ບົດທີ 26
1
ເມື່ອພຣະເຢຊູເຈົ້າກ່າວຖ້ອຍຄຳເຫລົ່ານີ້ຈົບ ພຣະອົງຊົງບອກພວກສາວົກຂອງຕົນວ່າ,
2
“ພວກທ່ານທັງຫລາຍຮູ້ຢູ່ວ່າອີກສອງວັນກໍຈະເຖິງເທສະການປັດສະຄາ ແລະບຸດມະນຸດຈະຖືກມອບໄວ້ໃຫ້ເຂົາຕອກຄຶງໄວ້ທີ່ໄມ້ກາງແຂນ.”
3
ຈາກນັ້ນພວກປະໂລຫິດຕົນໃຫຍ່ກັບພວກເຖົ້າແກ່ຂອງພົນລະເມືອງໄດ້ປະຊຸມກັນຢູ່ທີ່ສຳນັກຂອງມະຫາປະໂລຫິດຊື່ກາຍະຟາ.
4
ພວກເຂົາປຶກສາກັນເພື່ອຈະໄດ້ຈັບພຣະເຢຊູດ້ວຍກົນອຸບາຍ ແລະຈະຂ້າພຣະອົງເສັຽ.
5
“ຈະບໍ່ເຮັດໃນລະຫວ່າງວັນເທສະການ ເພື່ອບໍ່ໃຫ້ເກີດຄວາມວຸ້ນວາຍທ່າມກາງພົນລະເມືອງ.”
6
ໃນລະຫວ່າງທີ່ພຣະເຢຊູເຈົ້າປຣະທັບຢູ່ບ້ານເບັດທານີໃນເຮືອນຂອງຊີໂມນຄົນຂີ້ທູດ,
7
ມີຍິງຜູ້ຫນຶ່ງຖືເຕົ້າຫີນຂາວເຕັມດ້ວຍນ້ຳມັນຫອມທີ່ມີລາຄາແພງເຂົ້າມາເຝົ້າພຣະອົງ ແລ້ວນາງໄດ້ຖອກນ້ຳຫອມໃສ່ພຣະສຽນຂອງພຣະອົງ.
8
ແຕ່ເມື່ອພວກສາວົກເຫັນດັ່ງນັ້ນກໍເຄື່ອງໃຈແລະຈິ່ງເວົ້າວ່າ, “ເຫດໃດຈິ່ງເຮັດໃຫ້ເສັຽຂອງ ຢ່າງນີ້?
9
ເພາະຖ້າຂາຍນ້ຳມັນຫອມນີ້ກໍຄົງໄດ້ເງິນຫລວງຫລາຍແລ້ວຈະແຈກໃຫ້ຄົນຍາກຈົນກໍໄດ້.”
10
ແຕ່ພຣະເຢຊູຊົງຊາບຄວາມຄິດນີ້, ຈິ່ງໄດ້ກ່າວແກ່ເຂົາວ່າ, “ເປັນຫຍັງພວກທ່ານກວນໃຈຍິງນີ້? ເພາະນາງໄດ້ເຮັດການດີແກ່ເຮົາແລ້ວ.
11
ດ້ວຍວ່າຄົນຍາກຈົນມີຢູ່ກັບພວກທ່ານສະເຫມີ, ແຕ່ຝ່າຍເຮົາບໍ່ຢູ່ກັບພວກທ່ານສະເຫມີໄປ.
12
ດ້ວຍວ່າການທີ່ນາງໄດ້ຖອກນ້ຳມັນຫອມໃສ່ກາຍຂອງເຮົາ, ນາງກໍໄດ້ເຮັດເພື່ອການຝັງຂອງເຮົາ.
13
ເຮົາບອກພວກທ່ານຕາມຄວາມຈິງວ່າ, ບ່ອນໃດກໍຕາມ ທີ່ຂ່າວປະເສີດນີ້ໄດ້ຖືກເທສະຫນາປະກາດໃນທົ່ວໂລກ, ໃນສິ່ງທີ່ຍິງຄົນນີ້ໄດ້ກະທຳ ເພື່ອເປັນທີ່ຣະນຶກເຖິງນາງ.”
