ບົດທີ 12
1
ໃນເວລານັ້ນ ພຣະເຢຊູເຈົ້າໄດ້ສະເດັດຜ່ານທົ່ງນາໄປໃນວັນສະບາໂຕ ສ່ວນພວກສິດຂອງພຣະອົງກໍຫີວເຂົ້າ ຈິ່ງຕັ້ງຕົ້ນເດັດເອົາຮວງເຂົ້າມາແກະກິນ.
2
ແຕ່ເມື່ອພວກຟາຣີຊາຍເຫັນດັ່ງນັ້ນ ຈິ່ງທູນພຣະອົງວ່າ, “ເບິ່ງແມ, ພວກສິດຂອງທ່ານເຮັດຜິດຕໍ່ກົດຂອງວັນສະບາໂຕ.”
3
ແຕ່ພຣະເຢຊູເຈົ້າຊົງກ່າວແກ່ເຂົາວ່າ, “ພວກທ່ານຍັງບໍ່ໄດ້ອ່ານຫລື ຕອນທີ່ດາວິດ ແລະ ພັກພວກອຶດຫິວນັ້ນ?
4
ດາວິດໄດ້ເຂົ້າໄປໃນພຣະວິຫານທີ່ສະຖິດຂອງພຣະເຈົ້າ ແລະ ໄດ້ກິນເຂົ້າຈີ່ທີ່ຕັ້ງຖວາຍແກ່ພຣະເຈົ້າ ຊຶ່ງທ່ານແລະພັກພວກບໍ່ມີສິດຈະກິນເຂົ້າຈີ່ນັ້ນເຊິ່ງມີແຕ່ປະໂລຫິດພວກດຽວທີ່ສາມາດກິນເຂົ້າຈີ່ນັ້ນ
5
ແລ້ວພວກທ່ານບໍ່ໄດ້ອ່ານໃນພຣະບັນຍັດຫລືທີ່ວ່າ ທຸກວັນສະບາໂຕພວກປະໂລຫິດເຄີຍລະເມີດຕໍ່ກົດວັນສະບາໂຕແຕ່ບໍ່ມີຄວາມຜິດ?
6
ແຕ່ເຮົາບອກພວກທ່ານວ່າ ຜູ້ທີ່ຍິ່ງໃຫຍ່ກວ່າພຣະວິຫານກໍຢູ່ທີ່ນີ້ແລ້ວ.
7
ຖ້າພວກທ່ານໄດ້ເຂົ້າໃຈຄວາມຫມາຍຂອງພຣະຄັມພີທີ່ວ່າ, ‘ເຮົາປະສົງຄວາມເມດຕາບໍ່ປະສົງເຄື່ອງບູຊາ,’ ທ່ານກໍຄົງຈະບໍ່ກ່າວໂທດໃສ່ຄົນທີ່ບໍ່ມີຄວາມຜິດ;
8
ເພາະບຸດມະນຸດຄືອົງພຣະຜູ້ເປັນເຈົ້າຂອງວັນສະບາໂຕ.”
9
ຈາກນັ້ນພຣະເຢຊູເຈົ້າໄດ້ສະເດັດອອກຈາກທີ່ນັ້ນແລະເຂົ້າໄປໃນໂຮງທັມະສາລາຂອງພວກເຂົາ.
10
ເບິ່ງແມ, ຢູ່ທີ່ນັ້ນມິຄົນມືລີບເບື້ອງຫນຶ່ງຄົນຢາກຫາຂໍ້ຟ້ອງພຣະເຢຊູເຈົ້າ ດັ່ງນັ້ນເຂົາຈິ່ງທູນພຣະອົງວ່າ, “ຄວນຫລືຈະເຮັດໃຫ້ດີພະຍາດໃນວັນສະບາໂຕ?”
11
ພຣະເຢຊູຊົງຕອບເຂົາວ່າ, “ມີຜູ້ໃດໃນພວກທ່ານ ຖ້າມີແກະໂຕດຽວ ແລະແກະໂຕນັ້ນຕົກຂຸມໃນວັນສະບາໂຕ ແລ້ວຜູ້ນັ້ນຈະບໍ່ພະຍາຍາມດຶງມັນຂຶ້ນມາຈາກຂຸມຫລື?
