1 ເມື່ອຮຸ່ງເຊົ້າມາ, ພວກຫົວຫນ້າປະໂລຫິດທັງຫມົດ ແລະ ພວກຜູ້ອາວຸໂສຂອງພົນລະເມືອງທັງຫມົດ ໄດ້ປຶກສາກັນຕໍ່ສູ້ພຣະເຢຊູເຈົ້າເພື່ອຈະປະຫານຊີວິດພຣະອົງ. 2 ພວກເຂົາໄດ້ມັດພຣະອົງ, ແລະ ພາໄປມອບໃຫ້ປີລາດຜູ້ປົກຄອງ. 3 ຫລັງຈາກນັ້ນຢູດາ, ຜູ້ທໍຣະຍົດຕໍ່ພຣະອົງນັ້ນ, ເມື່ອໄດ້ເຫັນວ່າພຣະອົງຕ້ອງຖືກໂທດ, ເຂົາກໍກິນແຫນງໄດ້ກັບໃຈ ແລະ ຈິ່ງໄດ້ນຳເອົາເງິນສາມສິບຫລຽນນັ້ນມາສົ່ງຄືນໃຫ້ແກ່ພວກປະໂລຫິດ ແລະ ພວກຜູ້ອາວຸໂສ, 4 ແລະ ໄດ້ເວົ້າວ່າ, “ຂ້ານ້ອຍຜິດບາບແລ້ວ ເພາະໄດ້ມອບຜູ້ບໍ່ມີຄວາມຜິດໃຫ້ເຖິງຄວາມຕາຍ.” ແຕ່ຄົນເຫລົ່ານັ້ນຕອບວ່າ, “ການນັ້ນແມ່ນທຸລະອັນໃດກັບພວກເຮົາ? ໃຫ້ເປັນທຸລະຂອງເຈົ້າເອງ.” 5 ແລ້ວຢູດາຈິ່ງໂຍນຖິ້ມເງິນໄວ້ໃນພຣະວິຫານ, ແລະ ຈາກໄປແລ້ວອອກໄປຜູກຄໍຕົວເອງຕາຍເສັຽ. 6 ບັນດາຫົວຫນ້າປະໂລຫິດຈິ່ງເກັບເອົາເງິນນັ້ນໄວ້ແລ້ວເວົ້າວ່າ, “ເປັນການຜິດກົດບັນຍັດທີ່ຈະເກັບເງິນນັ້ນໄວ້ໃນຄັງພຣະວິຫານ, ເພາະເປັນຄ່າເລືອດ.” 7 ພວກເຂົາໄດ້ປຶກສາຕົກລົງກັນ ແລ້ວຈິ່ງໄດ້ເອົາເງິນນັ້ນໄປຊື້ດິນຂອງຊ່າງປັ້ນຫມໍ້. 8 ເພື່ອໃຫ້ເປັນບ່ອນຝັງສົບຄົນຕ່າງດ້າວ. ເພາະສັນນັ້ນເຂົາຈິ່ງເອີ້ນທີ່ດິນນັ້ນວ່າ "ດິນເລືອດ" ຈົນເຖິງທຸກວັນນີ້. 9 ເມື່ອນັ້ນກໍສຳເລັດຕາມພຣະທັມທີ່ຊົງບອກໄວ້ ໂດຍເຢເຣມີຢາຜູ້ປະກາດພຣະທັມ, ທີ່ວ່າ, “ເຂົາໄດ້ຮັບເງິນສາມສິບຫລຽນ ຊຶ່ງເປັນລາຄາຜູ້ນັ້ນ ທີ່ຄົນອິສະຣາເອນໄດ້ຕີລາຄາໄວ້, 10 ແລະ ພວກເຂົາໄດ້ເອົາເງິນນັ້ນໄປເປັນຄ່າສຳລັບນາຂອງຊ່າງປັ້ນຫມໍ້, ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງສັ່ງຂ້າພຣະເຈົ້າໄວ້.” 