14
ເວລານັ້ນຜູ້ຫນຶ່ງໃນພວກສິບສອງດັ່ງກ່າວ, ຜູ້ຊື່ຢູດາອິສະກາຣີອົດ, ໄດ້ໄປຫາພວກຫົວໜ້າປະໂລຫິດ,
15
ແລະໄດ້ກ່າວວ່າ, “ພວກທ່ານ, ຂ້ານ້ອຍຈະມອບພຣະອົງໃຫ້ແກ່ພວກທ່ານ ແລ້ວພວກທ່ານຈະຍອມໃຫ້ອັນໃດໃຫ້ແກ່ຂ້ານ້ອຍ?” ພວກເຂົາຈິ່ງເອົາເງິນສາມສິບຫລຽນໃຫ້ແກ່ຢູດາ.
16
ຕັ້ງແຕ່ນັ້ນມາ ຢູດາໄດ້ຊອກຫາໂອກາດເພື່ອຈະມອບພຣະອົງໄວ້ກັບພວກຫົວຫນ້າປະໂລຫິດ.
17
ເມື່ອວັນຕົ້ນເທສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ພວກສາວົກໄດ້ມາທູນຖາມພຣະອົງວ່າ, “ທ່ານປະສົງຈະໃຫ້ພວກຂ້ານ້ອຍຈັດແຈ່ງປັດສະຄາໃຫ້ເພິ່ນຮັບປະທານບ່ອນໃດ?”
18
ພຣະອົງຊົງຕອບວ່າ, “ຈົ່ງເຂົ້າໄປຫາຄົນຫນຶ່ງໃນເມືອງ ແລະ ບອກວ່າ ‘ອາຈານກ່າວວ່າ ເວລາກຳນົດຂອງເຮົາມາໃກ້ແລ້ວ ເຮົາຈະຖືສິລປັດສະຄາທີ່ເຮືອນຂອງທ່ານພ້ອມກັບສາວົກຂອງເຮົາ.”
19
ແລ້ວພວກສາວົກຈິ່ງໄດ້ເຮັດຕາມທີ່ພຣະເຢຊູເຈົ້າຊົງສັ່ງ ແລະ ພວກເຂົາໄດ້ຈັດແຈ່ງປັດສະຄາໄວ້ພ້ອມ.
20
ຄັນເຖິງເວລາຄ່ຳແລ້ວພຣະອົງຊົງປະທັບຮ່ວມໂຕະກັບພວກສາວົກສິບສອງຄົນ.
21
ຂະນະກຳລັງຮັບປະທານອາຫານຢູ່, ພຣະອົງຊົງກ່າວວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ຄົນຫນຶ່ງໃນພວກທ່ານຈະທໍຣະຍົດຕໍ່ເຮົາ.”
22
ຝ່າຍສາວົກກໍມີຄວາມທຸກໃຈຫລາຍ, ແລະ ທຸກຄົນຕ່າງກໍຕັ້ງຕົ້ນທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ ບໍ່ອາດຈະແມ່ນຂ້ານ້ອຍຕິ໊?”
23
ພຣະອົງຊົງຕອບວ່າ, “ຜູ້ທີ່ໄດ້ຈ້ຳຮ່ວມຈານດຽວກັນກັບເຮົານີ້ແຫລະ ຄືຄົນຈະທໍຣະຍົດຕໍ່ເຮົາ.
24
ບຸດມະນຸດສະເດັດໄປຕາມທີ່ໄດ້ຂຽນໄວ້ໃນພຣະຄັມພີເຖິງເລື່ອງພຣະອົງນັ້ນ ແຕ່ວິບັດແກ່ຜູ້ທີ່ຈະທໍຣະຍົດຕໍ່ບຸດມະນຸດ ຖ້າຜູ້ນັ້ນບໍ່ເກີດມາກໍດີກວ່າ.”
25
ຢູດາຜູ້ທີ່ທໍຣະຍົດຕໍ່ພຣະອົງທູນຖາມວ່າ, “ພຣະອາຈານ ບໍ່ອາດຈະແມ່ນຂ້ານ້ອຍຕີ໊?” ພຣະອົງຊົງຕອບວ່າ, “ທ່ານເວົ້າເອງແລ້ວ.”
