ບົດທີ 15

1 ຈາກນັ້ນພວກຟາ­ຣີ­ຊາຍ ແລະ ພວກນັກ­ທັມອອກມາຈາກນະຄອນເຢຣູ­ຊາ­ເລັມມາຫາພຣະເຢຊູ. ພວກເຂົາທູນຖາມພຣະ­ເຢຊູວ່າ, 2 “ເປັນຫຍັງພວກສິດຂອງທ່ານຈິ່ງລະ­ເມີດຕໍ່ຄຳສອນປະເພນີ ທີ່ຕົກທອດມາຈາກເຖົ້າເກົ່າບູ­ຮານນັ້ນ? ເພາະພວກເຂົາບໍ່ລ້າງມືກ່ອນຮັບປະທານອາ­ຫານ”. 3 ພຣະ­ອົງຊົງຕອບເຂົາວ່າ, “ເຫດສັນ­ໃດພວກທ່ານຈິ່ງລະ­ເມີດຕໍ່ຂໍ້ບັນ­ຍັດຂອງພຣະເຈົ້າ ດ້ວຍເຫັນ­ແກ່ຄຳສອນປະເພນີທີ່ຕົກທອດສືບ­ຕໍ່ກັນມານັ້ນ?" 4 ເພາະພຣະ­ເຈົ້າໄດ້ຊົງບັນ­ຍັດໄວ້ວ່າ ‘ຈົ່ງນັບ­ຖືບິ­ດາມານດາຂອງເຈົ້າ’ ແລະ ‘ຜູ້ໃດໝິ່ນ­ປະ­ຫມາດບິ­ດາມານດາ ຜູ້ນັ້ນຈະຕ້ອງມີໂທດເຖິງຕາຍ’. 5 ‘ຜູ້ໃດທີ່ຈະເວົ້າກັບບິ­ດາມານດາວ່າ, “ສິ່ງໃດຂອງຂ້ອຍທີ່ອາດຊ່ອຍເຫລືອເຈົ້າໄດ້ ສິ່ງນັ້ນກໍເປັນຂອງຖວາຍສຳລັບພຣະເຈົ້າແລ້ວ.” 6 ຜູ້ນັ້ນຈິ່ງບໍ່ຕ້ອງນັບ­ຖືບິ­ດາມານດາຂອງຕົນ’ ດັ່ງ­ນັ້ນແຫລະ, ພວກທ່ານໄດ້ລຶ­ບລ້າງພຣະ­ທັມຂອງພຣະ­ເຈົ້າ ເພາະເຫັນແກ່ຄຳສອນປະເພນີທີ່ຕົກທອດສືບປະຕິບັດ­ຕໍ່ກັນມາຂອງພວກເຈົ້າ. 7 ໂອ ຄົນຫນ້າຊື່ໃຈຄົດເອີຍ, ເອ­ຊາ­ຢາໄດ້ທຳ­ນວາຍຄັກແນ່ເຖິງພວກທ່ານວ່າ,

8 ພົນລະເມືອງເຫລົ່ານີ້ໃຫ້ກຽດເຮົາແຕ່ປາກສ່ວນໃຈຂອງເຂົາຫ່າງໄກຈາກເຮົາ.
9 ເຂົານະມັດສະການເຮົາໂດຍອັບປະໂຫຍດ ດ້ວຍເປົ່າປະໂຫຍດ ເມື່ອຄຳສັ່ງສອນຂອງພວກມະນຸດເອົາບົດບັດຍັດຂອງພວກເຂົາ ອັນເປັນຄຳສັ່ງສອນເກີດຈາກມະນຸດ’.”
