1 ພວກຟາຣີຊາຍກັບພວກຊາດູກາຍໄດ້ມາຫາແລະທົດລອງພຣະອົງ ໂດຍຂໍໃຫ້ພຣະອົງຊົງສະແດງຫມາຍສຳຄັນຢ່າງຫນຶ່ງຈາກສະຫວັນໃຫ້ເຂົາເຫັນ. 2 ພຣະອົງຊົງຕອບເຂົາວ່າ, “ເມື່ອຄ່ຳມາພວກທ່ານເຄີຍເວົ້າວ່າ ‘ອາກາດຈະດີເພາະຟ້າສີແດງ.’ 3 ແລະເວລາເຊົ້າພວກທ່ານກໍເວົ້າວ່າ ‘ມື້ນີ້ຈະເກີດພາຍຸເພາະຟ້າສີແດງ ແລະມືດມົວ’ ພວກທ່ານຍັງສັງເກດຮູ້ຄວາມຫມາຍຂອງລັກສະນະທ້ອງຟ້າຢ່າງໃດ, ແຕ່ພວກທ່ານບໍ່ອາດສັງເກດໄດ້ຫມາຍສຳຄັນແຫ່ງສະໄຫມຕ່າງໆໄດ້. 4 ແຕ່ຈະບໍ່ຊົງໂຜດຫມາຍສຳຄັນໃຫ້ແກ່ເຂົາ ເວັ້ນໄວ້ແຕ່ຫມາຍສຳຄັນເລື່ອງໂຢນາ” ແລ້ວພຣະອົງກໍສະເດັດຈາກເຂົາໄປ. 5 ເຫລົ່າສາວົກເມື່ອຂ້ວາມໄປຟາກນັ້ນ, ກໍໄດ້ລືມເອົາເຂົ້າຈີ່ໄປນຳ. 6 ພຣະເຢຊູເຈົ້າຊົງບອກເຂົາວ່າ, “ຈົ່ງສັງເກດ ແລະ ຣະວັງເຊື້ອແປ້ງຂອງພວກຟາຣີຊາຍແລະພວກຊາດູກາຍໃຫ້ດີ.” 7 ພວກສາວົກກໍເວົ້າຖ່າມກາງພວກກັນເອງວ່າ, “ເພາະຫມູ່ເຮົາບໍ່ໄດ້ເອົາເຂົ້າຈີ່ມານຳ.” 8 ພຣະເຢຊູເຈົ້າຊົງຊາບແລະຈິ່ງຊົງກ່າວວ່າ, “ທ່ານຜູ້ມີຄວາມເຊື່ອຫນ້ອຍ ເຫດໃດພວກທ່ານຈິ່ງເວົ້າກັນແລະກັນເຖິງເລື່ອງບໍ່ໄດ້ເອົາເຂົ້າຈີ່ມານຳ? 9 ພວກທ່ານຍັງບໍ່ເຂົ້າໃຈແລະຈື່ບໍ່ໄດ້ບໍເລື່ອງເຂົ້າຈີ່ຫ້າກ້ອນສຳລັບຄົນຫ້າພັນຄົນນັ້ນ ແລະພວກທ່ານເກັບໄດ້ຈັກບຸງ? 10 ຫລືເລື່ອງເຂົ້າຈີ່ເຈັດກ້ອນສຳລັບຄົນສີ່ພັນຄົນນັ້ນ ແລະພວກທ່ານເກັບໄດ້ຈັກບຸງ? 11 ເປັນສັນໃດພວກທ່ານຈິ່ງບໍ່ເຂົ້າໃຈວ່າ ເຮົາບໍ່ໄດ້ເວົ້າກັບພວກທ່ານດ້ວຍເລື່ອງເຂົ້າຈີ່? ຈົ່ງເອົາໃຈໃສ່ແລະຣະວັງເຊື້ອແປ້ງຂອງພວກຟາຣີຊາຍແລະພວກຊາດູກາຍ.” 12 ແລ້ວພວກເຂົາໄດ້ເຂົ້າໃຈວ່າ ພຣະອົງບໍ່ໄດ້ຊົງສັ່ງເຂົາໃຫ້ຣະວັງເຊື້ອແປ້ງນັ້ນ, ແຕ່ໃຫ້ຣະວັງຄຳສອນຂອງພວກຟາຣີຊາຍ ແລະ ພວກຊາດູກາຍ. 13 ບັດນີ້ ເມື່ອພຣະເຢຊູສະເດັດມາເຖີງເຂດເມືອງກາຍຊາເຣັຽຟີລິບປອຍ, ພຣະອົງຊົງຖາມພວກສາວົກຂອງຕົນວ່າ, “ຄົນທັງຫລາຍເວົ້າກັນວ່າບຸດມະນຸດແມ່ນຜູ້ໃດ?” 14 ເຂົາທູນຕອບວ່າ, “ຜູ້ລາງຄົນວ່າເປັນໂຢຮັນບັບຕິສະໂຕ ແລະ ຄົນອື່ນວ່າເປັນເອລີຢາ ແຕ່ຄົນອື່ນອີກວ່າເປັນເຢເຣມີຢາ ຫລືເປັນຄົນຫນຶ່ງໃນພວກຜູ້ປະກາດພຣະທັມ.” 15 ພຣະອົງຊົງຖາມເຂົາວ່າ, “ແລ້ວຝ່າຍພວກທ່ານເດ, ວ່າເຮົາເປັນໃຜ?” 16 ຊີໂມນເປໂຕທູນຕອບວ່າ, “ທ່ານເປັນພຣະຄຣິດ, ພຣະບຸດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່.” 17 ພຣະເຢຊູຊົງກ່າວກັບເປໂຕວ່າ, “ທ່ານກໍເປັນສຸກ ຊີໂມນບາຣະໂຢນາເອີຍ, ເພາະວ່າບໍ່ແມ່ນມະນຸດທີ່ໄດ້ສະແດງຄຳນີ້ແກ່ທ່ານ, ແຕ່ແມ່ນພຣະບິດາຂອງເຮົາຜູ້ຊົງສະຖິດໃນສະຫວັນຊົງໃຫ້ຊາບ. 18 ເຮົາຍັງບອກທ່ານວ່າທ່ານຄືເປໂຕ, ແລະເທິງສີລາກ້ອນນີ້ ເຮົາຈະສ້າງຄຣິສຕະຈັກຂອງເຮົາຂຶ້ນ ແລະປະຕູແຫ່ງແດນມໍຣະນາ‘ຈະມີໄຊຕໍ່ຄຣິສຕະຈັກນັ້ນບໍ່ໄດ້. 19 ເຮົາຈະມອບກະແຈແຫ່ງອານາຈັກສະຫວັນໄວ້ໃຫ້ທ່ານ ສິ່ງໃດກໍຕາມທ່ານຈະຜູກມັດໄວ້ໃນໂລກ, ສິ່ງນັ້ນກໍຈະຊົງຜູກມັດໄວ້ແລ້ວໃນສະຫວັນ ແລະສິ່ງໃດກໍຕາມທ່ານຈະແກ້ໃນໂລກ, ສິ່ງນັ້ນກໍຈະຊົງແກ້ໃຫ້ຫລຸດແລ້ວໃນສະຫວັນ.” 20 ຈາກນັ້ນພຣະເຢຊູຊົງຫ້າມພວກສາວົກບໍ່ໃຫ້ບອກຜູ້ໃດວ່າຕົນຊົງເປັນພຣະຄຣິດ. 21 ນັບຕັ້ງແຕ່ເວລານັ້ນມາພຣະເຢຊູເຈົ້າຊົງຕັ້ງຕົ້ນສຳແດງແກ່ພວກສາວົກຂອງຕົນວ່າ ພຣະອົງຈະຕ້ອງສະເດັດໄປນະຄອນເຢຣູຊາເລັມ ຕ້ອງທົນທຸກທໍຣະມານຫລາຍປະການຈາກພວກເຖົ້າແກ່, ຈາກພວກປະໂລຫິດຕົນໃຫຍ່, ແລະຈາກພວກນັກທັມ, ພຣະອົງຈະຖືກຂ້າຕາຍ ແລະພຣະອົງຈະຖືກຊົງບັນດານໃຫ້ເປັນຄືນມາໃນວັນຖ້ວນສາມ. 