1 ຫລັງຈາກເຫດການເຫລົ່ານັ້ນ ໂປໂລກໍອອກຈາກກຸງອາແຖນໄປຍັງເມືອງໂກຣິນໂທ. 2 ທີ່ນັ້ນທ່ານໄດ້ພົບກັບຊາວຢິວຄົນໜຶ່ງຊື່ ອາກີລາ, ທີ່ເກີດໃນແຂວງປົນໂຕ ຜູ້ທີ່ຫາມາຈາກປະເທດອິດຕາລີ ກັບເມຍຂອງເພິ່ນຊື່ປີຊະກີລາ, ເພາະຈັກກະພັດກະລາວດີໂອໄດ້ມີຄຳສັ່ງໃຫ້ພວກຊາວຢິວທັງໝົດອອກໄປຈາກກຸງໂຣມ ແລ້ວໂປໂລໄດ້ມາຫາພວກເຂົາ. 3 ໂປໂລໄດ້ອາໄສ, ແລະ ເຮັດວຽກງານກັບພວກເຂົາ, ເພາະພວກເຂົາເຮັດວຽກງານຢ່າງດຽວກັນ, ພວກເຂົາເປັນຊ່າງເຮັດຜ້າເຕັນ. 4 ໂປໂລສົນທະນາໂຕ້ຕອບກັນໃນທຳມະສາລາທຸກວັນສະບາໂຕ. ທ່ານຊັກຊວນທັງພວກຢິວແລະພວກກຣີກໃຫ້ເຊື່ອ. 5 ແຕ່ເມື່ອຊີລາກັບຕີໂມທຽວກັບມາຈາກແຂວງມາເກໂດເນຍແລ້ວ, ພຣະວິນຍານບໍລິສຸດກໍກ່າວສັ່ງໃຫ້ໂປໂລເປັນພະຍານກັບພວກຢິວວ່າພຣະເຢຊູຄືພຣະຄຣິດ. 6 ເມື່ອພວກຢິວຕໍ່ຕ້ານ ແລະກ່າວຄຳຢາບຊ້າຕໍ່ທ່ານ, ແລະ ໂປໂລກໍສະບັດເສື້ອຜ້າຂອງທ່ານໄປທີ່ພວກເຂົາກ່າວວ່າ, "ໂທດທີ່ທ່ານຕ້ອງຕາຍນັ້ນ ທ່ານເອງຕ້ອງຮັບຜິດຊອບ; ຂ້າພະເຈົ້າບໍ່ມີໂທດແລ້ວ. ຕັ້ງແຕ່ນີ້ໄປ ຂ້າພະເຈົ້າຈະໄປຫາພວກຕ່າງຊາດ." 7 ເມື່ອທ່ານຈາກທີ່ນັ້ນໄປແລ້ວ ກໍໄປທີ່ບ້ານຂອງຊາຍຄົນໜຶ່ງຊື່ຕີໂຢຢູຊະໂຕ, ເປັນຄົນທີ່ນັບຖືພຣະເຈົ້າ. ບ້ານຂອງເຂົາຕິດກັບທຳມະສາລາ. 8 ກີສະໂປ, ເປັນຜູ້ນຳທຳມະສາລາ, ກັບທັງຄົວເຮືອນຂອງທ່ານໄດ້ມາເຊື່ອໃນອົງພຣະຜູ້ເປັນເຈົ້າ; ຊາວໂກຣິນໂທຫລາຍຄົນທີ່ຟັງຄຳຂອງໂປໂລກໍເຊື່ອ ແລະຮັບບັບຕິສະມາ. 9 ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບໂປໂລທາງນິມິດໃນຄືນນັ້ນວ່າ, "ຢ່າຢ້ານເລີຍ ແຕ່ຈົ່ງກ່າວຕໍ່ໄປ ຢ່າງມິດງຽບ. 10 ເພາະເຮົາຢູ່ກັບເຈົ້າ, ບໍ່ມີໃຜຈະພະຍາຍາມທຳຮ້າຍເຈົ້າໄດ້, ເພາະເຮົາມີຄົນຫລວງຫລາຍໃນເມືອງນີ້." 11 ໂປໂລອາໄສຢູ່ທີ່ນັ້ນ, ແລະສອນພຣະທັມຂອງພຣະເຈົ້າໃຫ້ກັບພວກເຂົາເປັນເວລາໜຶ່ງປີຫົກເດືອນ. 12 ແຕ່ເມື່ອຄາລີໂອໄດ້ເປັນຜູ້ສຳເລັດລາດສະການແຂວງອະຂາຢາ, ພວກຢິວກໍຮ່ວມຕົວກັນຂຶ້ນຕໍ່ສູ້ໂປໂລ ແລະນຳທ່ານໄປທີ່ສານ; 13 ພວກເຂົາກ່າວວ່າ, "ຊາຍຄົນນີ້ໄດ້ຊັກຊວນປະຊາຊົນໃຫ້ນັບຖືພຣະເຈົ້າໃນທາງທີ່ຜິດກົດໝາຍ." 14 ເມື່ອໂປໂລກຳລັງຈະອອກປາກ ຝ່າຍຄາລີໂອນກໍກ່າວແກ່ຊາວຢິວວ່າ, “ໂອ ຊາວຢິວທັງຫລາຍ, ຖ້າເປັນເລື່ອງການຜິດຫລືການຊົ່ວຊ້າປະການໃດປະການໜຶ່ງ ສົມຄວນເຮົາຈະອົດຟັງພວກທ່ານ. 15 ແຕ່ຖ້າເປັນການໂຕ້ຖຽງກັນເຖິງເລື່ອງຖ້ອຍຄວາມກັບຊື່ຕ່າງ ແລະພຣະບັນຍັດຂອງພວກທ່ານແລ້ວ ກໍໃຫ້ເປັນທຸລະຂອງພວກທ່ານເອງ ຝ່າຍເຮົາບໍ່ຢາກເປັນຜູ້ຕັດສີນໃນເລື່ອງຢ່າງນັ້ນ.” 16 ຄາລີໂອຈຶ່ງໄລ່ພວກເຂົາອອກຈາກສານ. 