ບົດທີ 14

1 ໃນເວ­ລານັ້ນເອງ, ເຮ­ໂຣດຜູ້ປົກ­ຄອງໄດ້ຍິນເຖິງຂ່າວຂອງພຣະເຢຊູເຈົ້າ. 2 ເຂົາຈິ່ງກ່າວແກ່ພວກຄົນໃຊ້ວ່າ, “ຜູ້ນີ້ແມ່ນໂຢ­ຮັນບັບ­ຕິສະ­ໂຕ; ເພິ່ນໄດ້ເປັນຄືນມາຈາກຕາຍ. ເພາະເຊັ່ນນີ້ເອງ ຣິດອຳນາດເຫລົ່ານີ້ຈິ່ງສະແດງອອກມາໃນຕົວເພິ່ນ.” 3 ແລະ ຂັງຄຸກໄວ້. ເພາະເຫັນ­ແກ່ນາງເຮ­ໂຣ­ເດັຽພັນຣະຍາຂອງຟີ­ລິບນ້ອງຊາຍຂອງຕົນ. 4 “ເປັນການບໍ່ສົມຄວນທີ່ທ່ານຈະເອົານາງນັ້ນມາເປັນພັນຣະຍາຂອງທ່ານ.” 5 ເຮ­ໂຣດມີ­ໃຈຢາກຂ້າໂຢ­ຮັນແຕ່ກໍຢ້ານປະ­ຊາ­ຊົນ, ເພາະວ່າພວກເຂົາໄດ້ຖືວ່າໂຢ­ຮັນເປັນຜູ້ປະ­ກາດພຣະ­ທັມ. 6 ແຕ່ເມື່ອເຖີງວັນສະ­ຫລອງວັນເກີດຂອງເຮ­ໂຣດ, ລູກສາວຂອງນາງເຮ­ໂຣ­ເດັຽໄດ້ຟ້ອນລຳ ທ່າມ­ກາງບັນ­ດາແຂກ ແລະ ເຮັດໃຫ້ເຮໂຣດພໍໃຈ. 7 ດ້ວຍເຫດນີ້, ຈຶ່ງໃຫ້ເຮ­ໂຣດໃຫ້ຄຳສັນ­ຍາສາ­ບານກັບນາງວ່າ ຈະໃຫ້ໃນທຸກສິ່ງທີ່ນາງຂໍ. 8 ຫຼັງຈາກທີ່ໄດ້ຮັບຄຳແນະນຳຈາກແມ່, ນາງຈິ່ງໄດ້ທູນວ່າ, “ຂໍໂຜດໃຫ້ຫົວໂຢ­ຮັນບັບ­ຕິ­ສະ­ໂຕໃສ່ຖາດມາໃຫ້ຂ້າ­ນ້ອຍທີ່ນີ້.” 9 ຝ່າຍເຮ­ໂຣດຜູ້ປົກ­ຄອງກໍທຸກໃຈຫຼາຍ ແຕ່ເພາະເຫດທີ່ໄດ້ສັນຍາສາ­ບານ ແລະ ເພາະເຫັນ­ແກ່ຄົນທັງປວງທີ່ນັ່ງຮ່ວມຮັບປະທານຢູ່ນັ້ນ, ເພິ່ນຈິ່ງຈຳເປັນອອກຄຳສັ່ງອະ­ນຸ­ຍາດໃຫ້ຕາມນັ້ນ. 10 ທ່ານໃຊ້ຄົນໄປຕັດເອົາຫົວໂຢ­ຮັນໃນຄຸກ. 11 ແລ້ວເອົາຫົວໃສ່ຖາດມາໃຫ້ນາງນັ້ນ ແລະ ນາງກໍໄປສົ່ງໃຫ້ແມ່ຂອງຕົນ. 12 ແລ້ວພວກສາວົກຂອງໂຢ­ຮັນກໍພາ­ກັນມາຮັບເອົາສົບໄປຝັງໄວ້. ຫຼັງຈາກແລ້ວກໍມາທູນໃຫ້ພຣະ­ເຢຊູເຈົ້າຊົງຊາບ. 13 ບັດນີ້ ເມື່ອພຣະ­ເຢຊູເຈົ້າໄດ້ຊົງຊາບແລ້ວ, ພຣະອົງຊົງແຍກຕົວອອກໄປຈາກທີ່ນັ້ນ ລົງເຮືອສະ­ເດັດໄປຍັງສະຖານທີ່ຢູ່ຕ່າງ­ຫາກ. ເມື່ອປະ­ຊາ­ຊົນທັງປວງໄດ້ຍິນຂ່າວນັ້ນ, ພວກເຂົາກໍອອກຈາກເມືອງ, ພວກເຂົາໄດ້ຍ່າງຕິດ­ຕາມພຣະ­ອົງໄປ. 14 ແລ້ວເມື່ອພຣະເຢຊູເຈົ້າໄດ້ສະ­ເດັດອອກຈາກເຮືອແລ້ວກໍຊົງເຫັນປະ­ຊາ­ຊົນໝູ່ໃຫຍ່ ພຣະ­ອົງຊົງສົງ­ສານເຂົາ ຈິ່ງຊົງໂຜດຄົນເຈັບປ່ວຍທັງ­ຫລາຍ ໃຫ້ພວກເຂົາຫາຍດີ. 15 ເມື່ອເວ­ລາແລງມາ, ພວກສາ­ວົກໄດ້ມາທູນຕໍ່ພຣະ­ອົງວ່າ, “ບ່ອນນີ້ເປັນປ່າກັນດານ ແລະ ບັດນີ້ຄ່ຳແລ້ວ. ປ່ອຍໃຫ້ປະ­ຊາ­ຊົນເລີກໄປເສັຽ, ເພື່ອພວກເຂົາຈະໄດ້ໄປໃນເມືອງ ແລະ ຊື້ອາ­ຫານຮັບປະ­ທານໃຫ້ຕົນເອງ.” 16 ແຕ່ພຣະ­ເຢຊູຊົງຕອບເຂົາວ່າ, “ພວກເຂົາບໍ່ຈຳ­ເປັນຕ້ອງໄປ ພວກທ່ານຈົ່ງຫາອາຫານລ້ຽງພວກເຂົາສາ.” 17 “ພວກຂ້າ­ນ້ອຍມີພຽງແຕ່ເຂົ້າ­ຈີ່ຫ້າກ້ອນແລະປາສອງໂຕເທົ່ານັ້ນ.” 18 ພຣະເຢຊູເຈົ້າຊົງບອກວ່າ, “ນຳເອົາເຫຼົ່ານັ້ນມາໃຫ້ເຮົາ.” 19 ຈາກນັ້ນພຣະເຢຊູຊົງສັ່ງໃຫ້ປະ­ຊາ­ຊົນນັ່ງລົງຕາມປ່າຫຍ້າ. ພຣະອົງຊົງເອົາເຂົ້າ­ຈີ່ຫ້າກ້ອນ ແລະ ປາສອງໂຕນັ້ນ­. ແລ້ວກໍຊົງເງີຍພຣະ­ພັກສູ່ສະຫວັນ, ພຣະອົງໄດ້ຂໍພຣະ­ພອນ ແລ້ວຫັກເຂົ້າ­ຈີ່ແລ້ວກໍຍື່ນໃຫ້ພວກສາວົກ, ແລ້ວພວກສາ­ວົກກໍແຈກຢາຍໃຫ້ຄົນທັງປວງ. 20 ສ່ວນສາວົກກໍເກັບອາຫານທີ່ເຫລືອນັ້ນ ໄດ້ເຕັມສິບສອງບຸງ. 21 ຄົນທັງຫຼາຍທີ່ກິນນັ້ນມີຜູ້ຊາຍປະ­ມານຫ້າພັນຄົນ ໂດຍບໍ່ນັບແມ່ຍິງ ແລະ ເດັກ­ນ້ອຍ. 22 ທັນໃດນັ້ນພຣະ­ອົງຊົງສັ່ງໃຫ້ພວກສາ­ວົກລົງເຮືອຂ້າມຟາກໄປກ່ອນ ຂະ­ນະທີ່ພຣະ­ອົງຊົງສັ່ງໃຫ້ປະ­ຊາ­ຊົນເລີກໄປ. 23 ຫຼັງຈາກພຣະອົງຊົງໃຫ້ປະ­ຊາ­ຊົນເຫລົ່າ­ນັ້ນເລີກໄປໝົດແລ້ວ ພຣະ­ອົງຈິ່ງສະເດັດຂຶ້ນພູຢູ່ຕ່າງ­ຫາກເພື່ອໄຫວ້ວອນ. ເມື່ອຄ່ຳມາແລ້ວພຣະ­ອົງກໍຍັງຊົງຢູ່ທີ່ນັ້ນແຕ່ຕົນດຽວ. 24 ແລະເກືອບຈະຄວບຄຸມເຮືອບໍ່ໄດ້ ແລະຖືກຟອງ­ນ້ຳຕີໄປມາເພາະທວນລົມຕ້ານຢູ່. 