1 ເມື່ອພຣະເຢຊູເຈົ້າຊົງກ່າວຄຳເຫລົ່ານີ້ຈົບລົງແລ້ວ ພຣະອົງໄດ້ສະເດັດຈາກແຂວງຄາລີເລ ເຂົ້າໄປໃນເຂດແດນແຂວງຢູດາຍຟາກແມ່ນ້ຳຈໍແດນເບື້ອງນັ້ນ. 2 ແລະ ພຣະອົງໄດ້ຊົງໂຜດໃຫ້ເຂົາດີພະຍາດໃນທີ່ນັ້ນ. 3 ພວກຟາຣີຊາຍໄດ້ເຂົ້າມາທົດລອງພຣະອົງທູນວ່າ, “ເປັນເລື່ອງທີ່ຖືກຕ້ອງຕາມກົດບັດຍັດຫລືບໍ ຖ້າຜູ້ຊາຍຈະຢ່າຮ້າງກັບເມັຍເພາະເຫດໃດກໍຕາມ?” 4 ພຣະເຢຊູເຈົ້າຊົງຕອບເຂົາວ່າ, “ພວກທ່ານບໍ່ໄດ້ອ່ານຫລືວ່າ ‘ພຣະຜູ້ຊົງສ້າງມະນຸດແຕ່ຕົ້ນເດີມໄດ້ຊົງສ້າງໃຫ້ເປັນຊາຍແລະຍິງໃຫ້ຄູ່ກັນ.’ 5 ‘ດ້ວຍເຫດນັ້ນຜູ້ຊາຍຈິ່ງລະພໍ່ແມ່ນຂອງຕົນໄປຜູກພັນຢູ່ກັບເມັຽ ແລະເຂົາທັງສອງຈະເປັນກາຍອັນດຽວກັນ. 6 ດັ່ງນັ້ນພວກເຂົາຈິ່ງບໍ່ເປັນສອງຕໍ່ໄປແຕ່ເປັນກາຍອັນດຽວ.’ ເພາະເຫດນີ້ພຣະເຈົ້າຜູ້ຜູກພັນໄວ້ຕໍ່ກັນແລ້ວນັ້ນ ຢ່າໃຫ້ມະນຸດເຮັດໃຫ້ພາກຈາກກັນເລີຍ.” 7 ພວກເຂົາຈິ່ງຢ້ອນຖາມພຣະອົງວ່າ, “ຖ້າຢ່າງນັ້ນເປັນຫຍັງໂມເຊຈິ່ງສັ່ງໃຫ້ເຮັດຫນັງສືຢ່າຮ້າງ ແລະໃຫ້ປະເມັຽໄປໄດ້”. 8 ພຣະອົງຊົງຕອບເຂົາວ່າ, “ກໍເພາະໃຈຂອງພວກທ່ານດື້ດ້ານຫລາຍ ໂມເຊຈິ່ງຍອມອະນຸຍາດໃຫ້ພວກທ່ານປະເມັຽຂອງຕົນໄດ້ ແຕ່ເມື່ອຕົ້ນເດີມບໍ່ເປັນຢ່າງນັ້ນ. 9 ຜູ້ໃດຈະປະເມັຽຂອງຕົນ, ໂດຍເມັຽບໍ່ເປັນຊູ້ກັບຊາຍອື່ນ ແລ້ວໄປເອົາເມັຽໃຫມ່ ຜູ້ນັ້ນມີຄວາມຜິດໃນຖານຫລິ້ນຊູ້ ແລະຜູ້ໃດຈະເອົາແມ່ຮ້າງນັ້ນມາເປັນເມັຽ ກໍຜິດໃນຖານຫລິ້ນຊູ້ເຫມືອນກັນ.” 10 ພວກສາວົກຈິ່ງທູນພຣະອົງວ່າ, “ຖ້າເປັນເຊັ່ນນັ້ນລະຫວ່າງຜົວເມັຽຂອງຕົນແລ້ວ ການບໍ່ແຕ່ງງານກໍຈະດີກວ່າ.” 11 “ບໍ່ແມ່ນຫມົດທຸກຄົນທີ່ຈະຮັບປະຕິບັດຕາມຂໍ້ນີ້ໄດ້ ເວັ້ນແຕ່ຜູ້ທີ່ຊົງໂຜດເທົ່ານັ້ນ. 12 ຜູ້ທີ່ເປັນຫມັນແຕ່ເກີດກໍມີ ຜູ້ທີ່ມະນຸດເຮັດໃຫ້ເປັນຫມັນກໍມີຜູ້ທີ່ເຮັດໃຫ້ຕົນເອງເປັນຫມັນເພາະເຫັນແກ່ຣາຊະອານາຈັກກໍມີ, ຜູ້ໃດທີ່ສາມາດຮັບປະຕິບັດໄດ້ ກໍໃຫ້ຮັບເອົາເຖີດ.” 13 ຈາກນັ້ນພວກເຂົາໄດ້ພາພວກເດັກນ້ອຍໆມາຫາພຣະອົງ ເພື່ອຈະໃຫ້ພຣະອົງຊົງວາງພຣະຫັດແລະະອະທິຖານເພື່ອເຂົາ, ແຕ່ພວກສາວົກໄດ້ຫ້າມປາມໄວ້. 