1 ໂປໂລມາຍັງເມືອງເດຣະເບ ກັບເມືອງລີສະຕຣາດ້ວຍ; ແລະຢູ່ທີ່ນີ້, ມີສາວົກຄົນໜຶ່ງຊື່ຕີໂມທຽວຢູ່ທີ່ນັ້ນ, ແມ່ຂອງເຂົາເປັນຜູ້ເຊື່ອຊາວຢິວ; ພໍ່ຂອງເຂົາເປັນຊາວກຣີກ. 2 ຕີໂມທຽວມີຊື່ສຽງດີໃນພີ່ນ້ອງທີ່ຢູ່ໃນເມືອງລີສະຕຣາ ແລະເມືອງອີໂກນີໂອມ. 3 ໂປໂລຕ້ອງການຕີໂມທຽວເດີນທາງໄປກັບທ່ານ; ດັ່ງນັ້ນທ່ານຈຶ່ງໃຫ້ເຂົາເຂົ້າພິທີຕັດ, ເພາະເຫັນແກ່ພວກຢິວທີ່ຢູ່ໃນເມືອງເຫລົ່ານັ້ນ, ເພາະພວກເຂົາທຸກຄົນຮູ້ວ່າພໍ່ຂອງເຂົາເປັນຊາວກຣີກ. 4 ຂະນະທີ່ພວກທ່ານເດີນທາງໄປຕາມເມືອງຕ່າງໆ, ໃນລະຫວ່າງທາງ ພວກທ່ານໄດ້ສົ່ງຄຳສັ່ງທີ່ພວກອັກຄະສາວົກແລະພວກຜູ້ປົກຄອງໃນກຸງເຢຣູຊາເລັມໄດ້ຂຽນໄວ້, ໃຫ້ແກ່ຄຣິສຕະຈັກທັງຫລາຍ ເພື່ອໃຫ້ພວກເຂົາປະຕິບັດຕາມ. 5 ເພາະເຫດນີ້ ຄຣິສຕະຈັກຈຶ່ງເຂັ້ມແຂງຂຶ້ນໃນຄວາມເຊື່ອ ແລະມີຄົນເພີ່ມຂຶ້ນໃນທຸກໆວັນ. 6 ໂປໂລແລະພວກຂອງທ່ານເດີນທາງໄປທົ່ວເຂດແຂວງຟີເຄຍແລະແຂວງຄາລາເຕຍ, ເນື່ອງຈາກພຣະວິນຍານບໍລິສຸດເຈົ້າຊົງຫ້າມພວກທ່ານບໍ່ໃຫ້ປະກາດພຣະທຳໃນແຂວງເອເຊຍ. 7 ເມື່ອພວກທ່ານມາໃກ້ແຂວງມີເຊຍແລ້ວ, ພວກທ່ານກໍພະຍາຍາມເຂົ້າໄປຍັງແຂວງບີທີເນຍ, ແຕ່ພຣະວິນຍານຂອງພຣະເຢຊູຊົງຍັບຍັ້ງພວກທ່ານໄວ້. 8 ດັ່ງນັ້ນ, ພວກທ່ານຈຶ່ງເດີນທາງຜ່ານແຂວງມີເຊຍລົງມາຍັງເມືອງໂທອາດ. 9 ໂປໂລໄດ້ເຫັນນິມິດໃນຕອນກາງຄືນ: ມີຊາຍຊາວມາເກໂດເນຍຄົນຫນຶ່ງຢືນຢູ່ທີ່ນັ້ນຮ້ອງທ່ານ, ແລ້ວກ່າວວ່າ, "ຂໍມາຊ່ວຍເຮົາໃນແຂວງມາເກໂດເນຍດ້ວຍ." 10 ເມື່ອໂປໂລເຫັນນິມິດນັ້ນແລ້ວ, ເຮົາກໍອອກເດີນທາງໄປຍັງແຂວງມາເກໂດເນຍທັນທີ, ຕາມທີ່ພຣະເຈົ້າຊົງຮ້ອງເຮົາໄປປະກາດຂ່າວປະເສີດກັບຄົນເຫລົ່ານັ້ນ. 11 ເມືອງໂທອາດມຸ່ງຕົງໄປຍັງເມືອງຊາໂມທາເກ, ແລະວັນຮຸ່ງຂຶ້ນ ເຮົາກໍມາເຖິງເມືອງເນອາໂປລີ, ແລະວັນຕໍ່ມາກໍເຖິງເມືອງ ເນອາໂປລີ. 12 ຈາກທີ່ນັ້ນ ເຮົາກໍເດີນທາງໄປຍັງເມືອງຟີລິບປອຍ, ເປັນເມືອງທີ່ສຳຄັນທີ່ສຸດໃນເຂດແຂວງມາເກໂດເນຍ, ແລະເມືອງຂຶ້ນຂອງຊາວໂຮມ, ເຮົາຈຶ່ງອາໄສຢູ່ໃນເມືອງນີ້ເປັນເວລາຫລາຍວັນ. 13 ໃນວັນຊະບາໂຕ ເຮົາອອກໄປທີ່ປະຕູເມືອງທີ່ຢູ່ແຄມແມ່ນ້ຳ, ທີ່ເຮົາຄິດວ່າຈະມີສະຖານທີ່ສຳລັບອະທິຖານ. ເຮົາຈຶ່ງນັ່ງສົນທະນາກັບພວກຜູ້ຍິງທີ່ພາກັນມາ. 14 ຜູ້ຍິງຄົນໜຶ່ງຊື່ລີເດຍ, ເປັນຄົນຂາຍຜ້າສີມ້ວງທີ່ມາຈາກເມືອງທົວເຕຣາ, ເປັນຜູ້ທີ່ຢຳເກງພຣະເຈົ້າໄດ້ຟັງເຮົາຢູ່, ອົງພຣະຜູ້ເປັນເຈົ້າ, ໄດ້ເປີດໃຈຂອງນາງໃຫ້ສົນໃຈຖ້ອຍຄຳທີ່ໂປໂລເວົ້າ. 15 ເມື່ອນາງແລະຄອບຄົວຂອງນາງຮັບບັບຕິສະມາ, ແລ້ວນາງກໍຂໍຮ້ອງເຮົາວ່າ, "ຖ້າພວກທ່ານເຫັນຂ້າພະເຈົ້າເປັນຄົນສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າແລ້ວ, ຂໍເຊີນພວກທ່ານມາທີ່ບ້ານຂອງຂ້າພະເຈົ້າແລະພັກຢູ່ທີ່ນັ້ນເຖີດ." ແລະນາງກໍຊັກຊວນພວກເຮົາ. 16 ຕໍ່ມາຂະນະທີ່ກຳລັງໄປຍັງທີ່ສຳລັບອະທິຖານແຫ່ງໜຶ່ງ, ມີຍິງສາວຄົນໜຶ່ງມີວິນຍານໝໍດູເຂົ້າສິງໄດ້ມາພົບກັບເຮົາ ນາງເຮັດໃຫ້ພວກເຈົ້ານາຍຂອງນາງໄດ້ເງິນຢ່າງຫລວງຫລາຍໂດຍການທຳນວາຍ. 17 ຜູ້ຍິງຄົນນີ້ເດີນຕາມໂປໂລກັບເຮົາໄປ, ຮ້ອງຂຶ້ນວ່າ, "ຄົນເຫລົ່ານີ້ເປັນຜູ້ຮັບໃຊ້ຂອງພຣະເຈົ້າອົງສູງສຸດ. ທ່ານເຫລົ່ານີ້ມາປະກາດທາງແຫ່ງຄວາມຮອດພົ້ນໃຫ້ກັບພວກທ່ານ." 18 ນາງເຮັດແບບນີ້ເປັນເວລາຫລາຍມື້. ຈົນໂປໂລຮູ້ສຶກລຳຄານນາງຫລາຍ, ຈຶ່ງຫັນໄປສັ່ງກັບວິນຍານນັ້ນວ່າ, "ຂ້າສັ່ງເຈົ້າໃນພຣະນາມຂອງພຣະເຢຊູຄຣິດເຈົ້າ ໃຫ້ອອກໄປຈາກນາງດຽວນີ້." ແລ້ວວິນຍານຊົ່ວນັ້ນກໍອອກໄປທັນທີ. 