ບົດທີ 17

1 ເມື່ອໂປໂລກັບຊີລາເດີນທາງຜ່ານເມືອງອຳຟີໂປລີ ແລະເມືອງອາໂປໂລນີ, ທ່ານທັງສອງກໍມາເຖິງເມືອງເທສະໂລນິກ, ທີ່ນັ້ນມີທຳມະສາລາຂອງພວກຢິວ. 2 ໂປໂລ, ຈຶ່ງເຂົ້າໄປໃນທຳມະສາລາທີ່ເຮັດເປັນປະຈຳ, ແລະ ທ່ານໄດ້ສົນທະນາໂຕ້ຕອບກັບພວກເຂົາຈາກພຣະຄຳພີເປັນເວລາສາມວັນຊະບາໂຕ. 3 ທ່ານເປີດພຣະຄຳພີ ແລະອະທິບາຍວ່າ ຈຳເປັນທີ່ພຣະຄຣິດຕ້ອງທົນທຸກ ແລະເປັນຂຶ້ນມາຈາກຄວາມຕາຍ ທ່ານກ່າວວ່າ, "ພຣະເຢຊູອົງນີ້ທີ່ຂ້ານ້ອຍປະກາດກັບທ່ານຄືພຣະຄຣິດ." 4 ພວກຢິວບາງຄົນເຫັນດ້ວຍ ແລະ ເຂົ້າຮ່ວມກັບໂປໂລ ແລະຊີລາ, ຮ່ວມທັງຊາວກຮີກທີ່ນັບຖືພຣະເຈົ້າ, ແລະ ສະຕຣີທີ່ເປັນຄົນສຳຄັນຫລາຍຄົນ ແລະ ຜູ້ຄົນຈຳນວນຫລວງຫລາຍ. 5 ແຕ່ພວກຢິວໄດ້ຄິດເຫິງສາ, ໄປຄົບຄິດກັບຄົນພານຕາມຕະຫລາດ ຮວບ­ຮວມກັນມາຢ່າງຫລວງ­ຫລາຍກໍ່ການອົນ­ລະ­ຫົນວຸ້ນວາຍຂຶ້ນໃນເມືອງ, ແລ້ວເຂົ້າບຸ­ກລຸກເຮືອນຂອງຢາ­ໂຊນ ພະຍາ­ຍາມຈະນຳເອົາທັງສອງອອກມາໃຫ້ປະ­ຊາ­ຊົນ. 6 ເມື່ອບໍ່ພົບເຂົາຈິ່ງລາກເອົາຢາ­ໂຊນກັບພີ່­ນ້ອງລາງຄົນໄປຫາຜູ້ປົກ­ຄອງເມືອງນັ້ນ ແລະຮ້ອງຂຶ້ນວ່າ, “ຄົນເຫລົ່ານີ້ເປັນພວກຂວ້ຳໂລກມະນຸດໄດ້ມາທີ່ນີ້. 7 ແລ້ວຢາ­ໂຊນໄດ້ຮັບຕ້ອນເຂົາໄວ້ ແລະ ບັນດາຄົນເຫລົ່ານີ້ໄດ້ເຮັດຜິດຕໍ່ຂໍ້ດຳ­ລັດຂອງກາຍ­ຊາ ໂດຍກ່າວວ່າ, “ມີກະ­ສັດອີກອົງໜຶ່ງຄືເຢ­ຊູ." 8 ດ້ວຍຂໍ້­ຄວາມນັ້ນພວກຢິວໄດ້ເຮັດໃຫ້ປະ­ຊາ­ຊົນກັບພວກຜູ້ປົກຄອງຮ້ອນ­ໃຈຂຶ້ນ. 9 ແຕ່ຫລັງຈາກທີພວກເຂົາຮ້ອງຄ່າປະກັນຕົວຈາກຢາຊົນແລະຄົນອື່ນໆ ແລ້ວກໍປ່ອຍພວກເຂົາໄປ. 10 ຄືນນັ້ນ ພວກພີ່ນ້ອງຈຶ່ງສົ່ງໂປໂລກັບຊີລາໄປຍັງເມືອງເບເຣຍ. ເມື່ອທ່ານທັງສອງໄປເຖິງທີ່ນັ້ນ, ພວກທ່ານກໍເຂົ້າໄປໃນທຳມະສາລາຂອງພວກຢິວ. 11 ພວກຢິວເຫລົ່ານີ້ມີຈິດໃຈສູງກວ່າພວກຢິວໃນເມືອງເທສະໂລນິກ, ເພາະເຂົາພ້ອມຮັບພຣະເຈົ້າດ້ວຍສຸດໃຈ, ແລະ ຄົ້ນເບິ່ງພຣະຄຳພີທຸກວັນ ເພື່ອທີ່ຈະເບິ່ງຂໍ້ຄວາມເຫລົ່ານີ້ເປັນເຊັ່ນນັ້ນຫລື. 