26
ລະຫວ່າງກຳລັງຮັບປະທານອາຫານຢູ່ນັ້ນ, ພຣະເຢຊູຊົງຈັບເຂົ້າຈີ່ມາ ແລະ ເມື່ອຂໍພຣະພອນແລ້ວ. ພຣະອົງຊົງຫັກເຂົ້າຈີ່ນັ້ນໃຫ້ພວກສາວົກ ໂດຍຊົງກ່າວວ່າ, “ຈົ່ງຮັບ, ແລະກິນສາເຖີດ, ນີ້ແຫລະຄືກາຍຂອງເຮົາ.”
27
ແລ້ວພຣະອົງຊົງຈັບເອົາຈອກມາໂມທະນາຂອບພຣະຄຸນ, ແລະ ໄດ້ຍື່ນໃຫ້ເຂົາ ໂດຍຊົງກ່າວວ່າ, “ຈົ່ງດື່ມຈອກນີ້, ທຸກຄົນເຖີດ.
28
ເພາະວ່ານີ້ແຫລະເປັນເລືອດແຫ່ງພັນທະສັນຍາທີ່ຫລັ່ງອອກມາ ເພື່ອຍົກໂທດບາບຂອງຄົນຈຳນວນຫລາຍ.
29
ແຕ່ເຮົາບອກທ່ານທັງຫລາຍວ່າ ເຮົາຈະບໍ່ດືມນ້ຳຜົນອະງຸ່ນຕໍ່ໄປອີກຈົນກວ່າວັນນັ້ນຈະມາເຖິງ ຄືວັນທີ່ຈະດື່ມນ້ຳອະງຸ່ນໃຫມ່ກັບພວກທ່ານໃນຣາຊະອານາຈັກພຣະບິດາຂອງເຮົາ.”
30
ເມື່ອພວກເຂົາຮ້ອງເພງສັນຣະເສີນແລ້ວ, ພວກເຂົາກໍພາກັນອອກໄປຍັງພູຫມາກກອກເທດ.
31
ແລ້ວເມື່ອນັ້ນພຣະເຢຊູຊົງກ່າວກັບພວກສາວົກວ່າ, “ໃນຄືນນີ້ທ່ານທຸກຄົນຈະສະດຸດໃຈເພາະເຮົາ, ເພາະມີຄຳຂຽນໄວ້ໃນພຣະຄັມພີວ່າ ‘ເຮົາຈະປະຫານຜູ້ລ້ຽງແກະ ແລະ ຝູງແກະນັ້ນຈະແຕກຊະກັນໄປ.
32
ແຕ່ຫຼັງຈາກທີ່ເຮົາຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍແລ້ວ, ເຮົາຈະໄປເຖິງແຂວງຄາລີເລກ່ອນຫນ້າພວກທ່ານ.”
33
ຝ່າຍເປໂຕຈິ່ງທູນຕອບພຣະອົງວ່າ, “ຖ້າຄົນທັງປວງຈະສະດຸດໃຈເພາະທ່ານ, ຝ່າຍຂ້ານ້ອຍຈະບໍ່ສະດຸດໃຈຈັກເທື່ອ.”
34
ພຣະເຢຊູເຈົ້າຊົງຕອບເປໂຕວ່າ, “ເຮົາບອກຄວາມຈິງກັບທ່ານວ່າ "ໃນຄືນວັນນີ້ກ່ອນໄກ່ຈະຂັນ ທ່ານຈະປະຕິເສດເຮົາເຖິງສາມເທື່ອ.”
35
ເປໂຕໄດ້ທູນຕອບພຣະອົງວ່າ, “ເຖິງແມ່ນຂ້ານ້ອຍຈະຕ້ອງຕາຍກັບທ່ານ ຂ້ານ້ອຍຈະບໍ່ປະຕິເສດທ່ານຈັກເທື່ອ” ຝ່າຍພວກສາວົກກໍທູນຢ່າງນັ້ນເຫມືອນກັບທຸກຄົນ.
36
ແລ້ວພຣະເຢຊູເຈົ້າກໍສະເດັດພ້ອມກັບພວກສາວົກ ໄປເຖິງບ່ອນຫນຶ່ງຊື່ເຄັດເຊມາເນ ແລ້ວຊົງກ່າວກັບພວກເຂົາວ່າ, “ຈົ່ງນັ່ງຢູ່ທີ່ນີ້ ຂະນະທີ່ເຮົາຈະໄປອ້ອນວອນອະທິຖານຢູ່ທີ່ນັ້ນ.”
