ບົດທີ 17

1 ຫົກວັນຕໍ່ມາພຣະ­ເຢຊູຊົງພາເປ­ໂຕ, ຢາ­ໂກ­ໂບ, ແລະ ໂຢຮັນນ້ອງຊາຍຂອງຢາ­ໂກ­ໂບ, ແລະ ໄດ້ຂຶ້ນພູສູງຢູ່ຕ່າງ­ຫາກ. 2 ພຣະອົງໄດ້ຊົງປ່ຽນແປງພຣະກາຍຕໍ່ຫນ້າພວກເຂົາ. ພຣະພັກຂອງພຣະອົງສ່ອງແສງດັ່ງຕາເວັນ, ແລະ ເຄື່ອງນຸ່ງ ຂອງພຣະອົງກໍຂາວຜ່ອງເຫລື້ອມເຫມືອນແສງສະຫວ່າງກ້າ. 3 ເບິ່ງແມ, ໂມ­ເຊແລະເອ­ລີ­ຢາກໍມາປະ­ກົດແກ່ສາ­ວົກເຫລົ່ານັ້ນ ເຝົ້າສົນ­ທະ­ນາຢູ່ກັບພຣະ­ອົງ. 4 ເປໂຕໄດ້ຕອບ ແລະ ກ່າວຕໍ່ພຣະເຢຊູເຈົ້າວ່າ, “ອົງພຣະຜູ້ເປັນເຈົ້າ, ເປັນການດີທີ່ພວກເຮົາຈະຢູ່ທີ່ນີ້ກໍດີຢູ່. ຖ້າທ່ານປະສົງ, ຂ້ານ້ອຍຈະປຸກຕູບສາມຫລັງຂຶ້ນທີ່ນີ້, ສຳ­ລັບທ່ານຫລັງຫນຶ່ງ ສຳ­ລັບໂມ­ເຊຫລັງໜຶ່ງ ແລະ ຫລັງຫນຶ່ງສຳ­ລັບເອ­ລີ­ຢາ.” 5 ຂະນະທີ່ເປ­ໂຕກຳລັງເວົ້າຍັງບໍ່ທັນຂາດຄຳເບິ່ງແມ, ມີເມກສຸກໃສມາປົກຫຸ້ມເຂົາໄວ້ ແລະເບິ່ງແມ, ມີພຣະ­ສຸ­ຣະສຽງອອກມາຈາກເມກນັ້ນວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ, ຊຶ່ງເຮົາຊອບໃຈຫລາຍ ພວກເຈົ້າຈົ່ງເຊື່ອຟັງເພິ່ນ.” 6 ຝ່າຍພວກສາ­ວົກເມື່ອໄດ້ຍິນດັ່ງ­ນັ້ນກໍກົ້ມຫນ້າຂາບລົງແລະຢ້ານຫລາຍ. 7 ແລະໂດຍຊົງກ່າວວ່າ, “ຈົ່ງລຸກ­ຂຶ້ນເຖີດ ຢ່າຊູ່ຢ້ານເລີຍ.” 8 ເມື່ອເງີຍຫນ້າຂຶ້ນແລ້ວເຂົາກໍບໍ່ເຫັນຜູ້ໃດ ເຫັນແຕ່ພຣະ­ເຢຊູເຈົ້າຜູ້ດຽວເທົ່ານັ້ນ. 9 ເມື່ອເຂົາກຳ­ລັງລົງມາຈາກພູນັ້ນ, ພຣະ­ເຢຊູຊົງສັ່ງເຂົາໄວ້ວ່າ, “ນິ­ມິດຊຶ່ງພວກທ່ານໄດ້ເຫັນນັ້ນ ຢ່າໄດ້ບອກແກ່ຜູ້ໃດ ຈົນກວ່າບຸດມະ­ນຸດຈະໄດ້ເປັນຄືນມາຈາກຕາຍ.” 