ບົດທີ 14

1 ໃນເມືອງອີໂກນີອົນທີ່ໂປໂລ ແລະ ບາຣະນາບາພາກັນເຂົ້າໄປໃນທຳມະສາລາຂອງພວກຢິວ ແລະ ກ່າວກ່ຽວ​ກັບ​ທາງນັ້ນ ເຊິ່ງເຮັດໃຫ້ທັງ​ພວກຢິວ ແລະ ພວກກຣີກຈຳນວນຫລາຍເຊື່ອ. 2 ແຕ່ພວກຢິວທີ່ບໍ່ເຊື່ອຟັງໄດ້ຕົວະຍົ​ວະ​ພວກຄົນຕ່າງຊາດ ໃຫ້​ກຽດ​ຊັງ​ພວກ​ພີ່​ນ້ອງ​ທີ່​ເຊື່ອ. 3 ເຫດ​ສະ​ນັ້ນ ທ່ານ​ທັງ​ສອງ​ຈຶ່ງ​​ອາ​ໄສ​ຢູ່ທີ່ນັ້ນດົນ​ນານ, ປະກາດດ້ວຍໃຈກ້າຫານດ້ວຍຣິດອຳ​ນາດຂອງອົງພຣະຜູ້ເປັນເຈົ້າ, ໃນຂະ​ນະທີ່ພຣະອົງຊົງຮັບ​ຮອງ​ຖ້ອຍ​ຄຳ​ແຫ່ງ​ພຣະ​ຄຸນ​ຂອງ​ພຣະ​ອົງ. ພຣະອົງຊົງເຮັດໂດຍປະທານ​ໝາຍສໍາຄັນ ແລະ ການອັດສະຈັນດ້ວຍມືຂອງໂປໂລ ແລະ ບາຣະນາບາ. 4 ແຕ່​ຊາວ​ເມືອງນັ້ນ​ໄດ້​ແຍກ​​ອອກ​ເປັນ​ສອງ​ພວກ:​ ບາງຄົນຢູ່ຝ່າຍ​ພວກ​ຢິວ, ແລະ​ບາງຄົນ​​ຢູ່ຝ່າຍ​ພວກ​ອັກ​ຄະ​ສາ​ວົກ. 5 ເມື່ອພວກຄົນ​ຕ່າງ​ຊາດ ແລະ ພວກ​​​ຢິວ​ພະຍາຍາມຕົວະຍົວະ​ບັນ​ດາ​ຜູ້​ປົກ​ຄອງ​ໃຫ້​ຂົ່ມ​ເຫັງ​​ ແລະ ເອົາ​ກ້ອນ​ຫີນ​ແກວ່ງ​ໃສ່ໂປ​ໂລ​ ແລະ ​ບາ​ຣະ​ນາ​ບາ, 6 ທ່ານ​ທັງ​ສອງ​ໄດ້ຮູ້ເຖິງ​ເລື່ອງ​ນີ້ ຈຶ່ງ​ໜີ​ໄປ​ທີ່​ເມືອງ ​​ລີ​ກາ​ໂອ​ເນຍ, ເມືອງລີ​ຊະ​ທາ, ແລະ​ ເມືອງເດ​ຣະ​ເບ,​ ແລະ​ໃນ​​ເຂດແດນ​ທີ່ຢູ່ໃກ້​ຄຽງ​ນັ້ນ. 7 ແລ້ວ​ພວກທ່ານ​​ກໍ​ປະ​ກາດ​ຂ່າວ​ປະ​ເສີດທີ່​ນັ້ນ. 8 ໃນ​ເມືອງ​ລີ​ຊະ​ທາ​​ມີ​ຊາຍ​ຄົນ​ໜຶ່ງນັ່ງຢູ່​, ຕີນ​ຂອງ​ລ​າວ​ບໍ່​ມີ​ແຮງ, ເຊິ່ງ​ເປັນ​ຄົນ​ເປັ້ຍ​ມາ​ຕັ້ງ​ແຕ່​ເກີດ​, ທີ່​ຍັງ​ບໍ່​ເຄີຍ​ຍ່າງເລີຍ. 9 ຊາຍ​ຄົນ​ນີ້​​ຟັງ​ຖ້ອຍ​ຄຳ​ທີ່​ໂປ​ໂລ​ເວົ້າ.