ບົດທີ 13

1 ໃນວັນນັ້ນພຣະເຢຊູເຈົ້າໄດ້ສະເດັດອອກຈາກເຮືອນໄປປະທັບຢູ່ແຄມຝັ່ງ ທະເລ. 2 ປະຊາຊົນຢ່າງຫລວງຫລາຍ ໄດ້ມາເຕົ້າໂຮມກັນອ້ອມພຣະອົງຈົນພຣະອົງຕ້ອງ ຂຶ້ນຂີ່ເຮືອ ແລະ ປ່ອຍໃຫ້ປະຊາຊົນຢືນຢູ່ທີ່ແຄມຝັ່ງ. 3 ແລ້ວພຣະ­ເຢຊູຊົງກ່າວກັບເຂົາຫລາຍປະການເປັນຄຳອຸ­ປະ­ມາ ພຣະອົງກ່າວວ່າ, “ເບິ່ງແມ, ມີຄົນຫນຶ່ງອອກໄປຫວ່ານພືດ. 4 ເມື່ອກຳ­ລັງຫວ່ານຢູ່ນັ້ນບາງເມັດກໍຕົກຕາມທາງ, ແລະ ນົກກໍມາກິນເສັຽ. 5 ບາງເມັດກໍຕົກໃສ່ບ່ອນຫີນຫລາຍດິນຫນ້ອຍ, ຈິ່ງງອກຂຶ້ນໂລດເພາະດິນບໍ່ເລິກ. 6 ແຕ່ເມື່ອຕາ­ເວັນຂຶ້ນມາກໍແຫ້ມ ເພາະບໍ່ມີຮາກ, ແລະ ພວກມັນຈິ່ງຄ່ອຍໆຫ່ຽວແຫ້ງໄປ. 7 ບາງເມັດອື່ນກໍຕົກກາງພຸ່ມຫນາມ ໆ ກໍປົ່ງຂຶ້ນຫຸ້ມຮັດເສັຽ. 8 ບາງເມັດກໍຕົກໃສ່ດິນດີແລ້ວກໍເກີດຜົນເມັດຫນຶ່ງຮ້ອຍຕໍ່, ເມັດຫນຶ່ງຫົກສິບຕໍ່, ເມັດຫນຶ່ງສາມສິບຕໍ່. 9 ຜູ້ໃດມີຫູຟັງ ຈົ່ງຟັງເອົາ.” 10 ພວກສາ­ວົກຈິ່ງມາ ແລະ ທູນກັບພຣະ­ອົງວ່າ, “ເຫດສັນໃດທ່ານຈິ່ງກ່າວກັບເຂົາເປັນຄຳອຸ­ປະ­ມາ?” 11 ພຣະ­ເຢຊູຊົງຕອບເຂົາວ່າ, “ທ່ານທັງຫຼາຍໄດ້ຮັບສິດທິພິເສດທີ່ຈະເຂົ້າໃຈເຖິງຂໍ້­ຄວາມເລິກລັບເລື່ອງຣາຊະອາ­ນາ­ຈັກສະ­ຫວັນ, ແຕ່ຄົນເຫລົ່າ­ນັ້ນບໍ່ຊົງໂຜດໃຫ້ຮູ້. 12 ດ້ວຍວ່າຜູ້ໃດມີຢູ່ແລ້ວຈະຊົງເພີ່ມເຕີມໃຫ້ແກ່ຜູ້ນັ້ນອີກ, ແຕ່ຜູ້ນັ້ນຈະມີບໍຣິ­ບູນ, ແຕ່ຜູ້ທີ່ບໍ່ມີນັ້ນ ເຖິງແມ່ນສິ່ງທີ່ຕົນມີຢູ່ກໍຈະຊົງຍົກເອົາໄປຈາກຜູ້ນັ້ນເສັຽ. 13 ດ້ວຍເຫດນີ້, ເຮົາຈິ່ງກ່າວແກ່ເຂົາເປັນຄຳອຸ­ປະ­ມາ: ເພາະເມື່ອເຂົາເບິ່ງກໍບໍ່ໄດ້ເຫັນ; ເມື່ອເຂົາຟັງກໍບໍ່ໄດ້ຍິນ, ຫລື