37
ພຣະອົງຊົງພາເປໂຕ ແລະ ລູກຊາຍທັງສອງຂອງເຊເບດາຍໄປນຳ ແລະ ຊົງເລີ້ມຕົ້ນເກີດມີຄວາມໂສກເສົ້າ ແລະ ທຸກໃຈຫລາຍ.
38
ແລ້ວພຣະອົງຊົງກ່າວກັບພວກເຂົາວ່າ, “ຈິດໃຈຂອງເຮົາທຸກຫນັກແທບຈະຕາຍຢູ່ແລ້ວ, ຈົ່ງຄົງຢູ່ ແລະ ເຝົ້າເບິ່ງກັບເຮົາຢູ່ທີ່ນີ້ເຖີ້ນ.”
39
ພຣະອົງໄດ້ສະເດັດໄປຕື່ມອີກຫນ້ອຍຫນຶ່ງ, ຈິ່ງຊົງຫມູບພຣະພັກລົງເຖິງດິນ ແລະ ໄດ້ອ້ອນວອນອະທິຖານວ່າ, “ໂອພຣະບິດາຂອງຂ້ານ້ອຍເອີຍ, ຖ້າເປັນໄດ້ຂໍໃຫ້ຈອກນີ້ເລື່ອນພົ້ນໄປຈາກລູກຖ້ອນ. ແຕ່ຢ່າງໃດກໍດີ, ຂໍຢ່າໃຫ້ເປັນໄປຕາມໃຈປາຖນາຂອງລູກ ແຕ່ໃຫ້ເປັນໄປຕາມພຣະທັຍຂອງພຣະອົງເຖີ້ນ.”
40
ແລ້ວພຣະອົງໄດ້ສະເດັດກັບມາຫາສາວົກເຫລົ່ານັ້ນ ຊົງເຫັນເຂົານອນຫລັບຢູ່ ແລະ ຊົງກ່າວແກ່ເປໂຕວ່າ, “ເປັນຈັງໃດ ພວກທ່ານບໍ່ສາມາດຈະຄອຍເຝົ້າຢູ່ກັບເຮົາແມ່ນແຕ່ຊົ່ວໂມງດຽວບໍ?
41
ຈົ່ງເຝົ້າຣະວັງ ແລະ ອ້ອນວອນ ຢູ່ເພື່ອພວກທ່ານຈະບໍ່ຕົກໃນການທົດລອງ ຈິດໃຈພ້ອມຢູ່ແລ້ວກໍຈິງ ແຕ່ກາຍກໍອ່ອນກຳລັງ.”
42
ພຣະອົງໄດ້ສະເດັດອອກໄປອີກເປັນເທື່ອທີສອງ ຊົງອ້ອນວອນວ່າ, “ພຣະບິດາຂອງຂ້ານ້ອຍເອີຍ, ຖ້າຈອກນີ້ເລື່ອນພົ້ນໄປບໍ່ໄດ້ເວັ້ນແຕ່ຂ້ານ້ອຍຈຳຕ້ອງດື່ມ, ແລ້ວກໍຂໍໃຫ້ເປັນໄປຕາມນ້ຳພຣະທັຍຂອງພຣະອົງ.”
43
ພຣະອົງສະເດັດກັບຄືນມາກໍຊົງເຫັນພວກສາວົກນອນຫລັບຢູ່ເພາະຕາຂອງເຂົາມືນບໍ່ຂຶ້ນ.
44
ຈິ່ງຊົງປະເຂົາໄວ້, ພຣະອົງກໍໄດ້ສະເດັດໄປອ້ອນວອນເປັນເທື່ອທີ່ສາມ ໂດຍຊົງກ່າວຄຳເກົ່ານັ້ນອີກ.
45
ແລ້ວພຣະເຢຊູເຈົ້າ ໄດ້ສະເດັດມາຍັງພວກສາວົກແລ້ວຊົງກ່າວວ່າ, “ພວກທ່ານຍັງນອນຫລັບເຊົາເມື່ອຍຢູ່ບໍ? ເບິ່ງແມ, ເວລາມາໃກ້ແລ້ວ, ແລະ ບຸດມະນຸດກຳລັງຈະຖືກມອບໄວ້ໃນມືຄົນບາບ.
46
ຈົ່ງລຸກຂື້ນ ແລະ ໄປກັນເທາະ. ເບິ່ງແມ, ຜູ້ທີ່ທໍຣະຍົດເຮົານັ້ນມາໃກ້ແລ້ວ.”
47
ໃນຂະນະທີ່ພຣະເຢຊູເຈົ້າຍັງຊົງກ່າວບໍ່ທັນຂາດຄຳ, ຫນຶ່ງໃນຈຳພວກສິບສອງຄົນນັ້ນຄືຢູດາ, ໄດ້ເຂົ້າມາພ້ອມດ້ວຍປະຊາຊົນຈຳນວນຫລາຍ ມາພ້ອມກັບພວກຫົວໜ້າປະໂລຫິດ ກັບພວກຜູ້ອາວຸໂສຖືດາບ ແລະ ຖືໄມ້ຕະບອງມານຳ.
48
ໃນເວລານັ້ນຄົນທີ່ຈະທໍຣະຍົດພຣະເຢຊູໄດ້ໃຫ້ສັນຍານໃຫ້ແກ່ເຂົາວ່າ, “ເຮົາຈະຈູບຜູ້ໃດ, ກໍແມ່ນຜູ້ນັ້ນແຫລະ ຈົ່ງຈັບກຸມລາວໄວ້.”
49
ໃນທັນໃດນັ້ນເອງຢູດາເຂົ້າມາຫາພຣະເຢຊູເຈົ້າ ແລ້ວທູນວ່າ, “ສະບາຍດີ, ທ່ານອາຈານ!” ແລ້ວເຂົາກໍຈູບພຣະອົງ.
50
ພຣະເຢຊູເຈົ້າຊົງກ່າວວ່າແກ່ຢູດາວ່າ, “ສະຫາຍເອີຍ, ທ່ານມາທີ່ນີ້ເຮັດຫຍັງ.” ແລ້ວຄົນເຫລົ່ານັ້ນເຂົ້າມາ, ແລະ ຍື່ນມືເພື່ອຈັບກຸມພຣະເຢຊູໄວ້.
51
ເບິ່ງແມ, ມີຜູ້ຫນຶ່ງທີ່ຢູ່ກັບພຣະເຢຊູ ຊັກດາບອອກ ແລະ ໄດ້ຟັນຫູຂ້ອຍໃຊ້ຄົນຫນຶ່ງຂອງມະຫາປະໂລຫິດຂາດເບື້ອງຫນຶ່ງ.
52
ພຣະເຢຊູເຈົ້າຈິ່ງຊົງບອກຜູ້ນັ້ນວ່າ, “ຈົ່ງເອົາດາບຂອງທ່ານມ້ຽນໄວ້, ເພາະວ່າບັນດາຜູ້ທີ່ຖືດາບກໍຈະຖືກທຳລາຍດ້ວຍດາບ.
53
ທ່ານຄິດວ່າເຮົາຈະຮ້ອງຂໍຄວາມຊ່ວຍເຫລືອຈາກພຣະບິດາຂອງເຮົາບໍ່ໄດ້ບໍ? ແລະ ໃນທັນທີພຣະອົງຈະໃຊ້ຫມູ່ທູດສະຫວັນມາຫາເຮົາກວ່າສິບສອງກອງທັບບໍ່ໄດ້ບໍ?
54
ແຕ່ຖ້າຢ່າງນັ້ນພຣະຄັມພີທີ່ໄດ້ກ່າວໄວ້ ຈະເຮັດສຳເລັດໄດ້ຢ່າງໃດ, ເພາະສະນັ້ນສິ່ງນີ້ຕ້ອງເກີດຂຶ້ນ?”
55
ໃນເວລານັ້ນ ພຣະເຢຊູເຈົ້າໄດ້ຊົງກ່າວກັບປວງຊົນວ່າ, “ທ່ານທັງຫລາຍຖືດາບຖືໄມ້ຕະບອງອອກມາຈັບເຮົາເຫມືອນຈັບໂຈນບໍ? ເຮົາໄດ້ນັ່ງສັ່ງສອນໃນບໍລິເວນພຣະວິຫານທຸກວັນ ແລະ ພວກທ່ານບໍ່ໄດ້ຈັບເຮົາ.
