ບົດທີ 18

1 ໃນເວ­ລາດຽວກັນນັ້ນພວກສາ­ວົກມາຫາພຣະ­ເຢຊູເຈົ້າ ແລະທູນວ່າ, “ໃຜເປັນໃຫຍ່ທີ່ສຸດໃນຣາ­ຊະອາ­ນາ­ຈັກສະ­ຫວັນ?” 2 ໃຫ້ຢືນຖ້າມ­ກາງພວກເພິ່ນ. 3 ແລ້ວກ່າວວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ຖ້າພວກທ່ານບໍ່ກັບໃຈ ແລະ ກາຍ­ເປັນເຫມືອນເດັກ­ນ້ອຍຄົນນີ້ ທ່ານຈະເຂົ້າໃນຣາ­ຊະອານາຈັກສະ­ຫວັນບໍ່ໄດ້ເລີຍ. 4 ເຫດສະນັ້ນ, ຜູ້ໃດກໍຕາມທີ່ຖ່ອມ­ຕົວລົງເຫມືອນເດັກນ້ອຍຜູ້ນີ້ ຜູ້ນັ້ນຈະເປັນໃຫຍ່ໃນຣາ­ຊະອາ­ນາ­ຈັກສະ­ຫວັນ. 5 ຖ້າຜູ້ໃດຈະຮັບເດັກນ້ອຍຜູ້ຫນຶ່ງຢ່າງນີ້ໄວ້ໃນນາມຂອງເຮົາ ຜູ້ນັ້ນກໍໄດ້ຮັບເຮົາ. 6 ແຕ່ຜູ້ໃດເຮັດໃຫ້ຄົນຫນຶ່ງໃນຫມູ່ເດັກ­ນ້ອຍເຫລົ່ານີ້ ທີ່ເຊື່ອໃນເຮົາຫລົງຜິດ, ຈະດີກວ່າສຳລັບເຂົາ ຖ້າເອົາຫີນໂມ້ແປ້ງກ້ອນໃຫຍ່ຜູກຄໍຜູ້ນັ້ນ, ແລະ ໃຫ້ຈົມລົງນ້ຳທະ­ເລເລິກເສັຽ. 7 ເພາະເຫດການລໍ້ລວງມະນຸດໃຫ້ຕົກໃນບາບ ທີ່ເວລາເຫຼົ່ານີ້ຈະເກີດຂຶ້ນ ແຕ່ວິ­ບັດແກ່ຜູ້ທີ່ກໍ່ເຫດໃຫ້ເກີດການຫລົງຜິດນັ້ນ. 8 ຖ້າມື ຫລື ຕີນຂອງທ່ານເຮັດໃຫ້ຕົນຫລົງຜິດ ຈົ່ງຕັດຖິ້ມເສັຽ ທີ່ຈະເຂົ້າສູ່ຊີ­ວິດດ້ວຍມືແລະຕີນກຸດຫລືພິ­ການ. ຍັງດີກວ່າຖືກຖິ້ມໃສ່ໄຟທີ່ໄຫມ້ຢູ່ເປັນ­ນິດທັງໆທີ່ຍັງມີມືຫລືຕີນສອງເບື້ອງ. 9 ຖ້າດວງຕາຂອງທ່ານເຮັດໃຫ້ຕົນຫລົງຜິດ ຈົ່ງຄວັກອອກ ແລະ ຖິ້ມໄປໃຫ້ໄກເສັຽ ເພາະຈະດີສຳລັບທ່ານທີ່ຈະເຂົ້າສຸ່ຊີ­ວິດດ້ວຍຕາເບື້ອງດຽວ ແທນທີ່ຈະຖືກໂຍນລົງໄປໃນໄຟນະ­ຣົກທັ່ງໆ ທີ່ຍັງມີຕາຄົບສອງເບື້ອງ.” 10 ຈົ່ງລະ­ວັງໃຫ້ດີ ທ່ານຢ່າດູຫມິ່ນເດັກ­ນ້ອຍຫມູ່ນີ້ຈັກຄົນຫນຶ່ງ. ເພາະເຮົາບອກພວກທ່ານວ່າ ເທ­ວະ­ດາປະ­ຈຳຂອງເຂົາໃນສະ­ຫວັນເຝົ້າຢູ່ສະ­ເຫມີ. ຕໍ່ພຣະ­ພັກພຣະ­ບິ­ດາຂອງເຮົາຜູ້ຊົງສະ­ຖິດຢູ່ໃນສະຫວັນ. ເພາະບຸດມະ­ນຸດໄດ້ມາໂຜດເອົາຜູ້ທີ່ເລັກນ້ອຍເຫລົ່ານີ້ໃຫ້ພົ້ນ. 11 ຍ້ອນວ່າບຸດມະນຸດໄດ້ມາໂຜດເອົາຜູ້ທີ່ຫລົງເສັຽໄປໃຫ້ພົ້ນ. 12 ພວກທ່ານຄຶດເຫັນຢ່າງ­ໃດ? ຖ້າຜູ້ຫນຶ່ງມີແກະຢູ່ຮ້ອຍໂຕ ແລະມີໂຕຫນຶ່ງຫລົງເສັຽໄປຈາກຝູງ, ຜູ້ນັ້ນຈະບໍ່ປະແກະເກົ້າສິບເກົ້າໂຕໄວ້ຢູ່ພູ ແລ້ວ­ໄປຊອກຫາໂຕທີ່ຫລົງເສັຽໄປນັ້ນບໍ? 13 ຖ້າພົບແກະໂຕທີ່ເສັຽ ເຮົາບອກພວກທ່ານຕາມຄວາມຈິງວ່າ ຜູ້ນັ້ນຄົງມີຄວາມຊົມ­ຊື່ນຍິນ­ດີໃນແກະໂຕນັ້ນ ຫລາຍກວ່າແກະເກົ້າສິບເກົ້າໂຕທີ່ບໍ່ຫລົງເສັຽໄປ. 14 ໃນທຳນອງດຽວກັນພຣະບິ­ດາຂອງພວກທ່ານຜູ້ຊົງສະຖິດຢູ່ໃນສະ­ຫວັນ ຈິ່ງບໍ່ຊົງປາ­ຖນາໃຫ້ເດັກນ້ອຍເຫລົ່ານີ້ຈິບ­ຫາຍແມ່ນແຕ່ຄົນດຽວເລີຍ.” 15 ຖ້າພີ່­ນ້ອງຂອງທ່ານເຮັດຜິດບາບຕໍ່ທ່ານ, ຈົ່ງໄປແຈ້ງຄວາມຜິດນັ້ນແກ່ເພິ່ນສອງ­ຕໍ່­ສອງເທົ່ານັ້ນ. ຖ້າເພິ່ນຍອມຟັງ, ທ່ານກໍໄດ້ພີ່ນ້ອງຄືນມາ. 16 ແຕ່ຖ້າເຂົາບໍ່ຍອມຟັງທ່ານ, ທ່ານຈົ່ງເອົາຄົນຫນຶ່ງ ຫລື ສອງຄົນໄປນຳ ໃຫ້ເປັນພະ­ຍານ, ເພາະເຫດນັັ້ນດ້ວຍ ສອງ ຫລື ສາມປາກ ເພື່ອສາມາດຮັບຮອງຄຳເວົ້າໄດ້ໂດຍພະຍານເຫລົ່ານັ້ນ. 17 ແລະຖ້າເພິ່ນບໍ່ຍອມຟັງຄົນເຫລົ່າ­ນັ້ນ ຈົ່ງໄປແຈ້ງຄວາມນັ້ນຕໍ່ຄຣິສ­ຕະ­ຈັກ. ຖ້າເພິ່ນບໍ່ຍອມຟັງຄຣິສ­ຕະ­ຈັກອີກ, ກໍໃຫ້ຖືເສັຽວ່າເພິ່ນເປັນເຫມືອນຄົນບໍ່ເຊື່ອພຣະເຈົ້າແລະເປັນຄົນເກັບພາສີ. 