ບົດທີ 21

1 ເມື່ອພຣະ­ເຢຊູເຈົ້າແລະພວກສາ­ວົກຂອງພຣະອົງມາໃກ້ນະຄອນເຢ­ຣູຊາ­ເລັມ, ແລະມາເຖິງບ້ານເບັດ­ຟາ­ເຄ ທີ່ພູຫມາກກອກ­ເທດ, ພຣະ­ເຢຊູໄດ້ຊົງໃຊ້ສາ­ວົກສອງຄົນໄປ, 2 ໂດຍຊົງສັ່ງເຂົາວ່າ, “ຈົ່ງເຂົ້າໄປໃນບ້ານທີ່­ຢູ່ຕໍ່­ຫນ້າທ່ານ ແລ້ວທ່ານຈະພົບລໍແມ່ໂຕຫນຶ່ງທີ່ຖືກມັດໄວ້ຢູ່ກັບລູກຂອງມັນ. ຈົ່ງແກ້ຈູງມາໃຫ້ເຮົາ. 3 ‘ອົງພຣະຜູ້ເປັນເຈົ້າຈຳເປັນຕ້ອງໃຊ້ພວກມັນ’ ແລ້ວຄົນນັ້ນຈະປ່ອຍພວກມັນໃຫ້ມາກັບພວກທ່ານໂດຍທັນທີ.” 4 ເຫດການໄດ້ເກີດຂຶ້ນເພື່ອໃຫ້ສຳເລັດ ຕາມທີ່ຜູ້ທຳນວາຍກ່າວໄວ້ວ່າ,

5 “ຈົ່ງບອກແກ່ລູກສາວຂອງເມືອງຊີໂອນວ່າ ‘ເບິ່ງແມ, ກະສັດຂອງທ່ານກຳລັງສະເດັດມາຫາທ່ານ ກະສັດຜູ້ມີພຣະທັຍອ່ອນສຸພາບ ແລະຊົງປຣະທັບເທິງຫລັງລໍ ໂຕຫນຶ່ງ ເຊິ່ງເປັນລູກລໍທີ່ຫາກໍເກີດຈາກທ້ອງແມ່ມັນ’.”
6 ຈາກນັ້ນພວກສາ­ວົກສອງຄົນນັ້ນກໍໄປເຮັດຕາມທີ່ພຣະເຢຊູຊົງສັ່ງສອນພວກເຂົາ, 7 ຈິ່ງຈູງລໍແມ່ກັບລູກມັນມາ ແລະເອົາເສື້ອຜ້າຂອງຕົນຢູ່ເທິງຫລັງມັນ ແລ້ວພຣະ­ອົງໄດ້ຊົງຂຶ້ນປຣະ­ທັບ. 8 ປະຊາ­ຊົນສ່ວນຫລາຍໄດ້ເອົາເສື້ອຜ້າຂອງຕົນປູຕາມຫົນ­ທາງ ບາງຄົນກໍຕັດຟົດໄມ້ມາປູຕາມທາງ. 9 ຝ່າຍຝູງຄົນທີ່ຍ່າງໄປກ່ອນກັບຜູ້ທີ່ມາຕາມຫລັງໄດ້ໂຫ່ຮ້ອງວ່າ, “ໂຮຊັນນາ ແກ່ຣາ­ຊະ­ບຸດຂອງດາ­ວິດ ສາທຸການແດ່ຜູ້ທີ່ສະ­ເດັດມາໃນພຣະ­ນາມຂອງອົງພຣະ­ຜູ້­ເປັນ­ເຈົ້າຈົ່ງຊົງພຣະຈະເຣີນ ໂຮ­ຊັນ­ນາໃນທີ່ສູງສຸດ.” 10 ເມື່ອພຣະ­ເຢຊູເຈົ້າເຂົ້າໄປໃນນະຄອນເຢ­ຣູຊາ­ເລັມແລ້ວ ປະ­ຊາ­ຊົນທົ່ວທັງນະຄອນກໍພາກັນແຕກຕື່ນຖາມກັນວ່າ, “ຄົນນີ້ແມ່ນຜູ້ໃດ?” 11 “ນີ້ຄືພຣະ­ເຢຊູເຈົ້າຜູ້ປະ­ກາດພຣະ­ທັມ ຊຶ່ງມາຈາກເມືອງນາຊາ­ເຣັດແຂວງຄາ­ລີ­ເລ.” 12 ຈາກນັ້ນພຣະ­ເຢຊູເຈົ້າໄດ້ສະ­ເດັດເຂົ້າໄປໃນບໍ­ຣິເວນພຣະວິຫານ. ພຣະອົງຊົງຂັບໄລ່ບັນ­ດາຜູ້ຊື້ຂາຍໃນບໍ­ຣິ­ເວນພຣະວິ­ຫານນັ້ນອອກເສັຽ ແລະຂວ້ຳໂຕະຜູ້ແລກເງິນກັບທັງບ່ອນນັ່ງຂອງຜູ້ຂາຍນົກເຂົາເສັຽ. 13 “ມີຄຳຂຽນໄວ້ໃນພຣະຄັມ­ພີວ່າ, ‘ວິ­ຫານຂອງເຮົາ ເຂົາຈະເອີ້ນວ່າເປັນສະ­ຖານ­ທີ່ໄຫ້ວວອນ’ ແຕ່ຝ່າຍພວກເຈົ້າໄດ້ເຮັດໃຫ້ເປັນ ‘ຖ້ຳຂອງໂຈນ’.” 14 ພວກຄົນຕາ­ບອດແລະຄົນຂາເສັ້ງກໍພາ­ກັນມາຫາພຣະ­ອົງໃນບໍ­ຣິເວນພຣະ­ວິ­ຫານ, ແລະພຣະ­ອົງໄດ້ຊົງໂຜດໃຫ້ເຂົາດີຫມົດ. 15 ແຕ່ເມື່ອພວກປະ­ໂລ­ຫິດຕົນໃຫຍ່ແລະພວກນັກ­ທັມໄດ້ເຫັນການອັດ­ສະ­ຈັນທີ່ພຣະ­ອົງຊົງເຮັດນັ້ນ, ແລະທັງໄດ້ຍິນພວກເດັກນ້ອຍຮ້ອງຂຶ້ນໃນບໍ­ຣິ­ເວນພຣະ­ວິ­ຫານວ່າ, “ໂຮຊັນນາແກ່ຣາ­ຊະບຸດຂອງດາ­ວິດ” ເຂົາກໍພາ­ກັນເຄືອງແຄ້ນໃຈ. 16 ພວກເຂົາຈິ່ງທູນຖາມພຣະອົງວ່າ, “ເຈົ້າບໍ່ໄດ້ຍິນຄຳທີ່ເຂົາຮ້ອງຢູ່ບໍ?” ພຣະ­ເຢຊູຊົງເຈົ້າຕອບວ່າ, “ໄດ້ຍິນແລ້ວ ພວກເຈົ້າບໍ່ໄດ້ອ່ານຈັກເທື່ອຫລືຄຳທີ່ວ່າ, ‘ພຣະ­ອົງຊົງຈັດໃຫ້ຄຳສັນ­ຣະ­ເສີນອັນແທ້ຈິງອອກມາຈາກປາກຂອງເດັກ­ນ້ອຍແລະແອນ້ອຍຜູ້ທີ່ຍັງກິນນົມຢູ່’.” 17 ແລ້ວພຣະເຢຊູເຈົ້າກໍສະ­ເດັດອອກຈາກເມືອງໄປປະ­ທັບຢູ່ບ້ານເບັດ­ທາ­ນີ ແລ້ວຊົງຄ້າງຄືນທີ່ນັ້ນ. 18 ຂະນະທີ່ພຣະເຢຊູເຈົ້າສະເດັດກັບຄືນເຂົ້າໄປໃນນະຄອນພຣະອົງຊົງຫີວອາ­ຫານ. 19 ເມື່ອທອດພຣະ­ເນດເຫັນຕົ້ນເດື່ອເທດຕົ້ນຫນຶ່ງຢູ່ແຄມທາງ ພຣະ­ອົງກໍສະ­ເດັດເຂົ້າໄປໃກ້ ເມື່ອຊົງເຫັນບໍ່ມີຫມາກ ມີແຕ່ໃບເທົ່ານັ້ນ ພຣະ­ອົງຈິ່ງຊົງກ່າວແກ່ຕົ້ນນັ້ນວ່າ, “ຈົ່ງຢ່າໄດ້ເກີດຫມາກຕໍ່ໄປຈັກເທື່ອ” ແລະຕົ້ນເດື່ອກໍຫ່ຽວ­ແຫ້ງລົງໃນທັນທີ. 