​ ໂປ​ໂລ​ແນມ​​ເບິ່ງ​ລາວ ແລະ ເຫັນ​ວ່າ​ມີ​ຄວາມ​ເຊື່ອ​ພໍ​ຈະໄດ້ຮັບການຮັກສາໃຫ້ຫາຍດີ​​ໄດ້. 10 ທ່ານ​ຈຶ່ງບອກ​ລາວ​ດ້ວຍ​​ສຽງ​ດັງ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ຢືນ​.” ຊາຍຄົນ​​ນັ້ນ​ກໍ​ໂດດ​ຂຶ້ນ​ແລ້ວ​ຍ່າງ​ໄປ​ອ້ອມໆ. 11 ເມື່ອ​ຝູງ​ຊົນ​ເຫັນສິ່ງ​ທີ່​ໂປ​ໂລ​ເຮັດ​, ພວກເຂົາຈິ່ງພາ​ກັນ​​ຮ້ອງ​ຂຶ້ນ​ເປັນ​ພາ​ສາ​ກີລີເກຍວ່າ, “ພວກ​ພະ​ໄດ້ແປງ​ກາຍ​ເປັນ​ມະ​ນຸດລົງ​ມາ​ຫາ​ພວກ​ເຮົາ​ແລ້ວ” 12 ພວກ​ເຂົາ​ໃສ່​ຊື່​ໃຫ້​ບາ​ຣະ​ນາ​ບາ​ວ່າ “ພະ​ຊູດ,” ແລະ​ເອີ້ນ​ໂປ​ໂລ​ວ່າ, “ພະ​ເຮ​ຣະ​ເມ,” ເພາະ​ວ່າ​ໂປ​ໂລເປັນ​ຄົນ​ເວົ້າ. 13 ຝ່າຍປະໂລຫິດຂອງພະຊູດທີ່​ມີ​ວິ​ຫານ​ຕັ້ງ​ຢູ່​ນອກ​ເມືອງນັ້ນ, ໄດ້​ນຳ​ງົວ​ ແລະ ​ພວງ​ມະ​ໄລ​ທີ່​ປະ​ຕູ​ເມືອງ;​ ລາວແລະ​ປະ​ຊາ​ຊົນຕ້ອງການ​ຈະ​ຖວາຍ​ເຄື່ອງ​ບູ​ຊາ. 14 ແຕ່​ເມື່ອພວກ​ອັກ​ຄະ​ສາ​ວົກ, ​ບາ​ຣະ​ນາ​ບາ​ ແລະ ​ໂປ​ໂລ​ໄດ້​ຍິນເລື່ອງ​ນີ້, ພວກທ່ານກໍ​ຈີກ​ເສື້ອ​ຜ້າ​ຂອງ​ຕົນແລ້ວ​ຟ້າວ​ແລ່ນ​ເຂົ້າ​ໄປ​ໃນ​ຝູງ​ຊົນ, ຮ້ອງ​ຂຶ້ນ​ວ່າ, 15 “ເປັນ​ຫຍັງພວກ​ທ່ານ​ຈຶ່ງ​ເຮັດ​ເຊັ່ນ​ນີ້?“ ຂ້າ​ພະ​ເຈົ້າ​ກໍ​​ເປັນ​ມະ​ນຸດ​ທີ່​ມີ​ຄວາມ​ຮູ້​ສຶກ​ເຊັ່ນດຽວ​ກັນ​ກັບ​ພວກ​ທ່ານ. ຂ້າພະ​ເຈົ້ານຳ​ຂ່າວ​ປະ​ເສີດມາ, ເພື່ອ​ໃຫ້​ພວກ​ທ່ານ​ກັບ​ໃຈ​ຈາກ​ສິ່ງທີ່​ບໍ່​ມີ​ປະ​ໂຫຍດ​ເຫລົ່າ​ນີ້ ແລະ​ ກັບ​ໄປຫາ​ພຣະ​ເຈົ້າ​ຜູ້​ຊົງ​ພ​ຣະຊົນ​ຢູ່, ຜູ້​ຊົງ​ສ້າງ​ຟ້າ​ສະ​ຫວັນ, ແຜ່ນ​ດິນ​ໂລກ, ແລະ​ທະ​ເລ ແລະທຸກ​​ສິ່ງທີ່​ມີ​ຢູ່ໃນ​ທີ່ເຫລົ່າ​ນັ້ນ. 16 ໃນ​ອະ​ດີດ​ທີ່​ຜ່ານ​ມາ, ພຣະ​ອົງ​ປ່ອຍ​ໃຫ້​ປະ​ຊາ​ຊາດຕ່າງໆ​​ ປະ​ຕິ​ບັດ​ຕາມ​ທາງ​ຂອງ​ຕົນເອງ. 17 ແຕ່​ພ​ຣະ​ອົງ​ຊົງ​ບໍ່​ໃຫ້ພຣະ​ອົງເອງ​​ຂາດ​ພະ​ຍານ​, ໃນການ​ທີ່​​ພຣະ​ອົງຊົງ​ເຮັດ​ສິ່ງ​ທີ່​ດີ ແລະ ​ບັນ​ດານ​ຝົນ​​ຕົກ​ຈາກ​ທ້ອງ​ຟ້າໃຫ້ພວກທ່ານ ແລະ ​ໃຫ້​ມີ​ຜົນ​ລະ​ປູກ​ຕາມ​ລະ​ດູ​ການ, ຊົງ​ໂຜດ​ໃຫ້ທ່ານ​ອີ່ມ​ດ້ວຍ​ອາ​ຫານ​ການ​ກິນ​ ແລະ ​ດ້ວຍ​ຄວາມ​ຍິນ​ດີ.” 18 ເຖິງ​ແມ່ນ​ວ່າ ໂປໂລ ແລະ ບາຣະນາບາ ຈະ​ກ່າວ​ຖ້ອຍຄຳ​ເຫລົ່າ​ນີ້, ​ກໍບໍ່ສາມາດ​ຫ້າມ​ຝູງຊົນບໍ່​ໃຫ້ມາ​ຖວາຍ​ເຄື່ອງ​ບູ​ຊາ​ແກ່​ພວກ​ທ່ານໄດ້​. 19 ພວກ​​ຢິວ​ບາງ​ຄົນ​ມາ​ຈາກ​ເມືອງ​ອັນ​ຕີ​ໂອ​ເຂຍ ແລະ​ ​ເມືອງ​ອີໂກນີອົມໄດ້​ຊັກ​ຊວນຝູງຊົນ. ພວກ​ເຂົ​າ​ເອົາ​ກ້ອນ​ຫີນແກວ່ງ​​ໃສ່​ໂປ​ໂລ ແລະ ​ລາກ​ທ່ານ​ອອກ​ໄປ​ນອກເມືອງ, ໂດຍ​ຄິດ​ວ່າ​ທ່ານ​ຕາຍ​ແລ້ວ. 20 ແຕ່​​ພວກ​ສາ​ວົກ​ໄດ້​ຢືນ​ອ້ອມ​ເພິ່ນ​ໄວ້, ທ່ານ​ກໍ​ລຸກ​ຂຶ້ນ​ແລ້ວ​​ເຂົ້າ​ໄປ​ໃນ​ເມືອງ. ມື້​ຕໍ່​ມາທ່ານ​ໄປ​ທີ່​ເມືອງ ​ເດ​ຣະ​ເບກັບ​ບາ​ຣະ​ນາ​ບາ​. 21 ຫລັງ​ຈາກ​ທີ່​ທ່ານ​ທັງ​ສອງໄດ້​ປະ​ກາດ​ຂ່າວ​ປະ​ເສີດ​ໃນ​ເມືອງນັ້ນ ແລະ ​ເຮັດ​ໃຫ້​​ຄົນຈໍານວນຫລາຍ​ມາ​ເປັນ​ສາ​ວົກ, ​ທ່ານ​ທັງ​ສອງ​ກໍ​​ກັບ​ຄືນ​ໄປ​ທີ່ເມືອງລີສະຕຣາ, ແລ້​ວ​ໄປ​ທີ່​ເມືອງ ອີໂກນີອົມ, ແລະເມືອງອັນ​ຕີ​ໂອ​ເຂຍ. 22 ທ່ານ​ທັງ​ສອງ​ເຮັດ​ໃຫ້​ຈິດ​ໃຈ​ຂອງ​ພວກ​ສາ​ວົກ​ເຂັ້ມ​ແຂງ​ຂຶ້ນ ແລະ​ ໜູນ​ໃຈ​ພວກ​ເຂົາ​ໃຫ້​ຕັ້ງ​ໝັ້ນ​ຄົງ​ຢູ່ໃນ​ຄວາມ​ເຊື່ອ​, ໂດຍ​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​​ຕ້ອງ​ອົດ​ທົນ​ຕໍ່​ຄວາມ​ທຸກຍາກ​ລຳ​ບາກ​ຫລາຍ​ປະ​ການ ໃນ​ການ​ເຂົ້າ​ໄປ​ສູ່​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.” 23 ເມື່ອທ່ານ​ທັງ​ສອງ​ແຕ່ງ​ຕັ້ງ​ພວກ​ຜູ້ປົກຄອງໃຫ້ກັບຄຣິສຕະຈັກໃນທຸກແຫ່ງແລ້ວ, ກໍ​ອະ​ທິ​ຖານ ​ແລະ ​ຖື​ສິນ​ອົດ​ອາ​ຫານ,​ ທ່ານ​ທັງ​ສອງ​ພວກ​ເຂົາ​ໄວ້​ກັບ​ອົງ​ພຣະ​ຜູ້ເປັນ​ເຈົ້າ, ທີ່​ພວກ​​ເຂົາເຊື່ອ​ຢູ່ນັ້ນ. 24 ແລ້ວທ່ານທັງສອງກໍ​ເດີນ​ທາງຜ່ານ​ແຂວງ​ປີ​ຊີ​ເດຍ ​ມາ​ເຖິງ​ແຂວງ​ປຳ​ຟີ​ເລຍ. 25 ເມື່ອ​ທ່ານ​ທັງ​ສອງ​ກ່າວ​ພຣະ​ທຳ​ໃນ​ເມືອງ​ເປ​ກາ​ແລ້ວ, ພວກ​ທ່ານ​ກໍ​ລົງ​ໄປ​ທີ່​ເມືອງ ​ອັດ​ຕາ​ເລຍ. 26 ຈາກ​ທີ່​ນັ້ນ ພວກທ່ານ​​ໄດ້​ແລ່ນ​ເຮືອມາ​ທີ່​ເມືອງ​ອັນ​ຕີ​ໂອ​ເຂຍ, ເຊີງເປັນເມືອງ​ທີ່ມອບ​ທ່ານ​ທັງ​ສອງ​​ໄວ້​ໃນ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ໃຫ້ເຮັດ​ພາ​ລະ​ກິດນັ້ນທີ່​ທ່ານ​ທັງ​ສອງ​ໄດ້​ເຮັດ​ສຳ​ເລັດ​ແລ້ວ. 27 ເມື່ອ​ທ່ານທັງສອງມາ​ຮອດ​ເມືອງ ​ອັນ​ຕີ​ໂອ​ເຂຍ ແລະ ​ໄດ້​​ປະ​ຊຸມຮ່ວມ​ກັນໃນ​ຄຣິສ​ຕະ​ຈັກ, ທ່ານ​ທັງ​ສອງໄດ້​ເລົ່າ​ເຖິງ​ທຸກ​ສິ່ງທີ່​ພຣະ​ເຈົ້າ​ຊົງ​ໄດ້​ເຮັດ​ກັບ​ພວກ​ທ່ານ, ແລະ ໃນ​ການ​ທີ່​ພຣະ​ອົງ​ຊົງ​ເປີດ​ປະ​ຕູ​ແຫ່ງ​ຄວາມ​ເຊື່ອ​ໃຫ້ກັບ​ພວກຕ່າງ​ຊາດ​. 28 ພວກທ່ານ​​ອາ​ໄສ​ຢູ່ກັບ​ພວກ​ສາ​ວົກ​ເປັນ​ເວ​ລາ​ດົນ​ນານ.