ບົດ​ທີ 8

1 ໂຊ​ໂລເຫັນດີກັບການຕາຍຂອງຊະເຕຟາໂນ. ໃນມື້ນັ້ນກໍ​ເກີດການຂົ່ມເຫັງຄ​ຣິ​ສ​ຕະ​ຈັກຢ່າງໃຫຍ່ຫລວງໃນນະ​ຄອນ ເຢຣູຊາເລັມ; ບັນ​ດາຜູ້ທີ່ເຊື່ອກໍກະຈັກກະຈາຍໄປທົ່ວແຂວງຢູດາຍ ແລະ ແຂວງຊາມາເຣຍ, ຍົກເວັ້ນພວກອັກຄະສາວົກ. 2 ບັນ​ດາຄົນທີ່ຢຳ​ເກງພຣະເຈົ້າກໍຝັງສົບ​ຂອງຊະ​ເຕ​ຟາ​ໂນ ແລະ ຮ້ອງໄຫ້ເສຍ​ໃຈເຖິງ​ທ່ານ​​ຫລາຍ. 3 ແຕ່ໂຊໂລໄດ້ໂຈມຕີຄ​ຣິ​ສ​ຕະ​ຈັກຢ່າງຫນັກ; ທ່ານ​ໄດ້ເຂົ້າໄປຕາມເຮືອນ ແລະ ລາກເອົາຜູ້ຊາຍແລະຜູ້ຍິງອອກມາ, ແລ້ວ​ເອົາພວກເຂົາໄປ​ຂັງ​ໄວ້ໃນຄຸກ. 4 ຜູ້ທີ່ເຊື່ອທີ່ກະຈັດກະຈາຍໄປ​ ກໍອອກໄປປະກາດພຣະທັມຂອງພຣະເຈົ້າ. 5 ຟີລິບໄດ້ລົງໄປທີ່ເມືອງໜຶ່ງ​ຂອງແຂວງ ຊາມາເຣຍ ແລະປະກາດພຣະຄຣິດໃຫ້ພວກເຂົາ. 6 ເມື່ອຝູງຊົນໄດ້ຍິນ ແລະໄດ້ເຫັນການອັດສະຈັນ ແລະໝາຍສຳ​ຄັນທີ່ຟີລິບໄດ້ເຮັດ, ພວກເຂົາກໍ​ພາ​ກັນສົນໃຈຟັງຖ້​ອຍຄຳທີ່ທ່ານສອນ. 7 ເພາະໃນຄົນຫລວງຫລາຍນັ້ນ, ມີຜີຊົ່ວ​ຮ້າຍທີ່ຮ້ອງ​ສຽງ​ດັງອອກມາຈາກພວກເຂົາ, ຄົນທີ່ເປັນອຳມະພາດ ແລະ ຄົນເປັ້ຍ​ກໍໄດ້ຮັບການຮັກສາໃຫ້​ຫາຍ​ດີ. 8 ຈຶ່ງ​ມີ​ຄວາມ​ຊື່ນ​ຊົມ​ຍິນ​ດີທີ່ສຸດໃນເມືອງນັ້ນ. 9 ມີຊາຍຄົນໜຶ່ງໃນເມືອງນັ້ນຊື່ວ່າ ຊີໂມນ, ທີ່ເປັນຄົນໃຊ້​ເວດ​ມົນ​ຄາ​ຖາ​ມາກ່ອນ, ລາວເຄີຍເຮັດ​ໃຫ້ຊາວຊາມາເຣຍຫລົງ​ໄຫລ, ເມື່ອລາວຍົກຕົວເອງໃຫ້ເປັນຜູ້ວິ​ເສດ. 10 ຊາວຊາມາເຣຍທຸກໆຄົນ, ຕັ້ງແຕ່ຄົນນ້ອຍທີ່​ສຸດຈົນເຖິງໃຫຍ່ທີ່ສຸດ, ຕ່າງ​ກໍສົນໃຈທີ່ຈະຟັງລາວ; ພວກເຂົາກ່າວວ່າ, "ຊາຍຄົນນີ້ມີ​ຣິດອຳນາດຂອງພຣະເຈົ້າ ຊຶ່ງຄົນເອີ້ນວ່າຣິດ​ອຳ​ນາດສູງສຸດ." 11 ພວກເຂົາຟັງຊີໂມນ, ເພາະວ່າລາວເຮັດໃຫ້ຄົນເຫລົ່ານັ້ນ​ຫລົງ​ໄຫລ​ກັບເວດ​ມົນຂອງລາວມາດົນນານແລ້ວ. 12 ແຕ່ເມື່ອພວກເຂົາເຊື່ອໃນຂ່າວປະເສີດທີ່ຟີລິບໄດ້ປະກາດ ກ່ຽວກັບຣາ​ຊອານາຈັກຂອງພຣະເຈົ້າ ແລະ ນາມຊື່ຂອງພຣະເຢຊູຄຣິດເຈົ້າ, ພວກເຂົາກໍຮັບບັບຕິສະມາ, ທັງຊາຍ ແລະ ຍິງ. 13 ເຖິງແມ່ນຊີໂມນເອງກໍເຊື່ອເຊັ່ນກັນ, ຫລັງຈາກທີ່ລາວໄດ້ຮັບບັບຕິສະມາແລ້ວ, ລາວກໍ​ຍັງ​ຢູ່​ກັບຟິ​ລິບຕໍ່ໄປ. ເມື່ອລາວເຫັນໝາຍສຳ​ຄັນ ແລະ ການອັດສະຈັນທີ່ເກີດຂຶ້ນ, ລາວກໍປະຫລາດໃຈ. 14 ແຕ່​ເມື່ອພວກອັກຄະສາວົກໃນນະ​ຄອນ ເຢຣູຊາເລັມໄດ້ຍິນວ່າຊາວຊາມາເຣຍໄດ້ຮັບເອົາພຣະທຳຂອງພຣະເຈົ້າແລ້ວ, ພວກເຂົາຈຶ່ງສົ່ງເປໂຕກັບໂຢຮັນໄປ. 15 ເມື່ອເປໂຕກັບໂຢຮັນມາຮອດ, ພວກທ່ານ​ກໍອະທິຖານເພື່ອພວກເຂົາ, ທີ່ພວກເຂົາຈະໄດ້ຮັບພຣະວິນຍານບໍຣິສຸດເຈົ້າ. 16 ເພາະວ່າຈົນຮອດ​ຕອນນັ້ນ, ພຣະວິນຍານບໍຣິສຸດເຈົ້າຍັງບໍ່ໄດ້ສະ​ເດັດລົງມາຢູ່ກັບ​ຜູ້ໃດເລີຍ; ພວກທ່ານພຽງແຕ່ໄດ້ຮັບບັບຕິສະມາໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າເທົ່າ​ນັ້ນ. 17 ແລ້ວເປໂຕກັບໂຢຮັນຈຶ່ງວາງມືໃສ່ພວກເຂົາ, ພວກທ່ານກໍໄດ້ຮັບພຣະວິນຍານບໍຣິສຸດເຈົ້າ. 18 ເມື່ອຊີໂມນເຫັນວ່າພວກເຂົາໄດ້ຮັບພຣະວິນຍານບໍຣິສຸດເຈົ້າໂດຍການວາງມືຂອງພວກອັກຄະສາວົກ, ລາວຈຶ່ງ​ນຳເອົາເງີນມາໃຫ້ພວກທ່ານ. 19 ແລະຊົງກ່າວວ່າ, "ຂໍຣິດອຳນາດນີ້ໃຫ້ຂ້າ​ພະ​ເຈົ້າ, ເໝືອນ​ກັນ, ເພື່ອວ່າຜູ້ໃດກໍ​ຕາມທີ່ຂ​້າ​ພະ​ເຈົ້າວາງມືຈະໄດ້ຮັບພຣະວິນຍານບໍຣິສຸດ." 20 ເປໂຕໄດ້ກ່າວກັບລາວວ່າ, "ຂໍໃຫ້ເງິນຂອງທ່ານຈິບຫາຍໄປພ້ອ​ມກັບທ່ານ, ເພາະວ່າທ່ານຄິດວ່າຈະຊື້ຂອງປະ​ທານຈາກພຣະເຈົ້າດ້ວຍເງິນ. 21 ທ່ານບໍ່ມີຮ່ວມໃນພັນທະກິດໃດໆ, ເພາະຈິດໃຈຂອງທ່ານບໍ່ສັດຊື່ຕໍ່ພຣະເຈົ້າ. 22 ເພາະສະນັ້ນ ຈົ່ງກັບໃຈຈາກຄວາມຊົ່ວຮ້າຍຂອງທ່ານ ແລະອະທິຖານຕໍ່​ອົງພຣະຜູ້ເປັນເຈົ້າ, ເພື່ອວ່າພ​ຣະ​ອົງອາດຈະຍົກ​ໂທດໃຫ້ກັບເຈົ້າໃນ ສິ່ງທີ່ຢູ່ໃນໃຈຂອງທ່ານ. 23 ເພາະວ່າຂ້າ​ພະ​ເຈົ້າເຫັນທ່ານຢູ່ໃນອັນຕະລາຍຂອງຄວາມຂົມຂື່ນ ແລະ ໃນ​ການເປັນທາດຂອງຄວາມບາບ." 