12
ດ້ວຍເຫດນັ້ນ ຈິ່ງອະນຸຍາດໃຫ້ເຮັດການດີໃນວັນສະບາໂຕ ໂດຍຖືວ່າຖືກຕ້ອງຕາມກົດບັນຍັດ.”
13
ແລ້ວພຣະອົງຊົງບອກຄົນມືລີບວ່າ, “ຈົ່ງຢຽດມືຂອງເຈົ້າອອກ.” ຄົນນັ້ນກໍຢຽດມືອອກ ແລ້ວມືນັ້ນກໍດີປົກກະຕິເຫມືອນມືອີກເບື້ອງຫນຶ່ງ.
14
ຝ່າຍພວກຟາຣີຊາຍຈິ່ງອອກໄປປຶກສາກັນເຖິງເລື່ອງພຣະອົງວ່າ ຈະເຮັດຢ່າງໃດຈິ່ງຈະຂ້າພຣະອົງໄດ້.
15
ເມື່ອພຣະເຢຊູເຈົ້າຊົງຮູ້ເລື່ອງນີ້ ພຣະອົງຊົງສະເດັດອອກໄປຈາກທີ່ນັ້ນ. ປະຊາຊົນຫລວງຫລາຍກໍຕິດຕາມພຣະອົງໄປ, ພຣະອົງກໍຊົງໂຜດໃຫ້ເຂົາດີພະຍາດທຸກຄົນ.
16
ພຣະອົງໄດ້ສັ່ງຫ້າມພວກເຂົາຢ່າງເດັດຂາດບໍ່ໃຫ້ບອກເລື່ອງກ່ຽວກັບ ພຣະອົງສູ່ຜູ້ໃດຟັງ,
17
ກໍເພື່ອຈະໃຫ້ສຳເລັດຕາມຖ້ອຍຄຳ ຂອງຜູ້ທຳນວາຍ ເອຊາຢາໄດ້ກ່າວໄວ້ວ່າ,
18
“ນີ້ແມ່ນ, ຜູ້ຮັບໃຊ້ທີ່ເຮົາໄດ້ເລືອກໄວ້ ຜູ້ເປັນທີ່ຮັກແລະຊອບໃຈຂອງເຮົາ. ເຮົາຈະເອົາວິນຍານຂອງເຮົາໃສ່ໄວ້ເທິງເພິ່ນ. ເພື່ອຈະປະກາດຄວາມຍຸຕິທັມແກ່ບັນດາຄົນຕ່າງຊາດ.
19
ເພິ່ນຈະບໍ່ກໍ່ການວິວາດຜິດຖຽງແລະບໍ່ຮ້ອງສຽງດັງ; ບໍ່ມີໃຜຈະໄດ້ຍິນສຽງຂອງເພິ່ນຕາມຖະຫນົນ;
20
ທ່ານຈະບໍ່ຫັກຕົ້ນອໍ້ທີ່ບວບຊໍ້າ ເພິ່ນຈະບໍ່ຫັກໃສ້ຕະກຽງເປັນຄວັນ ຈວນຈະມອດເພິ່ນຈະບໍ່ມອດ ຈົນກວ່າເພິ່ນຈະໄດ້ນຳຄວາມຍຸຕິທັມໃຫ້ມີຊັຍຊະນະ.
21
ໃນນາມຂອງເພິ່ນບັນດາປະຊາຊາດຈະມີຄວາມຫວັງ.
22
ເມື່ອນັ້ນເຂົາໄດ້ພາຄົນຕາບອດແລະປາກກືກ ພ້ອມກັບຜູ້ຫນຶ່ງທີ່ມີຜີຮ້າຍເຂົ້າສິງຢູ່ ມາຫາພຣະເຢຊູເຈົ້າ. ພຣະອົງຊົງໂຜດໃຫ້ ຊາຍຄົນນັ້ນດີປົກກະຕິ, ແລະຜົນຄືຊາຍຄົນປາກກືກສາມາດເວົ້າໄດ້ ແລະ ເບິ່ງເຫັນໄດ້.
