1 ພຣະເຢຊູເຈົ້າສະເດັດອອກຈາກບໍລິເວນພຣະວິຫານ ແລະ ເມື່ອກຳລັງສະເດັດໄປນັ້ນ. ພວກສາວົກຂອງພຣະອົງໄດ້ມາຫາພຣະອົງ ແລະຊີ້ໄປທີ່ຕຶກໃນບໍລິເວນພຣະວິຫານ. 2 ແຕ່ພຣະອົງຈິ່ງຊົງຕອບວ່າ, “ພວກທ່ານເຫັນສິ່ງທັງປວງເຫລົ່ານີ້ແລ້ວບໍ່ແມ່ນບໍ? ເຮົາບອກພວກທ່ານຕາມຄວາມຈິງວ່າ ກ້ອນຫີນທີ່ຊ້ອນທັບກັນຢູ່ທີ່ນີ້ ຈະຖືກທຳລາຍລົງຈົນບໍ່ເຫລືອຈັກກ້ອນ.” 3 ຂະນະທີ່ພຣະອົງປຣະທັບຢູ່ພູຫມາກກອກເທດ ພວກສາວົກມາເຝົ້າພຣະອົງຕ່າງຫາກກາບທູນວ່າ, “ຂໍໂຜດໃຫ້ພວກຂ້ານ້ອຍຊາບແດ່ວ່າ ເຫດການເຫລົ່ານີ້ຈະເກີດຂຶ້ນໃນເວລາໃດ ສິ່ງໃດເປັນຫມາຍສຳຄັນແຫ່ງການສະເດັດມາຂອງພຣະອົງແລະສະໄຫມເກົ່າຈະສິ້ນສຸດລົງ.” 4 ພຣະເຢຊູເຈົ້າຊົງຕອບວ່າ, “ຈົ່ງຣະວັງໃຫ້ດີ ຢ່າໃຫ້ຜູ້ໃດຫລອກລວງພວກທ່ານໃຫ້ຫລົງ. 5 ດ້ວຍວ່າຈະມີຫລາຍຄົນມາອ້າງນາມຂອງເຮົາວ່າ ‘ເຮົານີ້ແຫລະ, ເປັນພຣະຄຣິດ’ ແລະຈະຫລອກລວງຫລາຍຄົນໃຫ້ຫລົງໄປ. 6 ພວກທ່ານຈະໄດ້ຍິນເຖິງເລື່ອງການເສິກ ແລະ ຂ່າວເລົ່າລືເລື່ອງສົງຄາມ ເມື່ອເຖິງເວລານັ້ນທ່ານຢ່າຕົກໃຈ ດ້ວຍວ່າເຫດການເຫລົ່ານີ້ຈຳເປັນຕ້ອງເກີດຂຶ້ນ; ແຕ່ວ່າທີ່ສຸດປາຍຍັງບໍ່ມາເຖິງ. 7 ດ້ວຍວ່າປະເທດຕໍ່ປະເທດແລະອານາຈັກຕໍ່ອານາຈັກຈະສູ້ຮົບກັນ ທັງຈະເກີດການອຶດຢາກແລະແຜ່ນດິນໄຫວໃນບ່ອນຕ່າງ. 8 ແຕ່ເຫດການທັງປວງນີ້ເປັນເຫມືອນຂັ້ນຕົ້ນຂອງຄວາມເຈັບປວດໃນການເກີດລູກເທົ່ານັ້ນ. 9 ຈາກນັ້ນພວກເຂົາຈະມອບພວກທ່ານໄວ້ໃຫ້ທົນທຸກລຳບາກແລະຈະຂ້າທ່ານເສັຽ. ຄົນທຸກຊາດຈະກຽດຊັງພວກທ່ານເພາະເຫັນແກ່ນາມຂອງເຮົາ. 10 ແລະຫັກຫລັງກັນແລະກັນ, ລວມທັງຈະກຽດຊັງເຊິ່ງກັນແລະກັນ. 11 ແລະຈະຫລອກລວງຫລາຍຄົນໃຫ້ຫລົງໄປ. 12 ເພາະວ່າຄວາມຮັກຂອງຄົນສ່ວນຫລາຍຈະເຢັນລົງ ເພາະຄວາມອະທັມຈະແຜ່ກວ້າງອອກໄປ. 13 ແຕ່ຜູ້ໃດອົດທົນໄດ້ຈົນເຖິງທີ່ສຸດຜູ້ນັ້ນຈະໄດ້ລອດພົ້ນ. 14 ຂ່າວປະເສີດຂອງຣາຊະອານາຈັກນີ້ຈະໄດ້ປະກາດໄປທົ່ວໂລກໃຫ້ເປັນຄຳພະຍານແກ່ທຸກຊາດ. ແລ້ວທີ່ສຸດປາຍຈະມາເຖິງ.” 15 ເຫດສັນນັ້ນ, ເມື່ອໃດທ່ານທັງຫລາຍເຫັນສິ່ງທີ່ຫນ້າກຽດຫນ້າຊັງ, ທີ່ເຮັດໃຫ້ເກີດວິບັດຕັ້ງຢູ່ໃນສະຖານທີ່ສັກສິດ ຕາມພຣະທັມທີ່ຊົງໄດ້ກ່າວໄວ້ດ້ວຍດານີເອນຜູ້ປະກາດພຣະທັມນັ້ນ (ໃຫ້ຜູ້ອ່ານເຂົ້າໃຈເອງເຖີດ), 16 ແລະ ຜູ້ທີ່ຢູ່ໃນແຂວງຢູດາຍໃຫ້ປົບຫນີສູ່ພູເຂົາທັງຫລາຍໄປ 17 ຜູ້ທີ່ຢູ່ເທິງຫລັງຄາເຮືອນ ຢ່າໃຫ້ລົງມາເກັບເອົາສິ່ງຂອງທີ່ຢູ່ໃນເຮືອນຂອງຕົນອອກໄປ. 18 ສ່ວນຜູ້ທີ່ຢູ່ຕາມທົ່ງນາກໍຢ່າຕ່າວຄືນມາເອົາເສື້ອຜ້າຂອງຕົນ. 19 ແຕ່ໃນວັນເຫລົ່ານັ້ນເປັນຫນ້າເວດທະນາເຕັມທີຕໍ່ຜູ້ຍິງທີ່ມີລູກນ້ອຍແລະຍັງໃຫ້ລູກອ່່ອນກິນນົມຢູ່. 20 ຈົ່ງພາວັນນາອະທິຖານຂໍຕໍ່ພຣະເຈົ້າເພື່ອການທີ່ພວກເຈົ້າປົບຫນີໄປນັ້ນຈະບໍ່ຖືກໃນຣະດູຫນາວ 21 ຕັ້ງແຕ່ຕົ້ນເດີມໂລກ ຈົນເຖິງບັດນີ້, ຄວາມທຸກອັນຮ້າຍແຮງຢ່າງນີ້ຈະບໍ່ມີຕໍ່ໄປອີກຈັກເທື່ອ. 22 ກໍຈະບໍ່ມີມະນຸດຄົນໃດລອດພົ້ນໄດ້. ແຕ່ເພາະເຫັນແກ່ພວກທີ່ຊົງເລືອກໄວ້ນັ້ນ, ວັນເຫລົ່ານັ້ນຈິ່ງໄດ້ຊົງບັນດານໃຫ້ສັ້ນເຂົ້າ. 23 ແລະຖ້າຜູ້ໃດຈະບອກພວກທ່ານວ່າ ‘ເບິ່ງແມ, ອົງພຣະຄຣິດຢູ່ທີ່ນີ້’ ຫລື ‘ຢູ່ທີ່ນັ້ນ’ ຢ່າຊູ່ເຊື່ອເຂົາ. 24 ແລະສະແດງຫມາຍສຳຄັນອັນໃຫຍ່ ແລະການອັດສະຈັນຕ່າງ, ຖ້າເປັນໄດ້ ມັນຈະຫລອກລວງຜູ້ທີ່ພຣະເຈົ້າຊົງເລືອກໄວ້ໃຫ້ຫລົງໄປ. 25 ເບິ່ງແມ, ເຮົາໄດ້ບອກພວກທ່ານໃຫ້ຮູ້ໄວ້ກ່ອນທີ່ເວລານັ້ນຈະມາເຖິງ. 26 ເຫດສະນັ້ນ, ຖ້າພວກເຂົາບອກພວກທ່ານວ່າ ‘ເບິ່ງແມ, ພຣະອົງຊົງປຣະທັບຢູ່ໃນປ່າ’, ຢ່າໄດ້ອອກໄປໃນປ່ານັ້ນ. ຫລື, 