24 ຊີໂມນຕອບວ່າ, "ຂໍໃຫ້ພວກ​ທ່ານອະທິຖານຫາອົງພຣະຜູ້ເປັນເຈົ້າເພື່ອຂ້າ​ພະ​ເຈົ້າ​ດ້ວຍ, ເພື່ອວ່າສິ່ງທີ່ທ່ານກ່າວຈະບໍ່ເກີດຂື້ນກັບຂ້າ​ພະ​ເຈົ້າເລີຍ." 25 ເມື່ອເປໂຕກັບໂຢຮັນເປັນພະຍານ ແລະ ປະກາດພຣະທັມຂອງອົງພຣະຜູ້ເປັນເຈົ້າແລ້​ວ, ພວກທ່ານກໍກັບໄປນະ​ຄອນ ເຢຣູຊາເລັມ, ໃນຂະນະທີ່ໄປຕາມທາງພວກ​ທ່ານໄດ້ປະກາດຂ່າວປະເສີດກັບຫລາຍໝູ່ບ້ານຂອງຊາວຊາມາເຣຍຫລາຍແຫ່ງ. 26 ເທວະດາອົງ​ໜຶ່ງຂອງອົງພຣະຜູ້ເປັນເຈົ້າກ່າວກັບຟີລິບວ່າ, "ຈົ່ງລຸກຂຶ້ນໄປທາງທິດໃຕ້ ຕາມເສັ້ນທາງທີ່ລົງຈາກນະ​ຄອນ ເຢຣູຊາເລັມໄປເຂດກາຊາ." (ເສັ້ນ​ທາງ​ນີ້ຢູ່ໃນຖິ່ນທຸລະກັນດານ.) ທ່ານ​ກໍລຸກຂຶ້ນໄປ. 27 ນີ້ແຫລະ, ​ມີ​ຊາຍ​ຄົນ​ໜຶ່ງ​ມາ​ຈາກເອທີໂອເປຍ, ຊຶ່ງ​ເປັນ​ຂັນ​ທີ​ທີ່​ເປັນຂ້າຣາຊການຂອງ​ພ​ະ​ນາງ ກັນເດກາ, ພະຣາຊິນີແຫ່ງເອທິໂອເປຍ. ທ່ານ​ເປັນ​ນາຍ​ຄັງຊັບສົມບັດທັງຫມົດຂອງພະຣາຊິນີອົງ​ນັ້ນ. ທ່ານມານະມັດສະການໃນນະ​ຄອນ ເຢຣູຊາເລັມ. 28 ຂະນະທີ່ທ່ານກຳລັງເດີນທາງກັບ ແລະນັ່ງຢູ່ໃນລົດມ້າ, ແລະກຳລັງອ່ານໜັງ​ສືເອຊາຢາຜູ​້​ທຳ​ນ​ວາຍ​ຢູ່. 29 ພຣະວິນຍານບໍ​ຣິ​ສຸດ​ເຈົ້າໄດ້ກ່າວກັບຟີລິບວ່າ, "ຈົ່ງເຂົ້າໄປ ແລະ​ຢູ່ໃກ້ລົດມ້າ​ຄັນ​ນັ້ນ." 30 ຟີລິບຈຶ່ງແລ່ນໄປຫາທ່ານ, ແລະໄດ້ຍິນທ່ານ​ກຳ​ລັງອ່ານໜັງ​ສືເອຊາຢາ, ແລະຖາມວ່າ, "ທ່ານເຂົ້າໃຈສິ່ງທີ່ທ່ານກຳລັງອ່ານຢູ່ຫລືບໍ?" 31 ຊາວເອທິໂອເປຍຄົນ​ນັ້ນຕອບວ່າ, "ຂ້າ​ພະ​ເຈົ້າຈະເຂົ້າໃຈໄດ້ແນວໃດ, ເວັ້ນເສຍແຕ່ວ່າມີຄົນແນະນຳຂ້າ​ພະ​ເຈົ້າ?" ທ່ານໄດ້ຂໍຮ້ອງໃຫ້ຟີລິບຂຶ້ນມາ​ເທິງລົດມ້ານັ້ນແລະນັ່ງກັບທ່ານ. 32 ພ​ຣະ​ຄຳ​ພີ​ຕອນທີ່ຊາວເອທິໂອເປຍອ່ານຢູ່​ນັ້ນເປັນ​ຂໍ້​ຄວາມ​ເຫລົ່າ​ນີ້, "ທ່ານຖືກນຳຕົວເປັນຄື​ກັບແກະເພື່ອເອົ​າ​ໄປຂ້າ, ແລະເໝືອນລູກແກະທີ່ມິດງຽບຢູ່ຕໍ່ໜ້າຜູ້ຕັດ​ຂົນ​ຂອງມັນສັນໃດ, ທ່ານບໍ່ໄດ້ເປີດປາກຂອງທ່ານເລີຍສັນນັ້ນ.

