ບົດທີ 23

1 ຫລັງຈາກ­ນັ້ນພຣະ­ເຢຊູເຈົ້າຊົງກ່າວກັບປະ­ຊາ­ຊົນແລະບັນດາສາ­ວົກຂອງພຣະອົງວ່າ 2 “ພວກນັກ­ທັມແລະພວກຟາ­ຣີຊາຍນັ່ງບ່ອນນັ່ງຂອງໂມ­ເຊ. 3 ເຫດສັນ­ນັ້ນ ທຸກສິ່ງທີ່ເຂົາບອກສອນພວກທ່ານ ຈົ່ງເຮັດຕາມ. ແຕ່ຢ່າໄດ້ເຮັດຕາມກິດ­ຈະ­ການຂອງເຂົາ, ເພາະພວກເຂົາບອກສອນສິ່ງຕ່າງໆເຫລົ່ານີ້ໄວ້ ແຕ່ບໍ່ໄດ້ເຮັດຕາມ. 4 ດ້ວຍວ່າພວກເຂົາເອົາພາຣະຫນັກມາວາງໃສ່ບ່າມະ­ນຸດ ສ່ວນເຂົາເອງ ແມ່ນແຕ່ນິ້ວມືດຽວກໍບໍຍອມຈັບຍົກໄປ. 5 ພວກເຂົາບັນ­ຈຸຂໍ້ພຣະ­ທັມປະ­ຈຳຕົວ ເຂົາກໍເຮັດໃຫ້ໃຫຍ່ ແລະຍອຍເສື້ອຂອງເຂົາ ກໍໃຫ້ຍາວອອກໄປ. 6 ພວກເຂົາມັກບ່ອນນັ່ງອັນມີກຽດໃນງານລ້ຽງຕ່າງໆແລະໃນໂຮງທັມະເທສະ­ຫນາ, 7 ແລະມັກໃຫ້ມະ­ນຸດເອີ້ນເຂົາວ່າ ‘ອາ­ຈານ’ 8 ແຕ່ຝ່າຍພວກທ່ານ ຢ່າໃຫ້ໃຜເອີ້ນວ່າ ‘ອາ­ຈານເຈົ້າຂ້າ’ ເພາະ­ວ່າພວກທ່ານມີແຕ່ພຣະ­ອາ­ຈານຜູ້ດຽວ ແລະພວກທ່ານເປັນພີ່ນ້ອງກັນທັງຫມົດ. 9 ແລະຢ່າເອີ້ນຜູ້ໃດໃນໂລກວ່າ ‘ບິດາ’ ເພາະພວກທ່ານມີພຣະ­ບິ­ດາແຕ່ພຽງຜູ້ດຽວ ຄືຜູ້ທີ່ຊົງສະຖິດຢູ່ໃນສະ­ຫວັນ. 10 ຢ່າໃຫ້ຜູ້ໃດເອີ້ນພວກທ່ານວ່າ‘ນາຍ’ ເພາະ­ວ່ານາຍຂອງພວກທ່ານມີແຕ່ຜູ້ດຽວ ຄືພຣະ­ຄຣິດເຈົ້າ. 11 ເພາະວ່າຜູ້ໃດທີ່ເປັນໃຫຍ່ທີ່ສຸດໃນພວກທ່ານ ຜູ້ນັ້ນຕ້ອງຮັບໃຊ້ຄົນອື່ນ. 12 ຜູ້ນັ້ນຈະຖືກເຮັດໃຫ້ຕ່ຳລົງ ຜູ້ໃດຖ່ອມຕົວລົງ ຜູ້ນັ້ນຈະຖືກຍົກຂຶ້ນ. 13 ແຕ່ວິ­ບັດແກ່ພວກ­ທັມະຈານແລະພວກຟາ­ຣີຊາຍ ຄົນຫນ້າຊື່ໃຈຄົດເອີຍ! ດ້ວຍວ່າພວກເຈົ້າອັດປະ­ຕູຣາ­ຊະອານາຈັກສະຫວັນຕັນທາງມະ­ນຸດ. ເພາະວ່າພວກເຈົ້າເອງກໍບໍ່ເຂົ້າໄປ ແລະເມື່ອຄົນອື່ນຈະເຂົ້າໄປ ພວກເຈົ້າກໍບໍ່ໃຫ້ເຂົ້າໄປ. 14 ວິບັດແກ່ເຈົ້າພວກທັມະຈານແລະພວກຟາຣີຊາຍພວກເຈົ້າສໍ້ໂກງເອົາສິ່ງຂອງໆບັນດາແມ່ຫມ້າຍແລະແກ້ງອະທິຖານຍືດຍາວ 15 ແລະ ພວກຟາ­ຣີ­ຊາຍ ຄົນຫນ້າຊື່ໃຈຄົດເອີຍ ດ້ວຍວ່າພວກເຈົ້າທຽວໄປທາງ­ນ້ຳແລະທາງ­ບົກທົ່ວໄປ ເພື່ອຈະໃຫ້ແມ່ນແຕ່ຄົນດຽວເຂົ້າສາ­ສນາ ແຕ່ເມື່ອໄດ້ເຂົ້າແລ້ວ ພວກເຈົ້າກໍເຮັດໃຫ້ຄົນນັ້ນສົມກັບນະ­ຣົກຫລາຍກວ່າເຈົ້າເອງເຖິງສອງທໍ່. 16 ວິ­ບັດແກ່ເຈົ້າ, ຄົນນຳທາງຕາ­ບອດທີ່ສອນວ່າ ‘ຖ້າຜູ້ໃດຈະສາບານອ້າງໃສ່ພຣະ­ວິ­ຫານ ຄຳສາ­ບານນັ້ນກໍບໍ່ມີຂໍຜູກມັດ ແຕ່ຖ້າຜູ້ໃດສາ­ບານອ້າງໃສ່ທອງ­ຄຳຂອງພຣະ­ວິ­ຫານ ຜູ້ນັ້ນຈະຕ້ອງເຮັດຕາມຄຳທີ່ຕົນໄດ້ສາ­ບານ.’ 17 ໂອ ຄົນຕາ­ບອດ ແລະ ໂງ່ເອີຍ, ສິ່ງໃດຈະສຳ­ຄັນກວ່າກັນທອງ­ຄຳ ຫລືພຣະ­ວິ­ຫານ ທີ່ເຮັດໃຫ້ທອງ­ຄຳນັ້ນສັກ­ສິດ? 18 ແລະສອນວ່າ ‘ຖ້າຜູ້ໃດຈະສາ­ບານອ້າງໃສ່ແທນບູ­ຊາ ຄຳສາບານນັ້ນກໍບໍ່ມີຂໍ້ຜູກມັດ ແຕ່ຖ້າຜູ້ໃດຈະສາ­ບານໃສ່­ເຄື່ອງຖວາຍເທິງແທ່ນບູ­ຊາ ຜູ້ນັ້ນຈະຕ້ອງເຮັດຕາມຄຳທີ່ຕົນໄດ້ສາບານ.’ 19 ສິ່ງໃດຈະສຳ­ຄັນກວ່າກັນ ເຄື່ອງຖວາຍຫລືແທ່ນບູຊາທີ່ເຮັດໃຫ້ເຄື່ອງຖວາຍນັ້ນສັກ­ສິດ? 20 ເຫດສະນັ້ນ, ຜູ້ໃດຈະສາ­ບານອ້າງໃສ່ແທ່ນບູຊາ ແລະ ໃສ່­ເຄື່ອງຖວາຍທັງປວງທີ່­ຢູ່ເທິງແທ່ນນັ້ນເຫມືອນກັນ. 21 ຜູ້ໃດຈະສາ­ບານອ້າງໃສ່ພຣະ­ວິ­ຫານ ກໍອ້າງໃສ່ພຣະ­ອົງຜູ້ຊົງສະ­ຖິດຢູ່ໃນພຣະ­ວິ­ຫານນັ້ນເຫມືອນກັນ. 22 ແລະ ຜູ້ໃດຈະສາ­ບານອ້າງໃສ່ສະ­ຫວັນ ກໍອ້າງໃສ່ພຣະ­ທີ່­ນັ່ງແລະອ້າງໃສ່ພຣະ­ອົງຜູ້ປະ­ທັບເທິງພຣະ­ທີ່­ນັ່ງນັ້ນເຫມືອນກັນ. 23 