10 ຈາກນັ້ນພຣະ­ອົງຊົງເອີ້ນເອົາປະ­ຊາ­ຊົນ ແລະຊົງກ່າວກັບເຂົາວ່າ, “ຈົ່ງຟັງແລະເຂົ້າ­ໃຈສາ. 11 ບໍ່ແມ່ນສິ່ງທີ່ເຂົ້າໄປໃນປາກນັ້ນ ທີ່ເຮັດໃຫ້ມະ­ນຸດຊົ່ວມົວຫມອງ ແຕ່ແມ່ນສິ່ງທີ່ອອກມາຈາກປາກນັ້ນແຫລະ ທີ່ເຮັດໃຫ້ມະ­ນຸດຊົ່ວມົວຫມອງ.” 12 ຈາກນັ້ນພວກສາ­ວົກມາທູນຖາມພຣະ­ອົງວ່າ, “ທ່ານຊາບແລ້ວຫລືວ່າເມື່ອພວກຟາ­ຣີ­ຊາຍໄດ້ຍິນຄຳກ່າວນັ້ນ ເຂົາກໍເສັຽໃຈ.” 13 ພຣະ­ອົງຊົງຕອບວ່າ, “ໄມ້ທຸກຕົ້ນທີ່ພຣະ­ບິ­ດາຂອງເຮົາ ຜູ້ຊົງສະຖິດຢູ່ໃນສະ­ຫວັນ ບໍ່ໄດ້ຊົງປູກໄວ້ຈະຕ້ອງຫລົກເສັຽ. 14 ຊ່າງພວກເຂົາເທາະ ເພາະພວກເຂົາເປັນຄົນນຳທາງທີ່ຕາບອດ ຖ້າຄົນຕາບອດຈູງຄົນຕາ­ບອດໄປເຂົາທັງສອງກໍຈະຕົກໃນຂຸມ.” 15 ເປ­ໂຕຈິ່ງທູນພຣະ­ອົງວ່າ, “ຂໍທ່ານໂຜດອະທິບາຍຄຳອຸ­ປະ­ມານີ້ໃຫ້ພວກຂ້າ­ນ້ອຍແດ່.” 16 ພຣະ­ເຢຊູເຈົ້າຊົງຕອບວ່າ, “ພວກທ່ານກໍຍັງຂາດຄວາມເຂົ້າ­ໃຈເຫມືອນກັນບໍ? 17 ສິ່ງໃດທີ່ເຂົ້າໄປໃນປາກກໍລົງໃນທ້ອງ ແລ້ວກໍຖ່າຍອອກມາລົງໃສ່ໂຖສ້ວມ? 18 ແຕ່ສິ່ງທີ່ອອກຈາກປາກ ກໍອອກມາຈາກໃຈດ້ວຍ. ສິ່ງນັ້ນແຫລະເຮັດໃຫ້ມະ­ນຸດຊົ່ວມົວຫມອງ. 19 ການຂ້າຄົນ, ການຫລິ້ນຊູ້ຈາກຜົວເມັຍ, ການຜິດຊາຍຍິງ, ການລັກຊັບ, ການເປັນພະ­ຍານບໍ່ຈິງ, ແລະການນິນ­ທາ ກໍອອກມາຈາກໃຈ. 20 ສິ່ງເຫລົ່ານີ້ແຫລະ, ທີ່ເຮັດໃຫ້ມະ­ນຸດຊົ່ວມົວຫມອງ ແຕ່ການຮັບປະ­ທານອາ­ຫານບໍ່ລ້າງມືກ່ອນນັ້ນ ບໍ່ໄດ້ເຮັດໃຫ້ມະ­ນຸດຊົ່ວມົວຫມອງ.” 21 ຈາກນັ້ນພຣະ­ເຢຊູໄດ້ສະ­ເດັດຈາກບ່ອນນັ້ນເຂົ້າໄປໃນເຂດເມືອງຕີ­ເຣແລະເມືອງຊິໂດນ. 22 ເບິ່ງແມ, ມີຍິງຊາວກາ­ນາ­ອານຄົນຫນຶ່ງມາຈາກເຂດນັ້ນຮ້ອງທູນພຣະ­ອົງວ່າ, “ໂຜດເມດຕາຕໍ່ຂ້ານ້ອຍແດ່ຖ້ອນ ອົງຜູ້ເປັນພຣະເຈົ້າ ບຸດດາ­ວິດເອີຍ, ລູກສາວຂອງຂ້າ­ນ້ອຍມີຄວາມລຳ­ບາກຫລາຍຍ້ອນຜີຮ້າຍບັງຄັບ.” 23 ແຕ່ພຣະອົງບໍ່ໄດ້ຊົງຕອບຍິງນັ້ນຈັກຄຳ ແລ້ວພວກສາວົກໄດ້ມາທູນພຣະອົງວ່າ, “ຂໍບອກໃຫ້ນາງເມືອເສັຽ ເພາະນາງກຳລັງຮ້ອງຕາມຫລັງພວກເຮົາ.” 24 ແຕ່ພຣະເຢຊູຊົງຕອບວ່າ, “ເຮົາບໍ່ໄດ້ຖືກສົ່ງໃຊ້ມາຫາຜູ້ອື່ນ ເວັ້ນແຕ່ຝູງແກະທີ່ເສັຽແລ້ວ ຄືຕະກຸນອິ­ສະຣາເອນເທົ່ານັ້ນ.” 25 ແຕ່ຍິງນັ້ນໄດ້ມາຂາບທູນພຣະ­ອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຂໍໂຜດຊ່ອຍຂ້າ­ນ້ອຍແດ່­ຖ້ອນ.” 