1 ໃນເວລານັ້ນ ກະສັດເຮໂຣດໄດ້ຈັບກຸມບາງຄົນໃນຄຣິສຕະຈັກ ເພື່ອວ່າທ່ານຈະທໍາການທາລຸນບາງຄົນ. 2 ທ່ານຂ້າຢາໂກໂບທີ່ເປັນອ້າຍຂອງໂຢຮັນດ້ວຍດາບ. 3 ຫລັງຈາກທີ່ທ່ານເຫັນວ່າເລື່ອງນັ້ນເປັນທີ່ພໍໃຈຂອງພວກຢິວ, ທ່ານກໍສັ່ງໃຫ້ຈັບກຸມເປໂຕດ້ວຍ. ເຫດການເຫລົ່ານີ້ເກີດຂຶ້ນໃນລະຫວ່າງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ. 4 ຫລັງຈາກທີ່ຈັບເປໂຕມາໄດ້ແລ້ວ, ກໍຂັງທ່ານໄວ້ໃນຄຸກ ແລະ ຈັດໃຫ້ມີທະຫານສີ່ໝູ່ ໝູ່ລະສີ່ຄົນຄຸມທ່ານໄວ້; ເຮໂຣດຕັ້ງໃຈທີ່ຈະພາເປໂຕອອກມາໃຫ້ປະຊາຊົນ ຫລັງຈາກເທດສະການປັດສະຄາແລ້ວ. 5 ດັ່ງນັ້ນເປໂຕຈຶ່ງຖືກຂັງໄວ້ໃນຄຸກ, ແຕ່ຄຣິສຕະຈັກໄດ້ ອະທິຖານເພື່ອທ່ານດ້ວຍໃຈຮ້ອນຮົນຕໍ່ພຣະເຈົ້າ. 6 ໃນຄືນນັ້ນກ່ອນເຖິງວັນທີ່ເຮໂຣດຈະພາເປໂຕອອກມາ, ເປໂຕກຳລັງນອນຫລັບຢູ່ລະຫວ່າງທະຫານສອງຄົນ, ຖືກລ່າມດ້ວຍໂສ້ສອງເສັ້ນ, ແລະມີພວກຍາມເຝົ້າເບິ່ງຢູ່ທີ່ຫນ້າປະຕູຄຸກ. 7 ໃນທັນໃດນັ້ນ, ເທວະດາອົງໜຶ່ງຂອງອົງພຣະຜູ້ເປັນເຈົ້າມາປາກົດຢູ່ຂ້າງໆເປໂຕ, ແລະມີແສງສະຫວ່າງສ່ອງລົງມາໃນຫ້ອງຂັງນັ້ນ, ເທວະດາອົງນັ້ນມາກະຕຸ້ນທີ່ສີ່ຂ້າງຂອງທ່ານໃຫ້ຕື່ນຂຶ້ນ ແລະກ່າວວ່າ, "ຈົ່ງລຸກຂຶ້ນໄວໆ," ໂສ້ນັ້ນກໍຫລຸດຕົກຈາກມືຂອງທ່ານ. 8 ເທວະດາອົງນັ້ນກ່າວກັບທ່ານວ່າ, "ຈົ່ງແຕ່ງຕົວແລະສຸບເກີບ." ເປໂຕກໍປະຕິບັດຕາມ. ເທວະດາອົງນັ້ນກ່າວກັບທ່ານວ່າ, "ຈົ່ງໃສ່ເສື້ອຄຸມ ແລະ ນຳຂ້າພະເຈົ້າມາ." 9 ເປໂຕຈຶ່ງນຳເທວະດາອົງນັ້ນອອກໄປ. ທ່ານບໍ່ຮູ້ວ່າສິ່ງທີ່ເທວະດາເຮັດນັ້ນເປັນຄວາມຈິງ. ທ່ານຄິດວ່າທ່ານກຳລັງເຫັນໃນນິມິດ. 10 ຫລັງຈາກທີ່ພວກທ່ານຍ່າງຜ່ານຄົນເຝົ້າຍາມຊັ້ນທີໜຶ່ງ ແລະ ຊັ້ນທີສອງໄປແລ້ວ, ພວກທ່ານກໍມາຮອດປະຕູເຫລັກທາງທີ່ເຂົ້າໄປໃນເມືອງ; ປະຕູບານນັ້ນກໍເປີດອອກເອງ. ພວກທ່ານຈຶ່ງອອກໄປ, ແລະຍ່າງໄປຕາມທາງ, ເທວະດາກໍຫາຍວັບໄປຈາກທ່ານ. 11 ເມື່ອເປໂຕຮູ້ສຶກຕົວແລ້ວ, ຈຶ່ງກ່າວວ່າ, “ຕອນນີ້ຂ້າພະເຈົ້າຮູ້ແນ່ແລ້ວວ່າ ອົງພຣະຜູ້ເປັນເຈົ້າຊົງໃຊ້ເທວະດາຂອງພຣະອົງໃຫ້ມາປ່ອຍຂ້າພະເຈົ້າໃຫ້ພົ້ນຈາກເງື່ອມມືຂອງເຮໂຣດ, ແລະ ຈາກຄວາມປອງຮ້າຍຂອງພວກຢິວ.” 12 ຫລັງຈາກທີ່ທ່ານຄິດໄດ້ຢ່າງນັ້ນແລ້ວ, ທ່ານກໍໄປທີ່ເຮືອນຂອງມາຣີ ແມ່ຂອງໂຢຮັນ, ຜູ້ທີ່ມີອີກຊື່ໜຶ່ງວ່າມາຣະໂກ, ຜູ້ທີ່ເຊື່ອຈຳນວນຫລາຍກຳລັງປະຊຸມອະທິຖານຢູ່ນຳກັນ. 13 ເມື່ອເປໂຕເຄາະປະຕູຊັ້ນນອກ, ສາວໃຊ້ຄົນໜຶ່ງຊື່ ໂຣດາ ກໍອອກມາຖາມ. 