18 ເຮົາບອກພວກທ່ານຄວາມຈິງວ່າ ສິ່ງໃດກໍຕາມທີ່ພວກທ່ານຈະຜູກມັດໄວ້ ໃນໂລກ ກໍຈະຊົງຜູກມັດໄວ້ແລ້ວໃນສະຫວັນ; ແລະສິ່ງໃດທີ່ພວກທ່ານຈະແກ້ ໃນໂລກ ກໍຈະຊົງແກ້ໃຫ້ຫລຸດເສັຽແລ້ວໃນສະ­ຫວັນເຫມືອນກັນ. 19 ເຮົາບອກແກ່ພວກທ່ານວ່າ ຫາກສອງຄົນໃນພວກທ່ານຈະຮ່ວມໃຈກັນຂໍສິ່ງຫນຶ່ງສິ່ງໃດໃນໂລກນີ້ ກໍຈະເປັນໄປຕາມນັ້ນສຳລັບພວກເຂົາ ພຣະບິ­ດາຂອງເຮົາຜູ້ຊົງສະ­ຖິດຢູ່ໃນສະ­ຫວັນກໍຈະຊົງກະທຳໃຫ້. 20 ດ້ວຍວ່າມີສອງຫລືສາມຄົນປະ­ຊຸມກັນໃນນາມຂອງເຮົາຢູ່ບ່ອນໃດ ເຮົາກໍຢູ່ທ່າມກາງເຂົາຢູ່ບ່ອນນັ້ນແຫລະ.” 21 ຈາກນັ້ນເປ­ໂຕໄດ້ມາທູນຖາມພຣະ­ອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍຄວນຈະຍົກໂທດໃຫ້ແກ່ພີ່­ນ້ອງຂອງຂ້າ­ນ້ອຍເຮັດຜິດຕໍ່ຂ້າ­ນ້ອຍ ຕ້ອງຍົກໂທດເຖິງຈັກເທື່ອບໍ? ຈົນຄົບເຈັດເທື່ອບໍ?” 22 ພຣະເຢຊູເຈົ້າຊົງຕອບວ່າ, “ເຮົາບໍ່ໄດ້ບອກພຽງເຈັດເທື່ອເທົ່ານັ້ນ ແຕ່ເຖິງເຈັດສິບເທື່ອຄູນກັບເຈັດ. 23 ເຫດສະ­ນັ້ນຣາ­ຊະອາ­ນາ­ຈັກສະ­ຫວັນປຽບເຫມືອນເຈົ້າກະ­ສັດອົງຫນຶ່ງ ຜູ້ຊົງປະ­ສົງຢາກຄິດບັນ­ຊີເງິນທີ່ພວກຂ້າໃຊ້ເປັນຫນີ້. 24 ແມ່ນເຂົາເລີ່ມຕົ້ນຄິດໄລ່ບັນຊີຢູ່, ເຂົາພາຜູ້ຮັບໃຊ້ຜູ້ຫນຶ່ງ ທີ່ເປັນຫນີ້ເພິ່ນຫມື່ນຕາລັນຕົນມາຫາພຣະອົງ. 25 ແຕ່ເມື່ອລາວບໍ່ມີຫຍັງຈະໃຊ້ຫນີ້ຄືນ, ນາຍຂອງເຂົາຈິ່ງສັ່ງໃຫ້ຂາຍຕົວເຂົາ ລວມທັງເມັຽ ແລະ ລູກ ແລະ ບັນ­ດາສິ່ງຂອງທີ່ເຂົາມີຢູ່ເອົາມາໃຊ້ຫນີ້ເສັຽ. 26 ຄົນໃຊ້ຜູ້ນັ້ນຈິ່ງຂາບລົງວອນຕໍ່ທ່ານວ່າ, ‘ໂອຍທ່ານເອີຍ, ຂໍຊົງໂຜດຜ່ອນ­ຜັນຂ້າ­ນ້ອຍກ່ອນ ແລ້ວຂ້າ­ນ້ອຍຈະຫາໃຊ້ແທນໃຫ້ຫມົດ’. 