10 ພວກສາ­ວົກກໍທູນຖາມພຣະ­ອົງວ່າ, “ດ້ວຍເຫດ­ໃດພວກນັກ­ທັມເຄີຍເວົ້າວ່າເອ­ລີ­ຢາຈະຕ້ອງມາກ່ອນ?” 11 ພຣະ­ອົງຊົງຕອບວ່າ, “ຈິງແທ້ ເອ­ລີ­ຢາຈະມາກ່ອນແລະເຮັດໃຫ້ສິ່ງທັງປວງຄືນສູ່ສະ­ພາບເດີມ. 12 ແຕ່ເຮົາບອກພວກທ່ານວ່າ, ເອ­ລີ­ຢານັ້ນໄດ້ມາແລ້ວ ແລະເຂົາບໍ່ຮູ້­ຈັກເພິ່ນ. ແຕ່ເຂົາໄດ້ເຮັດແກ່ເພິ່ນຕາມ­ໃຈຊອບຕໍ່ເພິ່ນ ທຳນອງດຽວກັນ ບຸດມະນຸດກໍຈະຕ້ອງທົນທຸກທໍ­ຣະ­ມານດ້ວຍມືຂອງພວກເຂົາເຫມືອນກັນ’.” 13 ແລ້ວພວກສາວົກໄດ້ເຂົ້າໃຈວ່າ ພຣະ­ອົງຊົງກ່າວກັບພວກເຂົາເຖິງເລື່ອງໂຢຮັນບັບ­ຕິ­ສະ­ໂຕ. 14 ເມື່ອພວກເຂົາໄດ້ມາເຖິງປະ­ຊາ­ຊົນທັງ­ຫລາຍແລ້ວ ມີຊາຍຄົນຫນຶ່ງມາຫາພຣະ­ອົງຄຸ­ເຂົ່າລົງຕໍ່ຫນ້າພຣະອົງ ແລະທູນວ່າ, 15 “ນາຍເອີຍ, ຂໍໂຜດເມດຕາລູກຊາຍຂອງຂ້າ­ນ້ອຍແດ່ຖ້ອນ ດ້ວຍວ່າລາວເປັນບ້າ­ຫມູ ມີຄວາມ­ທຸກລຳ­ບາກຫລາຍເພາະລາວຕົກໃສ່ໄຟໃສ່ນ້ຳຫລາຍເທື່ອ. 16 ແຕ່ພວກເຂົາບໍ່ສາມາດຮັກສາໃຫ້ເຊົາດີໄດ້.” 17 ພຣະ­ເຢຊູເຈົ້າຊົງຕອບວ່າ, “ໂອຄົນໃນສະ­ໄຫມທີ່ຂາດຄວາມເຊື່ອແລະຊົ່ວ­ຊ້າເອີຍ, ເຮົາຈະຕ້ອງຢູ່ກັບພວກເຈົ້າອີກເຫິງປານໃດ? ເຮົາຈະຕ້ອງອົດ­ທົນກັບພວກເຈົ້ານານປານ­ໃດ? ຈົ່ງພາລາວມາຫາເຮົາທີ່ນີ້ສາ.” 18 ພຣະເຢຊູເຈົ້າສັ່ງຜີມານຮ້າຍໃຫ້ອອກ ແລະມັນໄດ້ອອກຫນີໄປ ແລ້ວເດັກ­ນ້ອຍນັ້ນກໍດີປົກ­ກະ­ຕິ ຕັ້ງ­ແຕ່ໂມງນັ້ນໄປ. 19 ຈາກນັ້ນພວກສາ­ວົກໄດ້ເຂົ້າມາຫາພຣະ­ເຢຊູເຈົ້າຕ່າງຫາກແລະທູນຖາມວ່າ, “ເພາະເຫດໃດພວກຂ້າ­ນ້ອຍຈິ່ງຂັບໄລ່ຜີນັ້ນອອກບໍ່ໄດ້?” 