20 ເມື່ອພວກສາ­ວົກເຫັນດັ່ງ­ນັ້ນກໍປະ­ຫລາດໃຈ ແລະເວົ້າກັນວ່າ, “ເປັນໄດ້ຢ່າງໃດ­ ຕົ້ນເດື່ອນັ້ນຈິ່ງຫ່ຽວ­ແຫ້ງໄປໃນທັນ­ທີ?” 21 ພຣະ­ເຢຊູເຈົ້າຕອບວ່າ, “ເຮົາ ບອກພວກເຈົ້າຄວາມຈິງວ່າ ຖ້າພວກທ່ານຫາກມີຄວາມເຊື່ອ ແລະ ບໍ່ສົງ­ໄສເລີຍ ທ່ານຈະເຮັດໄດ້ຢ່າງທີ່ເຮົາໄດ້ເຮັດແກ່ຕົ້ນເດື່ອນີ້ ແລະ ບໍ່ພຽງເທົ່ານັ້ນ ແຕ່ວ່າທ່ານຈະບອກພູນີ້ວ່າ ຈົ່ງຍ້າຍໄປຕົກ­ລົງນ້ຳທະ­ເລເສັຽ ກໍຈະເປັນໄປດັ່ງ­ນັ້ນ. 22 ທຸກສິ່ງທີ່ພວກເຈົ້າທູນຂໍ ພາວັນນາອະທິຖານ ພວກເຈົ້າມີຄວາມເຊື່ອ, ພວກເຈົ້າກໍຈະໄດ້ຮັບ ໃນສິ່ງນັ້ນ.” 23 ເມື່ອພຣະ­ເຢຊູເຈົ້າສະ­ເດັດເຂົ້າໄປໃນບໍ­ຣິ­ເວນພຣະ­ວິ­ຫານ ໃນເວລາທີ່ຊົງສັ່ງ­ສອນຢູ່ນັ້ນ ພວກປະ­ໂລ­ຫິດຕົນໃຫຍ່ແລະພວກເຖົ້າແກ່ແຫ່ງພົນ­ລະ­ເມືອງໄດ້ມາທູນຖາມພຣະ­ອົງວ່າ, “ທ່ານເຮັດສິ່ງເຫລົ່ານີ້ໂດຍສິດອຳນາດອັນໃດ? ແລະໃຜໃຫ້ສິດນີ້ແກ່ເຈົ້າ?” 24 ພຣະ­ເຢຊູເຈົ້າຊົງຕອບເຂົາວ່າ, “ເຮົາກໍຈະຖາມພວກທ່ານສິ່ງຫນຶ່ງເຫມືອນກັນ ຖ້າທ່ານຕອບໄດ້ເຮົາຈະບອກພວກທ່ານວ່າ ເຮົາເຮັດການນີ້ດ້ວຍສິດອຳນາດຈາກຜູ້ໃດ. 25 ການບັບ­ຕິ­ສະ­ມາຂອງໂຢ­ຮັນນັ້ນມາຈາກໃສ? ມາຈາກສະ­ຫວັນຫລືຈາກມະ­ນຸດ?” ພວກເຂົາໄດ້ປຶກ­ສາທ່າມກາງກັນເອງ ໂດຍເວົ້າວ່າ, “ຖ້າເຮົາຈະຕອບວ່າ ‘ມາຈາກສະ­ຫວັນ’ ລາວຄົງຈະຖາມເຮົາວ່າ ‘ດ້ວຍເຫດໃດພວກທ່ານຈິ່ງບໍ່ເຊື່ອໂຢຮັນ.’ 26 ຖ້າພວກເຮົາວ່າ‘ມາຈາກມະ­ນຸດ’ ກໍຢ້ານປະ­ຊາ­ຊົນ ເພາະປະ­ຊາ­ຊົນທັງປວງຖືວ່າໂຢ­ຮັນເປັນຜູ້ປະ­ກາດພຣະ­ທັມ.” 27 “ພວກເຮົາບໍ່ຮູ້” ພຣະ­ອົງຈິ່ງຊົງບອກເຂົາວ່າ, “ຖ້າເຊັ່ນນັ້ນ ເຮົາກໍຈະບໍ່ບອກພວກທ່ານເຫມືອນກັນວ່າ ເຮົາເຮັດການນີ້ດ້ວຍສິດອຳນາດໃດ.” 