ບົດທີ 13

1 ເວລານັ້ນ ມີບາງຄົນທີ່ເປັນຜູ້ທໍານວາຍ ແລະ ອາຈານໃນຄຣິສຕະຈັກອັນຕີໂອເຂຍ, ພວກທ່ານຄື ບາຣະນາບາ, ຊີໂມນ (ທີ່ເອີ້ນວ່າ ນີເກີ), ລູກີໂອຊາວເມືອງກີເຣເນ, ມານາເອນ (ຜູ້ທີ່ໄດ້ຮັບການລ້ຽງດູຂຶ້ນມາດ້ວຍກັນກັບເຮໂຣດເຈົ້າເມືອງ), ແລະ ໂຊໂລ. 2 ຂະນະທີ່ພວກທ່ານກໍາລັງນະມັດສະການອົງພະຜູ້ເປັນເຈົ້າ ແລະ ຖືສິນອົດອາຫານຢູ່ນັ້ນ, ພຣະວິນຍານບໍຣິສຸດເຈົ້າກ່າວວ່າ, “ຈົ່ງຕັ້ງບາຣະນາບາກັບໂຊໂລໄວ້, ສໍາຫລັບວຽກ​ນັ້ນທີ່ເຮົາເອີ້ນໃຫ້ພວກທ່ານເຮັດ.” 3 ຫລັງຈາກທີ່ພວກ​ທ່ານຖືສິນອົດອາຫານ, ອະທິຖານ, ແລະ ວາງມືໃສ່ຕົວທ່ານທັງສອງແລ້ວ, ພວກເຂົາກໍສົ່ງທ່ານທັງສອງໄປ. 4 ດັງນັ້ນ ບາຣະນາບາ ແລະ ໂຊໂລ ກໍເຊື່ອຟັງພຣະວິນຍານບໍຣິສຸດເຈົ້າຈຶ່ງລົງໄປທີ່ເມືອງແຊລູເກຍ; ຈາກທີ່ນັ້ນພວກທ່ານໄດ້ລົງເຮືອໄປທີ່ເກາະໄຊປຮັດ. 5 ໃນຂະນະທີ່ພວກທ່ານຢູ່ໃນເມືອງຊາລາມີ, ພວກທ່ານປະກາດພຣະ​ທັມຂອງພຣະເຈົ້າໃນທໍາມະສາລາຂອງຊາວຢິວ. ພວກທ່ານໄດ້ເຫັນໂຢຮັນທີ່​ຊື່ມາຣະໂກເປັນຜູ້ຊ່ວຍດ້ວຍ. 6 ເມື່ອພວກທ່ານເດີນທາງໄປທົ່ວທັງເກາະຈົນມາຮອດເມືອງປາໂຟແລ້ວ, ພວກທ່ານໄດ້ພົບກັບຊາວຢິວຄົນໜຶ່ງເຊິ່ງເປັນຜູ້ມີເວດມົນ, ແລະ ເປັນຜູ້ທຳ​ນ​ວາຍປອມ, ທີ່ມີຊື່ວ່າບາຣະເຢຊູ. 7 ຜູ້ມີເວດມົນຄົນນີ້ເປັນໝ​ູ່ກັບຜູ້ປົກຄອງເກາະ, ເຊຄີໂອໂປໂລ, ເຊິ່ງເປັນຄົນສະຫລາດຮອບຮູ້. ຊາຍຄົນນີ້ເຊີນບາຣະນາບາກັບໂຊໂລມາພົບ, ເພາະທ່ານຢາກຈະ​ຟັງພຣະທັມຂອງພຣະເຈົ້າ. 8 ແຕ່ເອລີມາ “ຜູ້ມີເວດມົນ” (ນັ້ນ​ເປັນ​ຄຳ​ແປຊື່ຂອງ​ລາວ) ຂັດຂວາງທ່ານທັງສອງໄວ້; ລາວພະຍາຍາມບໍ່ໃຫ້ຜູ້ປົກຄອງເຊື່ອ. 9 