14 ແຕ່ພຣະເຢຊູເຈົ້າຊົງກ່າວວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍມາຫາເຮົາ ຢ່າຊູ່ຫ້າມເຂົາ ເພາະວ່າຣາຊະອານາຈັກສະຫວັນ ເປັນຂອງຄົນທີ່ເຫມືອນເດັກນ້ອຍເຫລົ່ານີ້ແຫລະ.” 15 ພຣະອົງຊົງວາງພຣະຫັດໃສ່ພວກເດັກນ້ອຍແລ້ວ ກໍໄດ້ສະເດັດໄປຈາກບ່ອນນັ້ນ. 16 ເບິ່ງແມ, ມີຄົນຫນຶ່ງເຂົ້າມາທູນພຣະອົງວ່າ, “ອາຈານເອີຍ, ຂ້ານ້ອຍຈະຕ້ອງເຮັດດີປະການໃດ ຈິ່ງຈະໄດ້ຊີວິດອັນຕະຫລອດໄປເປັນນິດ?” 17 ພຣະເຢຊູເຈົ້າຊົງຕອບວ່າ, “ເປັນຫຍັງທ່ານຖາມເຮົາເຖິງສິ່ງທີ່ດີ ຜູ້ດີມີແຕ່ຜູ້ດຽວ, ຖ້າທ່ານປາຖນາຈະເຂົ້າສູ່ຊີວິດ ໃຫ້ຖືຮັກສາຂໍ້ບັນຍັດທັງຫລາຍໄວ້.” 18 ຊາຍຜູ້ນັ້ນທູນຖາມວ່າ, “ພຣະບັນຍັດຂໍ້ໃດ?” ພຣະເຢຊູຊົງຕອບວ່າ, “ຄືຂໍ້ທີ່ວ່າ ‘ຢ່າຂ້າຄົນ, ຢ່າລ່ວງປະເວນີ, ຢ່າລັກຊັບ, ແລະຢ່າເປັນພະຍານບໍ່ຈິງ. 19 ແລະຈົ່ງຮັກເພື່ອນບ້ານເຫມືອນຮັກຕົວເອງ’.” 20 ຊາຍຫນຸ່ມຜູ້ນັ້ນທູນຕອບພຣະອົງອີກວ່າ, “ຂໍ້ເຫລົ່ານັ້ນຂ້ານ້ອຍໄດ້ຖືຮັກສາມາແລ້ວ ຂ້ານ້ອຍຍັງຂາດສິ່ງໃດອີກ?” 21 ພຣະເຢຊູເຈົ້າຊົງຕອບວ່າ, “ຖ້າທ່ານປາຖນາຢາກເປັນຜູ້ດີຄົບຖ້ວນ ຈົ່ງໄປຂາຍບັນດາສິ່ງຂອງຊຶ່ງທ່ານມີຢູ່ ແຈກຢາຍແກ່ຄົນອະນາຖາ ແລ້ວທ່ານຈະມີຊັບສົມບັດໃນສະຫວັນ ແລະຈົ່ງຕາມເຮົາມາເສັຽ.” 22 ແຕ່ເມື່ອຊາຍຫນຸ່ມໄດ້ຍິນດັ່ງນັ້ນກໍອອກໄປເປັນທຸກຫນັກໃຈ ເພາະຕົນມີຊັບສິ່ງຂອງຈຳນວນຫລາຍ. 23 ພຣະເຢຊູເຈົ້າຊົງກ່າວກັບພວກສາວົກຂອງຕົນວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ຍາກເຫລືອເກີນທີ່ຄົນຮັ່ງມີຈະເຂົ້າໄປໃນຣາຊະອານາຈັກຂອງສະຫວັນ. 24 ໂຕອູດຈະລອດຮູເຂັມກໍງ່າຍກວ່າຄົນຮັ່ງມີຄົນຫນຶ່ງຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ.” 25 ເມື່ອພວກສາວົກໄດ້ຍິນດັ່ງນັ້ນກໍປະຫລາດໃຈຫລາຍ ແລະເວົ້າວ່າ, “ຖ້າຢ່າງນັ້ນ ໃຜຈະພົ້ນໄດ້?” 26 “ຝ່າຍມະນຸດກໍເຫລືອກຳລັງທີ່ຈະເຮັດໄດ້ ແຕ່ສຳລັບພຣະເຈົ້າແລ້ວທຸກສິ່ງລ້ວນແຕ່ເປັນໄປໄດ້.” ແລ້ວເປໂຕທູນຕອບວ່າ, 27 “ເບິ່ງແມ, ຂ້ານ້ອຍທັງຫລາຍໄດ້ສະຫລະຫມົດທຸກສິ່ງແລ້ວແລະໄດ້ຕິດຕາມພຣະອົງມາ ແລ້ວພວກຂ້ານ້ອຍຈະໄດ້ຫຍັງແດ່?” 28 ພຣະເຢຊູເຈົ້າຊົງກ່າວກັບເຂົາວ່າ, “ເຮົາບອກພວກທ່ານຄວາມຈິງວ່າ ໃນໂລກໃຫມ່ຄາວເມື່ອບຸດມະນຸດຈະນັ່ງເທິງພຣະທີ່ນັ່ງອັນຮຸ່ງເຮືອງຂອງຕົນນັ້ນ ຝ່າຍພວກທ່ານກໍຈະນັ່ງເທິງບັນລັງສິບສອງບ່ອນ, ພິພາກສາທັງສິບສອງເຜົ່າຂອງອິສະຣາເອນ. 29 ທຸກໆ ຄົນທີ່ໄດ້ສະຫລະເຮືອນຊານ, ອ້າຍເອື້ອຍນ້ອງ, ພໍ່ແມ່, ລູກ, ຫລືໄຮ່ນາເພາະເຫັນແກ່ນາມຂອງເຮົາ, ຜູ້ນັ້ນຈະໄດ້ຮັບຜົນຕອບແທນຮ້ອຍທໍ່ ແລະຈະໄດ້ຮັບມໍຣະດົກຄືຊີວິດອັນຕະຫລອດໄປເປັນນິດ. 30 ແລະຜູ້ທີ່ເປັນປາຍຈະກັບເປັນຕົ້ນ.”