1 ໃນເວລານັ້ນ ຂະນະທີ່ອາໂປໂລຢູ່ທີ່ເມືອງໂກຣິນໂທ: ໂປໂລກໍເດີນທາງຜ່ານເຂດແດນທາງຕອນເໜືອມາຍັງເມືອງເອເຟໂຊ, ແລະໄດ້ພົບພວກສາວົກບາງຄົນທີ່ນັ້ນ. 2 ໂປໂລຖາມພວກເຂົາວ່າ, "ເມື່ອພວກທ່ານເຊື່ອ ພວກທ່ານໄດ້ຮັບພຣະວິນຍານບໍລິສຸດຫລືບໍ່? ພວກເຂົາກ່າວກັບທ່ານວ່າ, "ບໍ່, ເຮົາຍັງບໍ່ເຄີຍໄດ້ຍິນເລື່ອງກ່ຽວກັບພຣະວິນຍານບໍລິສຸດເລີຍ." 3 ໂປໂລຈິ່ງຖາມເຂົາວ່າ, ຖ້າຢ່າງນັ້ນພວກທ່ານໄດ້ຮັບບັບຕິສະມາແນວໃດ ເຂົາຕອບວ່າ, “ບັບຕິສະມາຂອງໂຢຮັນ.” 4 ໂປໂລຕອບວ່າ, "ໂຢຮັນໃຫ້ຮັບບັດຕິສະມາດ້ວຍບັບຕິສະມາຂອງການກັບໃຈໃໝ່. ທ່ານບອກກັບຄົນທັງຫລາຍວ່າ ພວກເຂົາຄວນເຊື່ອໃນພຣະອົງ, ຜູ້ຊົງສະເດັດມາພາຍຫລັງນັ້ນ, ຄືເຊື່ອໃນພຣະເຢຊູ 5 ເມື່ອຄົນທັງຫລາຍໄດ້ຍິນດັງນັ້ນ, ພວກເຂົາກໍຮັບບັບຕິສະມາໃນພຣະນາມຂອງອົງພຣະເຢຊູເຈົ້າ. 6 ແລ້ວໂປໂລກໍວາງມືເທິງພວກເຂົາ, ພຣະວິນຍານບໍລິສຸດກໍສະເດັດລົງມາສະຖິດກັບພວກເຂົາທຸກຄົນ ພວກເຂົາກໍເວົ້າພາສາອື່ນໆ ແລະ ເຜີຍພຣະທຳ. 7 ພວກເຂົາມີທັງໝົດປະມານສິບສອງຄົນ. 8 ຝ່າຍໂປໂລໄດ້ເຂົ້າໄປກ່າວສົນທະນາໃນໂຮງທຳດ້ວຍໃຈກ້າໃນລະຫວ່າງສາມເດືອນ, ໂຈດຖຽງແລະຊັກຊວນໃຫ້ເຊື່ອໃນສິ່ງທີ່ກ່າວເຖິງລາຊະແຜ່ນດິນຂອງພຣະເຈົ້າ. 9 ແຕ່ລາງຄົນມີໃຈແຂງກະດ້າງບໍ່ຍອມເຊື່ອ ແລະກ່າວຄຳຫຍາບຊ້າເລື່ອງທາງນັ້ນຕໍ່ໜ້າຄົນທັງຫລາຍ ໂປໂລຈິ່ງແຍກອອກຈາກເຂົາ ແລະຄັດເອົາພວກລູກສິດໄປນຳ ແລະທ່ານໄດ້ໂຕ້ຖຽງໃນຫ້ອງປະຊຸມຂອງທ່ານຕີຣາໂນທຸກ ວັນ. 10 ການນີ້ມີຢູ່ເປັນເວລາສອງປີ ຈົນວ່າຄົນທັງຫລາຍທີ່ອາໃສຢູ່ໃນແຂວງອາເຊຍ ທັງພວກຢິວ ແລະພວກກຣີກໄດ້ຍິນພຣະທັມຂອງອົງພຣະຜູ້ເປັນເຈົ້າ. 11 ພຣະເຈົ້າຊົງເຮັດການອັດສະຈັນດ້ວຍມືຂອງໂປໂລ, 