20 ພຣະເຢຊູໄດ້ເວົ້າແກ່ພວກເຂົາວ່າ, “ເພາະພວກທ່ານມີຄວາມເຊື່ອຫນ້ອຍ. ເຮົາບອກພວກທ່ານຕາມຄວາມຈິງວ່າ, ຖ້າພວກທ່ານມີຄວາມເຊື່ອທໍ່ກັບເມັດຜັກກາດເມັດຫນຶ່ງ, ພວກທ່ານຈະສາມາດສັ່ງພູຫນ່ວຍນີ້ວ່າ ‘ຈົ່ງເຄື່ອນຈາກບ່ອນນີ້ໄປຢູ່ບ່ອນນັ້ນ’ ມັນກໍຈະເຄື່ອນໄປ, ແລະບໍ່ມີສິ່ງໃດທີ່ທ່ານເຮັດບໍ່ໄດ້. 21 ແຕ່ຜີແບບນີ້ບໍ່ເຄີຍຖືກຂັບອອກ ເວັ້ນໄວ້ແຕ່ດ້ວຍການພາວັນນາອະທິຖານແລະຖືສິນອົດອາຫານ. 22 ຂະນະທີ່ພຣະ­ເຢຊູເຈົ້າຍັງຄົງຢູ່ໃນແຂວງຄາ­ລີ­ເລ ພຣະ­ອົງຊົງບອກບັນດາສາວົກຂອງພຣະອົງວ່າ, “ບຸດມະ­ນຸດຈະຕ້ອງຖືກມອບໄວ້ໃນມືມະ­ນຸດ. 23 ເຂົາຈະຂ້າພຣະອົງເສັຽ ແລະໃນວັນຖ້ວນສາມພຣະອົງຈະຖືກຊົງບັນ­ດານໃຫ້ເປັນຄືນມາ.” ພວກສາ­ວົກກໍມີຄວາມ­ທຸກຫນັກໃຈ. 24 ເມື່ອມາເຖິງເມືອງກາ­ເປ­ນາ­ອູມແລ້ວ ມີພວກເກັບຄ່າບຳ­ລຸງພຣະວິ­ຫານມາຫາເປ­ໂຕຖາມວ່າ, “ອາ­ຈານຂອງພວກທ່ານບໍ່ເສັຽເງິນບຳ­ລຸງພຣະ­ວິ­ຫານບໍ?” 25 ເປ­ໂຕຕອບວ່າ, “ເສັຽ” ເມື່ອເປ­ໂຕເຂົ້າໄປໃນເຮືອນ ພຣະ­ເຢຊູເຈົ້າຊົງກ່າວຂຶ້ນກ່ອນຖາມວ່າ, “ຊີໂມນເອີຍ, ເຈົ້າຄິດເຫັນເປັນຢ່າງ­ໃດ? ພວກເຈົ້າແຜ່ນ­ດິນເຄີຍເກັບພາສີ ແລະເງິນສ່ວຍຈາກຜູ້ໃດ? ຈາກປະຊາຊົນຂອງພຣະອົງເອງ ຫລື ຈາກຄົນຕ່າງຊາດ?”. 26 ເມື່ອເປ­ໂຕທູນຕອບວ່າ, “ເຄີຍເກັບຈາກຄົນຕ່າງຊາດ” ພຣະເຢຊູຊົງກ່າວວ່າ, “ຖ້າຢ່າງນັ້ນ ປະຊາຊົນກໍບໍ່ຕ້ອງເສັຽ. 27 ແຕ່ດັ່ງນັ້ນພວກເຮົາກໍບໍ່ໄດ້ເປັນເຫດໃຫ້ຄົນເກັບພາສີຕ້ອງເຮັດບາບ, ຈົ່ງໄປຕຶກ­ເບັດທີ່ທະ­ເລ ເມື່ອໄດ້ປາໂຕທຳອິດຂຶ້ນມາໃຫ້ງະປາກມັນ ແລ້ວທ່ານຈະພົບເງິນຫລຽນຫນຶ່ງ ຈົ່ງເອົາເງິນນັ້ນໄປເສັຽຄ່າບຳ­ລຸງພຣະ­ວິ­ຫານສຳ­ລັບເຮົາກັບທ່ານ.”