11 ເມື່ອພຣະເຢຊູຊົງຢືນຢູ່ຕໍ່ຫນ້າຜູ້ປົກຄອງ, ແລະ ຜູ້ປົກຄອງຈິ່ງໄດ້ຖາມພຣະອົງວ່າ, “ເຈົ້າເປັນກະສັດຂອງຊາດຢິວບໍ?” ພຣະເຢຊູເຈົ້າຊົງຕອບວ່າ, “ຕາມທີ່ທ່ານເວົ້ານັ້ນແລ້ວ.” 12 ແຕ່ເມື່ອພວກຫົວຫນ້າປະໂລຫິດ ແລະ ພວກຜູ້ອາວຸໂສ, ໄດ້ກ່າວໂທດໃສ່ພຣະອົງ, ພຣະອົງກໍບໍ່ໄດ້ຊົງຕອບປະການໃດ. 13 ໃນເວລານັ້ນ ປີລາດຈິ່ງກ່າວແກ່ພຣະອົງວ່າ, “ພວກເຂົາໃສ່ຮ້າຍຕໍ່ສູ້ທ່ານຫລາຍປະການ ທ່ານບໍ່ໄດ້ຍິນບໍ?.” 14 ແຕ່ພຣະເຢຊູເຈົ້າບໍ່ໄດ້ຊົງຕອບຈັກຄຳ ຈົນຜູ້ປົກຄອງປະຫລາດໃຈຫລາຍ. 15 ມີທຳນຽມທີ່ຜູ້ປົກຄອງຈະປ່ອຍນັກໂທດຄົນຫນຶ່ງ ຕາມທີ່ປະຊາຊົນຮ້ອງຂໍ. 16 ໃນຄາວນັ້ນມີນັກໂທດຄົນຫນຶ່ງຜູ້ທີ່ພວກເຂົາຮູ້ຈັກທົ່ວໄປ ຊື່ບາຣາບາ. 17 ດັ່ງນັ້ນເມື່ອປະຊາຊົນມາປະຊຸມກັນແລ້ວ ປີລາດໄດ້ຖາມເຂົາວ່າ, “ພວກເຈົ້າຢາກໃຫ້ເຮົາປ່ອຍຜູ້ໃດ ປ່ອຍບາຣາບາ ຫລື ເຢຊູຜູ້ທີ່ຖືກເອີ້ນວ່າພຣະຄຣິດ?” 18 ເພາະປີລາດຮູ້ຢູ່ວ່າພວກເຂົາໄດ້ມອບພຣະເຢຊູເຈົ້າໃຫ້ແກ່ລາວໄວ້ດ້ວຍຄວາມອິດສາ. 19 ໃນຂະນະທີ່ປີລາດນັ່ງຢູ່ບ່ອນພິພາກສານັ້ນ, ພັນຣະຍາຂອງທ່ານໄດ້ໃຊ້ຄົນມາຮຽນວ່າ, “ຢ່າໄດ້ພົວພັນກັບເລື່ອງຄົນທີ່ບໍ່ມີຜິດນັ້ນ. ດ້ວຍວ່າວັນນີ້ຂ້ານ້ອຍມີຄວາມທຸກໃຈຫລາຍຍ້ອນຂ້ານ້ອຍມີຄວາມຝັນກ່ຽວກັບຜູ້ນີ້.” 20 ຂະນະນັ້ນຫົວຫນ້າພວກປະໂລຫິດ ແລະ ພວກອາວຸໂສໄດ້ ປຸກລະດົມໃຫ້ປະຊາຊົນຮ້ອງຂໍໃຫ້ປ່ອຍບາຣາບາ, ແລະ ໃຫ້ຂ້າພຣະເຢຊູເຈົ້າເສັຽ. 21 ແລ້ວຜູ້ປົກຄອງຈິ່ງຖາມເຂົາອີກວ່າ, “ໃນສອງຄົນນີ້ພວກເຈົ້າຢາກໃຫ້ເຮົາປ່ອຍຜູ້ໃດ?” ເຂົາຕອບວ່າ, “ບາຣາບາ.” 22 ແລ້ວປີລາດຈິ່ງກ່າວກັບເຂົາວ່າ, “ຖ້າຢ່າງນັ້ນ, ເຮົາຈະເຮັດຢ່າງໃດ ແກ່ເຢຊູຜູ້ເອີ້ນວ່າພຣະຄຣິດ?” ພວກເຂົາພາກັນຕອບວ່າ, “ໃຫ້ຄຶງເຂົາທີ່ໄມ້ກາງແຂນ.” 