56
ແຕ່ເຫດການທັງປວງນີ້ໄດ້ບັງເກີດຂຶ້ນເພື່ອຈະສຳເລັດຕາມທີ່ຜູ້ປະກາດພຣະທັມໄດ້ຂຽນໄວ້.” ຫລັງຈາກນັ້ນພວກສາວົກທັງຫມົດໄດ້ປະພຣະອົງ ແລະ ໄດ້ພາກັນຫນີໄປ.
57
ພວກທີ່ຈັບພຣະເຢຊູໄດ້ພາພຣະອົງໄປຫາມະຫາປະໂລຫິດຊື່ກາຢະຟາ, ບ່ອນທີ່ພວກນັກທັມ ແລະ ພວກຜູ້ອາວຸໂສໄດ້ມາປະຊຸມກັນນັ້ນ.
58
ແຕ່ເປໂຕໄດ້ຕາມພຣະອົງໄປໃນໄລຍະຫ່າງໆ ຈົນມາເຖິງເດີ່ນບ້ານຂອງມະຫາປະໂລຫິດແລ້ວເຂົ້າໄປນັ່ງຢູ່ກາງເດີນບ້ານກັບພວກຍາມ ເພື່ອຊອມເບິ່ງວ່າທີ່ສຸດຂອງເລື່ອງນັ້ນຈະເປັນຢ່າງໃດ.
59
ໃນເວລານັ້ນ ພວກຫົວໜ້າປະໂລຫິດ ກັບບັນດາສະມາຊິກສານ ໄດ້ຫາພະຍານຕົວະມາເບີກຕໍ່ສູ້ພຣະເຢຊູເຈົ້າ, ເພື່ອຂ້າພຣະອົງເສັຽ.
60
ເຖິງແມ່ນວ່າມີພະຍານຕົວະຫລາຍປາກມາໃຫ້ການກໍດີ ແຕ່ພວກເຂົາກໍຫາຫລັກຖານຫຍັງບໍ່ໄດ້. ແຕ່ຫລັງຈາກນັ້ນມີສອງຄົນໄດ້ມາໃຫ້ການວ່າ,
61
“ຜູ້ນີ້ແຫລະ, ໄດ້ກ່າວວ່າເຮົາສາມາດຈະມ້າງພຣະວິຫານຂອງພຣະເຈົ້າ ແລະ ຈະສ້າງຂຶ້ນໃຫມ່ພາຍໃນສາມວັນ’.”
62
ມະຫາປະໂລຫິດໄດ້ຢືນຂຶ້ນແລະ ໄດ້ຖາມພຣະອົງວ່າ, “ເຈົ້າຈະບໍ່ຕອບຫຍັງບໍ? ຄຳພະຍານທີ່ຄົນເຫລົ່ານີ້ກ່າວຕໍ່ສູ້ເຈົ້າດ້ວຍເລື່ອງອັນໃດ?”
63
ແຕ່ພຣະເຢຊູເຈົ້າຊົງມິດຢູ່ ແລ້ວມະຫາປະໂລຫິດຈິ່ງກ່າວວ່າ, “ເຮົາໃຫ້ເຈົ້າສາບານໂດຍອ້າງພຣະເຈົ້າຜູ້ຊົງພຣະຊົນຢູ່, ໃຫ້ເຈົ້າບອກເຮົາວ່າເຈົ້າເປັນພຣະຄຣິດພຣະບຸດຂອງພຣະເຈົ້າຫລືບໍ່?”
64
ພຣະເຢຊູເຈົ້າຊົງຕອບເຂົາວ່າ, “ທ່ານເວົ້ານັ້ນແລ້ວ, ແຕ່ເຮົາບອກພວກທ່ານວ່າ ຕັ້ງແຕ່ນີ້ຕໍ່ໄປພວກທ່ານຈະເຫັນບຸດມະນຸດນັ່ງຢູ່ເບື້ອງຂວາຂອງຜູ້ຊົງຣິດທານຸພາບ ແລະ ກຳລັງສະເດັດມາເທິງເມກໃນທ້ອງຟ້າ.”
