ບົດທີ 20

1 ເພາະ­ວ່າຣາ­ຊະອາ­ນາ­ຈັກສະ­ຫວັນປຽບເຫມືອນພໍ່ເຮືອນຜູ້ຫນຶ່ງທີ່ອອກໄປແຕ່ເຊົ້າ ເພື່ອຈ້າງຄົນມາທຳງານໃນສວນອະ­ງຸ່ນຂອງຕົນ. 2 ຄັນຕົກ­ລົງກັບລູກ­ຈ້າງວັນລະຫນຶ່ງເດ­ນາ­ຣິ­ອົນແລ້ວ ຈິ່ງໃຊ້ໃຫ້ໄປທຳງານໃນສວນອະງຸ່ນຂອງຕົນ. 3 ໃນເວລາເກົ້າໂມງເຊົ້າ ເຈົ້າຂອງສວນກໍອອກໄປອີກ ແລະພົບຄົນອື່ນຢືນຢູ່ລ້າກາງຕະ­ຫລາດ. 4 ‘ພວກເຈົ້າຈົ່ງໄປທຳງານໃນສວນອະ­ງຸ່ນຂອງຂ້ອຍເຫມືອນກັນ ແລະຂ້ອຍຈະໃຫ້ຄ່າຈ້າງແກ່ພວກເຈົ້າຕາມສົມ­ຄວນ.’ ດັ່ງນັ້ນພວກເຂົາກໍພາ­ກັນໄປເຮັດວຽກ. 5 ອີກຄັ້ງຫນຶ່ງ ເພິ່ນກໍອອກໄປເມື່ອປະມານເວ­ລາທ່ຽງແລະບ່າຍສາມໂມງ ເພິ່ນກໍອອກໄປອີກເຮັດເຫມືອນແຕ່ກ່ອນ. 6 ພໍຕອນຫ້າໂມງແລງ ເພິ່ນກໍອອກໄປອີກເທື່ອຫນຶ່ງແລະພົບອີກພວກຫນຶ່ງຢືນຢູ່ຈິ່ງຖາມເຂົາວ່າ ‘ເປັນຫຍັງພວກເຈົ້າຈິ່ງຢືນຢູ່ນີ້ຫມົດມື້ລ້າ ໆ?’ 7 ‘ເພາະບໍ່ມີຜູ້ໃດຈ້າງພວກເຮົາ.’ ເພິ່ນຈິ່ງບອກເຂົາວ່າ, ‘ພວກເຈົ້າຈົ່ງໄປທຳງານໃນສວນອະ­ງຸ່ນເຫມືອນກັນ.’ 8 ຄັນເຖິງເວ­ລາຄ່ຳແລງແລ້ວ, ເຈົ້າຂອງສວນອະງຸ່ນຈິ່ງບອກເຈົ້າພະ­ນັກ­ງານວ່າ ‘ຈົ່ງເອີ້ນພວກຄົນງານມາ ແລ້ວໃຫ້ຄ່າຈ້າງແກ່ເຂົາ ຕັ້ງ­ແຕ່ຜູ້ທຳງານສຸດທ້າຍຈົນເຖິງຜູ້ມາກ່ອນ.’ 9 ເຂົາແຕ່ລະຄົນໄດ້ຮັບຄ່າຈ້າງຄົນລະຫນຶ່ງເດນາຣິ­ອົນ. 10 ເມື່ອພວກຄົນງານທີ່ມາກ່ອນເຫັນ ກໍນຶກວ່າຄົງຈະໄດ້ຮັບຫລາຍກວ່ານັ້ນ, ແຕ່ກໍໄດ້ຮັບຄົນລະຫນຶ່ງເດນາ­ຣິ­ອົນເຫມືອນກັນ. 11 ເມື່ອໄດ້ຮັບເງິນແລ້ວເຂົາກໍຈົ່ມຕໍ່ເຈົ້າຂອງສວນ. 12 ພວກເຂົາເວົ້າວ່າ ‘ພວກທີ່ມາຕາມຫລັງເຮັດວຽກໄດ້ແຕ່ຊົ່ວ­ໂມງດຽວ ແຕ່ທ່ານໄດ້ໃຫ້ເຂົາທໍ່ກັນກັບພວກຂ້າ­ນ້ອຍ ທີ່ອົດທຳງານຫນັກຕາກ­ແດດຮ້ອນຕະຫລອດວັນ.’ 13 ແຕ່ເຈົ້າຂອງສວນໄດ້ຕອບໂດຍກ່າວກັບຄົນຫນຶ່ງໃນພວກເຂົາວ່າ ‘ສະ­ຫາຍເອີຍ, ຂ້ອຍບໍ່ໄດ້ເຮັດຜິດຕໍ່ເຈົ້າດອກ. ເຈົ້າໄດ້ຕົກ­ລົງກັນແລ້ວກັບຂ້ອຍວັນລະຫນຶ່ງເດ­ນາ­ຣິ­ອົນ ບໍ່ແມ່ນຫລື? 