ບໍ່ເຂົ້າໃຈ. 14 ຄຳທຳ­ນວາຍຂອງເອ­ຊາ­ຢາກໍຖືກ­ຕ້ອງກັບເຂົາ ຄືຄຳທີ່ວ່າ, ‘ເຈົ້າທັງຫລາຍຈະໄດ້ຍິນ, ແຕ່ຈະບໍ່ເຂົ້າໃຈຈັກເທື່ອ; ເມື່ອເບິ່ງເຈົ້າກໍຈະເຫັນ, ແຕ່ທ່ານຈະບໍ່ໄດ້ສັງເກດຈັກເທື່ອ. 15 ເພາະຫົວໃຈຂອງປະຊາຊົນນີ້ກໍດ້ານຊາ, ຫູກໍຫນັກ, ຕາຂອງເຂົາກໍຫລັບເສັຽ, ດັ່ງນັ້ນ ພວກເຂົາຈະເບິ່ງບໍ່ເຫັນດ້ວຍຕາຕົນເອງ, ຫລືໄດ້ຍິນດ້ວຍຫູ ຫລືຮູ້ດ້ວຍໃຈຂອງພວກເຂົາ, ບໍ່ດັ່ງນັ້ນແລ້ວພວກເຂົາຈະຕ່າວກັບມາ ແລະ ເຮົາຈະຊົງໂຜດຮັກສາໃຫ້ເຂົາດີ’. 16 ແຕ່ດວງຕາຂອງພວກທ່ານກໍເປັນພອນ, ເພາະໄດ້ເຫັນ ແລະ ຫູຂອງພວກທ່ານກໍໄດ້ຮັບພຣະພອນ ພວກທ່ານໄດ້ຍິນ. 17 ເຮົາບອກຄວາມຈິງກັບພວກທ່ານວ່າ ບັນດາຜູ້ປະ­ກາດພຣະ­ທັມ ແລະ ບັນດາຜູ້ມີສິລະທັມຫລາຍຄົນ ປຣາຖນາຢາກເຫັນ, ຊຶ່ງພວກທ່ານເຫັນຢູ່ນີ້ ແຕ່ເຂົາບໍ່ໄດ້ເຫັນ. ພວກເຂົາປຣາຖະນາຢາກໄດ້ຍິນຊຶ່ງພວກທ່ານໄດ້ຍິນ, ແຕ່ບໍ່ໄດ້ຍິນ. 18 ຈົ່ງຟັງຄຳອຸ­ປະ­ມາເລື່ອງຜູ້ຫວ່ານພືດນັ້ນ. 19 ເມື່ອຜູ້ໃດກໍຕາມໄດ້ຍິນພຣະ­ທັມເລື່ອງຣາ­ຊະອາ­ນາ­ຈັກນັ້ນ ແຕ່ບໍ່ເຂົ້າ­ໃຈໃນພຣະທັມນັ້ນ, ມານຮ້າຍມາ ແລະ ຍາດເອົາພຣະທັມທີ່ຫວ່ານໃສ່ໃນໃຈຄົນນັ້ນໄປເສັຽ. ນີ້ຄືເມັດພັນທີ່ຫວ່ານຕົກລົງຕາມແຄມທາງ. 20 ເມັດທີ່ຫວ່ານຕົກໃນບ່ອນມີຫີນຫລາຍນັ້ນ ໄດ້­ແກ່ຄົນທີ່ໄດ້ຍິນພຣະ­ທັມ ແລ້ວກໍຮັບເອົາທັນ­ທີດ້ວຍຄວາມຍິນ­ດີ. 21 ແຕ່ບໍ່ມີຮາກໃນຕົວເອງ ແລະ ເຂົາຈິ່ງທົນຢູ່ຊົ່ວ­ຄາວ ເມື່ອເກີດຄວາມຍາກລຳບາກ ຫລື ການຂົ່ມເຫັງເພາະພຣະ­ທັມນັ້ນ ຕົນກໍສະດຸດທໍ້­ຖອຍໃຈເສັຽທັນ­ທີ. 22 ເມັດທີ່ຫວ່ານຕົກກາງພຸ່ມຫນາມ, ໄດ້­ແກ່ບຸກ­ຄົນທີ່ໄດ້ຍິນພຣະ­ທັມ ແຕ່ຍັງກັງ­ວົນຕໍ່ຊີວິດໃນໂລກນີ້ ແລະ ຄວາມຫລອກລວງໃນຊັບສົມ­ບັດ ໄດ້ຫຸ້ມຮັດພຣະ­ທັມນັ້ນເສັຽ ແລະ ເຂົາຈິ່ງບໍ່­ເກີດຜົນ. 23 ໄດ້­ແກ່ຜູ້ທີ່ໄດ້ຍິນພຣະ­ທັມ ແລະ ເຂົ້າໃຈ. ຜູ້ນັ້ນກໍເກີດຜົນ ແລະ ພັດທະນາຂຶ້ນ, ບາງຄົນເກີດຜົນຮ້ອຍຕໍ່, ຫົກສິບຕໍ່, ແລະ ສາມສິບຕໍ່.” 24 ພຣະ­ເຢຊູເຈົ້າຊົງກ່າວຄຳອຸ­ປະ­ມາອີກເລື່ອງຫນຶ່ງໃຫ້ເຂົາທັງຫລາຍຟັງວ່າ, “ຣາ­ຊະອາ­ນາ­ຈັກສະ­ຫວັນ ປຽບເຫມືອນຊາຍຜູ້ຫນຶ່ງທີ່ຫວ່ານພືດເມັດດີໃນນາຂອງຕົນ. 25 ແຕ່ເມື່ອຄົນທັງ­ຫລາຍກຳ­ລັງນອນຫລັບຢູ່ ສັດ­ຕຣູຂອງຜູ້ນັ້ນມາຫວ່ານເຂົ້າ­ນົກໃສ່ທ່າມກາງເຂົ້າດີ ແລ້ວກໍຫນີຈາກໄປເສັຽ. 26 ເມື່ອຕົ້ນເຂົ້າງອກອອກດອກເປັນຮວງແລ້ວ ເຂົ້າ­ນົກກໍປະ­ກົດຂຶ້ນເຫມືອນກັນ. 27 ພວກຂ້ອຍໃຊ້ຂອງເຈົ້າເຮືອນມາແຈ້ງຄວາມແກ່ນາຍວ່າ, ‘ນາຍເອີຍ, ທ່ານໄດ້ຫວ່ານເຂົ້າດີໃນນາຂອງທ່ານບໍ່ແມ່ນບໍ? ເພາະເຫດໃດຈິ່ງມີເຂົ້າ­ນົກເກີດຂຶ້ນ?’ 28 ຝ່າຍນາຍຈິ່ງຕອບວ່າ ‘ສັດ­ຕຣູໄດ້ກະທຳສິ່ງນີ້’ ພວກຂ້ອຍໃຊ້ຈິ່ງຖາມນາຍວ່າ ‘ທ່ານຢາກໃຫ້ຫມູ່ຂ້າ­ນ້ອຍໄປຫລົກເຂົ້າ­ນົກນັ້ນອອກຫລືບໍ່?’ 29 ນາຍຈິ່ງຕອບວ່າ ‘ບໍ່ຕ້ອງ. ເພາະເມື່ອພວກເຈົ້າຫລົກເຂົ້າ­ນົກນັ້ນຢ້ານຈະຫລົກເຂົ້າດີດ້ວຍ. 30 ປະໃຫ້ເຂົ້າທັງສອງໃຫຍ່ຂຶ້ນດ້ວຍກັນຈົນເຖິງຣະ­ດູເກັບກ່ຽວ ໃນເວ­ລາເກັບກ່ຽວນັ້ນເຮົາຈະສັ່ງພວກກ່ຽວວ່າ, ຈົ່ງກ່ຽວເຂົ້າ­ນົກກ່ອນ, ມັດເປັນຟ່ອນເຜົາໄຟເສັຽ ສ່ວນເຂົ້າດີນັ້ນຈົ່ງໂຮມໄວ້ໃນເລົ້າຂອງເຮົາ’.” 