23 ແລ້ວປີລາດຈິ່ງເວົ້າວ່າ, “ເປັນຫຍັງ, ຄົນນີ້ໄດ້ເຮັດຜິດອັນໃດ?” ແຕ່ພວກເຂົາກໍພາກັນຮ້ອງຂຶ້ນຕື່ມວ່າ, “ໃຫ້ຄຶງເຂົາເສັຽທີ່ໄມ້ກາງແຂນ.” 24 ດັ່ງນັ້ນ ເມື່ອປີລາດໄດ້ເຫັນວ່າຕົນເອງບໍ່ສາມາດເຮັດສິ່ງໃດໄດ້, ມີແຕ່ຈະເກີດການວຸ້ນວາຍຂຶ້ນ, ທ່ານຈິ່ງໄດ້ເອົານ້ຳມາລ້າງມືຕໍ່ຫນ້າປະຊາຊົນ ແລະ ໄດ້ກ່າວວ່າ, “ເຮົາບໍ່ມີຄວາມຜິດໃນເລື່ອງການຕາຍ ຂອງຜູ້ນີ້. ໃຫ້ເປັນທຸຣະຂອງພວກເຈົ້າເອງສາ.” 25 ປະຊາຊົນພາກັນຕອບວ່າ, “ໃຫ້ໂທດເລື່ອງຄວາມຕາຍຂອງມັນຕົກໃສ່ພວກເຮົາ ແລະ ລູກຫລານຂອງພວກເຮົາ.” 26 ຈາກນັ້ນປີລາດຈິ່ງປ່ອຍບາຮາບາໃຫ້ເຂົາ ແລະ ເມື່ອໃຫ້ຂ້ຽນພຣະເຢຊູເຈົ້າແລ້ວ ກໍມອບໃຫ້ຄຶງໄວ້ທີ່ໄມ້ກາງແຂນ. 27 ແລ້ວພວກທະຫານຂອງຜູ້ປົກຄອງໄດ້ພາພຣະເຢຊູເຈົ້າເຂົ້າໄປໃນເດີ່ນບ້ານຂອງຜູ້ປົກຄອງ ແລະ ໄດ້ຮວບຮວມທະຫານທັງກອງມາອ້ອມພຣະອົງໄວ້. 28 ພວກເຂົາໄດ້ແກ້ເຄື່ອງທົງຂອງພຣະອົງອອກ ແລ້ວເອົາເສື້ອສີແດງສົດມານຸ່ງໃຫ້ພຣະອົງ. 29 ພວກເຂົາໄດ້ເອົາມົງກຸດຫນາມມາສຸບໃສ່ຫົວຂອງພຣະອົງ, ແລ້ວເອົາໄມ້ອໍ້ໃຫ້ພຣະອົງຖືໄວ້ໃນພຣະຫັດເບື້ອງຂວາ ແລະ ຄຸເຂົ່າລົງຕໍ່ພຣະພັກພຣະອົງ, ກ່າວຄຳເຍາະເຍີ້ຍພຣະອົງວ່າ, “ກະສັດຂອງຊາດຢິວເອີຍ, ຂໍຊົງພຣະຈະເຣີນເຖີ້ນ!” 30 ພວກເຂົາໄດ້ຖົ່ມນ້ຳລາຍໃສ່ພຣະອົງ ແລະ ໄດ້ເອົາໄມ້ອໍ້ນັ້ນຕີຫົວພຣະອົງຫລາຍຄັ້ງຕີແລ້ວຕີອີກ. 31 ເມື່ອພວກເຂົາເຍາະເຍີ້ຍພຣະອົງແລ້ວ, ພວກເຂົາໄດ້ຖອດເຄື່ອງອອກຈາກພຣະອົງ ແລະ ເອົາເຄື່ອງຂອງພຣະອົງເອງມານຸ່ງໃຫ້ ແລະ ໄດ້ນຳພຣະອົງອອກໄປເພື່ອຄຶງໄວ້ທີ່ໄມ້ກາງແຂນ. 