33 ໃນເວລາທີ່ຖືກດູ​ຖູກ ທ່ານບໍ່ໄດ້ຮັບຄວາມຍຸດຕິທຳ. ຜູ້ໃດໜໍຈະເລົ່າເຖິງ​ເຊື້ອ​ສາຍຂອງທ່ານ? ເພາະວ່າຊີວິດຂອງທ່ານໄດ້ຖືກເອົາໄປຈາກແຜ່ນດິນໂລກ."
34 ດັ່ງນັ້ນ ຂັນ​ທີ​ຈຶ່ງຖາມຟີລິບວ່າ, "ຂ້າ​ພະ​ເຈົ້າຂໍຖາມທ່ານ, ໃຜຄື​ຜູ້​ທີ່​ທຳ​ນ​ວາຍ​ທີ່ກ່າວເຖິງ, ຕົວທ່ານເອງ, ຫລືຜູ້ອື່ນ?" 35 ຟີລິບຈຶ່ງເລີ່ມເລົ່າເລື່ອງໃຫ້ຟັງ, ເລີ່ມຕົ້ນດ້ວຍຂໍ້ພ​ຣະຄຳ​ພີ​ຕອນນີ້ໃນເອຊາຢາເພື່ອປະກາດເລື່ອງພຣະເຢຊູຄ​ຣິດ​ເຈົ້າກັບ​ຂັນທີຄົນ​ນັ້ນ. 36 ໃນຂະນະທີ່ພວກທ່ານເດີນທາງໄປຕາມເສັ້ນທາງ, ພວກທ່ານ​ກໍມາຮອດສະຖານທີ່ມີນ້ຳ ຂັນ​ທີ​ຈຶ່ງກ່າວວ່າ, "ເບິ່ງແມ, ທີ່ນີ້ມີນ້ຳ, ມີສິ່ງໃດທີ່ກີດຂວາງບໍ່​ໃຫ້ຂ້າ​ພະ​ເຈົ້າຮັບບັບຕິສະມາ?" 37 "ຟິ​ລິບ​ຈຶ່ງ​ຕອບ​ວ່າ, "ຖ້າທ່ານເຊື່ອດ້ວຍສຸດໃຈ, ທ່ານກໍ​ສາ​ມາດຮັບບັບຕິສະມາໄດ້." ຄົນເອທິໂອເປຍຈຶ່ງຕອບວ່າ, "ຂ້າ​ພະ​ເຈົ້າເຊື່ອວ່າພຣະເຢຊູຄຣິດເຈົ້າ ​ຊົງເປັນພຣະບຸດຂອງພຣະເຈົ້າ." 38 ດັ່ງນັ້ນ ຄົນເອທິໂອເປຍຄົ​ນ​ນັ້ນຈຶ່ງໄດ້ສັ່ງໃຫ້ຢຸດລົດ. ພວກເຂົາກໍໄດ້ລົງໄປໃນນ້ຳ, ທັງຟີລິບກັບ​ຂັນ​ທີ, ແລະຟິ​ລິບ​ກໍ​ໃຫ້ທ່ານຮັບບັບຕິສະມາ. 39 ເມື່ອພວກທ່ານຂຶ້ນມາຈາກນ້ຳແລ້ວ, ພຣະວິນຍານບໍ​ຣິ​ສຸດ​ເຈົ້າຂອງອົງພຣະຜູ້ເປັນເຈົ້າ ຊົງ​ຮັບເອົາຟີ​ລິບ​ໄປ, ຂັນ​ທີຄົນນັ້ນກໍບໍ່ໄດ້ເຫັນທ່ານອີກເລີຍ, ລາວຈຶ່ງເດີນທາງຕໍ່​ໄປດ້ວຍຄວາມຍິນ​ດີ. 40 ແຕ່ວ່າຟີລິບປະກົດຕົວຢູ່ທີ່ເມືອງ ອາໂຊໂຕ ທ່ານຜ່ານເມືອງນັ້ນໄປ, ແລະປະກາດຂ່າວ​ປະ​ເສີດທົ່ວທຸກເມືອງ ຈົນກວ່າທ່ານມາຮອດເມືອງ ກາຍຊາເຣຍ.