'ເບິ່ງແມ, ພຣະອົງປຣະທັບຢູ່ໃນຫ້ອງ’, ກໍຢ່າຊູ່ເຊື່ອພວກເຂົາເລີຍ. 27 ເພາະວ່າແສງໄຟໄດ້ສ່ອງອອກຈາກທິດຕາເວັນອອກ ແລະ ສ່ອງໄປເຖິງທິດຕາເວັນຕົກຢ່າງໃດ, ການທີ່ບຸດມະນຸດຈະສະເດັດມາກໍຈະເປັນດັ່ງນັ້ນ. 28 ເມື່ອຊາກສົບຢູ່ບ່ອນໃດ ຝູງແຮ້ງກໍຈະຕອມບ່ອນນັ້ນ.” 29 ແຕ່ພໍຫມົດຄວາມທຸກລຳບາກຂອງວັນເຫລົ່ານັ້ນໄດ້ຜ່ານພົ້ນໄປແລ້ວ, ດວງອາທິດຈະມືດດັບໄປ, ດວງຈັນຈະບໍ່ສ່ອງແສງ, ດວງດາວທັງປວງຈະຕົກລົງຈາກຟ້າ, ແລະ ບັນດາສິ່ງທີ່ມີອຳນາດໃນທ້ອງຟ້າຈະສະທ້ານຫວັ່ນໄຫວ. 30 ຕໍ່ຈາກນັ້ນຫມາຍສຳຄັນຂອງບຸດມະນຸດຈະປະກົດຂຶ້ນໃນທ້ອງຟ້າ, ແລະ ມະນຸດທຸກຊາດທົ່ວໂລກຈະຮ້ອງໄຫ້ໂສກເສົ້າ. ພວກເຂົາຈະເຫັນບຸດມະນຸດກຳລັງສະເດັດມາເທິງເມກໃນທ້ອງຟ້າ ພ້ອມດ້ວຍຣິດທານຸພາບ ແລະ ສະຫງ່າຣາສີອັນຍິ່ງໃຫຍ່. 31 ພຣະອົງຈະສົ່ງທູດສະຫວັນຂອງພຣະອົງດ້ວຍສຽງແກ, ແລະ ພວກເຂົາຈະຮວບຮວມເອົາຄົນທັງປວງທີ່ພຣະອົງຊົງເລືອກໄວ້ແລ້ວ ຈາກທິດທັງສີ່ທິດ ແລະ ຈາກທີ່ສຸດຂອງປາຍຟ້າເບື້ອງນີ້ ຈົນເຖິງທີ່ສຸດຟ້າເບື້ອງນັ້ນ. 32 ຮຽນຮູ້ບົດຮຽນຫນຶ່ງຈາກຕົ້ນໝາກເດື່ອ. ເມື່ອກິ່ງກ້ານມັນແຕກໃບອ່ອນອອກ, ພວກທ່ານກໍຮູ້ວ່າຣະດູຮ້ອນໃກ້ຈະມາເຖິງແລ້ວ. 33 ດັ່ງນັ້ນແຫລະ ຢ່າງດຽວກັນ, ເມື່ອພວກທ່ານເຫັນເຫດການເຫລົ່ານີ້, ທ່ານຈົ່ງຮູ້ວ່າພຣະອົງສະເດັດມາໃກ້, ຈະເຖິງປະຕູແລ້ວ. 34 ເຮົາບອກພວກທ່ານຕາມຄວາມຈິງວ່າ, ຄົນໃນສະໄຫມນີ້ຈະບໍລ່ວງລັບໄປ ກ່ອນເຫດການທັງປວງນີ້ບັງເກີດຂຶ້ນ. 35 ຟ້າ ແລະ ດິນກໍຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ.” 36 ແຕ່ເລື່ອງວັນ ແລະ ໂມງນັ້ນບໍ່ມີໃຜຮູ້, ແມ່ນກະທັ້ງທູດສະຫວັນໃນສະຫວັນ, ຫລື ພຣະບຸດກໍບໍ່ຮູ້, ມີແຕ່ພຣະບິດາອົງດຽວເທົ່ານັ້ນທີ່ຮູ້. 