32 ຂະນະທີ່ພວກເຂົາໄດ້ອອກໄປນັ້ນ, ພວກເຂົາໄດ້ພົບຊາຍຄົນຫນຶ່ງທີ່ຊື່ຊີໂມນມາຈາກໄທກີເຣເນ, ຈິ່ງເກນຄົນນັ້ນໃຫ້ແບກໄມ້ກາງແຂນຂອງພຣະອົງໄປ. 33 ເມື່ອມາເຖິງບ່ອນຫນຶ່ງເອີ້ນວ່າໂຄລະໂຄທາ ທີ່ແປວ່າ "ກະໂຫລກຫົວ." 34 ພວກເຂົາໄດ້ເອົາເຫລົ້າແວງປະສົມກັບນ້ຳບີມາໃຫ້ພຣະອົງດື່ມ. ແຕ່ເມື່ອຊົງຊິມແລ້ວ, ພຣະອົງບໍ່ຊົງຍອມດື່ມ. 35 ເມື່ອພວກເຂົາໄດ້ຄຶງພຣະອົງທີ່ໄມ້ກາງແຂນແລ້ວ, ພວກເຂົາກໍເອົາເຄື່ອງຂອງພຣະອົງມາຈົກສະຫລາກແບ່ງປັນກັນ. 36 ແລ້ວກໍພາກັນນັ່ງເຝົ້າພຣະອົງຢູ່ທີ່ນັ້ນ. 37 ພວກເຂົາຕິດປ້າຍທີ່ມີຂໍ້ຄວາມກ່າວໂທດຕິດໄວ້ເຫນືອຫົວຂອງພຣະອົງ ຊຶ່ງອ່ານວ່າ, “ຜູ້ນີ້ຄືເຢຊູກະສັດຂອງຊາດຢິວ.” 38 ມີໂຈນສອງຄົນຖືກຄຶງກາງແຂນພ້ອມກັບພຣະອົງ, ທີ່ເບື້ອງຂວາຄົນຫນຶ່ງ ແລະ ເບື້ອງຊ້າຍຄົນຫນຶ່ງ. 39 ຝ່າຍຄົນທັງປວງທີ່ຍ່າງຜ່ານໄປມານັ້ນ, ກໍຫມິ່ນປະຫມາດພຣະອົງ ແລະ ແກວ່ງຫົວເຍາະເຍີ້ຍພຣະອົງ, ແລະ ກ່າວວ່າ, 40 ແລະ ສ້າງຂຶ້ນໃຫມ່ໃນສາມວັນເອີຍ, ຈົ່ງຊ່ວຍຕົວເອງໃຫ້ພົ້ນແມ!, ຖ້າເຈົ້າເປັນບຸດຂອງພຣະເຈົ້າ, ກໍ ຈົ່ງລົງມາຈາກໄມ້ກາງແຂນສະ!” 41 ໃນທຳນອງດຽວກັນນັ້ນພວກຫົວໜ້າປະໂລຫິດ ກັບພວກນັກທັມ ແລະພວກຜູ້ອາວຸໂສກໍໄດ້ເຍາະເຍີ້ຍພຣະອົງວ່າ, 42 “ມັນຊ່ອຍຄົນອື່ນໃຫ້ພົ້ນໄດ້, ແຕ່ຊ່ອຍຕົວເອງບໍ່ໄດ້. ມັນເປັນກະສັດອິສະຣາເອນ. ໃຫ້ມັນລົງມາຈາກໄມ້ກາງເເຂນດຽວນີ້ແມ, ແລ້ວພວກເຮົາຈະໄດ້ເຊື່ອຖືມັນ. 43 ທ່ານໄດ້ວາງໃຈໃນພຣະເຈົ້າ, ຖ້າພຣະເຈົ້າຊົງພໍພຣະທັຍໃນທ່ານ, ກໍໃຫ້ພຣະເຈົ້າໂຜດໃຫ້ທ່ານພົ້ນໄດ້ໃນບັດນີ້. ເພາະທ່ານໄດ້ເວົ້າວ່າ ‘ເຮົາເປັນບຸດຂອງພຣະເຈົ້າ’.” 44 ຢ່າງດຽວກັນນັ້ນ ພວກໂຈນຜູ້ຖືກຄຶງໄວ້ພ້ອມກັນກັບພຣະອົງກໍໄດ້ກ່າວຄຳຫຍາບຊ້າຕໍ່ພຣະອົງເຫມືອນກັນ. 45 ໃນເວລານັ້ນ ໄດ້ເກີດການມືດມົວປົກຄຸມທົ່ວແຜ່ນດິນຕັ້ງແຕ່ທ່ຽງຈົນຮອດບ່າຍສາມໂມງ. 