23
“ຄົນນີ້ເປັນເຊື້ອສາຍຂອງກະສັດດາວິດບໍ່ແມ່ນຫລື?”
24
ເມື່ອໄດ້ຍິນດັ່ງນັ້ນກໍເວົ້າກັນວ່າ, “ຜູ້ນີ້ຂັບໄລ່ຜີອອກໄດ້ໂດຍໃຊ້ອຳນາດເບເອນເຊບູນຄືນາຍຜີນັ້ນ.”
25
ແຕ່ພຣະເຢຊູຊົງຮູ້ຄວາມຄິດຂອງເຂົາຈິ່ງຊົງກ່າວແກ່ເຂົາວ່າ, “ອານາຈັກໃດ ທີ່ແບ່ງແຍກກັນເອງ ແລ້ວກໍຄົງຈິບຫາຍ, ແລະທຸກເມືອງໃດຫລືເຮືອນໃດ ທີ່ແບ່ງແຍກກັນເອງແລ້ວຈະຕັ້ງຫມັ້ນຢູ່ບໍ່ໄດ້.
26
ຖ້າຊາຕານຂັບໄລ່ຊາຕານອອກເອງ ມັນກໍແຕກແຍກກັນໃນຕົວມັນເອງ ແລ້ວອານາຈັກຂອງມັນຈະຕັ້ງຫມັ້ນໄດ້ຢ່າງໃດ?
27
ແລະຖ້າເຮົາຂັບໄລ່ຜີອອກດ້ວຍອຳນາດເບເອນເຊບູນ ພວກລູກຫລານຂອງທ່ານທັງຫລາຍເຄີຍຂັບມັນອອກດ້ວຍອຳນາດຂອງຜູ້ໃດ? ດ້ວຍເຫດນີ້ແຫລະ, ເຂົາຈະເປັນຜູ້ຕັດສິນພວກທ່ານ.
28
ແຕ່ຖ້າເຮົາຂັບໄລ່ຜີມານຮ້າຍອອກດ້ວຍພຣະວິນຍານຂອງພຣະເຈົ້າເຊັ່ນນີ້ຣາຊະອານາຈັກຂອງພຣະເຈົ້າກໍມາເຖິງພວກທ່ານ.
29
ແລ້ວບໍ່ມີໃຜຈະເຂົ້າໄປປຸ້ນເອົາຊັບໃນເຮືອນຂອງຄົນແຂງແຮງໄດ້ເວັ້ນໄວ້ແຕ່ຈະມັດຄົນແຂງແຮງນັ້ນໄວ້ເສັຽກ່ອນ? ແລ້ວເຈິ່ງປຸ້ນເອົາຊັບໃນເຮືອນຂອງເພິ່ນໄດ້.
30
ຜູ້ທີ່ບໍ່ຢູ່ຝ່າຍເຮົາກໍຕໍ່ສູ້ກັບເຮົາແລະຜູ້ທີ່ບໍ່ໂຮມເຂົ້າກັບເຮົາກໍເປັນຜູ້ເຮັດໃຫ້ແຕກກະຈາຍໄປ.
31
ດ້ວຍເຫດນີ້ເຮົາບອກພວກທ່ານວ່າ, ຄວາມຜິດບາບແລະຄວາມຫມິ່ນປະຫມາດທຸກຢ່າງຈະຊົງໂຜດອະພັຍໃຫ້ມະນຸດໄດ້, ແຕ່ຄຳຫມິ່ນປະຫມາດພຣະວິນຍານຈະຊົງໂຜດອະພັຍໃຫ້ບໍ່ໄດ້.
