1 ມີຊາຍຄົນໜຶ່ງຢູ່ໃນເມືອງ ກາຍຊາເຣຍ, ຊື່ໂກເນລີໂອ, ເປັນນາຍຮ້ອຍໃນກອງທັບທະຫານ ທີ່ເອີ້ນວ່າກອງທະຫານ ອີຕາລີ. 2 ທ່ານແລະຄອບຄົວຂອງທ່ານມີຄວາມຢຳເກງ ແລະນະມັດສະການພຣະເຈົ້າ; ທ່ານໄດ້ບໍລິຈາກເປັນເງິນຈຳນວນຫລວງຫລາຍໃຫ້ຊາວຢິວ, ແລະອະທິຖານຫາພຣະເຈົ້າຢູ່ສະເໝີ. 3 ເວລາປະມານບ່າຍສາມໂມງ, ນາຍຮ້ອຍຄົນນັ້ນໄດ້ເຫັນນິມິດຢ່າງຊັດເຈນວ່າ ເທວະດາອົງໜຶ່ງຂອງພຣະເຈົ້າມາຫາທ່ານ. ເທວະດາອົງນັ້ນກ່າວແກ່ທ່ານວ່າ, "ໂກເນລີໂອ!" 4 ໂກເນລີໂອຕັ້ງໃຈແນມເບິ່ງທີ່ເທວະດາດ້ວຍຄວາມຕົກໃຈຫລາຍ ແລະ ກ່າວວ່າ, "ນີ້ແມ່ນເລື່ອງໃດນໍ ພຣະອົງເຈົ້າເອີຍ?" ເທວະດາອົງນັ້ນກ່າວແກ່ທ່ານວ່າ, "ຄຳອະທິຖານ ແລະການບໍລິຈາກໃຫ້ແກ່ຄົນທຸກຍາກຂອງທ່ານເປັນເຄື່ອງບູຊາຂຶ້ນໄປເຖິງທີ່ປະທັບຂອງພຣະເຈົ້າ. 5 ບັດນີ້ ຈົ່ງໃຊ້ຄົນໄປທີ່ເມືອງຢົບປາ ແລະ ພາຊາຍຄົນໜຶ່ງທີ່ຊື່ວ່າ ຊີໂມນ ທີ່ເອີ້ນວ່າເປໂຕມາ. 6 ທ່ານພັກຢູ່ກັບຊ່າງຟອກໜັງທີ່ຊື່ຊີໂມນ, ທີ່ບ້ານຂອງເຂົາທີ່ແຄມທະເລ." 7 ເມື່ອເທວະດາທີ່ເວົ້າກັບທ່ານຈາກໄປແລ້ວ, ທ່ານກໍເອີ້ນຄົນຮັບໃຊ້ໃນຄົວເຮືອນສອງຄົນ, ແລະທະຫານຄົນໜຶ່ງທີ່ນະມັດສະການພຣະເຈົ້າຈາກກອງທະຫານທີ່ຮັບໃຊ້ທ່ານເຊັ່ນກັນ. 8 ໂກເນລີໂອເລົ່າເຫດການທັງໝົດໃຫ້ພວກເຂົາຟັງ ແລະ ໃຊ້ພວກເຂົາໄປທີ່ເມືອງ ຢົບປາ. 9 ມື້ຕໍ່ມາເວລາປະມານທ່ຽງ, ຂະນະທີ່ພວກເຂົາເດີນທາງໃກ້ຈະຮອດເມືອງນັ້ນ, ເປໂຕຂຶ້ນໄປເທິງຫລັງຄາເຮືອນເພື່ອອະທິຖານ. 10 ທ່ານເລີ່ມຫິວ ແລະ ຕ້ອງການກິນອາຫານ, ແຕ່ໃນຂະນະທີ່ຜູ້ຄົນກຳລັງແຕ່ງກິນຢູ່ນັ້ນ, ທ່ານກໍໄດ້ຮັບນິມິດ, 11 ແລະທ່ານເຫັນທ້ອງຟ້າເປີດອອກ ແລະ ມີພາຊະນະໃສ່ເຄື່ອງ, ເລື່ອນຕ່ຳລົງມາເບິ່ງຄືກັບຜ້າແຜ່ນໃຫຍ່ລົງສູ່ພື້ນໂລກ, ມີເຊືອກສີ່ແຈຢ່ອນລົງມາ. 12 ໃນນັ້ນມີສັດສີ່ຕີນທຸກຊະນິດ ແລະສິ່ງທີ່ເລືອຄານຢູ່ພື້ນດິນ, ແລະນົກໃນຟ້າອາກາດ. 