1 ບັດນີ້ໃນວັນສະບາໂຕ, ເວລາໃກ້ຮຸ່ງເຊົ້າວັນຕົ້ນສັບປະດາ, ມາຣິອາ ໄທມັກດາລາ ແລະ ມາຣິອາອີກຄົນຫນຶ່ງກໍ່ໄດ້ພາກັນໄປເບິ່ງອຸບໂມງຝັງສົບ. 2 ເບິ່ງແມ, ໄດ້ເກີດແຜ່ນດິນຫວັ່ນໄຫວຢ່າງຫນັກ, ດ້ວຍວ່າມີທູດສະຫວັນຕົນຫນຶ່ງຂອງອົງພຣະຜູ້ເປັນເຈົ້າລົງມາຈາກສະຫວັນ ແລະ ໄດ້ກິ້ງກ້ອນຫີນອອກ, ແລ້ວກໍນັ່ງເທິງຫີນນັ້ນ. 3 ໃບຫນ້າຂອງເພິ່ນນັ້ນເຫມືອນແສງຟ້າແມບ, ແລະ ເຄື່ອງນຸ່ງກໍຂາວເຫມືອນຫິມະ. 4 ແລະ ກາຍເປັນເຫມືອນຄົນຕາຍ. 5 ທູດສະຫວັນຕົນນັ້ນໄດ້ກ່າວແກ່ພວກຜູ້ຍິງວ່າ, “ຢ່າຢ້ານເລີຍ ດ້ວຍວ່າເຮົາຮູ້ແລ້ວວ່າພວກເຈົ້າມາຊອກຫາພຣະເຢຊູເຈົ້າ, ຜູ້ທີ່ຖືກຄຶງໄວ້ທີ່ໄມ້ກາງແຂນ. 6 ແຕ່ຖືກຊົງບັນດານໃຫ້ເປັນຄືນມາ, ຕາມທີ່ພຣະອົງໄດ້ຊົງກ່າວແລ້ວ. ຈົ່ງມາເບິ່ງບ່ອນທີ່ພຣະອົງໄດ້ບັນທົມຢູ່ນັ້ນ. 7 ‘ພຣະອົງຖືກຊົງບັນດານໃຫ້ເປັນຄືນມາຈາກຄວາມຕາຍແລ້ວ, ເບິ່ງແມ, ພຣະອົງສະເດັດໄປຍັງແຂວງຄາລີເລກ່ອນທ່ານທັງຫລາຍ. ພວກທ່ານຈະໄດ້ເຫັນພຣະອົງຢູ່ທີ່ນັ້ນ,’ ນີ້ແຫລະ, ເຮົາໄດ້ບອກພວກເຈົ້າແລ້ວ.” 8 ພວກຜູ້ຍິງເຫລົ່ານັ້ນກໍຮີບແລ່ນອອກຈາກອຸບໂມງຝັງສົບຢ່າງໄວ ດ້ວຍທັງຢ້ານທັງຍິນດີຫລາຍ, ແລະ ໄດ້ແລ່ນໄປບອກພວກສາວົກຂອງພຣະອົງ. 9 ພຣະເຢຊູໄດ້ສະເດັດມາພົບເຂົາ ແລະ ໄດ້ຊົງກ່າວວ່າ, “ສັນຕິສຸກຈົ່ງມີແກ່ພວກເຈົ້າເຖີ້ນ” ຍິງເຫລົ່ານັ້ນກໍເຂົ້າມາຈັບພຣະບາດນະມັດສະການພຣະອົງ. 10 “ຢ່າຊູ່ຢ້ານ ຈົ່ງໄປບອກພວກພີ່ນ້ອງຂອງເຮົາ ໃຫ້ໄປຍັງແຂວງຄາລີເລ. ແລ້ວພວກເຂົາໄດ້ເຫັນເຮົາທີ່ນັ້ນ.” 11 ບັດນີ້ໃນຂະນະທີ່ພວກຜູ້ຍິງເຫລົ່ານັ້ນກຳລັງໄປ, ເບິ່ງແມ, ມີຜູ້ເຝົ້າຍາມບາງຄົນໄດ້ເຂົ້າໄປໃນເມືອງ ແລະ ໄດ້ເລົ່າເຫດການທັງປວງທີ່ເກີດຂຶ້ນນັ້ນ ໃຫ້ພວກຫົວໜ້າປະໂລຫິດຂອງຕົນຟັງ. 12 ແລະ ພວກຜູ້ອາວຸໂສໄດ້ພົບ ປະຊຸມປຶກສາກັນເຖິງເລື່ອງທີ່ເກີດຂື້ນນັ້ນ, ພວກເຂົາກໍເອົາເງິນຈຳນວນຫລາຍແຈກໃຫ້ພວກທະຫານເຫລົ່ານັ້ນ, 13 ແລະ ສັ່ງພວກທະຫານວ່າ, “ໃຫ້ພວກເຈົ້າເວົ້າວ່າ ‘ພວກສາວົກຂອງ 'ພຣະເຢຊູ' ໄດ້ມາໃນເວລາກາງຄືນ ແລະ ໄດ້ລັກເອົາສົບໄປເວລາຫມູ່ເຮົານອນຫລັບຢູ່. 14 ຖ້າເລື່ອງນີ້ຮູ້ໄປເຖິງຜູ້ປົກຄອງແລ້ວ, ພວກເຮົາຈະເວົ້າແກ້ຕົວໃຫ້ທ່ານເອງ ແລະ ບໍ່ໃຫ້ພວກເຈົ້າຕ້ອງກັງວົນໃຈ.” 15 ດັ່ງນັ້ນບັນດາທະຫານຈິ່ງໄດ້ຮັບເງິນແລະ ພວກເຂົາກໍພາກັນເຮັດຕາມຄຳແນະນຳນັ້ນ. ຊຶ່ງເລື່ອງນີ້ໄດ້ຊ່າລືໄປໃນບັນດາພວກຢິວ ແລະ ສືບເນື່ອງຈົນເຖິງທຸກວັນນີ້. 16 ແຕ່ພວກສາວົກສິບເອັດຄົນໄດ້ໄປຍັງແຂວງຄາລີເລ, ໄປເຖິງພູທີ່ພຣະເຢຊູເຈົ້າໄດ້ຊົງນຳພາກຳນົດໄວ້ກັບເຂົາ. 17 ເມື່ອພວກເຂົາເຫັນພຣະອົງແລ້ວ, ພວກເຂົາຈິ່ງນະມັດສະການພຣະອົງ, ແຕ່ບາງຄົນກໍຍັງສົງໃສຢູ່. 18 ພຣະເຢຊູເຈົ້າໄດ້ສະເດັດມາຫາພວກເຂົາ ແລະ ຊົງກ່າວກັບເຂົາວ່າ, “ສິດທິອຳນາດທັງຫມົດໃນສະຫວັນ ແລະ ທີ່ແຜ່ນດິນໂລກກໍໄດ້ຊົງມອບໃຫ້ແກ່ເຮົາແລ້ວ. 19 ພວກທ່ານຈົ່ງອອກໄປ ແລະ ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ. ບັບຕິສະມາພວກເຂົາໃນພຣະນາມຂອງພຣະບິດາ, ຂອງພຣະບຸດ, ແລະ ຂອງພຣະວິນຍານບໍຣິສຸດເຈົ້າ. 20 ສັ່ງສອນພວກເຂົາໃຫ້ເຊື່ອຟັງສິ່ງສາຣະພັດຊຶ່ງເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ, ເບິ່ງແມ, ເຮົາຢູ່ກັບທ່ານທັງຫລາຍສະເຫມີໄປ, ຈົນກວ່າຈະເຖິງວັນທີ່ສິ້ນໂລກ."