ບົດທີ 25

1 ຣາ­ຊະອາ­ນາ­ຈັກສະ­ຫວັນຈະປຽບເຫມືອນສາວປອດສິບຄົນ ທີ່ຖືໂຄມຂອງຕົນອອກໄປຮັບເຈົ້າບ່າວ. 2 ໃນພວກນາງເປັນຄົນໂງ່ຫ້າຄົນ ແລະ ຄົນສະ­ຫລາດຫ້າຄົນ. 3 ຝ່າຍຄົນໂງ່ນັ້ນເອົາໂຄມຂອງຕົນໄປ ແຕ່ບໍ່ໄດ້ເອົານ້ຳ­ມັນໄປນຳ. 4 ແຕ່ຄົນສະ­ຫລາດນັ້ນໄດ້ເອົານ້ຳ­ມັນໃສ່ກວດກັບທັງໂຄມຂອງຕົນໄປດ້ວຍ. 5 ເນື່ອງຈາກເຈົ້າບ່າວຍັງມາລ້າຊ້າຢູ່ ເຂົາກໍພາ­ກັນເຫງົານອນແລະຫລັບໄປ. 6 ‘ເບິ່ງແມ, ເຈົ້າບ່າວມາແລ້ວ! ຈົ່ງອອກມາແລະຕ້ອນຮັບເພິ່ນສາ’. 7 ຍິງສາວທຸກຄົນຈຶ່ງລຸກຂຶ້ນແລະຈັດຕຽມໂຄມໄຟຂອງຕົນ 8 ຝ່າຍຄົນໂງ່ນັ້ນຈິ່ງເວົ້າກັບພວກຄົນສະ­ຫລາດວ່າ ‘ຂໍປັນນ້ຳ­ມັນຂອງເຈົ້າໃຫ້ພວກເຮົາແດ່ ເພາະ­ວ່າໂຄມຂອງເຮົາກຳລັງຈະມອດແລ້ວ. 9 ແຕ່ຝ່າຍພວກສະ­ຫລາດຈິ່ງຕອບວ່າ ‘ຫນ້າຢ້ານວ່ານ້ຳ­ມັນຈະບໍ່ພໍສຳ­ລັບເຮົາແລະເຈົ້າ ຈົ່ງໄປຫາຜູ້ຂາຍແລ້ວຊື້ເອົາສຳ­ລັບຕົນກໍດີກວ່າ.’ 10 ຂະນະທີ່ພວກເຂົາກຳ­ລັງໄປຊື້ນ້ຳມັນນັ້ນ ເຈົ້າບ່າວກໍມາເຖິງ ແລະຜູ້ທີ່ພ້ອມຢູ່ແລ້ວກໍເຂົ້າໄປນຳເຈົ້າບ່າວໃນການລ້ຽງເນື່ອງໃນງານສົມ­ລົດ ແລ້ວປະ­ຕູກໍອັດເສັຽ 11 ຫລັງຈາກນັ້ນຍິງສາວປອດພວກອື່ນນັ້ນມາຮ້ອງວ່າ ‘ນາຍເອີຍ, ນາຍເອີຍ ຂໍໄຂປະ­ຕູໃຫ້ຫມູ່ຂ້າ­ນ້ອຍແດ່.’ 12 ແຕ່ເພິ່ນໄດ້ຕອບວ່າ ‘ເຮົາບອກຄວາມຈິງກັບທ່ານທັງ­ລາຍວ່າ ເຮົາບໍ່ຮູ້­ຈັກພວກທ່ານ.’ 13 ພວກທ່ານຈົ່ງເຝົ້າຣະວັງຢູ່ ເພາະທ່ານທັງ­ຫລາຍບໍ່ຮູ້­ຈັກວັນຫລືໂມງນັ້ນ.” 14 ຣາ­ຊະອາ­ນາ­ຈັກສະ­ຫວັນຍັງປຽບເຫມືອນຊາຍຜູ້ຫນຶ່ງກຳ­ລັງຈະອອກເດີນ­ທາງໄປ. ຈິ່ງເອີ້ນພວກຂ້ອຍໃຊ້ຂອງຕົນມາຝາກຊັບສົມບັດໄວ້ກັບເຂົາ. 15 ຄົນຫນຶ່ງໄດ້ຮັບເງິນຫ້າຕາລັນຕົນ ຄົນຫນຶ່ງສອງຕາລັນຕົນ, ແລະອີກຄົນຫນຶ່ງໃຫ້ຕາລັນຕົນດຽວ ຕາມຄວາມສາ­ມາດຂອງແຕ່­ລະ­ຄົນ, ແລ້ວກໍອອກເດີນ­ທາງໄປ. 