31 ຈາກນັ້ນພຣະ­ເຢຊູເຈົ້າຊົງກ່າວຄຳອຸ­ປະ­ມາອີກເລື່ອງຫນຶ່ງໃຫ້ເຂົາຟັງວ່າ, “ຣາ­ຊະອາ­ນາ­ຈັກສະ­ຫວັນປຽບເຫມືອນແກ່ນຜັກກາດເມັດຫນຶ່ງ ທີ່ຄົນຜູ້ຫນຶ່ງນຳເອົາໄປຫວ່ານໃນສວນຂອງຕົນ. 32 ເມັດນັ້ນນ້ອຍກວ່າເມັດທັງປວງ. ແຕ່ເມື່ອງອກຂຶ້ນແລ້ວກໍໃຫຍ່ກວ່າຜັກອື່ນໃນສວນ, ກາຍເປັນຕົ້ນ­ໄມ້ຈົນວ່ານົກປ່າໄດ້ມາເຮັດຮັງອາໃສຢູ່ຕາມກິ່ງກ້ານມັນທັງຫລາຍ.” 33 ພຣະ­ເຢຊູເຈົ້າຊົງກ່າວຄຳອຸ­ປະ­ມາອີກເລື່ອງຫນຶ່ງໃຫ້ເຂົາຟັງວ່າ, “ຣາ­ຊະອາ­ນາ­ຈັກສະ­ຫວັນປຽບເຫມືອນເຊື້ອແປ້ງ ທີ່ຜູ້­ຍິງຄົນຫນຶ່ງເອົາປົນໃສ່ໃນແປ້ງສາມຜອງ ຈົນແປ້ງນັ້ນຟູຂຶ້ນທັງຫມົດ.” 34 ຂໍ້­ຄວາມເຫລົ່ານີ້ພຣະ­ເຢຊູເຈົ້າຊົງກ່າວແກ່ປວງຊົນເປັນຄຳອຸ­ປະມາທັງຫມົດ; ແລະນອກ­ຈາກຄຳອຸ­ປະ­ມາພຣະ­ອົງບໍ່ໄດ້ຊົງກ່າວກັບເຂົາຈັກປະ­ການ. 35 ເພື່ອຈະໃຫ້ສຳ­ເລັດຕາມທີ່ຊົງກ່າວໄວ້ດ້ວຍຜູ້ປະກາດພຣະທັມວ່າ, “ເຮົາຈະອ້າປາກອອກເປັນຄຳອຸປະມາເຮົາຈະບອກຂໍ້ຄວາມທີ່ປົກອຳໄວ້ ຕັ້ງແຕ່ຕົ້ນເດີມສ້າງໂລກ.” 36 ຈາກນັ້ນພຣະ­ເຢຊູເຈົ້າໄດ້ສະ­ເດັດໄປຈາກຄົນເຫລົ່ານັ້ນ ແລະສະເດັດເຂົ້າໄປໃນເຮືອນ. ພວກສາ­ວົກມາເຝົ້າພຣະອົງ ແລະ ທູນວ່າ, “ຂໍທ່ານໂຜດອະ­ທິ­ບາຍໃຫ້ພວກຂ້າ­ນ້ອຍເຂົ້າ­ໃຈຄຳອຸປະ­ມາເລື່ອງເຂົ້າ­ນົກໃນນານັ້ນແດ່.” 37 “ຜູ້ຊາຍຫວ່ານເມັດດີນັ້ນຄືບຸດມະ­ນຸດ. 38 ທົ່ງນານັ້ນຄືແຜ່ນ­ດິນໂລກ; ແລະ ເມັດດີນັ້ນໄດ້ແກ່ພົນ­ລະເມືອງແຫ່ງຣາ­ຊະອາ­ນາ­ຈັກຂອງພຣະເຈົ້າ. ເຂົ້າ­ນົກໄດ້ແກ່ພົນລະເມືອງຂອງມານຮ້າຍ. 39 ແລະ ສັດ­ຕຣູຜູ້ຫວ່ານເຂົ້າ­ນົກຄືມານຊາຕານ. ລະ­ດູເກັບກ່ຽວໄດ້­ແກ່ຄາວສຸດໂລກ ແລະ ຜູ້­ເກັບກ່ຽວນັ້ນຄືຝູງເທວະ­ດາ. 40 ເຫດສັນ­ນັ້ນ, ເມື່ອໄດ້ຮວບຮວມເກັບເຂົ້າ­ນົກ ແລະ ເຜົາໄຟເສັຽແລ້ວ ກໍຈະເຖິງຄາວສຸດໂລກນີ້. 