28 ແຕ່ທ່ານຄິດຢ່າງ­ໃດ? ຊາຍຜູ້ຫນຶ່ງມີລູກຊາຍສອງຄົນ. ລາວໄປຫາລູກ­ກົກບອກວ່າ ‘ລູກເອີຍ, ຈົ່ງໄປເຮັດວຽກໃນສວນອະງຸ່ນມື້­ນີ້ເນີ.’ 29 ເຂົາຕອບພໍ່ວ່າ ‘ລູກບໍ່ໄປ’, ແຕ່ພາຍລຸນມາໄດ້ປ່ຽນໃຈ ແລະ ກໍໄປເຮັດວຽກ. 30 ແລະ ພໍ່ຈິ່ງໄປຫາລູກຜູ້ທີ່ສອງເວົ້າຢ່າງດຽວກັນ ລູກຜູ້ນີ້ຕອບວ່າ ‘ຂ້າ­ນ້ອຍຈະໄປ’ ແຕ່ເຂົາກໍບໍ່ໄປ. 31 ໃນລູກຊາຍສອງຄົນນີ້ແມ່ນຜູ້ໃດເຮັດຕາມ­ໃຈຂອງພໍ່” ພວກເຂົາທູນຕອບວ່າ, “ແມ່ນລູກ­ກົກນັ້ນ” ພຣະ­ເຢຊູຊົງເຈົ້າກ່າວກັບເຂົາວ່າ, “ເຮົາບອກພວກທ່ານຄວາມຈິງວ່າ ພວກເກັບພາ­ສີແລະຍິງແມ່­ຈ້າງກໍກຳ­ລັງເຂົ້າໃນຣາ­ຊະອານາຈັກຂອງພຣະ­ເຈົ້າກ່ອນພວກທ່ານ. 32 ແຕ່ພວກທ່ານບໍ່ໄດ້ເຊື່ອ ສ່ວນພວກເກັບພາ­ສີແລະຍິງແມ່­ຈ້າງໄດ້ເຊື່ອເພິ່ນ. ແລະພວກທ່ານ ເມື່ອໄດ້ເຫັນສິ່ງທີ່ເກີດຂື້ນແລ້ວ ກໍຍັງບໍ່ກັບໃຈທີ່ຫລັງແລະເຊື່ອເພິ່ນ.” 33 ຈົ່ງຟັງຄຳອຸ­ປະ­ມາເລື່ອງຫນຶ່ງອີກ ຄືມີພໍ່ເຮືອນຜູ້ຫນຶ່ງໄດ້ເຮັດສວນອະ­ງຸ່ນ ແລ້ວອ້ອມຮົ້ວໄວ້ ເພິ່ນໄດ້ສະ­ກັດອ່າງຢຽບຫມາກອະ­ງຸ່ນເອົານ້ຳ ແລະສ້າງຫໍເຝົ້າໃຫ້ຊາວສວນເຊົ່າ. ຈາກນັ້ນຕົນກໍອອກໄປຕ່າງປະ­ເທດ. 34 ເພິ່ນຈິ່ງໃຊ້ຂ້ອຍໃຊ້ໄປຫາພວກເຊົ່າສວນນັ້ນ ເພື່ອຈະຮັບຜົນອະງຸ່ນຂອງຕົນ. 35 ແຕ່ຝ່າຍຄົນເຊົ່າສວນນັ້ນໄດ້ຈັບຂ້ອຍໃຊ້ຂອງເພິ່ນ ຂ້ຽນຕີຜູ້ຫນຶ່ງ, ຂ້າເສັຽຜູ້ຫນຶ່ງ, ແລະ ເອົາຫີນຄວ່າງໃສ່ຜູ້ຫນຶ່ງ. 36 ແຕ່ຄົນເຝົ້າສວນໄດ້ເຮັດແກ່ເຂົາຢ່າງດຽວກັນ. 37 