ບົດທີ 15

1 ບາງຄົນລົງໄດ້ມາຈາກແຂວງຢູດາຍ ເຖິງອັນຕີໂອກ ແລະ ໄດ້ສອນອ້າຍນ້ອງວ່າ, "ຖ້າພວກທ່ານບໍ່ເຂົ້າພິທີຕັດຕາມທຳນຽມຂອງໂມເຊພວກທ່ານຈະພົ້ນບໍ່ໄດ້." 2 ຊຶ່ງໄດ້ເຮັດໃຫ້ໂປໂລ ແລະບາຣະນາບາໄດ້ພະເຊີນໜ້າ ແລະ ໂຕ້ຖຽງກັບຄົນເຫລົ່ານັ້ນແລ້ວ. ດັ່ງນັ້ນໂປໂລ ແລະ ບາຣະນາບາ ແລະ ຄົນອື່ນໆບາງຄົນທ່າມກາງເຂົາ ຄວນຈະຂຶ້ນໄປກຸງເຢຣູຊາເລັມ ເພື່ອໄປພົບກັບບັນດາອັກຄະສາວົກ ແລະ ຜູ້ອາວຸໂສກ່ຽວກັບເລື່ອງນີ້. 3 ເພາະເຫດນີ້, ຄຣິສຕະຈັກຈຶ່ງສົ່ງທ່ານເຫລົ່ານັ້ນໄປ, ໃນຂະນະທີ່ເດີນທາງຜ່ານແຂວງໂຟນີເຊຍແລະ ແຂວງຊາມາເຣຍ ແລະໄດ້ປະກາດເລື່ອງລາວຂອງພວກຕ່າງຊາດ. ພວກເຂົາໄດ້ເຮັດໃຫ້ພີ່ນ້ອງທຸກຄົນຊື່ນຊົນຍິນດີເປັນຢ່າງຍິ່ງ. 4 ເມື່ອພວກເຂົາມາເຖິງກຸງເຢຣູຊາເລັມ, ຄຣິສຕະຈັກ ແລະພວກອັກຄະສາວົກ ແລະ ຜູ້ປົກຄອງກໍມາຕ້ອນຮັບທ່ານ ແລ້ວພວກທ່ານໄດ້ເລົ່າທຸກສິ່ງທຸກຢ່າງທີ່ພຣະເຈົ້າຊົງກະທຳຮ່ວມກັບພວກເພິ່ນ. 5 ແຕ່ມີບາງຄົນຢູ່ໃນພວກຟາຣີຊາຍຜູ້ທີ່ເຊື່ອ, ໄດ້ຢືນຂຶ້ນ ແລະ ກ່າວວ່າ "ມັນມີຄວາມຈຳເປັນທີ່ພວກເຂົາຕ້ອງເຂົ້າພິທີຕັດ ແລະ ເພື່ອສັ່ງພວກເຂົາໃຫ້ປະຕິບັດຕາມກົດບັນຍັດຂອງໂມເຊ." 6 ດັ່ງນັ້ນພວກອັກຄະສາວົກ ແລະ ຜູ້ປົກຄອງຈຶ່ງໄດ້ປະຊຸມກັນເພື່ອພິຈາລະນາໃນເລື່ອງນີ້." 7 ຫລັງຈາກທີ່ໄດ້ໂຕ້ຖຽງກັນມາຫລາຍແລ້ວ, ເປໂຕຈຶ່ງຢືນຂຶ້ນ ແລະ ກ່າວກັບພວກເຂົາວ່າ "ພີ່ນ້ອງທັງຫລາຍ, ພວກທ່ານຮູ້ຢູ່ແລ້ວວ່ານານມາແລ້ວ ພຣະເຈົ້າໄດ້ຊົງເລືອກ ຂ້າພະເຈົ້າທ່າມກາງພວກທ່ານ ເພື່ອທີ່ຈະໄດ້ກ່າວຖ້ອຍຄຳແຫ່ງຂ່າວປະເສີດໃຫ້ພວກຕ່າງຊາດຟັງ ແລະ ເຊື່ອ. 8 ພຣະເຈົ້າຊົງຮູ້ໃຈມະນຸດ, ໄດ້ຊົງເປັນພະຍານໃຫ້ເຂົາດ້ວຍປະທານພຣະວິນຍານບໍຣິສຸດໃຫ້ແກ່ພວກເຂົາ, ເໝືອນທີ່ຊົງປະທານໃຫ້ກັບພວກເຮົາ 9 ແລະ ພຣະອົງບໍ່ໄດ້ຖືວ່າມີຄວາມແຕກຕ່າງກັນລະວ່າງພວກເຮົາກັບພວກເຂົາ, ໃນການຊຳລະໃຈຂອງພວກເຂົາດ້ວຍຄວາມເຊື່ອ." 10 ເພາະສະນັ້ນ ບັດນີ້ເປັນຫຍັງພວກທ່ານຈຶ່ງທົດສອບພຣະເຈົ້າ, ໂດຍວາງພາລະອັນຫນັກໄວ້ເທິງຄໍຂອງພວກສາວົກ ເຊິ່ງບັນພະບູລຸດຂອງພວກເຮົາ ຫລື ພວກເຮົາແບກບໍ່ໄຫວບໍ? 11 ແຕ່ເຮົາເຊື່ອວ່າ ເຮົາຈະໄດ້ຮັບຄວາມພົ້ນໂດຍພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າ, ເຊັ່ນດຽວກັບພວກເຂົາ." 12 ຄົນທັງຫລາຍກໍມິດງຽບ ໃນຂະນະທີ່ພວກເຂົາຟັງບາຣານາບາ ແລະ ໂປໂລໄດ້ເລົ່າເລື່ອງໝາຍສຳຄັນ ແລະ ການອັດສະຈັນຕ່າງໆ ທີ່ພຣະເຈົ້າຊົງກະທຳທ່າມກາງຄົນຕ່າງຊາດໂດຍຜ່ານພວກເຂົາ. 13 ຫລັງຈາກທີ່ພວກເພິ່ນກ່າວຈົບແລ້ວ, ຢາໂກໂບຈຶ່ງໄດ້ກ່າວວ່າ " ພີ່ນ້ອງທັງຫລາຍຂໍຈົ່ງຟັງຂ້າພະເຈົ້າ, 14 ຊີໂມນໄດ້ບອກວ່າພຣະເຈົ້າຜູ້ຊົງພຣະຄຸນ ໄດ້ຊົງຊ່ວຍພວກຕ່າງຊາດຄັ້ງແລກ ເພື່ອທີ່ຈະນຳຊົນກຸ່ມໜຶ່ງອອກຈາກພວກເຂົາເພື່ອພຣະນາມຂອງພຣະອົງ. 15 ຖ້ອຍຄຳຂອງຜູ້ທຳນວຍກໍໄດ້ສອດຄ່ອງກັບເລື່ອງນີ້, ດັ່ງທີ່ມີຄຳຂຽນໄວ້ວ່າ,

16 ພາຍຫລັງເຫດການເຫລົ່ານີ້, ເຮົາຈະກັບມາ ແລະເຮົາຈະສ້າງຫໍເຕັ້ນຂອງດາວິດ, ທີ່ພັງລົງຂຶ້ນມາໃໝ່ ເຮົາຈະຕັ້ງຂຶ້ນໃໝ່ ແລະ ຟື້ນຟູບ່ອນຫົກຫ້າງເພພັງຂອງມັນ,
17 ເພື່ອຄົນທີ່ເຫລືອຢູ່ຈະສະແຫວງຫາອົງພຣະຜູ້ເປັນເຈົ້າ, ຮ່ວມກັບພວກຕ່າງຊາດທັງໝົດ ທີ່ອອກນາມຂອງເຮົາ. '
18 ນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າຊົງກ່າວ, ຜູ້ແຈ້ງເຫດການເຫລົ່ານີ້ ໃຫ້ຮູ້ຕັ້ງແຕ່ສະໄໝໂບຮານກ່າວໄວ້ຢ່າງນີ້.