ແຕ່ໂຊໂລທີ່ມີອີກຊື່ໜຶ່ງວ່າໂປໂລ ທີ່ເຕັມໄປດ້ວຍພຣະວິນຍານບໍລິສຸດ ແລະ ເພັ່ງຕາເບີ່ງເອລີມາ. 10 ແລ້ວກ່າວວ່າ, “ທ່ານລູກຂອງຜີຮ້າຍ, ທ່ານເຕັມໄປດ້ວຍອຸບາຍ ແລະ ຄວາມຊົ່ວຮ້າຍທຸກຢ່າງ. ທ່ານເປັນສັດຕູກັບຄວາມຊອບທັມທຸກຢ່າງ. ທ່ານຈະບໍ່ຢຸດບິດເບືອນຄວາມຈິງຂອງອົງພຣະຜູ້ເປັນເຈົ້າ, ຫລື? 11 ເບີ່ງເຖີດ, ພ​ຣະ​ຫັດຂອງອົງພຣະຜູ້ເປັນເຈົ້າຢູ່ເໜືອທ່ານ, ທ່ານຈະເປັນຄົນຕາບອດ. ທ່ານຈະເບິ່ງບໍ່ເຫັນແສງຕາເວັນໄປຊົ່ວໄລຍະໜຶ່ງ.” ໃນທັນໃດນັ້ນຄວາມມືດມົວກໍເກີດກັບ ເອລີມາ; ລາວຈື່ງຫລຽວໄປອ້ອມໆ ເພື່ອຂໍໃຫ້ຄົນຊ່ວຍຈູງລາວໄປ. 12 ເມື່ອຜູ້ປົກຄອງໄດ້ເຫັນເຫດການທີ່ເກີດຂຶ້ນ, ທ່ານກໍເຊື່ອ, ເພາະວ່າທ່ານປະຫລາດໃຈໃນຄໍາສອນກ່ຽວກັບອົງພຣະຜູ້ເປັນເຈົ້າ. 13 ແລ້ວໂປໂລກັບພວກຂອງທ່ານກໍລົງເຮືອເດີນທາງອອກຈາກເມືອງປາໂຟໄປທີ່ເມືອງເປກາໃນແຂວງປໍາຟີເລຍ. ແຕ່ໂຢຮັນໄດ້ຖິ້ມພວກທ່ານກັບໄປ​ທີ່ນະຄອນ ເຢຣູຊາເລັມ. 14 ໂປໂລ ແລະ ພວກຂອງທ່ານໄດ້ເດີນທາງຈາກເມືອງເປກາ ມາຮອດເມືອງອັນຕິໂອເຂຍໃນແຂວງປີຊີເດຍ. ທີ່ນັ້ນພວກທ່ານໄດ້ເຂົ້າໄປໃນທໍາມະສາລາ ແລະ ນັ່ງລົງໃນວັນຊະບາໂຕ. 15 ຫລັງຈາກອ່ານພ​ຣະບັນຍັດ ແລະ ຖ້ອຍຄໍາຂອງຜູ້ທໍານວາ​ຍແລ້ວ, ບັນດາຜູ້ປົກຄອງທໍາມະສາລາກໍໃຊ້ຄົນໄປບອກກັບພວກທ່ານວ່າ, “ພີ່ນ້ອງເອີຍ, ຖ້າພວກທ່ານມີຖ້ອຍຄໍາໜູນໃຈໃຫ້ກັບຄົນທີ່ນີ້, ກໍຂໍໃຫ້ກ່າວເຖີດ.” 16 ໂປໂລກໍລຸກຂຶ້ນແລະຍົກມື; ທ່ານກ່າວວ່າ, “ທ່ານທັງຫລາຍຜູ້ເປັນຊົນຊາດອິດສະຣາເອນ ແລະ ທ່ານທັງຫລາຍທີ່ຢໍາເກັງພຣະເຈົ້າ, ຂໍ​ຈົ່ງຟັງເຖີດ. 17 ພຣະເຈົ້າຂອງຊົນຊາດອິດສະຣາເອນນີ້ໄດ້ຊົງເລືອກເອົາບັນພະບຸລຸດຂອງຂ້າ​ພະ​ເຈົ້າໄວ້ ແລະ ເຮັດໃຫ້ມີຈໍານວນຄົນຫລວງຫລາຍ ໃນຂະນະທີ່ອາໄສຢູ່​ໃນ​ແຜ່ນ​ດິນ​ຂອງປະເທດເອຢິບ, ແລະ ພຣະອົງຊົງນໍາພວກທ່ານອອກມາດ້ວຍພ​ຣະ​ຫັດ​ອັນ​ຊົງຣິດ. 18 ພຣະອົງຊົງຈັດຫາສິ່ງທີ່ຈໍາເປັນໃຫ້ກັບພວກທ່ານໃນຖິ່ນແຫ້ງແລ້ງກັນດານມາເປັນເວລາປະ​ມານ​ສີ່​ສິບປີ. 19 ຫລັງຈາກທີ່ພຣະອົງໄດ້ທໍາລາຍເຈັດຊົນຊາດໃນດິນແດນ ການາອານແລ້ວ, ພຣະອົງກໍມອບແຜ່ນດິນຂອງຄົນເຫລົ່ານັ້ນໃຫ້ກັບຊົນຊາດຂອງພຣະອົງໃຫ້ເປັນມໍ​ຣະ​ດົກ. 20 ເຫດການທັງໝົດນີ້ ເກີດຂຶ້ນເມື່ອສີ່ຮ້ອຍຫ້າສິບປີມາແລ້ວ. ຫລັງຈາກນີ້, ພຣະເຈົ້າໄດ້ສົ່ງຜູ້ປົກຄອງມາປົກຄອງໃຫ້​ແກ່​ພວກ​ເຂົາຈົນຮອດສະໄໝຂອງຜູ້ທໍານວາຍຊາມູເອນ. 21 ເວລານັ້ນ ປະຊາຊົນໄດ້ຮ້ອງຂໍໃຫ້ມີກະສັດ, ພຣະເຈົ້າຈຶ່ງ​ຊົງໃຫ້ ໂຊນ ລູກຊາຍຂອງກີເຊ, ຈາກເຜົ່າເບນຢາມິນ, ໃຫ້ແກ່ພວກ​ທ່ານເປັນກະສັດເປັນເວລາສີ່ສິບປີ. 22 ຫລັງຈາກທີ່ພຣະເຈົ້າປົດໂຊນອອກຈາກການເປັນກະສັດ, ພຣະອົງ​ຊົງຕັ້ງດາວິດຂຶ້ນເປັນກະສັດຂອງພວກທ່ານ. ພຣະເຈົ້າກ່າວກ່ຽວກັບດາວິດວ່າ, 'ຂ້າ​ພະ​ເຈົ້າເຫັນວ່າ ດາວິດ ລູກຊາຍຂອງ ເຢຊີ ເປັນຄົນທີ່ຂ້າ​ພະ​ເຈົ້າຖືກໃຈທີ່​ຈະເຮັດທຸກສິ່ງທີ່​ຂ້າ​ພະ​ເຈົ້າປະສົງ​ໃຫ້​ລາວ​ເຮັດ.' 23 ພຣະເຈົ້າປະທານພຣະຜູ້ຊ່ວຍໃຫ້ພົ້ນຂອງຊາວອິດສະຣາເອນ, ຄືພຣະເຢຊູຄ​ຣິດ​ເຈົ້າ, ຈາກເຊື້ອສາຍຂອງດາວິດຕາມທີ່ພຣະອົງຊົງສັນຍາໄວ້. 