12 ຈົນພວກເຂົາເອົາຜ້າເຊັດໜ້າກັບຜ້າກັນເປື້ອນຈາກຕົວໂປໂລໄປ ເພື່ອເຮັດໃຫ້ຄົນເຈັບປ່ວຍຫາຍ ແລະໂຣກໄພໄຂ້ເຈັບ ແລະພວກວິນຍານຊົ່ວກໍອອກໄປຈາກພວກເຂົາ. 13 ແຕ່ພວກຢິວບາງຄົນທີ່ທຽວໄປມາເປັນໝໍໄລ່ຜີ ພະຍາຍາມໃຊ້ພຣະນາມຂອງພຣະເຢຊູເຈົ້າຂັບໄລ່ຜີວ່າ, “ກູບັງຄັບສູໂດຍພຣະເຢຊູຊຶ່ງໂປໂລປະກາດນັ້ນ.” 14 ອັນໜຶ່ງມີຢິວຜູ້ໜຶ່ງຊື່ຊະເກວາ ເປັນປະໂລຫິດຕົນໃຫຍ່ ມີລູກຊາຍເຈັດຄົນທີ່ເຮັດການຢ່າງນັ້ນ. 15 ສ່ວນຜີຮ້າຍໄດ້ຕອບເຂົາວ່າ, “ພຣະເຢຊູເຮົາກໍລຶ້ງເຄີຍ ໂປໂລເຮົາກໍຮູ້ຈັກ ແຕ່ພວກເຈົ້າເປັນຜູ້ໃດ.” 16 ວິນຍານຊົ່ວທີ່ຢູ່ໃນຄົນນັ້ນກໍກະໂດດເຂົາໃສ່ພວກໝໍຜີ ແລະເອົາຊະນະພວກເຂົາໄດ້ແລະໂຈມຕີພວກເຂົາ. ແລ້ວພວກເຂົາກໍໜີອອກຈາກບ້ານນັ້ນໃນສະພາບເປືອຍກາຍ ແລະໄດ້ຮັບບາດເຈັບ. 17 ເລື່ອງນີ້ເປັນທີ່ຮູ້ກັນທົ່ວທັງພວກຢິວ, ແລະ ພວກກຣີກທີ່ອາໄສຢູ່ໃນເມືອງເອເຟໂຊ. ພວກເຂົາກໍເກີດຄວາມເກງກວາເປັນຢ່າງຫລາຍ, ແລະ ພຣະນາມຂອງອົງພຣະເຢຊູເຈົ້າກໍໄດ້ຮັບການຍົກຍ້ອງສັນລະເສີນ. 18 ພວກຜູ້ເຊື່ອຫລາຍຄົນກໍເຂົ້າມາສາລະພາບບາບ ແລະຍອມຮັບວ່າພວກເຂົາເຄີຍເຮັດສິ່ງທີ່ຊົ່ວຮ້າຍ. 19 ມີຫລາຍຄົນທີ່ໃຊ້ເວດມົນຄາຖາໄດ້ເອົາຕຳລາຂອງຕົນມາເຜົາໄຟເສຍຕໍ່ຫນ້າຄົນທັງປວງ ຕຳລາເຫລົ່ານັ້ນຄິດລາຄາເປັນຫ້າໝື່ນຫລຽນ. 20 ດັ່ງນັ້ນ ພຣະທັມຂອງພຣະເຈົ້າກໍແພ່ກະຈາຍກວ້າງອອກໄປດ້ວຍວິທີການທີ່ຊົງອານຸພາບ. 21 ຫລັງຈາກທີ່ໂປໂລເຊັດສິ້ນງານພັນທະກິດທ່ານທີ່ເມືອງເອເຟໂຊ, ທ່ານຕັດສິນໃຈໃນພຣະວິນຍານທີ່ຈະເດີນທາງຜ່ານແຂວງມາເກໂດເນຍແລະແຂວງອະຂາຢາໄປຍັງນະຄອນເຢຣູຊາເລັມ; ທ່ານກ່າວວ່າ, "ຫລັງຈາກທີ່ຂ້າພະເຈົ້າໄປເຖິງທີນັ້ນແລ້ວ ຂ້າພະເຈົ້າຈະຕ້ອງໄປເຫັນກຸງໂຮມດ້ວຍ." 22 ທ່ານຈິ່ງໃຊ້ຜູ້ຊ່ອຍຂອງຕົນສອງຄົນ ຄືຕີໂມທຽວກັບເອຣາຊະໂຕ ໄປຍັງແຂວງມາເກໂດເນຍ ຝ່າຍທ່ານເອງກໍຍັງພັກຢູ່ຊົ່ວໄລຍະໜຶ່ງທີ່ແຂວງອາເຊຍ. 