19 ເພາະເຫດນີ້, ຕາມຄວາມເຫັນຂອງຂ້າພະເຈົ້າ, ເຮົາບໍ່ຄວນເຮັດຄວາມລຳບາກໃຫ້ແກ່ພວກຕ່າງຊາດທີ່ຫັນກັບມາຫາພຣະເຈົ້າ. 20 ແຕ່ໃຫ້ເຮົາຂຽນໄປເຖິງພວກເຂົາວ່າ ພວກເຮົາຕ້ອງເວັ້ນເສຍຈາກສິ່ງທີ່ເປັນມົນທິນຂອງຮູບເຄົາລົບ, ຈາກການຜິດສິນທຳທາງເພດ, ແລະຈາກການກິນເນື້ອສັດທີ່ຖືກຫັກຄໍຕາຍ, ແລະ ຈາກການກິນເລືອດ. 21 ຕັ້ງແຕ່ສະໄໝບູຮານ ອ່ານເລື່ອງຂອງໂມເຊໃນທຳມະສາລາທຸກວັນຊະບາໂຕ." 22 ຈາກນັ້ນພວກອັກຄະສາວົກ ແລະ ພວກຜູ້ອາວຸໂສ, ລວມທັງທຸກຄົນໃນຄຣິສຕະຈັກທັງໝົດ ກໍເຫັນຊອບທີ່ຈະເລືອກຢູດາທີ່ເອີ້ນວ່າບາຣາຊັບບາ, ແລະ ຊີລາ, ຜູ້ເປັນຄົນສຳຄັນຂອງຄຣິສຕະຈັກ, ແລະ ສົ່ງພວກເຂົາໄປຍັງເມືອງອັນທິໂອກພ້ອມກັບໂປໂລ ແລະ ບາຣານາບາ. 23 ພວກເຂົາໄດ້ຂຽນວ່າ: "ຈາກບັນດາທ່ານອັກຄະສາວົກ ແລະ ຜູ້ອາວຸໂສ, ພີ່ນ້ອງຂອງທ່ານ, ຈົນເຖິງພີ່ນ້ອງຊາວຕ່າງຊາດໃນເມືອງອັນທິໂອກ, ແຂວງຊີເຣຍ ແລະ ຊີລິເຊຍ: ສົ່ງຄຳທັກທາຍ! 24 ເຮົາໄດ້ຍິນມາວ່າ ມີຄົນບາງຄົນຈາກພວກເຮົາ, ທີ່ເຮົາບໍ່ໄດ້ໃຫ້ຄຳສັ່ງເຊັ່ນນັ້ນໄປ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ພວກທ່ານດ້ວຍຄຳສອນທີ່ເຮັດໃຫ້ຈິດວິນຍານຂອງພວກທ່ານໂສກເສົ້າ. 25 ເພື່ອຈະເປັນການດີ, ຕໍ່ພວກເຮົາທຸກຄົນຈຶ່ງເຫັນພ້ອມກັນທີ່ຈະເລືອກບາງຄົນ ແລະ ເພື່ອສົ່ງພວກເຂົາໄປຫາພວກທ່ານ ພ້ອມກັບບາຣານາບາແລະ ໂປໂລຜູ້ເປັນທີ່ຮັກຂອງເຮົາ, 26 ຄົນຜູ້ທີ່ຍອມສ່ຽງຊີວິດ ເພື່ອພຣະນາມຂອງອົງພຣະເຢຊູຄຣິດເຈົ້າ ພຣະເຈົ້າຂອງເຮົາ. 27 ເພາະສະນັ້ນ ພວກເຮົາຈຶ່ງສົ່ງຢູດາ ກັບຊີລາມາ, ຜູ້ທີ່ຈະບອກເລື່ອງຄືກັນນີ້ກັບພວກທ່ານ ຕາມຄວາມເວົ້າຂອງພວກເຂົາ. 28 ເພາະຈະເປັນການດີຕໍ່ພຣະວິນຍານບໍຣິສຸດ ແລະ ຕໍ່ພວກເຮົາ, ທີ່ຈະບໍ່ວາງພາລະໜັກໄວ້ບົນພວກທ່ານເກີນກວ່າສິ່ງທີ່ຈຳເປັນເຫລົ່ານີ້: 29 