19 ເມື່ອພວກເຈົ້ານາຍຂອງນາງເຫັນວ່າໝົດຫວັງທີ່ຈະໄດ້ເງິນອີກແລ້ວ, ພວກເຂົາຈຶ່ງຈັບໂປໂລກັບສີລາ ແລະລາກມາຍັງທີ່ວ່າການເມືອງຢູ່ຕໍ່ໜ້າພວກເຈົ້າໜ້າທີ່. 20 ເມື່ອເຂົາໄດ້ພານາງທັງສອງມາເຖິງເຈົ້າໜ້າທີ່ປົກຄອງແລ້ວກ່າວວ່າ, "ຄົນເຫລົ່ານີ້ເປັນພວກຢິວ, ແລະກຳລັງເຮັດຄວາມຫຍຸ້ງຍາກໃຫ້ກັບເມືອງນີ້. 21 ພວກເຂົາສັ່ງສອນສິ່ງທີ່ຕ້ອງຫ້າມສຳຫລັບເຮົາ ທີ່ເປັນຊາວໂຣມທີ່ບໍ່ຄວນຈະຮັບຫລືປະຕິບັດເລີຍ." 22 ຝ່າຍປະຊາຊົນກໍຮ່ວມໃຈກັນໂຈມຕີໂປໂລ ແລະ ຊີລາດ້ວຍ; ສ່ວນພວກເຈົ້າໜ້າທີ່ປົກຄອງກໍຈີກເສື້ອຜ້າຂອງທ່ານທັງສອງອອກ ແລະ ສັ່ງໃຫ້ຂ້ຽນພວກທ່ານດ້ວຍໄມ້. 23 ເມື່ອພວກເຂົາໄດ້ຂ້ຽນພວກທ່ານໄປຫລາຍທີ, ພວກເຂົາກໍຈັບທ່ານທັງສອງເຂົ້າໄປໃນຄຸກ ແລະ ໄດ້ອອກຄຳສັ່ງໃຫ້ນາຍຄຸກໃຫ້ເບິ່ງຢ່າງເຂັ້ມງວດ. 24 ຫລັງຈາກໄດ້ຮັບຄຳສັ່ງ, ນາຍຄຸກກໍຈັບພວກເຂົາໄປຂັງໄວ້ໃນຄຸກຊັ້ນໃນ ແລະເອົາຕີນຂອງພວກເຂົາໃສຂື່ໄມ້ໃຫ້ແໜ້ນ. 25 ເວລາປະມານທ່ຽງຄືນ ຂະນະໂປໂລກັບຊີລາອະທິຖານ ແລະຮ້ອງເພງສັນລະເສີນພຣະເຈົ້າ, ແລະພວກນັກໂທດຄົນອື່ນໆ ກຳລັງຟັງຢູ່. 26 ໃນທັນໃດນັ້ນກໍເກີດແຜ່ນດິນໄຫວຢ່າງຮຸ່ນແຮງຈົນຮາກຖານຄຸກສະເທືອນ; ແລະປະຕູຄຸກກໍເປີດອອກທຸກບານ, ໂຊ້ກໍຫລຸດອອກຈາກທຸກຄົນ. 27 ນາຍຄຸກກໍຕື່ນຂຶ້ນມາເບິ່ງເຫັນປະຕູຄຸກເປີດອອກ; ເຂົາຊັກດາບຂຶ້ນມາເພື່ອຈະຂ້າຕົວຕາຍ, ເພາະຄິດວ່ານັກໂທດໜີໄປໝົດແລ້ວ. 28 ແຕ່ໂປໂລກໍຮ້ອງສຽງດັງວ່າ, "ຢ່າທຳຮ້າຍຕົວເອງເລີຍ ເພາະທຸກຄົນຍັງຢູ່ທີ່ນີ້." 29 ນາຍຄຸກຈຶ່ງຮ້ອງໃຫ້ຈຸດໄຟມາແລ້ວຮີບເຂົ້າໄປໃນຄຸກເຄົ່າລົງ, ຕົວສັ່ນ, ດ້ວຍຄວາມຍ້ານຕໍ່ໜ້າໂປໂລກັບສີລາ, 30 ພາທ່ານທັງສອງອອກມາ ແລ້ວກ່າວວ່າ, "ທ່ານເຈົ້າຂ້າ, ຂ້າພະເຈົ້າຕ້ອງເຮັດສິ່ງໃດຈະໄດ້ຮັບຄວາມຮອດພົ້ນໄດ້?" 31 ທ່ານທັງສອງກ່າວວ່າ, "ຈົ່ງເຊື່ອໃນອົງພຣະເຢຊູເຈົ້າ, ແລ້ວທ່ານຈະລອດພົ້ນທັງທ່ານແລະຄອບຄົວຂອງທ່ານ." 32 ທ່ານທັງສອງຈຶ່ງກ່າວພຣະທຳຂອງອົງພຣະຜູ້ເປັນເຈົ້າ, ໃຫ້ນາຍຄຸກກັບທຸກຄົນທີ່ມາຢູ່ຮ່ວມໃນບ້ານຂອງເຂົາຟັງ. 33 ໃນຊົ່ວໂມງດຽວກັນຂອງຄືນນັ້ນ, ນາຍຄຸກໄດ້ພາທ່ານທັງສອງໄປລ້າງບາດແຜ, ແລ້ວເຂົາທຸກຄົນໃນຄອບຄົວກໍຮັບບັບຕິສະມາທັນທີ. 34 ເຂົາພາໂປໂລກັບຊີລາໄປຍັງທີ່ບ້ານຂອງເຂົາ ແລ້ວຈັດອາຫານມາລ້ຽງພວກທ່ານ, ເຂົາກັບທຸກຄົນໃນຄອບຄົວຊື່ນຊົມຍິນດີ, ເພາະພວກເຂົາທຸກຄົນເຊື່ອໃນພຣະເຈົ້າແລ້ວ. 35 ເມື່ອເຖິງວັນຮຸ່ງຂຶ້ນ, ພວກເຈົ້າໜ້າທີປົກຄອງຈຶ່ງໃຊ້ຄົນມາບອກພວກຍາມວ່າ, "ຈົ່ງປ່ອຍຄົນເຫລົ່ນນັ້ນໄປ." 36 ນາຍຄຸກຈຶ່ງບອກຖ້ອຍຄຳເຫລົ່ານັ້ນແກ່ໂປໂລວ່າ, "ເຈົ້າໜ້າທີປົກຄອງໃຊ້ຄົນມາບອກຂ້າພະເຈົ້າໃຫ້ປ່ອຍຕົວທ່ານທັງສອງໄປ: ເພາະສະນັ້ນ ຂໍໃຫ້ພວກທ່ານອອກມາ, ແລະໄປດ້ວຍສັນຕິສຸກເຖີດ." 37 ແຕ່ໂປໂລບອກກັບພວກເຂົາວ່າ, "ພວກເຂົາຂ້ຽນເຮົາ ທີ່ເປັນຄົນສັນຊາດໂຣມຕໍ່ໜ້າຄົນທັງຫລາຍ ແລະ ຈັບເຮົາຂັງໄວ້ໃນຄຸກ ແລະຕອນນີ້ ພວກເຂົາຈະໄລ່ເຮົາອອກໄປຢ່າງປິດລັບບໍ? ເຮັດຢ່າງນັ້ນບໍ່ໄດ້ ຂໍໃຫ້ພວກເຂົາມາພາເຮົາອອກໄປເອງເຖີດ" 38 ແລ້ວພວກຍາມຈຶ່ງລາຍງານຖ້ອຍຄຳເຫລົ່ນນີ້ຕໍ່ເຈົ້າໜ້າທີ່ປົກຄອງ ພວກເຈົ້າໜ້າທີ່ປົກຄອງກໍຢ້ານ ເມື່ອໄດ້ຍິນໂປໂລກັບສີລາເປັນຊາວໂຣມ 39 ພວກເຈົ້າໜ້າທີ່ປົກຄອງຈຶ່ງມາຂໍຮ້ອງທ່ານທັງສອງອອກຈາກຄຸກແລ້ວ ພວກເຂົາກໍໍຂໍໂປໂລກັບສີລາອອກຈາກເມືອງໄປ. 40 ໂປໂລກັບສີລາອອກຈາກຄຸກແລ້ວ ກໍມາທີ່ບ້ານຂອງລີເດຍ. ເມື່ອໂປໂລກັບຊີລາໄດ້ພົບກັບພີ່ນ້ອງແລ້ວ, ທ່ານທັງສອງກ່າວໜູນໃຈພວກເຂົາ ແລ້ວເດີນທາງອອກຈາກເມືອງນັ້ນ.