12 ດ້ວຍເຫດນີ້ ຈຶ່ງມີຫລາຍຄົນໃນພວກເຂົາເຊື່ອ, ຮ່ວມທັງພວກສະຕຣີມີສັກ ແລະຜູ້ຊາຍຊາວກຣີກອີກຫລາຍຄົນ. 13 ແຕ່ເມື່ອພວກຢິວໃນເມືອງເທສະໂລນິກຮູ້ວ່າ ໂປໂລໄດ້ປະກາດສັ່ງສອນພຣະທັມຂອງພຣະເຈົ້າທີເມື່ອງເບເຣຍ, ພວກເຂົາຈຶ່ງໄປທີ່ນັ້ນແລະຍຸຍົງແລະເຮັດໃຫ້ຝູງຊົນວຸ້ນວາຍໃຈ. 14 ພວກພີ່ນ້ອງຈຶ່ງສົ່ງໂປໂລອອກໄປທາງທະເລທັນທີ, ແຕ່ຊີລາກັບໂມທຽວຍັງຢູ່ທີ່ນັ້ນ. 15 ພວກຄົນທີ່ໄປສົ່ງໂປໂລເຫລົ່ານັ້ນກໍພາທ່ານໄປຍັງເມືອງອາແຖນ, ໃນຂະນະພວກເຂົາຈະລະໂປໂລໄວ້ທີ່ນັ້ນ ພວກເຂົາກໍຄຳສັ່ງຈາກຊີລາກັບໂມທຽວໃຫ້ຮີບໄປຫາທ່ານໂດຍໄວເທົ່າທີ່ຈະໄປໄດ້. 16 ຂະນະທີ່ໂປໂລລໍຖ້າພວກເຂົາຢູ່ໃນກຸງອາແທນ, ວິນຍານຂອງເພິ່ນກໍຮຸ່ມຮ້ອນຢູ່ພາຍໃນ ເມື່ອເພິ່ນເບິ່ງເຫັນກຸງນັ້ນເຕັມໄປດ້ວຍຮູບເຄົາລົບ. 17 ດັ່ງນັ້ນ ເພິ່ນຈຶ່ງສົນທະນາໂຕ້ຕອບກັບພວກຢິວ ແລະບັນດາຄົນທີ່ນັບຖືພຣະເຈົ້າ, ໃນທຳມະສາລານັ້ນ ແລະ ຄົນເຫລົ່ານັ້ນທີ່ທ່ານພົບໃນຕະຫລາດທຸກວັນດ້ວຍ. 18 ມີນັກ­ປາດລາງຄົນໃນພວກເອ­ປີ­ກູ­ຣຽວແລະໃນພວກສະໂຕອີ­ໂກໄດ້ມາພົບທ່ານ ລາງຄົນກ່າວວ່າ, “ຄົນເກັບ­ເລັມຄວາມຮູ້ຜູ້ນີ້ຢາກ ເວົ້າອັນໃດ” ລາງຄົນກ່າວວ່າ “ເໝືອນເປັນຜູ້ປະ­ກາດພະຕ່າງດ້າວ” ເພາະໂປ­ໂລປະ­ກາດຂ່າວປະ­ເສີດ ເລື່ອງພຣະ­ເຢຊູແລະການຄືນມາຈາກຕາຍ. 19 ພວກເຂົາຈຶ່ງພາໂປໂລໄປຍັງສະພາອາເລໂອປາໂຂ, ແລ້ວກ່າວວ່າ, "ເຮົາຮູ້ຂໍຄຳສອນໃໝ່ທີ່ທ່ານກ່າວຢູ່ໄດ້ຫລືບໍ່? 20 ເພາະທ່ານນຳເລື່ອງປະລາດມາເຖິງຫູເຮົາ. ເພາະສະນັ້ນ, ເຮົາຈຶ່ງຢາກຮູ້ວ່າເລື່ອງລາວເຫລົ່ານີ້ມີໝາຍຄວາມວ່າຢ່າງໃດ." 21 (ຊາວເມືອງອາແຖນ ແລະຄົນຕ່າງແດນທີ່ອາໄສຢູ່ທີ່ນັ້ນ ບໍ່ໃຊ້ເວລາເຮັດກັບສິ່ງອື່ນໃດ ນອກຈາກຈະກ່າວ ຫລືຟັງສິ່ງໃໝ່ໆ.) 22 ໂປໂລຈຶ່ງຢືນຂຶ້ນກາງສະພາອາເລໂອປາໂຂ ແລ້ວກ່າວວ່າ, "ທ່ານທັງຫລາຍທີ່ເປັນຊາວອາແຖນ, ຂ້າພະເຈົ້າເຫັນວ່າພວກທ່ານເປັນຄົນປະຕິບັດສາດສະນາໃນທຸກດ້ານ. 23 ເພາະຂະນະທີ່ຂ້າພະເຈົ້າເດີນໄປຕາມທາງແລະໄດ້ສັງເກດສິ່ງທີ່ພວກທ່ານນະມັດສະການ, ຂ້າພະເຈົ້າພົບທ່ອນໜຶ່ງທີມີຄຳຈາລຶກໄວ້ວ່າ, "ແດ່ພຣະເຈົ້າທີ່ບໍ່ຮູ້ຈັກ." ເພາະສະນັ້ນ ຂ້າພະເຈົ້າຈຶ່ງມາປະກາດພວກທ່ານເຖິງສິ່ງທີ່ທ່ານນະມັດສະການດ້ວຍຄວາມບໍ່ຮູ້. 