14 ສ່ວນທີ່ຕົກເປັນຂອງເຈົ້າຈົ່ງເອົາໄປເສັຽ. ຂ້ອຍພໍ­ໃຈຈະໃຫ້ຄ່າຈ້າງຄົນງານກຸ່ມທີ່ເຂົ້າການສຸດທ້າຍນີ້ ທໍ່ກັນກັບເຈົ້າ. 15 ຂ້ອຍມີສິດທີ່ຈະໃຊ້ເງິນຄຳຂອງຂ້ອຍຕາມ­ໃຈຂອງຂ້ອຍ ບໍ່ຄວນບໍ? ເປັນຫຍັງເຈົ້າອິດ­ສາເມື່ອເຫັນຂ້ອຍໃຈ­ດີ?’ 16 ແລະຜູ້ເປັນ­ຕົ້ນຈະກັບເປັນປາຍ.” 17 ເມື່ອພຣະ­ເຢຊູເຈົ້າກຳ­ລັງສະ­ເດັດຂຶ້ນເມືອນະຄອນເຢ­ຣູຊາເລັມ, ພຣະອົງກໍຊົງພາພວກສາ­ວົກສິບສອງຄົນໄປເປັນຫມູ່ຕ່າງຫາກແລະຕາມທາງນັ້ນພຣະ­ອົງຊົງບອກເຂົາວ່າ. 18 ພວກເຮົາກຳ­ລັງຂຶ້ນເມືອນະຄອນເຢ­ຣູ­ຊາ­ເລັມ, ແລະບຸດມະນຸດຈະຖືກມອບໄວ້ກັບພວກປະ­ໂລ­ຫິດຕົນໃຫຍ່ແລະພວກນັກ­ທັມ. ພວກເຫລົ່ານີ້ຈະຕັດສິນລົງ­ໂທດຈົນເຖິງແກ່ຊີ­ວິດ 19 ແລະຈະມອບໄວ້ກັບຄົນຕ່າງຊາດໃຫ້ເຍາະເຍີ້ຍ, ຂ້ຽນຕີ ແລະຕອກຕິດແຂນໄວ້ທີ່ໄມ້ກາງແຂນ. ແຕ່ໃນວັນຖ້ວນສາມເພິ່ນຈະຖືກຊົງບັນ­ດານໃຫ້ເປັນຄືນມາໃຫມ່.” 20 ຈາກນັ້ນມານດາຂອງລູກຊາຍເຊ­ເບ­ດາຍພາລູກທັງສອງຂອງຕົນມາຫາພຣະ­ອົງ. ນາງຂາບໄຫວ້ຕໍ່ຫນ້າພຣະອົງ ແລະທູນຂໍບາງສິ່ງຈາກພຣະ­ອົງ. 21 ພຣະເຢຊູເຈົ້າຈິ່ງຊົງຖາມນາງວ່າ, “ນາງປາຖນາສິ່ງໃດ?” ນາງທູນຕອບວ່າ, “ຂໍທ່ານຮັບສັ່ງໃຫ້ລູກຊາຍຂອງຂ້າ­ນ້ອຍສອງຄົນນີ້ນັ່ງໃນອາ­ນາ­ຈັກຂອງທ່ານ ເບື້ອງຂວາຜູ້ຫນຶ່ງ ເບື້ອງຊ້າຍຜູ້ຫນຶ່ງ ແດ່ທ້ອນ.” 22 ແຕ່ພຣະ­ເຢຊູຊົງຕອບວ່າ, “ພວກທ່ານບໍ່ເຂົ້າໃຈໃນສິ່ງທີ່ທ່ານຂໍນັ້ນ. ຈອກທີ່ເຮົາກຳລັງຈະດື່ມນັ້ນທ່ານຈະດື່ມໄດ້ບໍ?” ເຂົາທູນຕອບວ່າ, ‘ໄດ້ຢູ່ຂ້າ­ນ້ອຍ.” 23 ພຣະ­ອົງຊົງກ່າວກັບເຂົາວ່າ, “ພວກທ່ານຈະດື່ມຈອກຂອງເຮົາກໍຈິງຢູ່ ແຕ່ທີ່ຈະນັ່ງເບື້ອງຂວາແລະເບື້ອງຊ້າຍຂອງເຮົານັ້ນ ບໍ່ແມ່ນຫນ້າ­ທີ່ຂອງເຮົາຈະຈັດໃຫ້, ແຕ່ພຣະ­ບິ­ດາຂອງເຮົາຊົງຈັດແຈງໄວ້ສຳ­ລັບຜູ້ໃດກໍເປັນຂອງຜູ້ນັ້ນ.” 24 ເມື່ອພວກສາ­ວົກສິບຄົນໄດ້ຍິນດັ່ງ­ນັ້ນແລ້ວ ກໍມີຄວາມເຄືອງໃຈເພາະອ້າຍນ້ອງສອງຄົນນັ້ນ. 25 ແຕ່ພຣະ­ເຢຊູເຈົ້າຊົງເອີ້ນເຂົາມາແລ້ວກ່າວວ່າ, “ພວກທ່ານຮູ້ຢູ່ວ່າພວກຜູ້ຄຸ້ມຄອງຄົນຕ່າງຊາດກໍບັງ­ຄັບໃຫ້ຄົນທັງຫລາຍຕ້ອງເຊື່ອຟັງພວກເຂົາ ແລະພວກຜູ້ໃຫຍ່ກໍໃຊ້ອຳນາດເຫນືອເຂົາ. 26 ຜູ້ໃດຢາກເກີດເປັນໃຫຍ່ໃນພວກທ່ານ ຜູ້ນັ້ນຈະຕ້ອງເປັນຜູ້ຮັບໃຊ້ແທນ. 27 ແລະຖ້າຜູ້ໃດຢາກເປັນເອກຜູ້ນັ້ນຈະຕ້ອງເປັນຂ້ອຍໃຊ້ຂອງພວກທ່ານ. 28 ເຫມືອນຢ່າງບຸດມະນຸດບໍ່ໄດ້ມາໃຫ້ຄົນອື່ນຮັບໃຊ້ ແຕ່ໄດ້ມາເພື່ອຈະບົວລະ­ບັດເຂົາ ແລະປຣະທານຊີ­ວິດຂອງຕົນໃຫ້ເປັນຄ່າໄຖ່ຄົນຈຳ­ນວນຫລາຍ.” 29 ເມື່ອພວກເຂົາອອກໄປຈາກເມືອງເຢ­ຣິ­ໂກ, ມີປະ­ຊາຊົນຈຳ­ນວນຫລາຍໄດ້ຕາມພຣະ­ອົງໄປ. 30 ມີຊາຍຕາບອດສອງຄົນທີ່ນັ່ງຢູ່ແຄມທາງເມື່ອໄດ້ຍິນວ່າພຣະ­ເຢຊູເຈົ້າສະ­ເດັດກາຍມາເຂົາຈິ່ງຮ້ອງຂຶ້ນວ່າ “ທ່ານຜູ້ເປັນບຸດດາ­ວິດເອີຍ, ຂໍຈົ່ງເມດຕາພວກຂ້າ­ນ້ອຍແດ່­ຖ້ອນ.” 31 ແຕ່ເຂົາແຮ່ງຊ້ຳຮ້ອງດັງຂຶ້ນວ່າ, “ທ່ານຜູ້ເປັນບຸດດາ­ວິດເອີຍ, ຂໍຈົ່ງເມດຕາພວກຂ້າ­ນ້ອຍແດ່­ຖ້ອນ.” 32 ແລ້ວພຣະ­ເຢຊູເຈົ້າຊົງຢຸດຢູ່ແລະເອີ້ນເຂົາມາແລ້ວຊົງຖາມເຂົາວ່າ, “ພວກເຈົ້າຢາກໃຫ້ເຮົາເຮັດຫຍັງເພື່ອເຈົ້າ?” 33 ພວກເຂົາຈິ່ງທູນຕອບວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍໂຜດເຮັດໃຫ້ຕາຂອງພວກຂ້າ­ນ້ອຍມືນເຫັນ­ຮຸ່ງແດ່­ຖ້ອນ.” 34 ພຣະເຢຊູເຈົ້າສົງສານພວກເຂົາຈິ່ງຊົງບາຍຕາຂອງເຂົາ ໃນທັນ­ໃດນັ້ນເຂົາກໍເຫັນ­ຮຸ່ງແລະຕິດຕາມພຣະ­ອົງໄປ.