ວິ­ບັດແກ່ເຈົ້າພວກນັກ­ທັມແລະພວກຟາ­ຣີ­ຊາຍ ຄົນຫນ້າຊື່ໃຈຄົດເອີຍ. ດ້ວຍວ່າພວກເຈົ້າຖວາຍສິບລົດທີ່ເປັນຜັກກ້ານກ່ຳ, ຜັກ­ຊີ, ແຕ່ພວກເຈົ້າຕັດຂໍ້ສຳ­ຄັນຂອງພຣະ­ບັນ­ຍັດ ຄືຄວາມຍຸ­ຕິທັມ, ຄວາມເມດຕາ, ຄວາມສັດ­ຊື່ນັ້ນໄດ້ປະຖິ້ມເສັຽ ເຊິ່ງສິ່ງເຫລົ່ານີ້ແຫລະ, ທີ່ພວກເຈົ້າຄວນໄດ້ປະ­ຕິ­ບັດຢູ່ໂດຍບໍ່ຕ້ອງປະຖິ້ມສິ່ງອື່ນນັ້ນ. 24 ໂອ ພວກຄົນນຳທາງຕາ­ບອດເອີຍ, ເຈົ້າຕອງແມງ­ມີ່ອອກແຕ່ກືນໂຕອູດທັງໂຕເຂົ້າໄປ. 25 ວິ­ບັດແກ່ເຈົ້າພວກນັກ­ທັມແລະພວກຟາ­ຣີ­ຊາຍ ຄົນຫນ້າຊື່ໃຈຄົດເອີຍ. ເຫດວ່າພວກເຈົ້າເຄີຍລ້າງຖ້ວຍ­ຊາມໃຫ້ສະອາດແຕ່ຂ້າງນອກ ແຕ່ຂ້າງໃນຖ້ວຍ­ຊາມນັ້ນເຕັມໄປດ້ວຍການຂູ່ຊິງເອົາແລະການມົວເມົາກິເລດ. 26 ໂອຟາ­ຣີ­ຊາຍຕາ­ບອດເອີຍ, ຈົ່ງຊໍຳຣະຖ້ວຍ­ຊາມຂ້າງໃນເສັຽກ່ອນ, ເພື່ອຂ້າງນອກຈະສະ­ອາດເຫມືອນກັນ. 27 ວິ­ບັດແກ່ເຈົ້າພວກນັກ­ທັມແລະພວກຟາ­ຣີ­ຊາຍ ຄົດຫນ້າຊື່ໃຈຄົດເອີຍ. ດ້ວຍວ່າພວກເຈົ້າເປັນເຫມືອນອຸບໂມງຝັງສົບ ທາດ້ວຍປູນຂາວຂ້າງນອກເບິ່ງງົດງາມ ແຕ່ຂ້າງໃນເຕັມໄປດ້ວຍກະ­ດູກຄົນຕາຍ ແລະ ສາ­ຣະ­ພັດທີ່ຫນ້າຂີ້­ດຽດ. 28 ພາຍນອກປະ­ກົດຕໍ່ມະ­ນຸດວ່າເປັນຄົນສິນທັມ, ແຕ່ພາຍໃນເຕັມໄປດ້ວຍການຫນ້າຊື່ໃຈຄົດ ແລະ ຄວາມຊົ່ວຊ້າ. 29 ວິ­ບັດແກ່ເຈົ້າ ພວກນັກ­ທັມແລະພວກຟາ­ຣີ­ຊາຍ ຄົນຫນ້າຊື່ໃຈຄົດເອີຍ. ດ້ວຍວ່າພວກເຈົ້າສ້າງອຸບໂມງຝັງສົບຂອງພວກປະ­ກາດພຣະ­ທັມແລະຕົບ­ແຕ່ງທາດຂອງພວກຄົນສິນທັມໃຫ້ງົດງາມ. 30 ເຈົ້າກ່າວວ່າ ‘ຖ້າພວກເຮົາໄດ້ຢູ່ໃນສະໄຫມບັັນພະບຸຣຸດຂອງເຮົານັ້ນກໍຈະບໍ່ມີສ່ວນກັບເຂົາໃນການຂ້າ ພວກຜູ້ປະກາດພຣະ­ທັມນັ້ນ. 31 