17 ແລ້ວເຂົາພາກັນຈັບໂຊຊະເທນນາຍໂຮງທຳໄປຂ້ຽນຕີຕໍ່ໜ້າສານ ສ່ວນຄາລີໂອນກໍບໍ່ເຂົ້າຫຍຸ້ງກ່ຽວກັບການນັ້ນຈັກຢ່າງ. 18 ຫລັງຈາກໂປໂລ, ພັກອາໄສຢູ່ທີ່ນັ້ນອີກຫລາຍວັນ ກໍລາພວກພີ່ນ້ອງລົງເຮືອໄປຍັງແຂວງຊີເຣຍກັບປີຊະກີລາ. ກ່ອນທີ່ທ່ານຈະອອກຈາກທ່າເຮືອເມືອງເກັນເຂໄອໄປ, ທ່ານໄດ້ແຖຫົວເພາະທ່ານໄດ້ບະບົນຕົວໄວ້. 19 ໂປໂລກໍປະປິຊະກີລາກັບອາກີລາໄວ້ທີ່ນັ້ນ, ແຕ່ຕົວທ່ານເອງໄດ້ເຂົ້າໄປໃນທຳມາສາລາແລະສົນທະນາໂຕ້ຕອບກັບຢິວ. 20 ເມື່ອຄົນເຫລົ່ານັ້ນຂໍຮ້ອງໃຫ້ໂປໂລຢູ່ຕໍ່ໄປອີກ, ທ່ານກໍບໍ່ຍອມ. 21 ແຕ່ຂະນະທີ່ຈະຈາກເຂົາໄປ ທ່ານກ່າວວ່າ, "ຂ້າພະເຈົ້າຈະກັບມາຫາພວກທ່ານອີກ ຖ້າຫາກເປັນພຣະປະສົງຂອງພຣະເຈົ້າ." ແລ້ວທ່ານກໍລົງເຮືອອອກໄປຈາກເມືອງເອເຟໂຊ. 22 ເມື່ອໂປໂລມາເຖິງເມືອງກາຍຊາເຣຍ, ທ່ານກໍຂຶ້ນໄປທັກທາຍຄຣິສຕະຈັກເຢຣູຊາເລັມ ແລ້ວລົງໄປຍັງເມືອງອັນຕີໂອເຂຍ. 23 ຫລັງຈາກໃຊ້ເວລາທີ່ນັ້ນໄລຍະໜຶ່ງ, ໂປໂລກໍໄດ້ອອກເດີນທາງໄປທົ່ວເຂດແດນແຂວງຄາລາເຕຍແລະຟີເຄຍ ແລະກ່າວຄຳໜູນໃຈພວກສາວົກທຸກຄົນ. 24 ມີຊາວຢິວຄົນໜຶ່ງຊື່ ອາໂປໂລ, ເກີດໃນເມືອງອາເລັກຊັນເດຍໄດ້ມາທີ່ເມືອງເອເຟໂຊ. ທ່ານເປັນຄົນມີໂວຫານດີແລະຊ່ຳນານຫລາຍໃນເລື່ອງພຣະຄຳພີ. 25 ອາໂປໂລໄດ້ຮັບການສອນຈາກຄຳສອນຂອງອົງພຣະຜູ້ເປັນເຈົ້າ. ມີຈິດໃຈກະຕືລືລົ້ນທ່ານກ່າວແລະສອນໃນເລື່ອງກ່ຽວກັບພຣະເຢຊູໄດ້ຢ່າງຖືກຕ້ອງ, ແຕ່ທ່ານຮູ້ພຽງແຕ່ບັບຕິສະມາຂອງໂຢຮັນເທົ່ານັ້ນ. 26 ອາໂປໂລເວົ້າຢ່າງກ້າຫານໃນທຳມາສາລາ. ແຕ່ເມື່ອປີຊະກີລາແລະອາກີລາໄດ້ຟັງທ່ານແລ້ວ, ທ່ານທັງສອງຈຶ່ງຜູກມິດກັບອາໂປໂລ ແລະອະທິບາຍເລື່ອງລາວໃນທາງຂອງພຣະເຈົ້າໃຫ້ຖືກຍິ່ງຂຶ້ນ. 27 ເມື່ອທ່ານຕັດສີນໃຈຈະຂ້າມໄປຍັງແຂວງອະຂາຢາ ພວກພີ່ນ້ອງໄດ້ໜູນໃຈທ່ານ ແລະຂຽນຈົດໝາຍຝາກໄປເຖິງພວກສິດທີ່ນັ້ນໄດ້ຕ້ອນຮັບທ່ານໄວ້ ຄັນທ່ານໄປເຖິງແລ້ວ ທ່ານກໍຊ່ອຍເຫລືອຄົນທັງຫລາຍທີ່ໄດ້ເຊື່ອຍ້ອນພຣະຄຸນຂອງພຣະເຈົ້າຢ່າງຫລວງຫລາຍ. 28 ເພາະທ່ານໄດ້ໂຕ້ຖຽງກັບພວກຢິວຢ່າງແຂງແຮງຕໍ່ໜ້າຄົນທັງຫລາຍ ໂດຍອ້າງຂໍ້ພຣະຄຳພີທີ່ພິສູດໃຫ້ເຫັນວ່າພຣະເຢຊູຊົງເປັນພຣະຄຣິດ.