46 ພໍຮອດເວລາປະມານບ່າຍສາມໂມງພຣະເຢຊູຊົງຮ້ອງສຽງດັ່ງວ່າ, “ເອລີ ເອລີ ແລມາ ຊາບັກທານີ” ເຊິ່ງມີຄວາມຫມາຍວ່າ, “ພຣະເຈົ້າຂອງຂ້າພຣະອົງ, ພຣະເຈົ້າຂອງຂ້າພຣະອົງເອີຍ, ເຫດສັນໃດຈິ່ງຊົງປະຖິ້ມຂ້າພຣະອົງເສັຽ?” 47 ເມື່ອບາງຄົນທີ່ຢືນຢູ່ນັ້ນເມື່ອໄດ້ຍິນກໍເວົ້າວ່າ, “ຄົນຜູ້ນີ້ເອີ້ນຫາອາລີຢາ.” 48 ໃນທັນໃດນັ້ນມີຜູ້ຫນຶ່ງໃນພວກເຂົາແລ່ນໄປເອົາຟອງນ້ຳຈຸ່ມເຫລົ້າແວງສົ້ມໃຫ້ເຕັມ. ແລ້ວສຽບໃສ່ປາຍໄມ້ອໍ້ ແລະ ຍື່ນໃຫ້ພຣະອົງກິນ. 49 ແຕ່ຄົນອື່ນເວົ້າວ່າ, “ຢ່າໄປຫຍຸ້ງກັບມັນເລີຍ, ຖ້າເບິ່ງກ່ອນວ່າເອລີຢາຈະມາຊ່ອຍມັນໃຫ້ພົ້ນຫລືບໍ່?” 50 ຈາກນັ້ນພຣະເຢຊູເຈົ້າກໍຊົງຮ້ອງສຽງດັ່ງຂຶ້ນອີກຄັ້ງດ້ວຍສຽງດັງ ແລ້ວຊົງສິ້ນລົມຫາຍໃຈ. 51 ເບິ່ງແມ, ຜ້າກັ້ງໃນພຣະວິຫານກໍຊົງຖືກຈີກໄປເປັນສອງຕ່ອນ ຕັ້ງແຕ່ເທິງລົງເຖິງລຸ່ມ, ແລະ ແຜ່ນດິນກໍສະທ້ານຫວັ່ນໄຫວ, ແລະ ສີລາກໍແຕກອອກຈາກກັນ. 52 ອຸບໂມງຝັງສົບກໍໄຂອອກ ສົບພວກໄພ່ພົນຂອງພຣະເຈົ້າຫລາຍຄົນທີ່ລ່ວງລັບໄປແລ້ວກໍເປັນຄືນມາ. 53 ພວກເຂົາທັງຫລາຍຈິ່ງພາກັນອອກຈາກອຸບໂມງ ແລະ ເມື່ອພຣະເຢຊູຊົງເປັນຄືນມາ ແລ້ວກໍໄດ້ເຂົ້າໄປໃນນະຄອນສັກສິດປະກົດຕົວໃຫ້ຫລາຍຄົນເຫັນ. 54 ໃນເວລານັ້ນ ເມື່ອນາຍຮ້ອຍ ແລະ ທະຫານທີ່ເຝົ້າພຣະສົບພຣະເຢຊູຢູ່ນຳກັນ ເມື່ອໄດ້ເຫັນແຜ່ນດິນຫວັ່ນໄຫວ ແລະ ເຫດການທັງປວງທີ່ເກີດຂຶ້ນນັ້ນ, ກໍພາກັນຢ້ານຫລາຍຈິ່ງເວົ້າກັນວ່າ, “ຈິງແທ້ແລ້ວ, ທ່ານຜູ້ນີ້ແມ່ນພຣະບຸດຂອງພຣະເຈົ້າ.” 55 ຢູ່ທີ່ນັ້ນມີຜູ້ຍິງຫລາຍຄົນຄອຍເບິ່ງແຕ່ຫ່າງໄກ ຄືພວກຍິງທີ່ໄດ້ຕິດຕາມ ແລະບົວລະບັດພຣະເຢຊູຕັ້ງແຕ່ແຂວງຄາລີເລມາ. 56 ໃນພວກນັ້ນມີມາຣິອາໄທມັກດາລາ, ມາຣິອາມານດາຂອງຢາໂກໂບ ແລະ ໂຢເຊັບກັບມານດາຂອງລູກຊາຍຂອງເຊເບດາຍ. 