37 ດ້ວຍວ່າສະໄຫມຂອງໂນອາໄດ້ເປັນຢ່າງໃດ, ການສະເດັດມາຂອງບຸດມະນຸດກໍຈະເປັນຢ່າງນັ້ນ. 38 ເພາະວ່າກ່ອນທີ່ຈະມີນ້ຳຖ້ວມນັ້ນ ຄົນທັງຫລາຍໄດ້ກິນແລະດື່ມ, ໄດ້ແຕ່ງງານແລະຍົກໃຫ້ເປັນຜົວເມັຍກັນ, ຈົນເຖິງວັນທີ່ໂນອາໄດ້ເຂົ້າໄປໃນນາວາ, 39 ແລະໂດຍບໍ່ທັນໄດ້ຮູ້ຕົວຢ່າງໃດ ຈົນເຖິງເວລານ້ຳໄດ້ມາຖ້ວມກວາດເອົາພວກເຂົາໄປ ເມື່ອບຸດມະນຸດສະເດັດມາກໍຈະເປັນຢ່າງນັ້ນ. 40 ໃນເວລານັ້ນຈະມີຊາຍສອງຄົນຢູ່ທົ່ງນາ ຈະຊົງຮັບຄົນຫນຶ່ງໄປ ຈະຊົງປະຄົນຫນຶ່ງໄວ້. 41 ຍິງສອງຄົນກຳລັງໂມ້ແປ້ງຢູ່, ຈະຊົງຮັບຄົນຫນຶ່ງໄວ້ ຈະຊົງປະຄົນຫນຶ່ງໄວ້. 42 ເຫດສັນນັ້ນພວກທ່ານຈົ່ງເຝົ້າຣະວັງຢູ່ ເພາະພວກທ່ານບໍ່ຮູ້ວ່າ ອົງພຣະຜູ້ເປັນເຈົ້າຂອງພວກທ່ານຈະສະເດັດມາໃນເວລາໃດ. 43 ແຕ່ຈົ່ງເຂົ້າໃຈຢ່າງນີ້ວ່າ, ຖ້າເຈົ້າຂອງເຮືອນໄດ້ຮູ້ກ່ອນວ່າໂຈນຈະມາຍາມໃດໃນຍາມກາງຄືນ, ເຂົາກໍຈະເຝົ້າຣະວັງໄວ້ ແລະ ບໍ່ໃຫ້ໂຈນເຈາະເຂົ້າເຮືອນໄດ້. 44 ເພາະເຫດນັ້ນ ພວກທ່ານກໍເຫມືອນກັນ ຈົ່ງຕຽມໄວ້ໃຫ້ພ້ອມ ເພາະໃນໂມງທີ່ພວກທ່ານບໍ່ທັນຄິດນັ້ນ ບຸດມະນຸດຈະສະເດັດມາ.” 45 ດັ່ງນັ້ນ ຜູ້ໃດເປັນຂ້າໃຊ້ສັດຊື່ແລະສະຫລາດ ທີ່ນາຍໄດ້ຕັ້ງໄວ້ໃຫ້ເປັນໃຫຍ່ເຫນືອພວກຄົນໃຊ້ໃນເຮືອນຂອງຕົນ ເພື່ອແຈກອາຫານໃຫ້ເຂົາຕາມເວລາ. 46 ຄົນຮັບໃຊ້ຜູ້ນີ້ກໍຈະເປັນສຸກ, ເມື່ອຜູ້ເປັນນາຍກັບມາ 47 ນາຍຈະຕັ້ງຜູ້ນັ້ນໄວ້ເຫນືອບັນດາຊັບສິນຂອງເຂົາທຸກຢ່າງ. 48 ແຕ່ຖ້າຂ້າໃຊ້ຜູ້ນັ້ນຊົ່ວ ຄຶດໃນໃຈວ່າ ‘ນາຍຂອງເຮົາຄົງອອກມາຊ້າ’, 49 ລາວກໍຈະຂຽ້ນຕີຄົນຮັບໃຊ້ດ້ວຍກັນທັງກິນແລະດື່ມນຳຄົນຂີ້ເຫລົ້າ; 50 ແລ້ວວັນຫນຶ່ງນາຍກັບມາໂດຍທີ່ລາວບໍ່ຄາດຄິດ 51 ນາຍຂອງຂ້າໃຊ້ຜູ້ນັ້ນຈະຜ່າລາວອອກເປັນຕ່ອນໆ ແລະຈະຂັບໄລ່ໃຫ້ໄປຢູ່ກັບຄົນຫນ້າຊື່ໃຈຄົດ ເຊິ່ງບ່ອນນັ້ນຈະມີການຮ້ອງໄຫ້ແລະຂົບແຂ້ວຢູ່.”