41 ບຸດມະ­ນຸດຈະໃຊ້ພວກເທ­ວະ­ດາຂອງພຣະອົງອອກໄປ, ແລະ ພວກເພິ່ນຈະເກັບກວາດສິ່ງເຫລົ່ານີ້ອອກຈາກຣາ­ຊະອານາຈັກຂອງພຣະອົງ ໃນທຸກສິ່ງທີ່ເປັນເຫດເກີດຈາກຄວາມບາບ, ແລະ ກັບບັນ­ດາຜູ້ທີ່ເຮັດຄວາມຜິດບາບ. 42 ພວກເພິ່ນຈະໂຍນພວກເຂົາໄປຖິ້ມໃສ່ເຕົາໄຟຮ້ອນກ້າ, ທີ່ບໍ່ມີວັນດັບມອດ ທີ່ນັ້ນຈະມີ­ການຮ້ອງ­ໄຫ້ ຄວນຄາງ ແລະ ກັດແຂ້ວຄ້ຽວຟັນ. 43 ຄາວນັ້ນພວກສິລະທັມຈະຮຸ່ງ­ເຮືອງດັ່ງດວງຕາເວັນ ໃນຣາ­ຊະອານາຈັກຂອງພຣະບິດາເຈົ້າຂອງພວກເຂົາ. ຜູ້ໃດມີຫູ, ກໍຈົ່ງຟັງເອົາ. 44 ຣາ­ຊະອາ­ນາ­ຈັກສະ­ຫວັນປຽບເຫມືອນຂຸມຊັບທີ່ເຊື່ອງໄວ້ໃນທົ່ງນາ. ຊຶ່ງຊາຍຜູ້ຫນຶ່ງໄດ້ພົບ ແລະ ໄດ້ເຊື່ອງໄວ້ອີກ. ລາວຈິ່ງໄປຂາຍສິ່ງທັງປວງທີ່ຕົນມີຢູ່ດ້ວຍຄວາມຍິນດີ ແລ້ວ­ຊື້ນາທົ່ງນັ້ນ. 45 ອີກປະ­ການຫນຶ່ງຣາ­ຊະອາ­ນາ­ຈັກສະ­ຫວັນປຽບເຫມືອນພໍ່­ຄ້າຜູ້ຫນຶ່ງທີ່ຊອກຫາໄຂ່ມຸກຢ່າງດີ. 46 ເມື່ອໄດ້ພົບໄຂ່ມຸກເມັດຫນຶ່ງທີ່ມີຄ່າຫລາຍ ລາວຈິ່ງຂາຍທຸກສິ່ງທີ່ຕົນມີຢູ່ແລ້ວ­ໄປຊື້ໄຂ່ມຸກນັ້ນ. 47 ອີກປະ­ການຫນຶ່ງ, ຣາ­ຊະອາ­ນາ­ຈັກສະ­ຫວັນປຽບເຫມືອນມອງທີ່ຖິ້ມລົງໃນທະ­ເລ, ແລະ ດັກເອົາສັດທະເລທຸກຊະ­ນິດ. 48 ເມື່ອມອງເຕັມແລ້ວ, ຄົນຫາປາກໍດຶງຂຶ້ນເທິງຝັ່ງ. ແລ້ວເຂົາຈະນັ່ງລົງເລືອກເອົາໂຕດີໃສ່ໃນຄຸໄວ້, ສ່ວນໂຕບໍ່ດີນັ້ນກໍຖືກໂຍນຖິ້ມເສັຽ. 49 