65
ແລ້ວມະຫາປະໂລຫິດໄດ້ຈີກເສື້ອຜ້າຂອງຕົນອອກ ແລະ ກ່າວວ່າ, “ມັນໄດ້ເວົ້າຫມິ່ນປະຫມາດພຣະເຈົ້າແລ້ວ! ແລ້ວພວກເຮົາຍັງຈະຕ້ອງການພະຍານອັນໃດອີກ? ນີ້ແຫລະ, ທ່ານໄດ້ຍິນຄຳປະຫມາດພຣະເຈົ້ານັ້ນແລ້ວ.
66
ພວກທ່ານຄິດເຫັນຢ່າງໃດ?” ພວກເຂົາກໍຕອບວ່າ, “ມັນສົມຄວນຕາຍ.”
67
ແລ້ວພວກເຂົາໄດ້ຖົ່ມນ້ຳລາຍໃສ່ພຣະພັກ ແລະ ທັງທຸບຕີພຣະອົງ, ແລະ ບາງຄົນໄດ້ເອົາມືຕົບພຣະອົງ,
68
ແລ້ວເວົ້າວ່າ, “ຖ້າແມ່ນພຣະຄຣິດ, ຈົ່ງທວາຍໃຫ້ແກ່ພວກເຮົາຮັບຮູ້ວ່າແມ່ນໃຜຕົບມຶງ?”
69
ຂະນະທີ່ເປໂຕນັ່ງຢູ່ນອກກາງເດີ່ນນອກບ້ານຢູ່ນັ້ນ, ແລະ ມີຍິງໃຊ້ຄົນຫນຶ່ງມາຫາກ່າວວ່າ, “ເຈົ້າເຄີຍຢູ່ກັບເຢຊູໄທຄາລີເລເຫມືອນກັນ.”
70
ແຕ່ເປໂຕຕອບປະຕິເສດຕໍ່ຫນ້າຄົນທັງປວງ ໂດຍກ່າວວ່າ, “ທີ່ເຈົ້າເວົ້ານັ້ນ, ຂ້ອຍບໍ່ຮູ້ເລື່ອງ.”
71
ເມື່ອລາວຍ່າງອອກໄປປະຕູບ້ານ ມີຍິງໃຊ້ອີກຄົນຫນຶ່ງຫລຽວເຫັນ ຈິ່ງກ່າວແກ່ຄົນທັງຫລາຍທີ່ຢູ່ຫັ້ນວ່າ, “ຄົນນີ້ແຫລະ, ເຄີຍຢູ່ກັບເຢຊູໄທນາຊາເຣັດ.”
72
ເປໂຕໄດ້ປະຕິເສດທັງສາບານວ່າ, “ຂ້ອຍບໍ່ຮູ້ຈັກຊາຍຄົນນັ້ນ!”
73
ຫລັງຈາກນັ້ນຫນ້ອຍຫນຶ່ງ ຄົນທັງຫລາຍທີ່ຢືນຢູ່ໃກ້ໆກັນນັ້ນກໍມາເວົ້າກັບເປໂຕວ່າ, “ແມ່ນແລ້ວ, ເຈົ້າເປັນຄົນຫນຶ່ງໃນພວກນັ້ນແທ້ ດ້ວຍວ່າສຳນຽງຂອງເຈົ້າກໍສໍ່ໃຫ້ຮູ້ໂຕເອງ.”
74
ຈາກນັ້ນເປໂຕກໍຕັ້ງຕົ້ນປ້ອຍດ່າ ແລະ ສາບານວ່າ, “ເຮົາບໍ່ຮູ້ຈັກຄົນນັ້ນ, ” ແລະ ໃນທັນໃດນັ້ນໄກ່ກໍຂັນ.
75
ເປໂຕຈິ່ງໄດ້ຣະນຶກເຖິງຄຳທີ່ພຣະເຢຊູຊົງກ່າວໄວ້ວ່າ, “ກ່ອນໄກ່ຂັນ ທ່ານຈະປະຕິເສດເຮົາເຖິງສາມເທື່ອ,” ແລ້ວເປໂຕກໍອອກໄປຂ້າງນອກຮ້ອງໄຫ້ຂົມຂື່ນເປັນທຸກຫນັກໃຈ.