1 ພຣະເຢຊູເຈົ້າໄດ້ກ່າວກັບພວກເຂົາອີກເທື່ອຫນຶ່ງວ່າ, 2 ຣາຊະອານາຈັກສະຫວັນ ປຽບເຫມືອນ ກະສັດຜູ້ຫນຶ່ງຕຽມງານກິນລ້ຽງ ເນື່ອງໃນພິທີສົມຣົດລູກຊາຍຂອງຕົນ. 3 ພຣະອົງຊົງສົ່ງຄົນໃຊ້ໄປເອີ້ນຜູ້ທີ່ຖືກເຊີນໃນງານນີ້ ແຕ່ເຂົາບໍ່ຢາກມາ. 4 ແລ້ວກະສັດຈິ່ງຊົງໃຊ້ຂ້າໃຊ້ໄປຕື່ມອີກຄົນຫນຶ່ງ ພຣະອົງສັ່ງເຂົາວ່າ ‘ຈົ່ງບອກພວກທີ່ຖືກເຊີນນັ້ນວ່າ, “ເບິ່ງແມ, ເຮົາໄດ້ຈັດຕຽມອາຫານແລງໄວ້ແລ້ວ ງົວແລະສັດອ້ວນພີກໍໄດ້ຂ້າໄວ້ແລ້ວ ແລະສິ່ງສາຣະພັດກໍຕຽມໄວ້ພ້ອມແລ້ວ. ເຊີນມາຮ່ວມງານລ້ຽງພິທີສົມຣົດນັ້ນເຖີ້ນ” 5 ແຕ່ເຂົາກໍເພີກເສີຍບໍ່ສົນໃຈໃນຄຳເຊື້ອເຊີນແລະພວກເຂົາກໍຫນີໄປເສັຽ, ບາງຄົນກໍໄປໄຮ່ໄປນາ ແລະ ບາງຄົນໄປຄ້າຂາຍ. 6 ສ່ວນພວກອື່ນນັ້ນກໍຈັບພວກຂ້າໃຊ້ເຮັດການຫຍາບຊ້າແລ້ວຂ້າເຂົາເສັຽ. 7 ພຣະອົງຈິ່ງຊົງຮັບສັ່ງໃຫ້ກອງທະຫານໄປປະຫານຊີວິດຄາດຕະກອນເຫລົ່ານັ້ນ ແລະໃຫ້ເຜົາບ້ານເຮືອນຂອງເຂົາເສັຽ. 8 ຈາກນັ້ນ ພຣະອົງຈິ່ງຊົງຮັບສັ່ງຂ້າໃຊ້ວ່າ, ‘ງານສົມຣົດກໍພ້ອມຢູ່ແລ້ວ ແຕ່ຜູ້ຖືກເຊີນນັ້ນບໍ່ສົມກັບງານ. 9 ພົບຄົນໃດກໍໃຫ້ເຊີນມາໃນງານລ້ຽງສົມຣົດນີ້.’ 10 ພວກຂ້າໃຊ້ນັ້ນຈິ່ງອອກໄປຕາມຖະຫນົນຫົນທາງ ພາຄົນທັງປວງທັງດີແລະຊົ່ວທີ່ເຂົາໄດ້ພົບໃຫ້ເຂົ້າມາໃນງານສົມຣົດນີ້ ຈົນຫ້ອງພິທີສົມຣົດເຕັມດ້ວຍແຂກ. 11 ແຕ່ເມື່ອກະສັດອົງນັ້ນສະເດັດເຂົ້າມາທອດພຣະເນດແຂກທັງຫລາຍ, ກໍຊົງເຫັນຜູ້ຫນຶ່ງຢູ່ທີ່ນັ້ນບໍ່ໄດ້ນຸ່ງເຄື່ອງສຳລັບງານ. 12 ກະສັດຈິ່ງຊົງຖາມຜູ້ນັ້ນວ່າ ‘ສະຫາຍເອີຍ, ເຫດໃດທ່ານເຂົ້າມາທີ່ນີ້ໂດຍບໍ່ນຸ່ງເຄື່ອງສຳລັບງານສົມຣົດ?’ ສ່ວນຄົນນັ້ນກໍມິດຢູ່ປາກບໍ່ອອກ. 13 ແລ້ວກະສັດຈິ່ງຊົງສັ່ງແກ່ພວກຂ້າໃຊ້ວ່າ ‘ຈົ່ງມັດຕີນມັດມືຄົນນີ້ເອົາໄປຖິ້ມເສັຽບ່ອນມືດພາຍນອກ’ ທີ່ນັ້ນມີການຮ້ອງໃຫ້ແລະຂົບແຂ້ວຢູ່. 