ບົດ​ທີ 9

1 ໂຊໂລ, ຍັງຂູ່ເຂັນວ່າຈະຂ້າ​ບັນ​ດາສາວົກຂອງອົງພຣະຜູ້ເປັນເຈົ້າ, ແລະໄປຫາມະຫາປະໂລຫິດ 2 ເພື່ອຂໍໜັງສືໄປທີ່ໂຮງທຳມະ​ສາ​ລາຕ່າງໆໃນເມືອງ ດາມັສກັດ, ເພື່ອວ່າໃນເວລາທີ່ທ່ານເຫັນຜູ້ໃດທີ່ເປັນພວກ​ທາງນັ້ນ, ບໍ່ວ່າຈະເປັນຊາຍຫລືຍີງ, ທ່ານຈະມັດແລ​້ວພາມາ​ທີ່ນະ​ຄອນ ເຢຣູຊາເລັມ. 3 ໃນຂະນະທີ່ໂຊ​ໂລກຳລັງເດີນທາງໄປເມືອງດາມັສກັດ, ທັນໃດນັ້ນ ກໍເກີດມີແສງສະຫວ່າງສ່ອງມາ​ຈາກ​ຟ້າສະຫວັນ; ມາອ້ອມຮອບຕົວ​ທ່ານ, 4 ທ່ານ​ກໍລົ້ມລົງທີ່ພື້ນດິນ ແລະໄດ້ຍິນພ​ຣະ​ສຸ​ລະສຽງກ່າວວ່າ, "ໂຊໂລ, ໂຊໂລເອີ໋ຍ, ເປັນຫຍັງທ່ານຈຶ່ງຂົ່ມເຫັງເຮົາ?" 5 ໂຊ​ໂລ​ຈຶ່ງຕອບວ່າ, "ອົງພຣະຜູ້ເປັນເຈົ້າ, ພ​ຣະ​ອົງ​ຊົງແມ່ນຜູ້​ໃດ? "ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, "ເຮົາແມ່ນພຣະເຢຊູຄ​ຣິດ​ເຈົ້າ ຜູ້ທີ່ທ່ານຂົ່ມເຫັງນັ້ນແຫລະ; 6 ຈົ່ງລຸກຂຶ້ນເຖີດ, ແລະເຂົ້າໄປໃນເມືອງ, ແລ້ວຈະ​ມີຄົນບອກທ່ານວ່າ ທ່ານຄວນເຮັດແນວໃດ." 7 ພວກຄົນທີ່ເດີນທາງມາກັບໂຊໂລກໍ​ຢືນ​ຂຶ້ນບໍ່ສາມາດເວົ້າໄດ້, ໄດ້ຍິນແຕ່ພ​ຣະ​ສຸ​ລະສຽງເທົ່ານັ້ນ, ແຕ່ບໍ່ເຫັນໃຜ. 8 ໂຊໂລ​ຈຶ່ງລຸກຂຶ້ນຈາກພື້ນ, ເມື່ອທ່ານມືນຕາຂຶ້ນ, ທ່ານ​ກໍເບິ່ງບໍ່ເຫັນຫຍັງເລີຍ; ພວກເຂົາຈຶ່ງຈູງມືທ່ານ ແລະພາ​ເຂົ້າໄປໃນເມືອງ ດາມັສກັດ. 9 ທ່ານ​ກໍເບິ່ງບໍ່ເຫັນເປັນເວລາສາມມື້, ແລະບໍ່​ໄດ້​ກິນອາ​ຫານ ຫລື ດື່ມອັນ​ໃດເລີຍ. 10 ມີສາວົກຄົນໜຶ່ງທີ່ຢູ່ເມືອງ ດາມັສກັດ ຊື່ວ່າອານາເນຍ. ອົງພຣະຜູ້ເປັນເຈົ້າກ່າວກັບທ່ານຜ່ານນິມິດວ່າ, "ອານາເນຍເອີຍ!" ແລະທ່ານຕອບວ່າ, "ຂ້າແດ່ອົງພຣະເຈົ້າ, ຂ້ານ້ອຍ​ຢູ່​ທີ່​ນີ້." 