57 ເມື່ອເຖິງເວລາຄ່ຳ, ມີເສດຖີຄົນຫນຶ່ງ ເຊິ່ງມາຈາກອາຣີມາທາຍ ຊື່ໂຢເຊັບ, ຜູ້ເປັນລູກສິດຄົນຫນຶ່ງຂອງພຣະເຢຊູເຫມືອນກັນ. 58 ທ່ານຜູ້ນີ້ໄດ້ໄປຫາປີລາດຂໍເອົາພຣະສົບພຣະເຢຊູເຈົ້າ. ແລ້ວປີລາດຈິ່ງຊົງໃຫ້ມອບພຣະສົບນັ້ນແກ່ເພິ່ນ. 59 ໂຢເຊັບໄດ້ນຳເອົາພຣະສົບ, ແລະ ຫຸ້ມຫໍ່ພຣະສົບໄວ້ດ້ວຍຜ້າປ່ານສະອາດ, 60 ແລະ ນຳພຣະສົບໄປບັນຈຸວາງໃນອຸບໂມງໃຫມ່ຂອງຕົນ ຊຶ່ງທ່ານໄດ້ສະກັດໄວ້ໃນຫີນ. ແລະ ທ່ານກຶ່ງຫີນໃຫຍ່ກ້ອນຫນຶ່ງອັດປາກອຸບໂມງໄວ້ແລ້ວກໍຈາກຫນີໄປ. 61 ມາຣີ ຊາວມັກດາລາ ແລະ ມາຣິອາອີກຄົນຫນຶ່ງນັ້ນກໍຢູ່ທີ່ນັ້ນ ພວກເຂົານັ່ງຢູ່ຕໍ່ຫນ້າອຸບໂມງນັ້ນ. 62 ພໍຮຸ່ງເຊົ້າຂຶ້ນໃນວັນຕໍ່ມາ, ເຊິ່ງເປັນວັນຖັດຈາກວັນຈັດແຈ່ງ, ພວກຫົວໜ້າປະໂລຫິດ ແລະ ພວກຟາຣີຊາຍໄດ້ພາກັນໄປຫາປີລາດ. 63 “ທ່ານຜູ້ປົກຄອງທີ່ນັບຖື, ພວກຜູ້ຂ້າຈື່ຈຳໄດ້ວ່າຄົນຫລອກລວງຜູ້ນັ້ນ ເມື່ອຍັງມີຊີວິດຢູ່ ມັນໄດ້ເວົ້າວ່າ ‘ພາຍຫລັງສາມວັນແລ້ວເຮົາຈະເປັນຄືນມາໃຫມ່’. 64 ເຫດສັນນັ້ນຂໍທ່ານບັນຊາສັ່ງການເພື່ອໃຫ້ມີການເຝົ້າອຸບໂມງຝັງສົບ ໄວ້ຢ່າງແຂງແຮງຈົນເຖິງວັນຖ້ວນສາມ, ເພາະຢ້ານວ່າພວກສາວົກຂອງມັນຈະມາລັກເອົາສົບໄປແລ້ວຈະກ່າວຕໍ່ພົນລະເມືອງວ່າ, ‘ເພິ່ນເປັນຄືນມາຈາກຕາຍແລ້ວ’, ແລະ ການຫລອກລວງຄັ້ງສຸດທ້າຍນີ້ຈະຮ້າຍແຮງກວ່າຄັ້ງກ່ອນ.” 65 ປີລາດໄດ້ບອກກັບພວກເຂົາວ່າ, “ເອົາຄົນຍາມໄປເຖີດ ແລະ ຈົ່ງເຝົ້າໃຫ້ປອດພັຍເທົ່າທີ່ທ່ານຈະເຮັດໄດ້.” 66 ແລະ ເຝົ້າອຸບໂມງຝັງສົບນັ້ນຢ່າງຄັກແນ່, ປະທັບຕາໃສ່ຫີນໄວ້ ແລະ ຕັ້ງທະຫານຍາມໃຫ້ເຝົ້າຢູ່.