24 ແຕ່ເນື່ອງຈາກພຣະອົງຊົງເປັນອົງພຣະຜູ້ເປັນເຈົ້າແຫ່ງຟ້າສະຫວັນແລະແຜ່ນດິນໂລກ, ຜູ້ບໍ່ໄດ້ຊົງສະຖິດໃນພຣະວິຫານທີ່ສ້າງດ້ວຍມືມະນຸດ. 25 ພຣະອົງບໍ່ຕ້ອງມີມືມະນຸດມາປົ່ນນິບັດຮັບໃຊ້ລາວກັບວ່າພຣະອົງຊົງປະສົງສິ່ງໃດ, ເພາະພຣະອົງເອງເປັນຜູ້ປະທານຊີວິດແລະລົມຫາຍໃຈແກ່ຄົນທັງປ່ວງແລະສິ່ງສາລະພັດ. 26 ພຣະອົງຊົງສ້າງທຸກຊົນຊາດມາຈາກຊາຍຄົນດຽວໃຫ້ມີຊີວິດໃຫ້ຢູ່ທົ່ວພື້ນແຜ່ນດິນໂລກ, ຜູ້ຊົງກຳນົດລະດູການແລະເຂດແດນໃຫ້ພວກເຂົາອາໄສຢູ່, 27 ເພາະເຫດນີ້ ພວກເຂົາຈຶ່ງຄວນສະແຫວງຫາພຣະເຈົ້າ, ເພື່ອທີ່ພວກເຂົາອາດຈະເຂົ້າໄປເຖິງແລະພົບພຣະອົງ. ອັນທີຈິງແລ້ວ ພຣະອົງບໍ່ໄດ້ຊົງຢູ່ຫ່າງໄກຈາກຄົນໃດໃນພວກເຮົາເລີຍ. 28 ເພາະເຮົາມີຊີວິດແລະເຄື່ອນໄຫວໃນພຣະອົງ, ດັ່ງທີ່ນັກແຕ່ງກອນໃນພວກທ່ານໄດ້ກ່າວວ່າ, 'ເພາະເຮົາທັງຫລາຍເປັນເຊື້ອສາຍຂອງພຣະອົງ.' 29 ດ້ວຍເຫດນີ້ ເມື່ອເຮົາເປັນເຊື້ອສາຍຂອງພຣະເຈົ້າ, ເຮົາກໍບໍ່ຄວນຄິດວ່າຄວາມເປັນພຣະເຈົ້າເປັນເໝືອນກັບທອງຄຳຫລືເງິນ, ຫລື ກ້ອນຫີນ ທີ່ສ້າງຂຶ້ນຈາກສິນລະປະແລະຄວາມຄິດຂອງມະນຸດ. 30 ເພາະສະນັ້ນ ພຣະເຈົ້າຈຶ່ງບໍ່ຊົງຖືໂທດໃນເວລາທີ່ມະນຸດຂາດຄວາມຮູ້, ແຕ່ບັດນີ້ ພຣະເຈົ້າຊົງບັນຊາໃຫ້ມະນຸດທຸກຄົນທົ່ວທຸກແຫ່ງໃຫ້ກັບໃຈໃໝ່. 31 ເພາະພຣະອົງໄດ້ຊົງກຳນົດວັນໜຶ່ງໄວ້ແລ້ວເປັນເວລາທີ່ພຣະອົງຈະຊົງພິພາກສາໂລກໃນຄວາມຊອບທຳ. ໂດຍຄົນທີ່ພຣະອົງທີ່ເລືອກໄວ້ແລ້ວ ພຣະເຈົ້າຊົງຮັບຮອງຊາຍຄົນຕໍ່ໜ້າທຸກຄົນ ໂດຍການໃຫ້ພຣະອົງເປັນຂຶ້ນມາຈາກຄວາມຕາຍ. 32 ເມື່ອຊາວອາແທນໄດ້ຍິນເລື່ອງລາວຂອງການເປັນຂຶ້ນຈາກຄວາມຕາຍ, ບາງຄົນກໍຫົວຂວັນໂປໂລ; ແຕ່ບາງຄົນກ່າວວ່າ, "ເຮົາຈະຟັງທ່ານກ່າວເລື້ອງນີ້ອີກ." 33 ຫລັງຈາກນັ້ນ, ໂປໂລກໍຈາກພວກເຂົາໄປ. 34 ແຕ່ມີຊາຍບາງຄົນເຂົ້າຮ່ວມກັບໂປໂລແລະເຊື່ອ, ຮ່ວມທັງດີໂອນີຊີໂອ ສະມາຊິກສະພາອາເຣໂອປາໂກ, ກັບຜູ້ຍິງຄົນໜຶ່ງຊື່ ດາມາຣີ, ແລະຄົນອື່ນໆ ທີ່ຢູ່ກັບພວກເຂົາ.