25 ໃນເວລາສີ່ໂມງຂ້ອນແຈ້ງ ພຣະ­ເຢຊູເຈົ້າຊົງຍ່າງເທິງນ້ຳໄປຫາພວກສາ­ວົກ. 26 ເມື່ອພວກເພິ່ນເຫັນພຣະອົງຍ່າງເທິງໜ້ານໍ້າທະເລ, ພວກເຂົາກໍຕົກ­ໃຈຢ້ານ ແລະ ໄດ້ເວົ້າກັນວ່າ, “ນັ້ນແມ່ນຜີ” ແລ້ວພວກເຂົາຈິ່ງຮ້ອງຂຶ້ນເພາະຄວາມຢ້ານ. 27 ແຕ່ ພຣະເຢຊູເຈົ້າ ໄດ້ກ່າວໂດຍທັນທີ “ຈົ່ງກ້າຫານເຖີດ ນີ້ແມ່ນເຮົາເອງ ຢ່າສູ່ຢ້ານ.” 28 ເປ­ໂຕຈິ່ງທູນຕອບພຣະ­ອົງວ່າ, “ນາຍເອີຍ, ຖ້າແມ່ນທ່ານແນ່ແລ້ວ ຂໍສັ່ງໃຫ້ຂ້າ­ນ້ອຍຍ່າງເທິງນ້ຳໄປຫາທ່ານ.” 29 ພຣະເຢຊູເຈົ້າຊົງບອກວ່າ, “ມາ­ສາ” ດັ່ງນັ້ນເປ­ໂຕຈິ່ງອອກຈາກເຮືອຍ່າງເທິງນ້ຳໄປຫາພຣະ­ເຢຊູເຈົ້າ. 30 ແຕ່ເມື່ອເຫັນລົມກໍຢ້ານແລະເມື່ອກຳ­ລັງຈະຈົມກໍຮ້ອງວ່າ, “ນາຍເອີຍ, ຊ່ອຍຂ້າ­ນ້ອຍໃຫ້ພົ້ນແດ່ທ້ອນ.” 31 ໃນທັນ­ໃດນັ້ນພຣະ­ເຢຊູເຈົ້າຊົງຢື້ພຣະ­ຫັດຈັບເປ­ໂຕໄວ້ແລ້ວຊົງກ່າວວ່າ, “ໂອ ຜູ້ມີຄວາມເຊື່ອນ້ອຍເອີຍ ເປັນຫຍັງ ຈິ່ງສົງໄສ?” 32 ເມື່ອພຣະ­ເຢຊູເຈົ້າ ແລະ ເປໂຕໄດ້ຂຶ້ນໄປ ໃນເຮືອແລ້ວ, ລົມກໍເຊົາພັດ. 33 ແລ້ວພວກທີ່­ຢູ່ໃນເຮືອໄດ້ມາກົ້ມຂາບໃສ່ພຣະ­ເຢຊູ ແລະເວົ້າວ່າ, “ພຣະອົງຊົງເປັນພຣະ­ບຸດຂອງພຣະ­ເຈົ້າຈິງແທ້.” 34 ເມື່ອພວກເຂົາຂ້ວາມນໍ້າໄປເຖິງແລ້ວ, ພວກເຂົາໄດ້ມາເຖີງທ່າເມືອງເຄັນ­ເນ­ຊາ­ເຣັດ. 35 ເມື່ອຄົນໃນເຂດນັ້ນໄດ້ຮູ້­ຈັກພຣະ­ເຢຊູເຈົ້າແລ້ວ, ພວກເຂົາກໍໃຊ້ຄົນໄປບອກກ່າວທົ່ວຕະ­ຫລອດເຂດນັ້ນ ແລະ ພວກເຂົາຈິ່ງພາບັນ­ດາຄົນເຈັບປ່ວຍມາຫາພຣະອົງ. 36 ແລ້ວຜູ້ໃດໄດ້ບາຍແລ້ວກໍຖືກຊົງໂຜດໃຫ້ດີປົກ­ກະ­ຕິ.