27 ກະສັດຄິດເມດຕາສົງສານ ລາວ. ດັ່ງນັ້ນເພິ່ນ ຈຶ່ງຍົກຫນີ້ໃຫ້ແລ້ວປ່ອຍໃຫ້ ລາວໄປ. 28 ຕໍ່ມາຊາຍຜູ້ນີ້ກໍພົບເພື່ອນຜູ້ຫນຶ່ງທີ່ເປັນຂ້າໃຊ້ດ້ວຍກັນ, ຊຶ່ງເປັນຫນີ້ຕົນຫນຶ່ງຮ້ອຍເດ­ນາ­ຣິ­ອົນ. ລາວຈິ່ງຈັບເພື່ອນຄົນນັ້ນບີບຄໍ, ແລະເວົ້າວ່າ ‘ເງິນທີ່ມຶງເປັນຫນີ້ກູນັ້ນເອົາມາແທນເສັຽແມ.’ 29 ແຕ່ຂ້ອຍໃຊ້ຜູ້ນັ້ນຈິ່ງຂາບລົງອ້ອນ­ວອນວ່າ ‘ຂໍຜ່ອນ­ຜັນໃຫ້ເຮົາເສັຽກ່ອນທ້ອນ, ແລ້ວເຮົາຈະໃຊ້ໃຫ້ທັງຫມົດ.’ 30 ແຕ່ຂ້າໃຊ້ຄົນທຳອິດບໍ່ຍອມ ແລະຈັບລູກຫນີ້ຜູ້ນັ້ນໄປຂັງໄວ້ຈົນກວ່າຈະໃຊ້ຫນີ້ນັ້ນ. 31 ຝ່າຍພວກເພື່ອນຂ້າໃຊ້ດ້ວຍກັນ ເມື່ອໄດ້ເຫັນເຫດ­ການຢ່າງນັ້ນກໍພາ­ກັນໃຈຮ້າຍຫລາຍ ແລະນຳເຫດການທັງປວງໄປກາບທູນຕໍ່ເຈົ້ານາຍໃນທຸກສິ່ງທີ່ເກີດຂື້ນ. 32 ກະສັດຈິ່ງເອີ້ນລາວມາ ແລະ ຊົງກ່າວວ່າ ‘ອ້າຍຂີ້­ຂ້າຊາດຊົ່ວເຮີຍ, ເຮົາໄດ້ຍົກຫນີ້ໃຫ້ເຈົ້າທັງຫມົດເພາະເຈົ້າໄດ້ອ້ອນ­ວອນຂໍນຳເຮົາ. 33 ເຈົ້າຄວນຈະສົງ­ສານເພື່ອນຂອງເຈົ້າເຫມືອນດັ່ງເຮົາໄດ້ສົງ­ສານເຈົ້າບໍ່ແມ່ນບໍ?’ 34 ເຈົ້ານາຍອົງນັ້ນກໍຮ້າຍຫລາຍແລະມອບມັນໄວ້ແກ່ເຈົ້າຫນ້າ­ທີ່ໃຫ້ທໍຣະ­ມານຈົນກວ່າຈະໃຊ້ຫນີ້ໃຫ້ຫມົດ. 35 ດັ່ງນັ້ນພຣະ­ບິ­ດາເຈົ້າຂອງເຮົາຜູ້ຊົງສະ­ຖິດຢູ່ໃນສະ­ຫວັນ ກໍຈະເຮັດດັ່ງ­ນັ້ນແກ່ພວກທ່ານທຸກຄົນ ຖ້າພວກທ່ານບໍ່ຍົກຄວາມຜິດໃຫ້ພີ່­ນ້ອງຂອງຕົນດ້ວຍໃຈບໍຣິສຸດຂອງທ່ານເອງ.”