ຫລັງຈາກນັ້ນ, ເຈົ້າຂອງສວນໄດ້ໃຊ້ລູກຊາຍຂອງຕົນມາ ໂດຍຄິດວ່າ ‘ເຂົາຄົງຈະນັບ­ຖືລູກຊາຍຂອງເຮົາ,’ 38 ແຕ່ເມື່ອພວກເຊົ່າສວນເຫັນລູກຊາຍຂອງເພິ່ນມາ ພວກເຂົາກໍເວົ້າກັນວ່າ ‘ຜູ້ນີ້ແຫລະ, ເປັນເຈົ້າມໍ­ຣະ­ດົກ. ມາເຖີດໃຫ້ພວກເຮົາຂ້າມັນເສັຽ ແລ້ວຍຶດເອົາສັບສິນເຫລົ່ານີ້ແທນ.’ 39 ດັ່ງນັ້ນພວກເຂົາຈຶ່ງຈັບລູກຊາຍຂອງເຈົ້າຂອງສວນໂຍນຖິ້ມອອກນອກສວນແລະຂ້າລາວເສັຽ. 40 ບັດນີ້ ເມື່ອເຈົ້າຂອງສວນມາ, ແລ້ວທ່ານຈະເຮັດຢ່າງ­ໃດແກ່ຄົນເຊົ່າສວນເຫລົ່າ­ນັ້ນ.” 41 “ທ່ານຈະລົງ­ໂທດຢ່າງຮ້າຍແຮງໃສ່ຄົນຊົ່ວເຫລົ່າ­ນັ້ນດ້ວຍວິທີຮຸນແຮງ ແລ້ວຈະເອົາສວນອະ­ງຸ່ນນັ້ນໃຫ້ຜູ້ອື່ນເຊົ່າ ຊຶ່ງຈະນຳຜົນມາສົ່ງໃຫ້ເພິ່ນເມື່ອເຖິງຣະ­ດູເກັບກ່ຽວ.” 42 ພຣະ­ເຢຊູເຈົ້າຊົງກ່າວກັບພວກເຂົາວ່າ, “ພວກທ່ານຍັງບໍ່ໄດ້ອ່ານໃນພຣະ­ຄັມພີຫລືທີ່ວ່າ, 'ຫີນທີ່ນາຍຊ່າງໄດ້ປະຕິເສດ ຖືກເຮັດໃຫ້ກາຍເປັນຫີນເສົາເອກແລ້ວ. ການນີ້ເປັນມາຈາກອົງພຣະຜູ້ເປັນ­ເຈົ້າ, ເປັນການປະຫລາດແກ່ຕາຂອງເຮົາ.” 43 ດ້ວຍເຫດ­ນັ້ນ ເຮົາບອກພວກທ່ານວ່າ ຣາ­ຊະອານາຈັກຂອງພຣະ­ເຈົ້າ ຈະຊົງຍົກເອົາໄປຈາກພວກທ່ານ ແລະຊົງປຣະ­ທານແກ່ຊົນຊາດຫນຶ່ງທີ່ຈະໃຫ້ຜົນ. 44 ຜູ້ໃດກໍຕາມທີ່ລົ້ມທັບຫີນນີ້ ຜູ້ນັ້ນຈະຕ້ອງແຕກຫັກເປັນປ່ຽງ ໆ. ແຕ່ຫີນນັ້ນຈະຕົກທັບຜູ້ໃດ ຜູ້ນັ້ນຈະແຫລກມຸ່ນ.” 45 ເມື່ອພວກປະ­ໂລ­ຫິດຕົນໃຫຍ່ກັບພວກຟາ­ຣີ­ຊາຍ ໄດ້ຍິນຄຳອຸ­ປະມາຂອງພຣະ­ອົງແລ້ວ ເຂົາກໍຮູ້ວ່າພຣະ­ອົງຊົງກ່າວເຖິງພວກເຂົາ. 46 ຂະນະກຳລັງພະ­ຍາ­ຍາມຈັບພຣະ­ອົງນັ້ນ ພວກເຂົາຢ້ານປະ­ຊາ­ຊົນ ເພາະປະ­ຊາ­ຊົນຖືວ່າພຣະ­ອົງເປັນຜູ້ປະ­ກາດພຣະທັມຜູ້ຫນຶ່ງ.