22 ຈາກນັ້ນເປໂຕໄດ້ພາພຣະອົງໄປຕ່າງຫາກ ແລະຕັ້ງຕົ້ນຕຳນິພຣະອົງຢ່າງແຂງແຮງວ່າ, “ຂໍໃຫ້ສິ່ງນີ້ຫ່າງໄກຈາກພຣະອົງ; ອົງພຣະຜູ້ເປັນເຈົ້າຂໍຢ່າໃຫ້ສິ່ງນີ້ເກີດມີແກ່ທ່ານຈັກເທື່ອ.” 23 “ໄອ້ຊາຕານເອີຍ, ຈົ່ງຖອຍຫນີຈາກເຮົາເສັຽ ເຈົ້າເປັນສິ່ງກີດຂວາງເຮົາ ເພາະເຈົ້າບໍ່ຄິດຢ່າງພຣະເຈົ້າ ແຕ່ຄິດຢ່າງມະນຸດ.” 24 ຈາກນັ້ນພຣະເຢຊູເຈົ້າຊົງບອກພວກສາວົກຂອງຕົນວ່າ, “ຖ້າຜູ້ໃດປາຖນາ ຢາກຕາມເຮົາມາໃຫ້ຜູ້ນັ້ນຕັດສິດຂອງຕົນເສັຽແລ້ວຮັບແບກໄມ້ກາງແຂນຂອງຕົນ ແລ້ວຕິດຕາມເຮົາມາ. 25 ເພາະຜູ້ໃດຢາກຊ່ອຍຊີວິດຂອງຕົນໃຫ້ພົ້ນ ຜູ້ນັ້ນຈະເສັຽຊີວິດນັ້ນ, ແລະຖ້າຜູ້ໃດຈະເສັຽຊີວິດເພາະເຫັນແກ່ເຮົາ ຜູ້ນັ້ນກໍຈະພົບຊີວິດນັ້ນ. 26 ເພາະຈະມີ ຈະໄດ້ປະໂຫຍດອັນໃດ ສຳລັບຜູ້ນັ້ນ ຖ້າຈະໄດ້ສິ່ງຂອງຫມົດທັງໂລກ ແຕ່ຕ້ອງເສັຽຊີວິດອັນແທ້ຂອງຕົນເອງ? ແລ້ວຜູ້ນັ້ນຈະນຳເອົາສິ່ງໃດໄປແລກເອົາຊີວິດອັນແທ້ຂອງຕົນກັບຄືນມາ? 27 ເພາະບຸດມະນຸດຈະມາດ້ວຍສະຫງ່າຣາສີແຫ່ງພຣະບິດາຂອງຕົນ ພ້ອມດ້ວຍພວກເທວະດາຂອງພຣະອົງ. ຈາກນັ້ນພຣະອົງຈະຊົງປຣະທານບຳເຫນັດໃຫ້ແກ່ທຸກຄົນຕາມການທີ່ເຂົາເຮັດນັ້ນ. 28 ເຮົາບອກພວກທ່ານຕາມຄວາມຈິງວ່າ ຈະມີພວກທ່ານບາງຄົນທີ່ຢືນຢູ່ນີ້ ທີ່ຈະບໍ່ຮູ້ຣົດແຫ່ງຄວາມຕາຍ ຈົນກວ່າຈະໄດ້ເຫັນບຸດມະນຸດສະເດັດມາດ້ວຍຣາຊະອຳນາດຂອງພຣະອົງ.”