11 ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບທ່ານວ່າ, "ຈົ່ງລຸກຂຶ້ນ, ແລ້ວໄປທາງຖະ​ໜົນ​ທີ່ເອີ້ນວ່າຖະ​ໜົນຊື່, ແລະ ໄປທີ່ເຮືອນຂອງຢູດາ ຖາມຫາຊາຍຄົນ​ໜຶ່ງຈາກເມືອງ ຕາໂຊ ທີ່ຊື່ວ່າ ໂຊ​ໂລ, ເພາະວ່າ​ລາວກຳລັງອະທິຖານຢູ່. 12 ແລະລາວໄດ້ເຫັນໃນນິມິດຂອງລາວວ່າ ມີຊາຍຄົນໜຶ່ງຊື່ວ່າ ອານາເນຍ ເຂົ້າມາແລະວາງມືໃສ່ໂຕ​ລາວ, ເພື່ອທີ່ລາວຈະເບິ່ງເຫັນໄດ້ອີກ." 13 ແຕ່ອານາເນຍຕອບວ່າ, "ອົງພຣະຜູ້ເປັນເຈົ້າ, ຂ້າ​ນ້ອຍໄດ້ຍິນຈາກຫລາຍຄົນກ່ຽວກັບຊາຍຄົນນີ້, ລາວໄດ້ໂຈມຕີຜູ້ບໍຣິສຸດຂອງພ​ຣະ​ອົງໃນນະ​ຄອນ ເຢຣູຊາເລັມ. 14 ລາວໄດ້ຮັບອຳນາດຈາກພວກຫົວຫນ້າປະໂລຫິດ​ທີ່ຈະຈັບກຸມຜູ້ໃດກໍ​ຕາມທີ່ນີ້ຜູ້ທີ່ອອກນາມຊື່ຂອງພ​ຣະ​ອົງ." 15 ອົງ​ພ​ຣະ​ຜູ້​ເປັນ​ເຈົ້າກ່າວ​ກັບ​ທ່ານ​ວ່າ, "ຈົ່ງ​ໄປ​ເຖີດ, ເພາະ​ເຂົາ​ເປັນ​ພາ​ຊະ​ນະ​ທີ່​ເຮົາ​ເລືອກ​ໄວ້, ​ທີ່​ຈະ​ນຳນາມຊື່ຂອງເຮົາໄປເຖິງ​ບັ​ນ​ດາ​ຄົນຕ່າງຊາດ ແລະ ບັນ​ດາກະສັດ ແລະ ລູກ​ຫລານຂອງຊາວອິດສະຣາເອນ; 16 ເພາະວ່າເຮົາຈະ​ໂຜດໃຫ້ລາວເຫັນວ່າລາວຕ້ອງທົນທຸກລຳ​ບາກເທົ່າໃດເພື່ອ​ນາມຊື່ຂອງເຮົາ." 17 ອານາເນຍຈຶ່ງອອກເດີນທາງໄປ, ແລະເຂົ້າໄປໃນເຮືອນນັ້ນ. ລາວວາງມືໃສ່ໂຕ​ໂຊ​ໂລ, ໂດຍກ່າວວ່າ, "ອ້າຍໂຊໂລ, ອົງພຣະຜູ້ເປັນເຈົ້າ, ຜູ້ທີ່ປະກົດຕົວຕໍ່ທ່ານລະ​ຫວ່າງເສັ້ນທາງທີ່​ທ່ານ​ມາ​ນັ້ນ, ໄດ້ສົ່ງຂ້າ​ພະ​ເຈົ້າມາເພື່ອເຮັດໃຫ້ທ່ານເບິ່ງເຫັນອີກຄັ້ງ ແລະ ໄດ້​ຮັບ​ການເຕັມລົ້ນດ້ວຍພຣະວິນຍານບໍຣິສຸດ." 