13 ແລ້ວມີພຣະສຸລະສຽງກ່າວກັບທ່ານວ່າ: "ເປໂຕ, ຈົ່ງລຸກຂຶ້ນ, ຈົ່ງຂ້າ ແລະ ກິນເຖີດ." 14 ແຕ່ເປໂຕກ່າວວ່າ, "ຂໍຢ່າໃຫ້ເປັນຢ່າງນັ້ນເລີຍ, ອົງພຣະຜູ້ເປັນເຈົ້າ; ເພາະວ່າຂ້າພະອົງບໍ່ເຄີຍກິນອາຫານສິ່ງໃດທີ່ບໍ່ສະອາດ ແລະ ບໍ່ບໍຣິສຸດ." 15 ແຕ່ມີພະສຸລະສຽງນັ້ນມາເຖິງທ່ານອີກເປັນເທື່ອທີສອງວ່າ: "ສິ່ງທີ່ພຣະເຈົ້າໄດ້ຊົງຊຳລະແລ້ວ, ຢ່າຖືວ່າເປັນມົນທິນ." 16 ເຫດການນີ້ເກີດຂຶ້ນເຖິງສາມຄັ້ງ; ແລ້ວພາຊະນະໃສ່ເຄື່ອງນັ້ນກໍຖືກນຳຂຶ້ນໄປເທິງທ້ອງຟ້າທັນທີ. 17 ຂະນະທີ່ເປໂຕຮູ້ສຶກສັບສົນຫລາຍກ່ຽວກັບນິມິດທີ່ທ່ານເຫັນວ່າມີຄວາມໝາຍແນວໃດ, ນີ້ແຫລະ, ພວກຄົນທີ່ໂກເນລີໂອໃຊ້ມາ ກໍຢືນຢູ່ໜ້າປະຕູຮົ້ວ, ຫລັງຈາກທີ່ພວກເຂົາໄດ້ຖາມຫາທາງທີ່ຈະມາເຮືອນນັ້ນ. 18 ພວກເຂົາຮ້ອງ ແລະ ຖາມວ່າຊີໂມນ, ທີ່ເອີ້ນວ່າເປໂຕ, ພັກຢູ່ທີ່ນີ້ຫລືບໍ. 19 ຂະນະທີ່ເປໂຕຍັງຄິດເຖິງກ່ຽວກັບນິມິດນັ້ນ, ພຣະວິນຍານບໍຣິສຸດເຈົ້າໄດ້ກ່າວກັບທ່ານວ່າ, "ເບິ່ງເຖີດ, ມີຊາຍສາມຄົນກຳລັງມາຫາທ່ານ. 20 ຈົ່ງລຸກຂຶ້ນ ແລະ ລົງໄປກັບພວກເຂົາເຖີດ. ຢ່າຊັກຊ້າ ເພາະວ່າເຮົາໃຊ້ພວກເຂົາມາ." 21 ເປໂຕຈຶ່ງລົງໄປຫາຄົນເຫລົ່ານັ້ນ ແລະເວົ້າວ່າ, "ຂ້າພະເຈົ້າແມ່ນຄົນທີ່ທ່ານກຳລັງຊອກຫາ. ພວກທ່ານມາເຮັດຫຍັງ?" 22 ພວກເຂົາກ່າວວ່າ, "ນາຍຮ້ອຍທີ່ຊື່ວ່າ ໂກເນລີໂອແມ່ນຜູ້ຊອບທຳ ແລະນະມັດສະການພຣະເຈົ້າ, ແລະເປັນທີ່ຮູ້ຈັກກັນດີໃນບັນດາຊົນຊາດຢິວ, ເທວະດາບໍຣິສຸດອົງໜຶ່ງຂອງພຣະເຈົ້າໄດ້ກ່າວແກ່ໂກເນລີໂອໃຫ້ມາເຊີນທ່ານໄປທີ່ເຮືອນ. ເພື່ອຈະສາມາດຟັງຖ້ອຍຄຳຂອງທ່ານ. 