24 ເຫດການນີ້ໄດ້ເກີດຂຶ້ນ, ກ່ອນທີ່ພຣະເຢຊູຄ​ຣິດ​ເຈົ້າສະເດັດມາ, ໂຢຮັນໄດ້ປະກາດເຖີງບັບຕິສະມາ ທີ່ສະແດງເຖີງການກັບໃຈໃໝ່ຕໍ່ຊາວອິດສະລາເອນທຸກຄົນແລ້ວ. 25 ຂະ​ນະທີ່ໂຢຮັນກໍາລັງສຳເລັດພາລະກິດຂອງ​ທ່ານ, ທ່ານກ່າວວ່າ, 'ພວກທ່ານຄິດວ່າຂ້າພະເຈົ້າແມ່ນຜູ້ໃດ? ຂ້າພະເຈົ້າບໍ່ແມ່ນຜູ້​ນັ້ນ. ແຕ່ຈົງຟັງເຖີດ, ຜູ້ທີ່ມາພາຍຫລັງຂ້າພະເຈົ້າ, ທີ່ຂ້າພະເຈົ້າບໍ່ສົມຄວນທີ່ຈະປົດສາຍເກີບອອກຈາກຕີນຂອງພຣະອົງ.' 26 ພີ່ນ້ອງທັງຫລາຍ, ທີ່ເປັນລູກຫລານຂອງເຊື້ອສາຍອັບຣາຮາມ, ແລະ ທຸກຄົນທີ່ຢູ່ທ່າມກາງພວກທ່ານທີ່ນັບຖືພຣະເຈົ້າ, ຖ້ອຍຄໍາແຫ່ງຄວາມລອດພົ້ນນີ້ໄດ້ສົ່ງມາ​ເຖິງ​ຂ້າ​ພະ​ເຈົ້າ. 27 ເພາະວ່າ​ພວກ​ຄົ​ນ​ທີ່​ຢູ່ໃນນະຄອນ ເຢຣູຊາເລັມ, ແລະ ຜູ້ປົກຄອງຂອງພວກເຂົາບໍ່ໄດ້ຮູ້ຈັກພຣະອົງ, ແລະ ພວກເຂົາໄດ້ເຮັດໃຫ້ຖ້ອຍຄໍາຂອງທໍານວາຍທີ່ອ່ານສູ່ກັນຟັງໃນວັນຊະບາໂຕສໍາເລັດໂດຍການກ່າວໂທດພຣະອົງ. 28 ເຖີງແມ່ນວ່າພວກເຂົາບໍ່ໄດ້ພົບຄວາມຜິດປະການໃດທີ່ມີໂທດເຖິງຕາຍໃນພຣະອົງ, ພວກເຂົາຍັງຂໍຮ້ອງປີລາດໃຫ້ປະຫານພຣະອົງ. 29 ເມື່ອພວກເຂົາໄດ້ເຮັດທຸກສິ່ງໃຫ້ສໍາເລັດຕາມທີ່ຂຽນໄວ້ກ່ຽວກັບພຣະອົງແລ້ວ, ພວກເຂົາກໍເອົາພຣະສົບລົງຈາກໄມ້ກາງແຂນ ແລະ ວາງພຣະສົບໄວ້ໃນອຸບມຸງ. 30 ແຕ່ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງເປັນຄືນມາຈາກຄວາມຕາຍ. 31 ບັນດາຄົນທີ່ຢູ່ກັບພຣະອົງມາຈາກແຂວງຄາລີເລຈົນເຖິງນະຄອນ ເຢຣູຊາເລັມ. ຈຶ່ງໄດ້ເຫັນພຣະອົງເປັນເວລາຫລາຍວັນ ບັດນີ້ ຄົນເຫລົ່ານີ້ກໍ​ຍັງໄດ້ເປັນພະ​ຍານ​ຂອງພຣະອົງ​ຕໍ່ຜູ້​ຄົນ. 32 ເຮົານໍາຂ່າວປະເສີດກ່ຽວ​ກັບ​ພ​ຣະສັນຍາທີ່ໄດ້ເຮັດໄວ້ກັບບັນພະບູລຸດຂອງຂ້າ​ພະ​ເຈົ້າ 33 