14 ດ້ວຍວ່າຜູ້ຮັບເຊີນກໍມີຫລາຍ ແຕ່ຜູ້ທີ່ຊົງເລືອກໄວ້ກໍມີຫນ້ອຍ.” 15 ຫລັງຈາກນັ້ນພວກຟາຣີຊາຍໄປປຶກສາກັນແລະໄດ້ວາງແຜນເພື່ອຈະຈັບຜິດໃນຖ້ອຍຄຳຂອງພຣະອົງໃຫ້ໄດ້ຢ່າງໃດ. 16 ຈາກນັ້ນພວກເຂົາຈິ່ງໃຊ້ພວກສິດຂອງຕົນກັບພວກເຮໂຣດໄປທູນພຣະເຢຊູເຈົ້າວ່າ, “ອາຈານເອີຍ, ພວກຂ້າພຣະເຈົ້າຊາບຢູ່ວ່າທ່ານເປັນຜູ້ສັດຊື່, ໄດ້ສັ່ງສອນໃນທາງຂອງພຣະເຈົ້າຢ່າງສັດຊື່. ທ່ານບໍ່ໄດ້ເອົາໃຈຜູ້ໃດ ແລະທ່ານບໍ່ໄດ້ເຂົ້າຂ້າງຝ່າຍໃດຝ່າຍຫນຶ່ງ. 17 ຂໍໂຜດໃຫ້ພວກຂ້າພຣະເຈົ້າຊາບແດ່ວ່າ ທ່ານຄຶດເຫັນຢ່າງໃດ? ການທີ່ເສັຽສ່ວຍໃຫ້ແກ່ກາຍຊານັ້ນສົມຄວນ ຫລືບໍ່?” 18 ແຕ່ພຣະເຢຊູຊົງຊາບແຜນການຮ້າຍຂອງພວກເຂົາ ຈິ່ງຊົງກ່າວວ່າ, “ໂອຄົນຫນ້າຊື່ໃຈຄົດເອີຍ, ເຈົ້າຈະມາທົດລອງເຮົາເຮັດຫຍັງ? 19 ຈົ່ງເອົາເງິນຫລຽນທີ່ໃຊ້ເສັຽພາສີນັ້ນ ມາໃຫ້ເຮົາເບິ່ງດູ.” ຈາກນັ້ນເຂົາຈິ່ງເອົາເງິນຫນຶ່ງເດນາລີອົນມາໃຫ້ພຣະອົງ. 20 ພຣະເຢຊູເຈົ້າຈິ່ງຊົງຖາມເຂົາວ່າ, “ຮູບແລະຄຳຈາຣຶກນີ້ເປັນຂອງໃຜ?” 21 “ເປັນຂອງກາຍຊາ.” ແລ້ວພຣະເຢຊູເຈົ້າຈິ່ງຊົງກ່າວກັບພວກເຂົາວ່າ, “ເຫດສັນນັ້ນສິ່ງທີ່ເປັນຂອງກາຍຊາ ຈົ່ງຄືນຖວາຍແກ່ກາຍຊາ ແລະສິ່ງທີ່ເປັນຂອງພຣະເຈົ້າ ຈົ່ງຄືນຖວາຍແກ່ພຣະເຈົ້າ.” 22 ເມື່ອພວກເຂົາໄດ້ຍິນເຊັ່ນນັ້ນພວກເຂົາຈິ່ງພາກັນຫນີຈາກພຣະອົງໄປ. 23 ໃນວັນດຽວກັນນັ້ນໄດ້ມີພວກຊາດູກາຍມາຫາພຣະອົງ, ພວກນີ້ເຄີຍເວົ້າວ່າ, ບໍ່ມີການຄືນມາຈາກຕາຍ. ເຂົາທູນຖາມພຣະອົງ 24 ກ່າວວ່າ, “ອາຈານເອີຍ, ໂມເຊໄດ້ສັ່ງໄວ້ວ່າ, ‘ຖ້າຜູ້ໃດຕາຍ, ໃນເມື່ອຍັງບໍ່ມີລູກ, ກໍໃຫ້ນ້ອງຊາຍຂອງຜູ້ນັ້ນເອົາເອື້ອຍໄພ້ໄວ້ເປັນພັນຣະຍາ ເພື່ອສືບເຊື້ອສາຍອ້າຍຂອງຕົນ.’ 25 ໃນພວກເຂົາມີພີ່ນ້ອງຜູ້ຊາຍນຳກັນທັງຫມົດເຈັດຄົນ. ອ້າຍກົກເອົາເມັຽແລ້ວໄດ້ຕາຍໄປເມື່ອຍັງບໍ່ມີລູກ ກໍປະເມັຽໄວ້ໃຫ້ແກ່ນ້ອງຊາຍ. 