18 ໃນທັນໃດ​ນັ້ນ ມີບາງສິ່ງຄືກັບເກັດຕົກລົງ​ມາຈາກຕາຂອງໂຊໂລ, ແລ້ວ​ທ່ານກໍສາມາດເບິ່ງເຫັນ​ໄດ້; ທ່ານ​ຈຶ່ງລຸກຂຶ້ນແລະຮັບບັບຕິສະມາ; 19 ທ່ານກໍ​ກິນອາ​ຫານແລ້ວ​ກໍແຂງແຮງ​ຂຶ້ນ. ທ່ານອາ​ໄສ​ຢູ່ກັບພວກສາວົກຢູ່ເມືອງ ດາມັສກັດ ເປັນ​ເວລາຫລາຍມື້. 20 ທ່ານ​ໄດ້ປະກາດໃນທຳມະສາລາທັນ​ທີ​ວ່າ, ພຣະເຢຊູຄ​ຣິດ​ເຈົ້າ​ຄືພຣະບຸດຂອງພຣະເຈົ້າ. 21 ທຸກຄົນທີ່ໄດ້ຍິນທ່ານ​ກໍປະຫລາດໃຈ ແລະ ເວົ້າກັນວ່າ, "ຜູ້ນີ້ບໍ່ແມ່ນ​ບໍ​ ທີ່ໂຈມຕີຜູ້ຄົນ​ໃນ​ນະ​ຄ​ອນ ເຢຣູຊາເລັມຜູ້ທີ່ອອກນາມຊື່ນີ້? ແລະທ່ານມາທີ່ນີ້ເພື່ອຈະຈັບພວກນັ້ນ​ມັດແລ້ວສົ່ງໃຫ້ພວກຫົວ​ໜ້າປະໂລຫິດ." 22 ແຕ່ໂຊໂລກໍ​ຍິ່ງເຂັ້ມແຂງຫລາຍຂຶ້ນ, ແລະທ່ານເຮັດໃຫ້ພວກຢິວໃນຢູ່ເມືອງດາມັສກັດລຳ​ບາກ​ໃຈ ໂດຍການພິສູດວ່າພຣະເຢຊູຄຣິດ​ເຈົ້າ ຄືພຣະຄຣິດເຈົ້າ. 23 ຫລາຍມື້ຕໍ່ມາ, ຊາວຢິວກໍ​ວາງແຜນກັນຈະຂ້າໂຊໂລ. 24 ແຕ່ວ່າແຜນການຂອງພວກເຂົາຮູ້ໄປຮອດຫູຂອງໂຊໂລ. ພວກເຂົາເຝົ້າລໍ​ຖ້າຢູ່ທີ່ປະຕູເມືອງທັງກາງເວັນ ແລະ ກາງຄືນ ເພື່ອທີ່ຈະຂ້າທ່ານ. 25 ແຕ່ພວກສາວົກໄດ້​ເອົ​າ​ໂຊ​ໂລ​ນັ່ງຢູ່ໃນກະຕ່າ. ແລະໄດ້ຢ່ອນ​ທ່ານລົງ​ໄປຈາກກຳແພງເມືອງໃນຕອນກາງຄືນ. 26 ເມື່ອໂຊໂລມາຮອດນະ​ຄອນ ເຢຣູຊາເລັມ, ທ່ານ​ກໍພະຍາຍາມທີ່​ຈະເຂົ້າຮ່ວມກັບພວກສາວົກ, ແຕ່ພວກເຂົາທຸກຄົນຢ້ານທ່ານ, ບໍ່ເຊື່ອວ່າທ່ານເປັນສາວົກ. 27 ແຕ່ບາຣະນາບາໄດ້ພາທ່ານໄປຫາພວກອັກຄະສາວົກ, ແລະ ບາຣະນາບາໄດ້ບອກພວກເຂົາວ່າ ໂຊໂລໄດ້ພົບກັບອົງພຣະຜູ້ເປັນເຈົ້າລະ​ຫວ່າງທາງ ແລະອົງພຣະຜູ້ເປັນເຈົ້າໄດ້ກ່າວກັບທ່ານຢ່າງໃດ, ແລະ​ໂຊ​ໂລໄດ້ປະກາດຢ່າງໃຈກ້າຫານໃນນາມຊື່ຂອງພຣະເຢຊູຄ​ຣິດ​ເຈົ້າໃນເມືອງດາມັສກັດ. 28 ໂຊໂລຈຶ່ງ​ເຂົ້າ​ນອກ​ອອກ​ໃນຢູ່ກັບພວກອັກຄະສາວົກ ໃນນະ​ຄອນ ເຢຣູຊາເລັມ. ທ່ານປະກາດນາມຊື່ຂອງອົງພຣະເຢຊູຄ​ຣິດເຈົ້າດ້ວຍໃຈກ້າຫານ. 29 ແລະໄດ້ໂຕ້​ຖຽງກັບຊາວຢິວທີ່ເວົ້າພາສາກຣີກ; ແຕ່ພວກນັ້ນຍັງພະຍາຍາມທີ່​ຈະຂ້າທ່ານ. 30 ເມື່ອ​ພີ່ນ້ອງໄດ້ຮູ້ເລື່ອງນີ້, ພວກເຂົາກໍ​ພາ​ທ່ານລົງໄປທີ່​ເມືອງ ກາຍຊາເຣຍແລ້ວສົ່ງຕໍ່ໄປທີ່ເມືອ​ງ​ຕາ​ໂຊ. 31 ຫລັງຈາກນັ້ນ ຄ​ຣິ​ສ​ຕະ​ຈັກ​ຕະ​ຫລອດທົ່ວຢູດາຍ, ແຂວງ ຄາລີເລ, ແລະ ຊາມາເຣຍກໍ​ມີຄວາມສະຫງົບສຸກ ແລະ ຈະ​ເລີນເຕີບໃຫຍ່; ແລະ, ດຳເນີນໄປໃນຄວາມຢຳ​ເກງອົງພຣະຜູ້ເປັນເຈົ້າ, ແລະໄດ້ຮັບການ​ໜູນໃຈຈາກພຣະວິນຍານບໍຣິສຸດເຈົ້າ, ຄ​ຣິ​ສ​ຕະ​ຈັກ​ກໍມີຈ​ຳ​ນວນສະມາຊິກເພີ້ມຂື້ນ. 32 ໃນເວລານັ້ນ, ຂະນະທີ່ເປໂຕເດີນທາງໄປທົ່ວທຸກຂົງເຂດ, ທ່ານ​ກໍລົງໄປຫາຜູ້ທີ່ເຊື່ອທີ່ອາໄສຢູ່ໃນ​ເມືອງລິດດາ. 33 ເປໂຕໄດ້ພົບກັບຊາຍຄົນໜຶ່ງຊື່ວ່າ ໄອເນ, ລາວເປັນອຳມະພາດຕ້ອງ​ຢູ່​ໃນບ່ອນນອນເປັນ​ເວ​ລາແປດປີແລ້ວ, 34 ເປໂຕໄດ້ກ່າວກັບລາວວ່າ, "ໄອເນ, ພຣະເຢຊູຄຣິດເຈົ້າ​ຊົງ​ປິ່ນປົວ​ທ່ານ​ໃຫ້​ດີ​ແລ້ວ. ຈົ່ງລຸກຂຶ້ນແລະເກັບ​ມ້ຽນ​ບ່ອນນອນຂອງທ່ານ​ເຖີດ," ລາວກໍລຸກຂຶ້ນໃນທັນທີ. 35 ເມື່ອທຸກຄົນທີ່ອາໄສຢູ່ໃນເມືອງ ລິດ​ດາ ແລະ ໃນທົ່ງພຽງຊາໂຣນໄດ້ເຫັນຊາຍ​ຄົນນັ້ນ, ແລ້ວພວກເຂົາກໍກັບໃຈມາ​ຫາ​ອົງພຣະຜູ້ເປັນເຈົ້າ. 36 ມີສາວົກຄົນ​ໜຶ່ງຢູ່ເມືອງ ຢົບປາຊື່​ວ່າ​ຕາ​ບີ​ທາ, ຊຶ່ງມີຄວາມຫມາຍວ່າ "ໂດຣະກາ." ຜູ້ຍິງຄົນນີ້ໄດ້ເຮັດວຽກທີ່ດີໄວ້​ຫລວງຫລາຍ ແລະ ມີ​ຄວາມ​ເມດ​ຕາ​ຕໍ່​ຄົນ​ທຸກ​ຍາກ. 37 ໃນເວລານັ້ນ ນາງເຈັບປ່ວຍ ແລະ ຕາຍ; ເມື່ອພວກເຂົາອາບນ້ຳສົບຂອງນາງແລ້ວ, ກໍ​ເອົາ​ໄປວາງໄວ້ໃນຫ້ອງຊັ້ນເທິງ. 38 ເນື່ອງ​ຈາກ​ເມືອ​ງລິດ​ດາຢູ່ໃກ້ກັບເມືອງຢົບ​ປາ ແລະພວກສາວົກໄດ້ຍິນວ່າເປໂຕຢູ່ທີ່ນັ້ນ, ຈຶ່ງສົ່ງຊາຍສອງຄົນໄປຫາທ່ານ, ແລະໄດ້ຂໍຮ້ອງທ່ານ​ວ່າ, "ຂໍ​ໃຫ້​ທ່​ານມາກັບພວກ​ຂ້ານ້ອຍ​ໂດຍໄວເຖີດ." 39 ເປໂຕກໍລຸກຂຶ້ນໄປກັບພວກເຂົາ. ເມື່ອທ່ານມາຮອດ, ພວກເຂົາກໍພາທ່ານຂຶ້ນໄປທີ່ຫ້ອງຊັ້ນເທິງ, ພວກແມ່​ໝ້າຍທຸກຄົນພາກັນຢືນຮ້ອງໄຫ້ຢູ່ຂ້າງໆ​ທ່ານ, ແລະຊີ້ໃຫ້​ທ່ານເບີ່ງເສື້ອຄຸມແລະເສື້ອຜ້າຕ່າງໆທີ່ໂດຣະກາໄດ້ເຮັດໄວ້ ໃນຂະນະທີ່ນາງຍັງມີຊີວິດຢູ່ກັບພວກເຂົາ. 40 ເປໂຕຈຶ່ງໃຫ້ພວກເຂົາອອກໄປທາງນອກ, ແລ້ວຄຸເຂົ່າລົງ, ອະທິຖານ; ທ່ານປິ່ນມາຫາຊາກສົບນັ້ນ, ແລະກ່າວວ່າ, "ຕາບີທາເອີຍ, ຈົ່ງລຸກຂຶ້ນເຖີດ." ນາງກໍ​ມືນຕາຂຶ້ນ, ແລະເມື່ອນາງເຫັນເປໂຕຈຶ່ງ​ລຸກ​ຂຶ້ນນັ່ງ. 41 ເປໂຕໄດ້ຈັບມືຂອງນາງເພື່ອດຶງ​ນາງຂຶ້ນ; ແລະເມື່ອທ່ານເອີ້ນຜູ້ທີ່ເຊື່ອ ແລະ ພວກແມ່ໝ້າຍ​ເຂົ້າ​ມາ, ທ່ານ​ກໍ​ມອບ​ຍິງ​ທີ່​ມີ​ຊີ​ວິດ​ໃຫ້​ກັບ​ພວກ​ເຂົາ. 42 ເລື່ອງນີ້ແຜ່ຂະຫຍາຍໄປທົ່ວເມືອງ ຢົບ​ປາ, ແລະຫລາຍຄົນກໍພາ​ກັນ​ມາເຊື່ອໃນອົງພຣະຜູ້ເປັນເຈົ້າ. 43 ເຫດ​ການ​ນີ້​ເກີດ​ຂື້ນ​ໃນ​ຂະ​ນະ​ທີ່​ເປ​ໂຕ​ອາ​ໄສ​ຢູ່​ໃນ​ເມືອງ ຢົບ​ປາ​ເປັນ​ເວ​ລາ​ຫລາຍ​ມື້​ກັບ​ຊາຍ​ຄົນໜຶ່ງທີ່​ມີ​ຊື່ວ່າຊີໂມນ, ທີ່ເປັນ​ຊ່າງ​ຟອກ​ຫນັງ.