ບົດທີ 11

1 ພວກອັກຄະສາວົກ ແລະ ພີ່ນ້ອງທີ່​ອາ​ໄສ​ຢູ່ໃນແຂວງ ຢູດາຍໄດ້ຍິນຂ່າວວ່າຄົນຕ່າງຊາດຍອມຮັບເອົາພຣະທັມຂອງພຣະເຈົ້າ. 2 ເມື່ອເປໂຕຂຶ້ນຮອດນະ​ຄອນ ເຢຣູຊາເລັມແລ້ວ, ປະຊາຊົນທີ່​ເຂົ້າ​ໃນພິທີຕັດກໍຕິຕຽນເພິ່ນ; 3 ພວກເຂົາກ່າວວ່າ, "ທ່ານຄົບຫາກັບຜູ້ທີ່ບໍ່ໄດ້ຮັບພິທີຕັດ ແລະ ຮັບປະທານອາຫານຮ່ວມກັບພວກເຂົາ!" 4 ເປໂຕຈຶ່ງເລີ່ມຕົ້ນອະທິບາຍເລື່ອງນັ້ນໃຫ້ພວກເຂົາຟັງໂດຍລະອຽດ; ວ່າ, 5 ຂະ​ນະ​ທີ່​ຂ້າ​ພະ​ເຈົ້າກຳລັງອະທິຖານຢູ່ເມືອງ ຢົບ​ປາ, ຂ້າພະເຈົ້າໄດ້ເຫັນໃນນິ​ມິດ​ວ່າ ມີພາ​ຊະ​ນະໃສ່​ເຄື່ອງເລື່ອນລົງມາ, ມີລັກ​ສະ​ນະ​ເປັນແຜ່ນຂະ​ຫນາດໃຫຍ່ ຢ່ອນ​ລົງ​ມາຈາກທ້ອງຟ້າໂດຍມີທັງ​ສີ່​ມຸມໄດ້​ຢ່ອນ​ລົງ​ມາ​ຫາ​ຂ້າ​ພະ​ເຈົ້າ. 6 ເມື່ອຂ້າ​ພະ​ເຈົ້າແນມເບິ່ງ ແລະ ຄິດກ່ຽວກັບສິ່ງນີ້. ຂ້າພະເຈົ້າໄດ້ເຫັນສັດບົກສີ່ຕີນ, ສັດປ່າ, ສັດເລືອຄານ, ແລະນົກໃນອາກາດ. 7 ແລ້ວຂ້າພະເຈົ້າໄດ້ຍິນພຣະ​ສຸ​ລະສຽງກ່າວ​ກັບຂ້າພະເຈົ້າວ່າ, "ເປໂຕ, ຈົ່ງລຸກຂຶ້ນຂ້າກິນ​ເຖີດ!" 8 ຂ້າ​ພະ​ເຈົ້າເວົ້າວ່າ, "ຢ່າໃຫ້ເປັນຢ່າງນັ້ນເລີຍ ອົງ​ພຣະຜູ້ເປັນເຈົ້າ, ເພາະວ່າສິ່ງທີ່ບໍ່ສະອາດ ຫລື ບໍ່ບໍຣິສຸດບໍ່ເຄີຍເຂົ້າປາກຂ້າ​ພະ​ອົງເລີຍ." 9 ແຕ່ພຣະ​ສຸ​ລະສຽງນັ້ນກໍຕອບຈາກ​ຟ້າອີກເທື່ອໜຶ່ງວ່າ, "ສິ່ງທີ່ພຣະເຈົ້າປະກາດຖືກຊຳລະແລ້ວ ຢ່າເອີ້ນວ່າມັນບໍ່ສະອາດ." 10 ສິ່ງນີ້ໄດ້ເກີດຂື້ນສາມເທື່ອ ແລ້ວທຸກຢ່າງກໍຖືກຮັບຂຶ້ນໄປເທິງຟ້າອີກເທື່ອ​ໜຶ່ງ. 11 ​ໃນ​ທັນ​ໃດ​ນັ້ນ ມີ​ຊາຍ​ສາມ​ຄົນ​ມາ​ຢືນ​ຢູ່​ທີ່​ໜ້າ​ປະ​ຕູ​ເຮືອນ​ທີ່​ຂ້າ​ພະ​ເຈົ້າ​ພັກອາ​ໄສ​ຢູ່; ພວກ​ເຂົາ​ຖືກ​ສົ່ງ​ມາ​ຈາກ​ເມືອງ ກາຍຊາເຣຍມາ​ຫາ​ຂ້າ​ພະ​ເຈົ້າ. 12 ພ​ຣະ​ວິນ​ຍານ​ຈຶ່ງ​ສັ່ງ​ໃຫ້ຂ້າ​ພະ​ເຈົ້າໄປ​ກັບ​ພວກ​ເຂົາ, ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ນຳ​ພວກ​ເຂົາ​ໄປ​ໂດຍ​ບໍ່​ລັງ​ເລ. ພີ່​ນ້ອງ​ທັງ​ຫົກ​ຄົນ​ນີ້​ໄປ​ກັບ​ຂ້​າ​ພະ​ເຈົ້າ, ແລະ​ຂ້າ​ພະ​ເຈົ້າ​ກໍເຂົ້າ​ໄປ​ໃນ​ເຮືອນຂອງ​ຊາຍ​ຄົນ​ນັ້ນ. 13 ຊາຍ​ຄົນ​ນັ້ນ​ເລົ່າ​ໃຫ້​ຟັງ​ວ່າ ທ່ານ​ໄດ້​ເຫັນ​ເທວະ​ດາ​ຢືນ​ຢູ່​ໃນ​ເຮືອນ​ຂອງ​ທ່ານ​ຢ່າງ​ໃດ ແລະ ກ່າວ​ກັບ​ທ່ານ​ວ່​າ, "ຈົ່ງ​ໃຊ້​ຄົນ​ໄປ​ທີ່​ເມືອງ ຢົບ​ປາ ແລະ ເຊີນ​ຊີ​ໂມນ​ທີ່​ເອີ້ນ​ກັນ​ວ່າ​ເປ​ໂຕ​ມາ. 14 ລາວ​ກ່າວ​ຖ້ອຍ​ຄຳ​ກັບ​ພວກ​ທ່ານ ເພື່ອ​ທີ່​ພວກ​ທ່ານ​ຈະ​ໄດ້​ຮັບ​ຄວາມ​ພົ້ນ—ທັງ​ທ່ານ​ແລະ​ຄອບ​ຄົວ​ຂອງ​ທ່ານ." 15 ໃນຂະນະທີ່ຂ້າ​ພະ​ເຈົ້າເລີ່ມຕົ້ນເວົ້າ, ພຣະວິນຍານບໍຣິສຸດເຈົ້າ​ກໍໄດ້ສະເດັດລົງມາສະ​ຖິດ​ກັບພວກເຂົາ, ຊຶ່ງຄືກັນກັບພວກເຮົາໃນຕອນເລີ່ມຕົ້ນ. 16 ຂ້າພະເຈົ້າຈື່ງລະ​ລຶກ​ເຖິງຖ້ອຍຄຳຂອງອົງພຣະຜູ້ເປັນເຈົ້າ, ທີ່ພ​ຣະ​ອົງກ່າວວ່າ, "ໂຢຮັນໃຫ​້ບັບຕິສະມາດ້ວຍນ້ຳ; ແຕ່ພວກທ່ານຈະໄດ້ຮັບບັບຕິສະມາໃນພຣະວິນຍານບໍຣິສຸດເຈົ້າ." 17 ແລ້ວຖ້າພຣະເຈົ້າໄດ້ມອບຂອງປະ​ທານຢ່າງ​ດຽວ​ແກ່ພວກເຂົາຄືກັນກັບທີ່ພຣະອົງໄດ້ມອບໃຫ້​ແກ່ພວກເຮົາ ເມື່ອພວກເຮົາເຊື່ອໃນອົງພຣະເຢຊູຄຣິດເຈົ້າ, ແລ້ວຂ້າ​ພະ​ເຈົ້າແມ່ນໃຜ, ທີ່ຈະຕໍ່ຕ້ານພ​ຣະ​ເຈົ້າ​ໄດ້?” 18 ເມື່ອພວກເຂົາໄດ້ຍິນເຊັ່ນນີ້, ພວກເຂົາກໍບໍ່ມີຫຍັງທີ່​ຈະກ່າວ​ໄດ້, ພວກເຂົາຈຶ່ງ​ສັນ​ລະ​ເສີນ​ພ​ຣະ​ເຈົ້າ​ວ່າ, "ພຣະເຈົ້າຊົງໄດ້ມອບການກັບໃຈໃຫມ່​ ເພື່ອໃຫ້ມີຊີວິດແກ່​ຄົນຕ່າງຊາດດ້ວຍ." 19 ບັນ​ດາ​ຄົນທີ່ກະຈັດກະຈາຍໄປ ເນື່ອງຈາກການຂົ່ມເຫັງທີ່ເລີ່ມຕົ້ນດ້ວຍການເສຍຊີວິດຂອງ ຊະເຕຟາໂນ ກໍ​ໄດ້ແຜ່ລາມໄປເຖິງເມືອງ ໂຟນີເຊຍ, ເກາະໄຊປຣັດ, ແລະເມືອງ ອັນຕີໂອເຂຍ, ແຕ່ພວກເຂົາກ່າວຖ້ອຍຄຳກ່ຽວກັບພຣະເຢຊູຄ​ຣິດ​ເຈົ້າກັບຊາວຢິວເທົ່ານັ້ນ. 20 ບາງຄົນໃນພວກເຂົາແມ່ນ, ຊາວເກາະໄຊປຣັດ, ແລະ ຊາວກີເຣເນມາທີ່ເມືອງ ອັນ​ຕິ​ໂອ​ເຂຍ ກໍໄດ້ບອກຂ່າວປະເສີດກ່ຽວ​ກັບອົງພຣະເຢຊູ​ຄ​ຣິດ​ເຈົ້າ. ກັບພວກເຂົາເປັນພາສາກຣີກດ້ວຍ, 21 ແລະພຣະຫັດຂອງອົງພຣະຜູ້ເປັນເຈົ້າຢູ່ກັບພວກເຂົາ; ຄົນຈໍານວນຫລາຍໄດ້ເຊື່ອ ແລະ ກັບມາຫາອົງພຣະຜູ້ເປັນເຈົ້າ. 22 ເລື່ອງນີ້ໄດ້ຍິນມາ​ຮອດ​ຫູ​ຂອງຄ​ຣິ​ສ​ຕະ​ຈັກໃນນະ​ຄອນ ເຢຣູຊາເລັມ, ພວກເຂົາຈຶ່ງສົ່ງບາຣະນາບາໄປທີ່ເມືອງອັນຕີໂອເຂຍ. 23 ເມື່ອທ່ານ​ມາຮອດ ແລະ ເຫັນຂອງປະທານຈາກພຣະເຈົ້າ, ທ່ານ​ກໍ​ຍິນ​ດີ; ແລະທ່ານໄດ້​ໜູນ​ໃຈພວກເຂົາທຸກຄົນໃຫ້ໝັ້ນ​ຄົງໃນອົງພຣະຜູ້ເປັນເຈົ້າດ້ວຍສຸດຈິດສຸດໃຈ. 24 ເພາະວ່າບາຣະນາບາເປັນຄົນດີ ແລະ ເຕັມລົ້ນດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ຄວາມເຊື່ອ, ແລະ ຄົນຈຳນວນຫລວງຫລາຍ​ກໍເພີ້ມເຂົ້າມາໃນອົງພຣະຜູ້ເປັນເຈົ້າ. 25 ບາຣະນາບາຈຶ່ງໄປຫາໂຊໂລທີ່ເມືອງຕາ​ໂຊ. 26 ເມື່ອທ່ານເຫັນ​ໂຊໂລແລ້ວ​, ກໍ​ພາ​ທ່ານ​ມາ​ທີເມືອງອັນຕີໂອເຂຍ. ແລະທ່ານທັງສອງກໍປະຊຸມຮ່ວມກັບຄ​ຣິ​ສ​ຕະ​ຈັກນັ້ນຕະຫລອດທັງປີ ແລະ ສັ່ງສອນຄົນ​ເປັນຈ​ຳ​ນວນຫລາຍ. ພວກສາວົກກໍໄດ້ມີຊື່ວ່າເປັນ ຄຣິສຕຽນ ຄັ້ງທຳອິດໃນເມືອງ ອັນຕີໂອເຂຍ. 27 ໃນເວລານັ້ນ ພວກ​ຜູ້​ທຳ​ນ​ວາຍຈາກນະ​ຄອນ ເຢຣູຊາເລັມໄດ້ລົງມາທີ່ເມືອງອັນຕີໂອເຂຍ. 28 ຄົນໜຶ່ງໃນພວກເຂົາ, ທີ່ຊື່ວ່າ ອາຄະໂບ, ໄດ້ຢືນຂຶ້ນແລະທຳນວາຍໂດຍພຣະວິນຍານວ່າ ຈະ​ເກີດມີຄວາມອຶດຢາກຄັ້ງ​ຍິ່ງ​ໃຫຍ່​ຂຶ້ນໃນທົ່ວແຜ່ນ​ດິນໂລກ. ເລື່ອງນີ້ໄດ້ເກີດຂຶ້ນໃນສະໄໝການປົກຄອງຂອງກະສັດ ກະລາວດີໂອ. 29 ດັ່ງນັ້ນ, ພວກສາວົກຈຶ່ງຕັດສິນໃຈກັນວ່າພວກເຂົາຈະບໍ​ລິ​ຈາກ​ຕາມ​ກຳ​ລັງ, ແລະ ສົ່ງໄປຊ່ວຍເຫລືອພີ່ນ້ອງໃນແຂວງຢູດາຍ. 30 ພວກເຂົາກໍໄດ້ເຮັດຢ່າງ​ນັ້ນ; ພວກເຂົາສົ່ງເງິນໄປໃຫ້ພວກຜູ້ປົກ​ຄອງໂດຍຝາກກັບບາຣະນາບາ ແລະ ໂຊໂລ.