14 ເມື່ອນາງຈື່ໄດ້ວ່າເປັນສຽງຂອງເປໂຕ, ກໍຊື່ນຊົມຍິນດີຫລາຍ ແຕ່ແທນທີ່ຈະເປີດປະຕູໃຫ້; ນາງກັບແລ່ນເຂົ້າໄປໃນຫ້ອງ; ແລະບອກວ່າເປໂຕກຳລັງຢືນຢູ່ທີ່ປະຕູ. 15 ພວກເຂົາຈຶ່ງກ່າວກັບນາງວ່າ, “ເຈົ້າເປັນບ້າ.” ແຕ່ນາງກໍຢືນຢັນວ່າເປັນເຊັ່ນນັ້ນແທ້. ພວກເຂົາກ່າວວ່າ, “ນັ້ນເປັນເທວະດາປະຈຳຕົວຂອງທ່ານ.” 16 ແຕ່ເປໂຕກໍຍັງເຄາະປະຕູຕໍ່ໄປ, ແລ້ວເມື່ອພວກເຂົາເປີດປະຕູມາ, ເຫັນທ່ານກໍປະຫລາດໃຈ. 17 ເປໂຕຍົກມືໃຫ້ພວກເຂົາມິດ, ແລະທ່ານບອກພວກເຂົາວ່າອົງພຣະຜູ້ເປັນເຈົ້າຊົງພາທ່ານອອກມາຈາກຄຸກແບບໃດ. ທ່ານກ່າວວ່າ, “ຈົ່ງບອກເລື່ອງນີ້ກັບຢາໂກໂບ ແລະພວກພີ່ນ້ອງໃຫ້ຮູ້ນຳ.” ແລ້ວເພິ່ນກໍອອກໄປບ່ອນອື່ນ. 18 ເມື່ອເຖິງມື້ເຊົ້າມາ, ພວກທະຫານກໍພາກັນຕົກໃຈຢ່າງໃຫຍ່ກ່ຽວກັບສິ່ງທີ່ເກີດຂຶ້ນກັບເປເຕ. 19 ຫລັງຈາກທີ່ເຮໂຣດຊອກຫາເປໂຕບໍ່ເຫັນ, ທ່ານຈຶ່ງສອບຖາມພວກຄົນເຝົ້າຍາມ ແລະສັ່ງໃຫ້ປະຫານຊີວິດ. ແລ້ວທ່ານກໍລົງມາຈາກແຂວງຢູດາຍໄປທີ່ເມືອງກາຍຊາເຣຍ ແລະ ອາໄສຢູ່ທີ່ນັ້ນ. 20 ເຮໂຣດກໍເກີດມີຄວາມຄຽດແຄ້ນຕໍ່ຊາວເມືອງຕີເຣ ແລະ ຊາວຊີໂດນຫລາຍ. ຊາວເມືອງຈຶ່ງພາກັນໄປຫາທ່ານ. ພວກເຂົາໄດ້ກ້ຽວກ່ອມບຣາຊະໂຕ, ຜູ້ຮັບຜິດຊອບວັງຂອງກະສັດ, ໃຫ້ຊ່ວຍພວກເຂົາ. ພວກເຂົາຂໍໃຫ້ສ້າງມິດໄມຕີກັນ, ເພາະວ່າເມືອງຂອງພວກເຂົາຕ້ອງໄດ້ຮັບອາຫານຈາກເມືອງຂອງກະສັດອົງນັ້ນ. 21 ເມື່ອຮອດມື້ນັດໝາຍເຮໂຣດກໍນຸ່ງເຄື່ອງກະສັດ ແລະ ນັ່ງເທິງບັນລັງ; ທ່ານກ່າວຄໍາປາໄສຕໍ່ພວກເຂົາ. 22 ຜູ້ຄົນຮ້ອງຂຶ້ນວ່າ, “ນີ້ເປັນສຽງຂອງພະ, ບໍ່ແມ່ນສຽງຂອງມະນຸດ!” 23 ໃນທັນໃດນັ້ນ ເທວະດາອົງໜຶ່ງຂອງອົງພຣະຜູ້ເປັນເຈົ້າກໍເຮັດໃຫ້ທ່ານປ່ວຍເປັນພະຍາດຮ້າຍແຮງ, ເພາະວ່າທ່ານບໍ່ໄດ້ຖວາຍກຽດແດ່ພຣະເຈົ້າ; ແລ້ວທ່ານກໍຖືກໜອນກັດກິນ ແລະ ເສຍຊີວິດ. 24 ແຕ່ພຣະຄໍາຂອງພຣະເຈົ້າໄດ້ຈະເລີນຂຶ້ນ ແລະ ແຜ່ຂະຫຍາຍອອກໄປ. 25 ຫລັງຈາກບາຣະນາບາກັບໂຊໂລສຳເລັດພາລະກິດໃນນະຄອນ ເຢຣູຊາເລັມແລ້ວ, ພວກທ່ານກໍກັບຈາກທີ່ນັ້ນພາໂຢຮັນ, ທີ່ມີອີກຊື່ໜຶ່ງວ່າມາຣະໂກໄປນຳ.