23 ເປໂຕຈຶ່ງເຊີນພວກເຂົາເຂົ້າມາທາງໃນ ແລະພັກຢູ່ກັບທ່ານ. ມື້ຕໍ່ມາເປໂຕກໍລຸກຂຶ້ນ ແລະໄປກັບພວກເຂົາ, ພີ່ນ້ອງບາງຄົນຈາກເມືອງຢົບປາ ກໍໄປກັບທ່ານດ້ວຍ. 24 ມື້ຕໍ່ມາ ພວກເຂົາໄດ້ມາຮອດເມືອງ ກາຍຊາເຣຍ. ໂກເນລີໂອກຳລັງຄອຍຖ້າພວກເຂົາຢູ່; ທ່ານໄດ້ເອີ້ນບັນດາຍາດພີ່ນ້ອງ ແລະ ໝູ່ສະຫນິດຂອງທ່ານມາເຕົ້າໂຮມກັນ. 25 ເມື່ອເປໂຕມາຮອດ, ໂກເນລີໂອໄດ້ເຫັນທ່ານ ແລະ ກົ້ມລົງຂາບຢູ່ທີ່ຕີນຂອງທ່ານເພື່ອທີ່ຈະນະມັດສະການທ່ານ. 26 ແຕ່ເປໂຕໄດ້ປະຄອງໂກເນລີໂອໃຫ້ຢືນຂຶ້ນ, ແລະກ່າວວ່າ, "ຈົ່ງຢືນຂຶ້ນເຖີດ! ຂ້າພະເຈົ້າກໍເປັນມະນຸດເຊັ່ນກັນ." 27 ໃນຂະນະທີ່ເປໂຕກຳລັງສົນທະນາກັບໂກເນລີໂອ, ເປໂຕກໍເຂົ້າມາທາງໃນ ແລະ ເຫັນຄົນຫລວງຫລາຍມາປະຊຸມຮ່ວມກັນ. 28 ທ່ານຈຶ່ງໄດ້ກ່າວກັບພວກເຂົາວ່າ, "ພວກທ່ານເອງກໍຮູ້ຢູ່ວ່າ ການທີ່ຄົນຢິວຈະສົມທົບ ຫລື ຢ້ຽມຢາມຄົນຕ່າງຊາດຖືວ່າເປັນສິ່ງທີ່ຕ້ອງຫ້າມ. ແຕ່ພຣະເຈົ້າຊົງໂຜດໃຫ້ຂ້າພະເຈົ້າເຫັນວ່າ ບໍ່ຄວນເອີ້ນວ່າຄົນໃດຄົນໜຶ່ງບໍ່ສະອາດ ຫລື ບໍ່ບໍຣິສຸດ. 29 ນັ້ນແມ່ນເຫດຜົນທີ່ຂ້າພະເຈົ້າມາໂດຍບໍ່ຂັດຂ້ອງ, ເມື່ອພວກທ່ານໃຊ້ຄົນໄປເຊີນຂ້າພະເຈົ້າ. ດັ່ງນັ້ນ ຂ້າພະເຈົ້າຂໍຖາມເຫດຜົນໃດທີ່ທ່ານເຊີນຂ້າພະເຈົ້າມາ?" 30 ໂກເນລີໂອຈຶ່ງຕອບວ່າ, "ເມື່ອສີ່ມື້ທີ່ຜ່ານມາໃນເວລາປະມານນີ້, ຕອນບ່າຍສາມໂມງ ຂ້າພະເຈົ້າກຳລັງອະທິຖານຢູ່ໃນເຮືອນ; ແລະໄດ້ເຫັນ, ຊາຍຄົນໜຶ່ງນຸ່ງຊຸດສີຂາວທີ່ງົດງາມຢືນຢູ່ຕໍ່ໜ້າຂ້າພະເຈົ້າ. 31 ທ່ານຜູ້ນັ້ນກ່າວວ່າ, 'ໂກເນລິໂອ, ພຣະເຈົ້າຊົງໄດ້ຍິນຄຳອະທິຖານຂອງທ່ານແລ້ວ, ແລະ ການໃຫ້ບໍລິຈາກແກ່ຄົນທຸກຍາກກໍເຮັດໃຫ້ພຣະເຈົ້າລະລຶກເຖິງທ່ານ. 32 ເພາະເຫດນັ້ນ ຈົ່ງໃຊ້ຄົນໄປທີ່ເມືອງ ຢົບປາ, ແລະ ເຊີນຊາຍຄົນໜຶ່ງຊື່ວ່າຊີໂມນທີ່ເອີ້ນວ່າເປໂຕມາຫາທ່ານ, ທ່ານອາໄສຢູ່ໃນເຮືອນຂອງຊ່າງຟອກຫນັງທີ່ຊື່ວ່າ ຊີໂມນ ຢູ່ແຄມຝັ່ງທະເລ.' " 33 ດັ່ງນັ້ນ ຂ້າພະເຈົ້າໄດ້ໃຊ້ຄົນມາຫາທ່ານ. ທ່ານເປັນຄົນໃຈດີທີ່ໄດ້ມາ. ບັດນີ້, ພວກເຮົາທຸກຄົນຢູ່ທີ່ນີ້ໃນສາຍຕາຂອງພຣະເຈົ້າ, ເພື່ອຟັງທຸກສິ່ງທີ່ທ່ານໄດ້ຮັບຄຳສັ່ງຈາກອົງພຣະຜູ້ເປັນເຈົ້າໃຫ້ເວົ້າ." (ເມື່ອທ່ານມາເຖິງທ່ານຈະບອກ). 34 ແລ້ວເປໂຕກໍເລີ່ມກ່າວວ່າ, "ຂ້າພະເຈົ້າເຂົ້າໃຈ, ຢ່າງແທ້ຈິງວ່າ ພຣະເຈົ້າບໍ່ເຂົ້າຂ້າງຜູ້ໃດເລີຍ. 35 ແຕ່ວ່າ, ທຸກຄົນບໍ່ວ່າຊົນຊາດໃດກໍຕາມທີ່ຢຳເກງພຣະເຈົ້າ ແລະ ປະພຶດຄວາມຊອບທຳ ພຣະອົງກໍຊົງຍອມຮັບຜູ້ນັ້ນ. 36 ທ່ານຮູ້ວ່າຖ້ອຍຄຳທີ່ພຣະອົງມອບໃຫ້ກັບຄົນອິດຊະຣາເອັນ, ເມື່ອພຣະອົງຊົງປະກາດຂ່າວປະເສີດເລື່ອງສັນຕິສຸກໂດຍພຣະເຢຊູຄຣິດເຈົ້າ, ຜູ້ຊົງເປັນອົງພຣະຜູ້ເປັນເຈົ້າຂອງທຸກຄົນ— 37 ພວກທ່ານເອງກໍຮູ້ເຖິງເຫດການທີ່ເກີດຂຶ້ນ, ທົ່ວແຂວງຢູດາຍ, ເລີ່ມຕົ້ນໃນແຂວງກາລີເລ, ຫລັງຈາກທີ່ໂຢຮັນໄດ້ປະກາດການຮັບບັບຕິສະມານັ້ນ; 38 ເຫດການຕ່າງໆ ທີ່ກ່ຽວກັບພຣະເຢຊູຄຣິດເຈົ້າແຫ່ງນາຊາເຣັດ, ແລະການທີ່ພຣະເຈົ້າຊົງເຈີມພຣະອົງດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ດ້ວຍຣິດເດດ. ພຣະອົງສະເດັດອອກໄປເຮັດຄວາມດີ ແລະ ປິ່ນປົວທຸກຄົນຜູ້ທີ່ຖືກຜີຮ້າຍບຽດບຽນ, ເພາະວ່າພຣະເຈົ້າຊົງສະຖິດກັບພຣະອົງ. 39 ຂ້າພະເຈົ້າຄືຜູ້ທີ່ເປັນພະຍານຂອງທຸກສີ່ງທີ່ພຣະອົງຊົງເຮັດ, ທັງໃນແຂວງຢູດາຍ ແລະ ໃນນະຄອນ ເຢຣູຊາເລັມ. ພຣະເຢຊູເຈົ້າອົງນີ້ແຫລະ ທີ່ພວກເຂົາຂ້າ ແລະ ແຂວນພຣະອົງໄວ້ເທິງຕົ້ນໄມ້, 40 ແຕ່ພຣະອົງນີ້ແຫລະ ທີ່ພຣະເຈົ້າຊົງໂຜດໃຫ້ເປັນຄືນມາຈາກຄວາມຕາຍໃນວັນທີສາມ ແລະຊົງໃຫ້ພຣະອົງປາກົດແຈ້ງ, 41 ບໍ່ໄດ້ຊົງສະແດງແກ່ທຸກຄົນ, ແຕ່ສະແດງຕໍ່ຜູ້ທີ່ເປັນພະຍານທີ່ພຣະເຈົ້າຊົງເລືອກໄວ້ລ່ວງໜ້າຄື—ພວກເຮົາເອງທີ່ໄດ້ຮັບກິນ ແລະ ດື່ມກັບພຣະອົງ ຫລັງຈາກທີ່ພຣະອົງຊົງເປັນຄືນມາຈາກຄວາມຕາຍແລ້ວ. 42 ພຣະອົງໄດ້ສັ່ງພວກເຮົາໃຫ້ອອກໄປປະກາດກັບປະຊາຊົນ ແລະ ເປັນພະຍານວ່າ ນີ້ຄືຜູ້ທີ່ພຣະເຈົ້າຊົງເລືອກໃຫ້ເປັນຜູ້ຈະຕັດສິນທັງຄົນເປັນແລະຄົນຕາຍ. 43 ບັນດາຜູ້ທຳນວາຍໄດ້ເປັນພະຍານເຖິງພຣະອົງ, ເພື່ອວ່າທຸກຄົນທີ່ເຊື່ອໃນພຣະອົງຈະໄດ້ຮັບການຍົກໂທດບາບໂດຍທາງນາມຊື່ຂອງພຣະອົງ." 44 ຂະນະທີ່ເປໂຕຍັງກ່າວກ່ຽວກັບເລື່ອງນີ້ຢູ່, ພຣະວິນຍານບໍຣິສຸດເຈົ້າໄດ້ສະເດັດລົງມາສະຖິດກັບທຸກຄົນ ທີ່ຟັງຖ້ອຍຄຳຂອງທ່ານຢູ່. 45 ບັນດາຄົນໃນກຸ່ມຜູ້ທີ່ເຊື່ອ—ທີ່ເຂົ້າຮັບພິທີຕັດທຸກຄົນທີ່ມາກັບເປໂຕ—ກໍພາກັນປະຫລາດໃຈ, ເພາະວ່າຂອງປະທານແຫ່ງພຣະວິນຍານບໍຣິສຸດເຈົ້າ ໄດ້ເທລົງມາເທິງຄົນຕ່າງຊາດດ້ວຍ. 46 ພວກເຂົາໄດ້ຍິນພວກຕ່າງຊາດເຫລົ່ານີ້ເວົ້າພາສາຕ່າງໆ ແລະ ສັນລະເສີນພຣະເຈົ້າ. ເປໂຕຈຶ່ງກ່າວວ່າ, 47 "ໃຜຈະຫ້າມຄົນເຫລົ່ານີ້ທີ່ໄດ້ຮັບພຣະວິນຍານບໍຣິສຸດເຈົ້າ, ເຊັ່ນດຽວກັບພວກຂ້າພະເຈົ້າຈາກການບັບຕິສະມາດ້ວຍນ້ຳ?" 48 ແລ້ວເປໂຕຈຶ່ງສັ່ງໃຫ້ພວກເຂົາຮັບບັບຕິສະມາໃນນາມຊື່ຂອງພຣະເຢຊູຄຣິດເຈົ້າ. ຫລັງຈາກນັ້ນ ພວກເຂົາຈຶ່ງຂໍໃຫ້ເປໂຕຢູ່ກັບພວກເຂົາເປັນເວລາຫລາຍມື້.