32
ຜູ້ໃດທີ່ເວົ້າຄຳຂັດຂວາງຕໍ່ບຸດມະນຸດ ກໍຍັງຊົງໂຜດໃຫ້ອະພັຍແກ່ຜູ້ນັ້ນໄດ້ ແຕ່ຜູ້ໃດທີ່ເວົ້າຄຳຂັດຂວາງຕໍ່ພຣະວິນຍານບໍຣິສຸດເຈົ້າ, ກໍຈະບໍ່ໂຜດອະພັຍໃຫ້ແກ່ຜູ້ນັ້ນ ທັງໃນໂລກນີ້ແລະໃນໂລກທີ່ຈະມາເຖິງ.
33
ຫາກເປັນຕົ້ນໄມ້ດີ ຜົນມັນຈິ່ງດີ, ຫລື ຖ້າຕົ້ນໄມ້ບໍ່ດີ ຜົນມັນກໍບໍ່ດີ ເພາະວ່າຈະໄດ້ຮູ້ຈັກຕົ້ນໄມ້ດ້ວຍຫມາກຜົນຂອງມັນ.
34
ພວກຊາດງູຮ້າຍເອີຍ, ເນື່ອງຈາກພວກຜູ້ຊົ່ວແລ້ວຈະເວົ້າຄວາມດີໄດ້ຢ່າງໃດ? ດ້ວຍວ່າໃຈເຕັມລົ້ນດ້ວຍສິ່ງໃດ ປາກກໍເວົ້າຕາມສິ່ງນັ້ນ.
35
ຄົນດີກໍເອົາສິ່ງທີ່ດີອອກມາຈາກຄັງແຫ່ງຄວາມດີ ເພາະໃຈຂອງເຂົາກໍເກີດຜົນທີ່ດີ, ແລະ ຄົນຊົ່ວນັ້ນ ກໍເອົາສິ່ງທີ່ຊົ່ວອອກມາຈາກຄັງແຫ່ງຄວາມຊົ່ວຂອງຕົນ ດ້ວຍໃຈຂອງລາວກໍມີແຕ່ສິ່ງທີ່ຊົ່ວຮ້າຍ.
36
37
ຕໍ່ມາເມື່ອພຣະເຢຊູເຈົ້າກ່າວຖ້ອຍຄຳເຫຼົ່ານີ້ຈົບລົງແລ້ວ ປະຊາຊົນທັງຫຼາຍກໍປະຫຼາດໃຈໃນການສັ່ງສອນຂອງພຣະອົງ, ເພາະວ່າພຣະອົງຊົງສັ່ງສອນເຂົາເຫມືອນຜູ້ມີຣິດອຳນາດ, ແລະບໍ່ເຫມືອນພວກທັມະຈານຂອງພວກເຂົາ.
38
ຈາກນັ້ນມີບາງຄົນໃນພວກນັກທັມແລະພວກຟາຣີຊາຍສວນຕອບພຣະອົງວ່າ, “ອາຈານເອີຍ, ພວກຂ້ານ້ອຍຢາກເຫັນຫມາຍສຳຄັນຈາກທ່ານ.”
39
“ຄົນສະໄຫມຄວາມຊົ່ວແລະລ່ວງປະເວນີ ມັກສະແຫວງຫາຫມາຍສຳຄັນໃດທີ່ຈະໃຫ້ແກ່ເຂົາ ເວັ້ນແຕ່ຫມາຍສຳຄັນຂອງໂຢນາຜູ້ປະກາດພຣະທັມ.
40
ເພາະໂຢນາໄດ້ຢູ່ໃນທ້ອງປາໃຫຍ່ເປັນເວລາສາມວັນສາມຄືນສັນໃດ ບຸດມະນຸດຈະຢູ່ໃນພື້ນຂອງແຜ່ນດິນໂລກສາມວັນສາມຄືນສັນນັ້ນ.
41
ຊາວເມືອງນີເນເວຈະຢືນຂຶ້ນໃນວັນພິພາກສາ ພ້ອມກັບຄົນສະໄຫມນີ້ແລະຈະກ່າວໂທດໃສ່ເຂົາ. ເພາະພວກຊາວເມືອງນີເນເວໄດ້ຖິ້ມໃຈເກົ່າເອົາໃຈໃຫມ່ເພາະຄຳປະກາດຂອງໂຢນາ, ແລະ ເບິ່ງແມ, ທີ່ນີ້ຍັງມີຜູ້ຫນຶ່ງ, ທີ່ຍິ່ງໃຫຍ່ກວ່າໂຢນາ.