ພຣະເຈົ້າຊົງບັນດານໃຫ້ພະສັນຍາເຫລົ່ານີ້ສຳເລັດ, ເພື່ອພວກເຮົາທີ່ເປັນລູກຫລານຂອງພວກເຂົາ, ໃນການບັນດານໃຫ້ພຣະເຢຊູຄ​ຣິດເຈົ້າເປັນຄືນມາມີຊີວິດ. ເລື່ອງ​ນີ້ໄດ້ຂຽນໄວ້ໃນພຣະທໍາບົດເພັງສັນລະເສີນບົດທີສອງວ່າ: 'ເຈົ້າເປັນບຸດຂອງເຮົາ, ມື້ນີ້ເຮົາເປັນບິດາຂອງເຈົ້າ.' 34 ແລ້ວຍັງກ່າວເຖິງຄວາມຈິງທີ່ພຣະເຈົ້າຊົງບັນດານໃຫ້ພຣະອົງເປັນຄືນມາຈາກຄວາມຕາຍ ເພື່ອທີ່ພຣະກາຍຂອງພຣະອົງຈະບໍ່ເປື່ອຍເນົ່າ, ພຣະອົງກ່າວ​ດັ່ງ​ນີ້ວ່າ: 'ເຮົາຈະໃຫ້ພຣະພອນອັນບໍຣິສຸດ ແລະ ໝັ້ນຄົງຂອງ​ດາ​ວິດແກ່ທ່ານ.' 35 ນີ້ຄືເຫດຜົນທີ່​ທ່ານ​ຍັງກ່າວໄວ້ໃນພຣະທໍາບົດເພັງສັນລະເສີນບົດອື່ນໆໄວ້ດ້ວຍວ່າ, 'ພຣະອົງຈະບໍ່ປ່ອຍໃຫ້ອົງບໍຣິສຸດຂອງພຣະອົງເປື່ອຍເນົ່າ.' 36 ເພາະວ່າຫລັງຈາກທີ່ດາວິດໄດ້ບົວລະບັດຕາມພຣະປະສົງຂອງພຣະເຈົ້າໃນຊ່ວງອາຍຸຂອງທ່ານແລ້ວ, ທ່ານ​ກໍ​ລ່ວງ​ຫລັບໄປ; ແລະ ຖືກຝັງໄວ້ກັບບັນພະບູລຸດຂອງທ່ານແລ້ວກໍເປື່ອຍເນົ່າໄປ. 37 ແຕ່ພຣະອົງຜູ້ທີ່ພຣະເຈົ້າຊົງບັນດານໃຫ້ເປັນຄືນມາບໍ່ເປື່ອຍເນົ່າໄປ. 38 ເພາະສະນັ້ນ ພີ່ນ້ອງທັງຫລາຍ, ຂໍໃຫ້ພວກເຈົ້າເຂົ້າໃຈວ່າ, ໂດຍຊາຍຜູ້ນີ້ທີ່ປະກາດການຍົກໂທດຄວາມຜິດບາບໃຫ້ແກ່ທ່ານ. 39 ໂດຍພຣະອົງ ທຸກຄົນທີ່ເຊື່ອກໍຖືວ່າເປັນຄົນຊອບທໍາຈາກທຸກສິ່ງຕາມພຣະບັນຍັດຂອງໂມເຊເຮັດໃຫ້ພວກທ່ານເປັນຄົນຊອບທໍາບໍ່ໄດ້. 40 ເພາະສະນັ້ນ ຈົ່ງລະວັງໃຫ້ດີ ເພື່ອວ່າຖ້ອຍຄໍາຂອງຜູ້ທໍານວາຍໄດ້ກ່າວໄວ້ຈະບໍ່ເກີດຂຶ້ນກັບພວກທ່ານ:

41 “ຈົ່ງເບິ່ງ​ເຖີດ, ທ່ານພວກຄົນທີ່​ໝິ່ນປະໝາດ, ຈົ່ງປະຫລາດໃຈແລະຈິບຫາຍໄປ; ເພາະຂ້າ​ພະ​ເຈົ້າກໍາລັງເຮັດ​ວຽກໃນວັນເວລາຂອງພວກທ່ານ, ວຽກ​ງານທີ່ພວກທ່ານຈະບໍ່ເຊື່ອ, ແມ່ນວ່າຈະມີຄົນປະກາດກັບ​ທ່ານ.”