23 ໃນເວລານັ້ນ ໄດ້ເກີດເລື່ອງວຸ້ນວາຍຍິ່ງໃຫຍ່ ໃນເມືອງເອເຟໂຊທີ່ກ່ຽວຂ້ອງກັບທາງນັ້ນ. 24 ດ້ວຍມີຄົນໜຶ່ງຊື່ເດເມທີໂອ ເປັນຊ່າງເງິນ ໄດ້ເອົາເງິນເຮັດຮູບວິຫານຂອງພະອາເຕມາເປັນເຫດໃຫ້ພວກຊ່າງໄດ້ມີງານຫລວງຫລາຍ. 25 ເຂົາກ່າວວ່າ, "ທ່ານທັງຫລາຍ, ພວກທ່ານຮູ້ຢູ່ວ່າ ໃຫ້ການເຮັດກິດຈະການນີ້ ເຮັດໃຫ້ເຮົາໄດ້ເງິນຫລວງຫລາຍ." 26 ແລະທ່ານທັງຫລາຍໄດ້ຮູ້ເຫັນຢູ່ວ່າບໍ່ແມ່ນຈຳເພາະໃນເມືອງເອເຟໂຊເມືອງດຽວ ແຕ່ເກືອບທົ່ວແຂວງອາເຊຍໂປໂລຜູ້ນີ້ໄດ້ຊັກຊວນຄົນຫລາຍສົມຄວນໃຫ້ຫລົງໄປ ໂດຍກ່າວວ່າ ‘ພະທີ່ສ້າງຂຶ້ນດ້ວຍມືມະນຸດນັ້ນ ບໍ່ແມ່ນພຣະເຈົ້າແທ້.’ 27 ເປັນໜ້າຢ້ານວ່າບໍ່ແມ່ນແຕ່ອາຊີບຂອງພວກເຮົາຈະເສຍຊື່ສຽງຢ່າງດຽວ ແຕ່ພຣະວິຫານກັບສະຖານທີ່ນະມັດສະການຂອງພະມະຫາອາເຕມາ ຈະຖືກໜິ່ນປະໝາດເໝືອນກັນ, ແລະ ພະນາງນັ້ນຊຶ່ງເປັນທີ່ນັບຖືຂອງບັນດາຊາວອາເຊຍກັບໝົດທັງໂລກຈະຕົກຕ່ຳຈົນສິ້ນສະຫງ່າລາສີ.” 28 ເມື່ອພວກເຂົາໄດ້ຍິນຢ່າງນີ້, ພວກເຂົາກໍຄຽດແຄ້ນ ແລະຮ້ອງອອກມາວ່າ, "ເຈົ້າແມ່ໄດອານາຂອງຊາວເອເຟໂຊເປັນຜູ້ຍິ່ງໃຫຍ່." 29 ແລ້ວໄດ້ເກີດອົນລະຫົນວຸ້ນວາຍຂຶ້ນທົ່ວທັງເມືອງ ເຂົາໄດ້ຈັບເອົາຄາໂຢກັບອາຣິດຕາໂຂຊາວມາເກໂດເນຍ ຜູ້ເປັນເພື່ອນເດີນທາງຮ່ວມກັບໂປໂລ ດຶງລາກແລ່ນເຂົ້າໄປໃນສະໜາມລະຄອນ. 30 ໂປໂລຕ້ອງການເຂົ້າໄປໃນຝູງຊົນ, ແຕ່ພວກສາວົກບໍ່ຍອມໃຫ້ທ່ານໃຫ້ເຂົ້າໄປ. 31 ແມ້ແຕ່ພວກເຈົ້າໜ້າທີ່ຂອງແຂວງເອເຊຍທີ່ເປັນໝູ່ຂອງທ່ານ ກໍໃຊ້ຄົນສົ່ງຂໍ້ຄວາມໄປອ້ອນວອນໂປໂລບໍ່ໃຫ້ເຂົ້າໄປໃນສະໜາມລະຄອນ. 