42
ຣາຊີນີຝ່າຍທິດໃຕ້ຈະລຸກຂຶ້ນໃນວັນພິພາກສາພ້ອມກັບຄົນຈາກຍຸກນີ້ ແລະກ່າວໂທດໃສ່ພວກເຂົາ. ເພາະນາງໄດ້ສະເດັດມາແຕ່ທີ່ສຸດໂລກເພື່ອຈະຊົງຟັງພຣະສະຕິປັນຍາຂອງກະສັດໂຊໂລໂມນ, ແລະເບິ່ງແມ, ຊຶ່ງໃຫຍ່ກວ່າກະສັດໂຊໂລໂມນກໍມີຢູ່ທີ່ນີ້ແລ້ວ.
43
ເມື່ອຜີຖ່ອຍຮ້າຍອອກມາຈາກຜູ້ໃດແລ້ວ ມັນກໍທຽວໄປໃນບ່ອນກັນດານນ້ຳ ແລະສະແຫວງຫາບ່ອນເຊົາເມື່ອຍ ແຕ່ມັນບໍ່ພົບ.
44
ແລ້ວມັນເວົ້າວ່າ ‘ເຮົາຈະຕ່າວຄືນໄປຍັງເຮືອນທີ່ເຮົາໄດ້ອອກມານັ້ນ.’ ເມື່ອມັນມາເຖິງກໍເຫັນວ່າເຮືອນນັ້ນເປົ່າຫວ່າງກວາດກ້ຽງ ແລະຕົບແຕ່ງໄວ້ແລ້ວຢ່າງດີ.
45
ແລ້ວມັນຈິ່ງໄປຮັບເອົາຜີອື່ນອີກເຈັດໂຕຮ້າຍກວ່າມັນເອງ ແລະພວກມັນທັງຫມົດກໍເຂົ້າໄປອາໃສຢູ່ທີ່ນັ້ນ ແລະສະພາບບັ້ນປາຍຂອງຄົນນັ້ນກໍຮ້າຍກວ່າບັ້ນຕົ້ນ. ຄົນສະໄຫມຊົ່ວນີ້ກໍຈະເປັນຢ່າງນັ້ນແຫລະ.”
46
ຂະນະທີ່ພຣະເຢຊູເຈົ້າກຳລັງຊົງກ່າວກັບປະຊາຊົນຢູ່ນັ້ນ, ເບິ່ງແມ, ມານດາກັບພວກນ້ອງຊາຍຂອງພຣະອົງກໍຢືນຢູ່ຂ້າງນອກ, ຫາໂອກາດຈະເວົ້າກັບພຣະອົງ. ມີຄົນຫນຶ່ງທູນພຣະອົງວ່າ,
47
“ເບິ່ງແມ, ມານດາກັບພວກນ້ອງຊາຍຂອງທ່ານຢືນຢູ່ຂ້າງນອກ ຫາໂອກາດຈະເວົ້າກັບທ່ານ.”
48
ແຕ່ພຣະອົງຊົງກ່າວກັບຜູ້ທີ່ມາທູນນັ້ນວ່າ “ໃຜເປັນມານດາແລະໃຜເປັນນ້ອງຊາຍຂອງເຮົາ.”
49
ແລະຊົງກ່າວວ່າ, “ນີ້ແຫລະ, ຄືມານດາແລະນ້ອງຊາຍຂອງເຮົາ.
50
ເພາະຜູ້ໃດຈະເຮັດຕາມນ້ຳພຣະທັຍພຣະບິດາຂອງເຮົາຜູ້ຊົງສະຖິດໃນສະຫວັນ, ຜູ້ນັ້ນແຫລະເປັນນ້ອງຊາຍ, ເປັນນ້ອງສາວ, ແລະເປັນມານດາຂອງເຮົາ.”