42 ຂະ​ນະ​ທີ່ໂປໂລ ແລະ ບາຣະນາບາຈາກ​ໄປ, ພວກທ່ານກໍອ້ອນວອນໃຫ້ທ່ານທັງສອງກ່າວຖ້ອຍຄໍາຢ່າງດຽວກັນອີກໃນວັນຊະບາໂຕຕໍ່​ໄປ. 43 ເມື່ອການປະ​ຊຸມໃນວັນຊະບາໂຕເລີກແລ້ວ, ພວກຢິວ ແລະ ຄົນທີ່ເຂົ້າຮີດຢິວທີ່ນັບຖືພຣະເຈົ້າຫລາຍຄົນກໍຕິດຕາມໂປໂລ ແລະ ບາຣະນາບາ, ທ່ານທັງສອງຈຶ່ງໄດ້ໂອ້​ລົມ ແລະໜູນໃຈໃຫ້ພວກເຂົາດໍາເນີນຊີວິດຢູ່ໃນພຣະຄຸນຂອງພຣະເຈົ້າ. 44 ໃນວັນສະບາໂຕຕໍ່ມາ, ຄົນໃນເມືອງເກືອບທັງໝົດກໍມາປະຊຸມກັນເພື່ອທີ່ຈະຟັງພຣະທັມຂອງອົງພຣະຜູ້ເປັນເຈົ້າ. 45 ເມື່ອພວກຢິວເຫັນຝູງຊົນ, ພວກເຂົາກໍເຕັມດ້ວຍຄວາມອິດສາ ແລະ ເວົ້າຄັດຄ້ານຄໍາ​ທີ່ໂປໂລເວົ້າ ແລະ ເວົ້າໝິ່ນປະໝາດທ່ານ. 46 ແຕ່ໂປໂລ ແລະ ບາຣະນາບາກ່າວດ້ວຍໃຈກ້າຫານວ່າ, “ເປັນສິ່ງຈໍາເປັນທີ່ຈະຕ້ອງກ່າວພຣະທັມຂອງພຣະເຈົ້າໃຫ້ພວກທ່ານຟັງກ່ອນ. ແຕ່ເມື່ອພວກທ່ານບໍຍອມຮັບ ແລະ ຕັດສິນໃຈຕົວເອງວ່າບໍ່ສົມຄວນທີ່ຈະໄດ້ຮັບຊີວິດນິລັນດອນ, ດັ່ງນັ້ນ, ພວກເຮົາກໍຈະໄປຫາຄົນຕ່າງຊາດ. 47 ເພາະວ່າອົງພຣະຜູ້ເປັນເຈົ້າ, ກ່າວສັ່ງຂ້າ​ພ​ະ​ເຈົ້າວ່າ, ‘ເຮົາຕັ້ງເຈົ້າໄວ້ໃຫ້ເປັນແສງສະຫວ່າງສຳ​ຫລັບຄົນຕ່າງຊາດ, ເພື່ອທ່ານຈະໄດ້ນຳຄວາມລອດພົ້ນໄປຈົນເຖິງ​ທີ່ສຸດປາຍແຜນດິນໂລກ.’” 48 ເມືອຄົນຕ່າງຊາດໄດ້ຍິນດັ່ງນັ້ນ, ຕ່າງກໍຊືນຊົມຍິນດີ ແລະ ສັນລະເສີນຖ້ອຍຄໍາຂອງອົງພຣະຜູ້ເປັນເຈົ້າ. ຄົນຫລ​ວງຫລາຍທີ່ໄດ້ຖືກເລືອກໄວ້ເພື່ອໃຫ້ໄດ້ຮັບຊີວິດນິລັນດອນກໍເຊື່ອ. 49 ພຣະທໍາຂອງອົງພຣະຜູ້ເປັນເຈົ້າກໍແຜ່ອອກໄປທົ່ວທັງຂົງເຂດນັ້ນ. 50 ແຕ່ພວກຢິວໄດ້ຕົວະຍົວະ​ໃຫ້​ບັນ​ດາແມ່ຍິງທີ່ເປັນ​ຄົນ​ສຳ​ຄັນ, ແລະ ນັບຖືພຣະເຈົ້າກັບພວກຜູ້ຊາຍທີ່ເປັນຜູ້ນໍາ​ຂອງເມືອງນັ້ນ. ພວກເຂົາຕົວະຍົ​ວະໃຫ້ມີການຂົ່ມເຫັງໂປໂລກັບບາຣະນາບາ ແລະ ຂັບໄລ່ທ່ານທັງສອງໃຫ້ອອກໄປຈາກເມືອງນັ້ນ. 51 ໂປໂລກັບບາຣະນາບາກໍສັ່ນຂີ້ຝຸ່ນອອກຈ​າກຕີນພວກ​ທ່ານ. ແລ້ວພວກທ່ານທັງສອງກໍໄປທີ່ເມືອງອີໂກນີອົນ. 52 ແລະ ເຕັມດວ້ຍພຣະວິນຍານບໍຣິສຸດເຈົ້າ.