ໃນຄາວສຸດໂລກກໍຈະເປັນຢ່າງນັ້ນແຫລະ. ພວກເທ­ວະ­ດາຈະອອກມາ ແລະແຍກຄົນຊົ່ວອອກຈາກຄົນສິນທັມ. 50 ພວກເຂົາຈະໂຍນຄົນຊົ່ວຖິ້ມໃສ່ເຕົາ­ໄຟຮ້ອນກ້າທີ່ບໍ່ມີວັນດັບມອດ ທີ່ນັ້ນຈະມີ­ການຮ້ອງ­ໄຫ້ຄວນຄາງ ແລະ ກັດແຂ້ວຄ້ຽວຟັນ. 51 ພວກທ່ານເຂົ້າໃຈຂໍ້­ຄວາມເຫລົ່ານີ້ແລ້ວຫລືຍັງ?” ພວກສາວົກໄດ້ທູນຕອບວ່າ, “ເຂົ້າ­ໃຈແລ້ວ.” 52 ຈາກນັ້ນພຣະເຢຊູເຈົ້າຊົງກ່າວກັບເຂົາວ່າ, “ດ້ວຍເຫດນີ້ ນັກ­ທັມທຸກຄົນທີ່ໄດ້ມາເປັນສາວົກຂອງຣາຊະອາ­ນາ­ຈັກສະ­ຫວັນ ກໍເຫມືອນເຈົ້າຂອງເຮືອນ, ຜູ້ທີ່ເອົາສິ່ງຂອງທັງເກົ່າ ແລະ ໃຫມ່ອອກມາຈາກສາງຂອງຕົນ.” 53 ເມື່ອພຣະເຢຊູເຈົ້າຊົງກ່າວຄຳອຸ­ປະ­ມາເຫລົ່ານີ້ສິ້ນສຸດລົງແລ້ວ, ພຣະອົງກໍສະ­ເດັດໄປຈາກທີ່ນັ້ນ. 54 ແລະ ໄດ້ຊົງສັ່ງ­ສອນຄົນທັງ­ຫລາຍໃນໂຮງທັມະສາລາຂອງພວກເຂົາ. ຜົນຄືພວກເຂົາທັງຫລາຍງຶດປະ­ຫລາດໃຈແລ້ວເວົ້າກັນວ່າ, “ຊາຍຜູ້ນີ້ໄດ້ສະ­ຕິ­ປັນ­ຍາ ແລະ ເຮັດການ ອັດສະຈັນ ເຫລົ່ານີ້ມາແຕ່ໃສ? 55 ລາວເປັນລູກຊ່າງໄມ້ບໍ່ແມ່ນບໍ? ແມ່ຂອງລາວຊື່ມາ­ຣິ­ອາ ບໍ່ແມ່ນບໍ? ພວກນ້ອງຊາຍຂອງລາວຊື່ ຢາໂກໂບ, ໂຢ­ເຊັບ, ຊີ­ໂມນ, ແລະ ຢູ­ດາ ບໍ່ແມ່ນບໍ? 56 ແລ້ວພວກນ້ອງສາວຂອງລາວກໍຢູ່ກັບຫມູ່ເຮົາບໍ່ແມ່ນບໍ? ແລ້ວລາວໄດ້ສິ່ງທັງປວງເຫລົ່ານີ້ມາແຕ່ໃສ?” 57 ພວກເຂົາຈຶ່ງບໍ່ພໍໃຈພຣະ­ເຢຊູເຈົ້າ. ແຕ່ພຣະ­ເຢຊູເຈົ້າຊົງກ່າວກັບເຂົາວ່າ, “ຜູ້ປະ­ກາດພຣະ­ທັມຈະບໍ່ຂາດຄວາມນັບ­ຖື ເວັ້ນໄວ້ແຕ່ໃນປະເທດ ແລະ ໃນຄົວເຮືອນຂອງຕົນ.” 58 ແລ້ວພຣະ­ອົງບໍ່ໄດ້ຊົງກະທຳການ ອັດສະຈັນຫລາຍ ເພາະເຂົາບໍ່ມີຄວາມເຊື່ອ.