ດັ່ງນັ້ນພວກເຈົ້າຈິ່ງເປັນພະ­ຍານຕໍ່­ສູ້ຕົນເອງວ່າເປັນລູກຂອງຜູ້ທີ່ໄດ້ຂ້າພວກຜູ້ປະ­ກາດພຣະ­ທັມເຫລົ່າ­ນັ້ນ. 32 ເຈົ້າທັງ­ຫລາຍຈົ່ງເຮັດຕາມທີ່ບັນ­ພະ­ບຸ­ຣຸດໄດ້ເຮັດນັ້ນໃຫ້ຄົບຖ້ວນສາ. 33 ເຈົ້າພວກງູ ພວກຊາດງູຮ້າຍເອີຍ, ພວກເຈົ້າຈະຫນີພົ້ນໂທດນະ­ຣົກໄດ້ຢ່າງ­ໃດ? 34 ເຫດສັນ­ນັ້ນ, ເບິ່ງເຖີດ, ເຮົາໃຊ້ຜູ້ປະ­ກາດພຣະ­ທັມ ແລະ ນັກ­ປຣາດ, ແລະ ນັກ­ທັມຕ່າງໆມາຫາພວກເຈົ້າ. ເຈົ້າກໍຈະຂ້າບາງຄົນເສັຽແດ່ ແລະ ພວກເຈົ້າໄດ້ຂ້ຽນຕີພວກເຂົາໃນໂຮງທັມະເທສະຫນາ ແລະ ຂົ່ມ­ເຫັງໄລ່ເຂົາອອກຈາກເມືອງນີ້ໄປເມືອງນັ້ນແດ່. 35 ເລືອດອັນບໍ່ມີຜິດທັງຫມົດທີ່ຕົກໃສ່ແຜ່ນດິນ ຕັ້ງແຕ່ເລືອດຂອງອາ­ເບັນຜູ້ບໍ່ມີຜິດຈົນເຖິງເລືອດຂອງຊາ­ຂາ­ລີຢາລູກຊາຍຂອງບາ­ຣາ­ຂີ­ຢາ ທີ່ພວກເຈົ້າໄດ້ຂ້າໃນລະຫວ່າງພຣະວິຫານແລະແທ່ນບູ­ຊາ. 36 ເຮົາບອກພວກເຈົ້າຄວາມຈິງວ່າ ເຫດເຫລົ່ານີ້ຈະຕົກໃສ່ຄົນສະໄຫມນີ້.” 37 ໂອ ເຢ­ຣູ­ຊາ­ເລັມ ເຢ­ຣູ­ຊາ­ເລັມເອີຍ, ເມືອງທີ່ໄດ້ຂ້າບັນ­ດາຜູ້ປະ­ກາດພຣະ­ທັມແລະເອົາຫີນຄວ່າງໃສ່ພວກທີ່ຮັບໃຊ້ມາຫາເຈົ້າ. ເຮົາປາ­ຖນາຈັກເທື່ອແລ້ວຫນໍ ວ່າຈະຮວບ­ຮວມເອົາລູກຂອງເຈົ້າໄວ້ ເຫມືອນແມ່ໄກ່ຮວບ­ຮວມລູກໄວ້ໃຕ້ປີກຂອງມັນ, ແຕ່ພວກເຈົ້າບໍ່ຍິນຍອມ. 38 ເບິ່ງແມ, ບ້ານເຮືອນຂອງເຈົ້າກໍຈະຖືກປະຮ້າງໄວ້ໃຫ້ຢູ່ວ່າງເປົ່າແກ່ເຈົ້າ. 39 ດັ່ງນັ້ນເຮົາຈິ່ງກ່າວກັບພວກເຈົ້າວ່າ ຕັ້ງ­ແຕ່ນີ້ຕໍ່ໄປພວກເຈົ້າຈະບໍ່ເຫັນເຮົາອີກ ຈົນກວ່າພວກເຈົ້າຈະອອກ­ປາກກ່າວວ່າ ‘ສັນຣະເສີນແດ່ພຣະເຈົ້າຜູ້ເຊິ່ງສະເດັດມາໃນພຣະ­ນາມຂອງອົງພຣະຜູ້­ເປັນ­ເຈົ້າ.”