32 ບາງຄົນຮ້ອງວ່າແບບນີ້, ບາງຄົນຮ້ອງວ່າແບບນັ້ນພວກຝູງຊົນພາສັບສົນ. ຄົນສ່ວນຫລາຍຍັງບໍ່ຮູ້ນຳວ່າເປັນຫຍັງພວກເຂົາຈຶ່ງມາປະຊຸມກັນທີ່ນີ່. 33 ມີລາງຄົນໃນພວກເຫລົ່ານັ້ນໄດ້ແນະນຳອາເລັກຊັນໂດຊຶ່ງເປັນຄົນທີ່ພວກຢິວໃຫ້ອອກໄປຂ້າງໜ້າ ອາເລັກຊັນໂດ, ຈິ່ງກວັກມືໝາຍຈະກ່າວແກ້ແທນຕໍ່ຫນ້າປະຊາຊົນ. 34 ແຕ່ເມື່ອຄົນທັງຫລາຍໄດ້ຮູ້ວ່າເຂົາເປັນຊາວຢິວ, ພວກເຂົາກໍຮ້ອງເປັນສຽງດຽວກັນວ່າ, "ເຈົ້າແມ່ໄດອານາຂອງຊາວເອເຟໂຊເປັນຜູ້ຍິ່ງໃຫຍ່." 35 ເມື່ອເລຂາທິການເທດສະບານໄດ້ໃຫ້ປະຊາຊົນງຽບລົງແລ້ວຈິ່ງກ່າວວ່າ, “ຊາວເອເຟໂຊທັງຫລາຍເອີຍ, ມີຜູ້ໃດນໍທີ່ບໍ່ຮູ້ວ່າ ຊາວເອເຟໂຊນີ້ເປັນຜູ້ຮັກສາດູແລວິຫານຂອງນາງພຣະມະຫາອາເຕມາ ແລະສິ່ງສັກສິດທີ່ຕົກມາຈາກຟ້າ? 36 ບັດນີ້ດ້ວຍການທັງຫລາຍອັນຖຽງບໍ່ໄດ້ນີ້ ທ່ານທັງຫລາຍຄວນສະຫງົບລົງ ຢ່າເຮັດອັນໃດດ້ວຍຮິບຮ້ອນ. 37 ດ້ວຍວ່າພວກທ່ານໄດ້ນຳເອົາຄົນເຫລົ່ານີ້ມາ ກໍບໍ່ແມ່ນເຂົາເປັນຄົນປຸ້ນວິຫານ ຫລືໝິ່ນປະໝາດເຈົ້າແມ່ຂອງພວກເຮົາ. 38 ເພາະສະນັ້ນ, ຖ້າເດເມທິໂອແລະພວກຊ່າງຝີມືຢູ່ກັບເຂົາມີຂໍ້ກ່າວຫາກັບຄົນໃດ, ສານນີ້ກໍເປີດໃຫ້ ແລະມີຜູ້ພິພາກສາໃຫ້ພວກເຂົາໄປຟ້ອງຮ້ອງກັນເອງ. 39 ແຕ່ຖ້າພວກທ່ານຍັງມີເລື່ອງອື່ນໆອີກ, ກໍຄວນຕົກລົງກັນໃນການປະຊຸມສາມັນ. 40 ເພາະສິ່ງເຮົາທຳເປັນອັນຕະລາຍທີ່ຈະຖືກຟ້ອງຮ້ອງວ່າເປັນຜູ້ກ່ຽວຂ້ອງໃນການເຈລະຈາໃນວັນນີ້. ບໍ່ມີຂໍ້ອ້າງຫຍັງໃນຄວາມວຸ້ຍວາຍນີ້, ແລະເຮົາບໍ່ສາມາດອະທິບາຍໄດ້." 41 ເມື່ອທ່ານກ່າວດັ່ງນັ້ນແລ້ວ, ທ່ານກໍໃຫ້ເລິກການຊຸມນຸມ.