16 ຜູ້ທີ່ໄດ້ຮັບຫ້າຕາລັນຕົນກໍເອົາເງິນນັ້ນໄປຄ້າຂາຍທັນ­ທີ ແລະໄດ້ກຳ­ໄຣອີກຫ້າຕາລັນຕົນ. 17 ໃນທຳນອງດຽວກັນ ຄົນທີ່ຮັບສອງຕາລັນຕົນກໍໄດ້ກຳ­ໄຣອີກສອງຕະລັນຕົນເຫມືອນກັນ. 18 ແຕ່ຜູ້ໄດ້ຮັບຕາລັນຕົນດຽວກໍໄດ້ໄປ ແລະຂຸດຂຸມ ແລ້ວເຊື່ອງເງິນນາຍໄວ້. 19 ຢູ່ດົນນານຕໍ່ມານາຍຂອງຂ້ອຍໃຊ້ເຫລົ່າ­ນັ້ນກໍກັບມາ ແລະຄິດບັນ­ຊີກັບພວກເຂົາ. 20 ກໍເອົາເງິນກຳ­ໄຣຫ້າຕາລັນຕົນມາແຈ້ງ­ວ່າ ‘ນາຍເອີຍ, ນາຍໄດ້ຝາກເງິນຫ້າຕາລັນຕົນໄວ້ນຳຂ້າ­ນ້ອຍ ນີ້ແຫລະ, ຂ້າ­ນ້ອຍໄດ້ກຳ­ໄຣຕື່ມອີກຫ້າຕາລັນຕົນ.’ 21 ‘ດີແລ້ວ, ຂ້ອຍໃຊ້ຜູ້­ດີແລະສັດ­ຊື່ເອີຍ ເຈົ້າເປັນຜູ້ສັດ­ຊື່ໃນຂອງເລັກນ້ອຍ ເຮົາຈະຕັ້ງໃຫ້ເຈົ້າເປັນຜູ້ເບິ່ງແຍງຂອງຫລາຍຢ່າງ. ຈົ່ງເຂົ້າຮ່ວມຄວາມຍິນ­ດີກັບນາຍເຈົ້າເຖີ້ນ’. 22 ‘ນາຍເອີຍ, ນາຍໄດ້ຝາກເງິນສອງຕາລັນຕົນໄວ້ນຳຂ້າ­ນ້ອຍ ນີ້ແຫລະ, ຂ້າ­ນ້ອຍໄດ້ກຳ­ໄຣອີກສອງຕາລັນຕົນ.’ 23 ຝ່າຍນາຍກໍຕອບວ່າ ‘ດີແລ້ວ, ຂ້ອຍໃຊ້ຜູ້­ດີແລະສັດ­ຊື່ເອີຍ ເຈົ້າເປັນສັດ­ຊື່ໃນຂອງເລັກນ້ອຍ ເຮົາຈະຕັ້ງໃຫ້ເຈົ້າເປັນຜູ້ເບິ່ງ­ແຍງຂອງຫລາຍຢ່າງ. ຈົ່ງເຂົ້າຮ່ວມຄວາມຍິນ­ດີກັບນາຍເຈົ້າເຖີ້ນ.’ 24 ຫຼັງຈາກນັ້ນ ຜູ້ທີ່ໄດ້ຮັບຕາລັນຕົນດຽວນັ້ນກໍໄດ້ເຂົ້າມາເຫມືອນກັນແຈ້ງ­ວ່າ ‘ນາຍເອີຍ, ຂ້າ­ນ້ອຍຮູ້­ຈັກທ່ານແລ້ວວ່າທ່ານເປັນຄົນໃຈແຂງ, ເຄີຍກ່ຽວຜົນໃນສິ່ງທີ່ຕົນບໍ່ໄດ້ຫວ່ານ, ແລະຮິບໂຮມເອົາສິ່ງທີ່ຕົນບໍໄດ້ຝັດ. 25 ຂ້າ­ນ້ອຍຢ້ານຈິ່ງໄດ້ເອົາເງິນຕາລັນຕົນຂອງທ່ານໄປເຊື່ອງໄວ້ໃຕ້ພື້ນດິນ. ເບິ່ງແມ, ນີ້ຄືສິ່ງທີ່ເປັນຂອງທ່ານ.’ 26 ‘ອ້າຍຂ້ອຍໃຊ້ຊົ່ວແລະຂີ້­ຄ້ານເອີຍ ເຈົ້າຮູ້ແລ້ວວ່າເຮົາເຄີຍເກັບຜົນໃນສິ່ງທີ່ເຮົາບໍ່ໄດ້ຫວ່ານ ແລະ ຮິບໂຮມເອົາສິ່ງທີ່ເຮົາບໍ່ໄດ້ຝັດ. 27 ເຫດສັນນັ້ນ, ເຈົ້າຄວນຈະເອົາເງິນຂອງເຮົາໄປຝາກໄວ້ກັບນາຍທະ­ນາ­ຄານ ແລະເມື່ອເຮົາກັບມາກໍຈະໄດ້ຮັບສິ່ງທີ່ເປັນຂອງເຮົາກັບທັງດອກເບັ້ຽ. 28 ແລະເອົາໃຫ້ແກ່ຜູ້ມີສິບຕາລັນຕົນ. 29 ເພາະທຸກຄົນທີ່ມີຢູແລ້ວຈະຊົງເພີ້ມຕື່ມໃຫ້ຈົນມີບໍ­ຣິ­ບູນ. ແຕ່ຜູ້ທີ່ບໍ່ມີ, ແມ່ນວ່າສິ່ງທີ່ຕົນມີຢູ່ນັ້ນກໍຈະຊົງຍົກໄປຈາກຕົນເສັຽ. 30 ເອົາອ້າຍຂ້າໃຊ້ຜູ້ບໍ່ມີປະ­ໂຫຍດໄປຖິ້ມເສັຽບ່ອນມືດພາຍນອກ ແລະບ່ອນນັ້ນຈະມີ­ການຮ້ອງ­ໄຫ້ແລະຂົບແຂ້ວຢູ່.” 31 ເມື່ອບຸດມະ­ນຸດຊົງກັບມາດ້ວຍພຣະ­ຣັດ­ສະ­ຫມີ ແລະມາພ້ອມດ້ວຍຝູງເທ­ວະ­ດາ, ເມື່ອ­ນັ້ນພຣະ­ອົງຈະຊົງປຣະ­ທັບເທິງພຣະທີ່­ນັ່ງອັນຮຸ່ງ­ເຮືອງຂອງພຣະ­ອົງ. 32 ຈະຖືກຊົງໂຮມກັນຕໍ່ພຣະ­ພັກຂອງພຣະ­ອົງ ແລະພຣະ­ອົງຈະຊົງແຍກເຂົາອອກຈາກກັນ, ເໝືອນຜູ້ລ້ຽງ­ສັດແຍກຝູງແກະອອກຈາກຝູງແບ້. 33 ພຣະອົງຈະໃຫ້ຝູງແກະນັ້ນຈັດໃຫ້ຢູ່ເບື້ອງຂວາພຣະຫັດຂອງພຣະ­ອົງ, ແຕ່ຝູງແບ້ນັ້ນຈະຊົງຈັດໃຫ້ຢູ່ເບື້ອງຊ້າຍຂອງພຣະອົງ. 34 ຫຼັງຈາກ­ນັ້ນ ພຣະ­ມະ­ຫາ­ກະ­ສັດຈະຊົງກ່າວແກ່ບັນ­ດາຜູ້ທີ່­ຢູ່ເທິງພຣະ­ຫັດຂວາຂອງພຣະ­ອົງວ່າ ‘ພວກທ່ານທີ່ໄດ້ຮັບພຣະ­ພອນຈາກພຣະ­ບິ­ດາຂອງເຮົາເອີຍ, ຈົ່ງມາຮັບເອົາຣາ­ຊະອານາ­ຈັກ ຊຶ່ງໄດ້ ຊົງຈັດຕຽມໄວ້ສຳ­ລັບທ່ານຕັ້ງ­ແຕ່ວາງຮາກສ້າງໂລກ. 35 ພວກທ່ານກໍໃຫ້ເຮົາກິນ; ເຮົາຫິວນ້ຳ ພວກທ່ານກໍໃຫ້ເຮົາດື່ມ; ເຮົາເປັນແຂກແປກຫນ້າ ພວກທ່ານກໍໄດ້ຕ້ອນ­ຮັບເຮົາໄວ້; 36 ເຮົາເປືອຍຕົວ ພວກທ່ານກໍໄດ້ເອົາເຄື່ອງມາໃຫ້ເຮົານຸ່ງຫົ່ມ; ເຮົາເຈັບປ່ວຍ ພວກທ່ານກໍມາຢ້ຽມ­ຢາມເຮົາ; ເຮົາຢູ່ໃນຄຸກພວກທ່ານກໍມາໄດ້ຫາ.’ 37 ເມື່ອ­ນັ້ນບັນ­ດາພວກສິລະທັມຈະທູນວ່າ ‘ພຣະ­ອົງເຈົ້າເອີຍ, ພວກຂ້າ­ພະ­ອົງໄດ້ເຫັນພຣະ­ອົງຊົງຢາກເຂົ້າຫລືຫິວນ້ຳ ແລ້ວໄດ້ຈັດມາຖວາຍພຣະ­ອົງເມື່ອໃດ? 38 ແລະໄດ້ຕ້ອນ­ຮັບໄວ້? ຫລືຊົງເປືອຍພຣະ­ກາຍແລ້ວໄດ້ເອົາເຄື່ອງມາໃຫ້ນຸ່ງເມື່ອໃດ?’ 39 ພວກຂ້າໄດ້ເຫັນພຣະ­ອົງຊົງປະ­ຊວນຢູ່ ຫລືຢູ່ໃນຄຸກ ແລະໄດ້ມາເຝົ້າພຣະອົງເມື່ອໃດ?’ 40 ແລະພຣະ­ມະ­ຫາກະສັດຈະຊົງຕອບວ່າ ‘ເຮົາບອກຄວາມຈິງກັບທ່ານທັງຫລາຍວ່າ ສິ່ງທີ່ພວກທ່ານໄດ້ເຮັດການເຫລົ່ານີ້ແກ່ພວກຕ່ຳຕ້ອຍທີ່ສຸດຄົນຫນຶ່ງໃນພວກພີ່­ນ້ອງຂອງເຮົານີ້, ກໍໄດ້ເຮັດໃຫ້ເຮົາເຫມືອນກັນ.’ 41 ແລະໃນວັນນັ້ນພຣະ­ອົງຈະຊົງກ່າວກັບບັນ­ດາຜູ້ທີ່­ຢູ່ເບື້ອງພຣະຫັດຊ້າຍຂອງພຣະ­ອົງວ່າ ‘ສູທັງ­ຫລາຍຜູ້ຖືກສາບແຊ່ງຈົ່ງຖອຍຫນີຈາກເຮົາແລະເຂົ້າໄປຢູ່ໃນໄຟທີ່ໄຫມ້ຢູ່ເປັນ­ນິດ ຊຶ່ງຊົງຈັດຕຽມໄວ້ສຳ­ລັບມານຊາຕານແລະບໍ­ລິ­ວານຂອງມັນ. 42 ເມື່ອເຮົາຫີວເຂົ້າ ສູບໍ່ໄດ້ໃຫ້ເຮົາກິນ ເຮົາຫິວນ້ຳ ສູບໍ່ໃຫ້ເຮົາດື່ມ; 43 ເມື່ອເຮົາເປັນແຂກບ້ານສູບໍ່ໄດ້ຕ້ອນຮັບເຮົາ; ເຮົາເປືອຍຕົວ ແຕ່ສູບໍ່ໄດ້ເອົາເຄື່ອງມາໃຫ້ນຸ່ງ; ເຮົາເຈັບປ່ວຍແລະຢູ່ໃນຄຸກ ແຕ່ສູບໍ່ໄດ້ມາຢ້ຽມ­ຢາມເຮົາ.’ 44 ‘ພຣະ­ອົງເຈົ້າເອີຍ, ພວກຂ້າ­ນ້ອຍໄດ້ເຫັນພຣະ­ອົງຊົງຢາກເຂົ້າຫລືຊົງຫີວນ້ຳ ຊົງເປັນແຂກແປກຫນ້າ, ຊົງເປືອຍພຣະ­ກາຍ, ຊົງເຈັບປ່ວຍຫລືຊົງຢູ່ໃນຄຸກ ແລະພວກຂ້າ­ນ້ອຍບໍ່ໄດ້ປະ­ຕິ­ບັດພຣະ­ອົງຍາມໃດ?’ 45 ເມື່ອ­ນັ້ນພຣະ­ອົງຈະຊົງຕອບແກ່ເຂົາວ່າ ‘ເຮົາບອກສູທັງ­ຫລາຍຄວາມຈິງວ່າ, ທີ່ສູບໍ່ໄດ້ເຮັດການເຫລົ່າ­ນັ້ນແກ່ຜູ້ຕ່ຳຕ້ອຍທີ່ສຸດໃນພວກນີ້, ພວກສູກໍບໍ່ໄດ້ເຮັດແກ່ເຮົາເຫມືອນກັນ.’ 46 ແລ້ວພວກເຫລົ່ານີ້ ຈະອອກໄປສູ່ໂທດອັນຕະຫລອດໄປເປັນ­ນິດ ແຕ່ພວກສິລະທັມກໍເຂົ້າສູ່ຊິ­ວິດອັນຕະ­ຫລອດ ໄປເປັນ­ນິດ.