26 ພຣະ­ອົງຊົງຕອບວ່າ, “ບໍ່ສົມ­ຄວນຈະເອົາອາ­ຫານຂອງລູກໂຍນໃຫ້ແກ່ຫມາ­ນ້ອຍ.” 27 ຍິງນັ້ນທູນຕອບວ່າ, “ຈິງຢູ່ຂ້າ­ນ້ອຍ ແຕ່ເຖິງແມ່ນຫມານ້ອຍກໍເຄີຍກິນເມັດທີ່ຕົກຈາກໂຕະນາຍຂອງມັນ.” 28 “ນາງເອີຍ, ຄວາມເຊື່ອຂອງເຈົ້າກໍໃຫຍ່ ຈົ່ງເປັນໄປຕາມຄວາມປະ­ສົງຂອງເຈົ້າເຖີ້ນ” ແລ້ວລູກສາວຂອງຍິງນັ້ນກໍດີເປັນປົກ­ກະ­ຕິຕັ້ງ­ແຕ່ໂມງນັ້ນ. 29 ພຣະ­ເຢຊູເຈົ້າໄດ້ສະ­ເດັດອອກຈາກທີ່ນັ້ນ ແລະໄປເລາະລຽບຝັ່ງທະ­ເລຄາ­ລີ­ເລ. ຈາກນັ້ນພຣະອົງສະ­ເດັດຂຶ້ນພູຊົງປະ­ທັບນັ່ງລົງທີ່ນັ້ນ. 30 ເຂົາພາຄົນຂາເສັ້ງ, ຄົນຕາ­ບອດ, ຄົນປາກ­ກືກ, ຄົນເປັ້ຽລ່ອຍ ແລະຄົນເຈັບອື່ນໆຫລາຍຄົນ ມາຫາພຣະ­ເຢຊູເຈົ້າ ວາງໄວ້ທີ່ໃກ້ຕີນຂອງພຣະອົງ ແລະພຣະ­ອົງໄດ້ຊົງໂຜດໃຫ້ເຂົາດີ. 31 ຝູງຄົນເຫລົ່າ­ນັ້ນງຶດອັດ­ສະ­ຈັນໃຈ ເມື່ອເຫັນຄົນປາກ­ກືກປາກໄດ້, ຄົນແຂນຂາເສັ້ງດີປົກ­ກະ­ຕິ, ຄົນເປັ້ຽລ່ອຍຍ່າງໄປໄດ້, ແລະຄົນຕາ­ບອດເຫັນໄດ້ ແລ້ວເຂົາຈິ່ງສັນ­ຣະ­ເສີນພຣະເຈົ້າຂອງຊາດອິ­ສະຣາເອນ. 32 ພຣະ­ເຢຊູເຈົ້າຊົງເອີ້ນພວກສາ­ວົກຂອງຕົນມາ ແລ້ວຊົງກ່າວວ່າ, “ເຮົາສົງ­ສານຄົນເຫລົ່ານີ້ ເພາະເຂົາຄ້າງຢູ່ກັບເຮົາໄດ້ສາມວັນແລ້ວ ແລະບໍ່ມີອາ­ຫານກິນ ເຮົາບໍ່ຢາກໃຫ້ເຂົາກັບໄປໃນຂະ­ນະທີ່ຍັງຫິວຢູ່ ເພາະຢ້ານວ່າເຂົາຈະເມື່ອຍອິດອ່ອນຕາມທາງ.” 33 “ໃນປ່າຢ່າງນີ້ພວກຂ້ານ້ອຍຈະຊອກອາ­ຫານທີ່ໃດພໍລ້ຽງຄົນເຫລົ່ານີ້ໃຫ້ອີ່ມໄດ້.” 34 “ພວກທ່ານມີເຂົ້າ­ຈີ່ຈັກກ້ອນ” ເຂົາທູນຕອບວ່າ, “ມີເຈັດກ່ອນກັບປານ້ອຍສອງສາມໂຕ.” 35 ຈາກນັ້ນພຣະ­ເຢຊູເຈົ້າຊົງສັ່ງໃຫ້ປະຊາ­ຊົນນັ່ງລົງຕາມດິນ. 36 ພຣະອົງຮັບເຂົ້າ­ຈີ່ເຈັດກ້ອນກັບປາເຫລົ່າ­ນັ້ນມາໂມທະ­ນາຂອບພຣະຄຸນ ພຣະອົງຊົງຫັກເຂົ້າຈີ່ ແລະຍື່ນໃຫ້ພວກສາ­ວົກຂອງຕົນ. ພວກສາ­ວົກກໍໄດ້ແຈກຢາຍໃຫ້ປະ­ຊາ­ຊົນ. 37 ຄົນທັງປວງໄດ້ກິນອີ່ມຫມົດດທຸກຄົນຕ່ອນຫັກທີ່ເຫລືອນັ້ນເຂົາເກັບໄດ້ເຕັມເຈັດບຸງ. 38 ສ່ວນຄົນທີ່ໄດ້ກິນນັ້ນມີຜູ້ຊາຍເຖິງສີ່ພັນຄົນ ບໍ່ນັບແມ່ຍິງກັບເດັກນ້ອຍ. 39 ຈາກນັ້ນພຣະເຢຊູຊົງໃຫ້ຝູງຄົນກັບໄປ ພຣະອົງກໍສະເດັດລົງເຮືອໄປຍັງເຂດເມືອງມາ­ຄາ­ດານ.