້ອຍຂໍສັນລະເສີນພຣະອົງ ເພາະພຣະອົງຊົງປົກບັງສິ່ງເຫລົ່ານີ້ໄວ້ຈາກຜູ້ມີປັນຍາແລະຜູ້ທີ່ເຂົ້າໃຈ, ແຕ່ຊົງສະແດງໃຫ້ເເກ່ຜູ້ທີ່ບໍ່ໄດ້ຮຽນຮູ້. 26 ແມ່ນແລ້ວ, ພຣະບິດາເຈົ້າເອີຍ, ພຣະອົງຊົງເຫັນຊອບດັ່ງນັ້ນ. 27 ພຣະບິດາເຈົ້າໄດ້ມອບສິ່ງສາຣະພັດໃຫ້ແກ່ເຮົາ. ແລະບໍ່ມີຜູ້ໃດຮູ້ຈັກພຣະບິດາເຈົ້ານອກຈາກພຣະບຸດ ກັບຜູ້ທີ່ພຣະບຸດປະສົງຈະສຳແດງໃຫ້ຮູ້. 28 ຈົ່ງມາຫາເຮົາ, ບັນດາຜູ້ທີ່ເຮັດການຫນັກຫນ່ວງແລະແບກພາລະຫນັກ ແລ້ວເຮົາຈະໃຫ້ພວກທ່ານໄດ້ຮັບຄວາມເຊົາເມື່ອຍ. 29 ຈົ່ງເອົາແອກຂອງເຮົາແບກໄວ້ແລ້ວຮຽນຮູ້ຈາກເຮົາ ເພາະວ່າເຮົາເປັນຜູ້ໃຈອ່ອນສຸພາບແລະຖ່ອມລົງ ແລ້ວຈິດໃຈຂອງທ່ານຈະໄດ້ພົບຄວາມສະຫງົບ. 30 ດ້ວຍວ່າແອກຂອງເຮົາກໍພໍເຫມາະ ແລະ ພາລະຂອງເຮົາກໍເບົາ."