26 ຈົນເຖິງຜູ້ຖ້ວນເຈັດ. 27 ພາຍຫລັງເຂົາທັງເຈັດ ຍິງນັ້ນກໍຕາຍ. 28 ຍິງນັ້ນຈະເປັນເມັຽຂອງຜູ້ໃດໃນເຈັດຄົນນັ້ນ? ເພາະວ່ານາງໄດ້ເປັນເມັຽຂອງຊາຍທັງເຈັດຄົນແລ້ວ.” 29 ແຕ່ພຣະເຢຊູເຈົ້າຊົງຕອບເຂົາວ່າ, “ພວກທ່ານຫລົງຜິດແລ້ວ ເພາະທ່ານບໍ່ຮູ້ຈັກພຣະຄັມພີຫລືຣິດເດດຂອງພຣະເຈົ້າ. 30 ເພາະເມື່ອມະນຸດເປັນຄືນມາຈາກຄວາມຕາຍນັ້ນ ຈະບໍ່ມີການແຕ່ງງານ ຫລືຍົກໃຫ້ເປັນຜົວເມັຽກັນອີກ. ແຕ່ເຂົາຈະເປັນເຫມືອນເທວະດາໃນສະຫວັນ. 31 ທ່ານທັງຫລາຍຍັງບໍ່ໄດ້ອ່ານຫລືຊຶ່ງພຣະເຈົ້າໄດ້ຊົງກ່າວໄວ້ກັບພວກທ່ານວ່າ, 32 ‘ຝ່າຍເຮົາເປັນພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງຂອງອີຊາກ, ແລະພຣະເຈົ້າຂອງຢາໂຄບ?’ ພຣະອົງບໍ່ໄດ້ຊົງເປັນພຣະເຈົ້າຂອງຄົນຕາຍ ແຕ່ຊົງເປັນພຣະເຈົ້າຂອງຄົນເປັນ.” 33 ເມື່ອຄົນທັງປວງໄດ້ຍິນດັ່ງນີ້ແລ້ວ ກໍພາກັນປະຫລາດໃຈດ້ວຍຄຳສັ່ງສອນຂອງພຣະອົງ. 34 ແຕ່ເມື່ອພວກຟາຣີຊາຍ ເມື່ອໄດ້ຍິນວ່າພຣະອົງຊົງເຮັດໃຫ້ພວກຊາດູກາຍມິດຢູ່ ພວກເຂົາຈິ່ງປະຊຸມກັນ, 35 ມີນັກກົດຫມາຍຜູ້ຫນຶ່ງໃນພວກເຂົາໄດ້ທົດລອງ ໂດຍທູນຖາມພຣະອົງວ່າ, 36 “ທ່ານອາຈານເອີຍ, ໃນພຣະບັນຍັດຂໍ້ໃດເປັນຂໍ້ໃຫຍ່ທີ່ສຸດ?” 37 ພຣະເຢຊູເຈົ້າຕອບພວກເຂົາວ່າ, “ຈົ່ງຮັກອົງພຣະຜູ້ເປັນເຈົ້າຂອງເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະດ້ວຍສຸດຄວາມຄຶດຂອງເຈົ້າ.’ 38 ນັ້ນແລະຄືກົດບັນຍັດຂໍ້ໃຫຍ່ແລະຂໍ້ຕົ້ນ. 39 ແລະພຣະບັນຍັດຂໍ້ທີສອງກໍເຫມືອນກັນຄື ‘ຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ.’ 40 ກົດບັນຍັດທັງຫມົດກໍຂຶ້ນຢູ່ກັບພຣະບັນຍັດສອງຂໍ້ນີ້.” 41 ພຣະເຢຊູເຈົ້າຊົງຖາມເຂົາວ່າ, 42 “ພວກທ່ານຄິດເຫັນຢ່າງໃດດ້ວຍເລື່ອງພຣະຄຣິດ ເພິ່ນເປັນເຊື້ອສາຍຂອງຜູ້ໃດ?” ພວກເຂົາທູນຕອບວ່າ, “ເປັນເຊື້ອສາຍຂອງດາວິດ.” 43 ພຣະເຢຊູຈິ່ງຊົງຖາມພວກເຂົາວ່າ, “ຖ້າຢ່າງນັ້ນ ເຫດໃດດາວິດຈິ່ງຊົງເອີ້ນພຣະອົງວ່າອົງພຣະຜູ້ເປັນເຈົ້າ ໂດຍເດດພຣະວິນຍານ ແລະຊົງກ່າວວ່າ,