ຄືໃຫ້ພວກທ່ານງົດເວັ້ນເສຍຈາກການກິນອາຫານທີ່ບູຊາຮູບເຄົາລົບ, ການກິນເລືອດ, ແລະ ການກິນສັດຕາຍທີ່ຖືກຮັດຄໍ ແລະ ການຜິດສິນທຳທາງເພດ. ຖ້າພວກທ່ານລະເວັ້ນຈາກສິ່ງເຫລົ່ານີ້, ກໍຈະດີກັບພວກທ່ານ. ຂໍໃຫ້ເປັນສຸກເຖີດ" 30 ເມື່ອພວກເຂົາລາຈາກກັນແລ້ວ, ທ່ານເຫລົ່ານັ້ນກໍລົງມາເມືອງອັນທິໂອກ; ຫລັງຈາກທີ່ໄດ້ປະຊຸມກັບຄົນທັງປ່ວງແລ້ວ, ພວກເຂົາກໍມອບຈົດໝາຍສະບັບນັ້ນໃຫ້. 31 ເມື່ອພວກເຂົາໄດ້ອ່ານແລ້ວ, ພວກເຂົາກໍໄດ້ຊື່ນຊົນຍິນດີເພາະຄຳໜູນໃຈນັ້ນ. 32 ຢູດາກັບຊີລາ, ເປັນຜູ້ປະກາດດ້ວຍກ່າວຄຳໜູນໃຈ ພີ່ນ້ອງດ້ວຍຖ້ອຍຄຳຫລາກຫລາຍ ແລະ ເຮັດໃຫ້ພວກເຂົາເຂັ້ມແຂງຂຶ້ນ. 33 ຫລັງຈາກທີ່ພວກເຂົາໃຊ້ເວລາຊ້ວງໜຶ່ງທີ່ນັ້ນ, ພວກພີ່ນ້ອງກໍສົ່ງທັງສອງກັບມາຫາຄົນເຫລົ່ານັ້ນທີ່ສົ່ງພວກທ່ານໄປດ້ວຍສັນຕິສຸກ. 34 35 ແຕ່ໂປໂລ ແລະ ບາຣານາບາຍັງຄົງອາໄສຢູ່ໃນເມືອງອັນທິໂອເຂຍດ້ວຍກັນກັບຄົນອື່ນໆອີກຫລາຍຄົນ, ພວກເຂົາໄດ້ສັ່ງສອນ ແລະປະກາດພຣະທັມຂອງພຣະຜູ້ເປັນເຈົ້າ. 36 ຫລັງຈາກຫລາຍວັນຜ່ານໄປ ໂປໂລເວົ້າກັບບາຣານາບາວ່າ, "ໃຫ້ເຮົາກັບໄປກັນເທາະ ແລະ ຢ້ຽມຢາມອ້າຍນ້ອງໃນທຸກເມືອງ ບ່ອນທີ່ເຮົາໄດ້ປະກາດພຣະທັມຂອງພຣະຜູ້ເປັນເຈົ້າ, ແລະ ເບິ່ງວ່າພວກເຂົາເປັນຢ່າງໃດ." 37 ບາຣານາບາ ຕ້ອງການພາໂຢຮັນທີ່ມີຊື່ວ່າມາຣະໂກໄປດ້ວຍ. 38 ແຕ່ໂປໂລຄິດວ່າ ບໍ່ຄວນພາມາຣະໂກໄປ ເພາະເຂົາໄດ້ປະຖິ້ມພວກເພິ່ນ ໃນແຂວງປຳຟີເລຍ ແລະ ບໍ່ໄດ້ໄປເຮັດວຽກກັບພວກທ່ານອີກ. 39 ແລ້ວມີການໂຕ້ຖຽງກັນຢ່າງຮຸນແຮງ, ຈົນພວກເຂົາຕ້ອງແຍກຈາກກັນ, ແລະ ບາຣານາບາ ຈຶ່ງໄດ້ພາມາຣະໂກລົງເຮືອໄປກັບເຂົາ ໄປຍັງເກາະໄຊປຣັດ. 40 ແຕ່ໂປໂລເລືອກຊີລາ ແລະ ອອກເດີນທາງໄປ, ຫລັງຈາກທີ່ເຂົາໄດ້ມອບທ່ານທັງສອງໄວ້ໃນພຣະຄຸນຂອງອົງພຣະຜູ້ເປັນເຈົ້າແລ້ວ. 41 ທ່ານກໍເຂົ້າໄປຜ່ານ ແຂວງຊີເຣຍ ກັບແຂວງກີລີເກຍ, ກ່າວຫນູນໃຈຄຣິສຕະຈັກໃຫ້ເຂັ້ມແຂງ.