ບົດທີ 20

1 ຫລັງຈາກຄວາມວຸ້ນວາຍໄດ້ສະຫງົບລົງແລ້ວ, ໂປໂລຈຶ່ງໃຊ້ຄົນໄປນຳພວກສາວົກມາແລະກ່າວຄຳໜູນໃຈພວກເຂົາ, ເມື່ອທ່ານກ່າວຄຳອຳລາພວກເຂົາແລ້ວ. 2 ເມື່ອຜ່ານໄປແຂວງມາເກໂດເນຍ ທ່ານເດີນທາງຜ່ານເຂດແດນນັ້ນ, ກໍໄດ້ກ່າວໜູນໃຈຜູ້ເຊື່ອຢ່າງຫລວງຫລາຍ. 3 ແລ້ວທ່ານກໍໄປຍັງປະເທດກຣີກ ແລະພັກຢູ່ບ່ອນນັ້ນສາມເດືອນ, ພວກຢິວໄດ້ວາງແຜນທຳຮ້າຍທ່ານໃນຂະນະທີ່ທ່ານຈະລົງເຮືອໄປຍັງແຂວງຊີເຣຍ, ດັ່ງນັ້ນທ່ານຈຶ່ງຕັດສິນໃຈກັບໄປທາງແຂວງມາເກໂດເນຍ. 4 ພວກທີ່ເດີນທາງໄປແຂວງເອເຊຍກັບທ່ານຄືໂຊປາເຕ ຊາວເມືອງປີໂຣຈາກເບເຣຍ; ອາຣິດຕາໂຂແລະເຊກຸນໂດ ທັງສອງຄົນເປັນຜູ້ເຊື່ອຊາວເມືອງເດຣະເບ, ແລະຊາວເມືອງຕີຂີໂກ; ແລະຕີໂມທຽວ ແລະໂທຟີໂມຈາກແຂວງເອເຊຍ. 5 ແຕ່ຄົນເຫລົ່ານີ້ໄດ້ເດີນທາງລ່ວງໜ້າໄປກ່ອນ ແລະກຳລັງຖ້າເຮົາຢູ່ທີ່ເມືອງໂທອາດ. 6 ຫລັງຈາກເທດສະການຂະໜົມປັງບໍ່ມີເຊື້ອ, ເຮົາລົງເຮືອອອກຈາກເມືອງຟີລິບປອຍ ແລະ ໃນເວລາຫ້າວັນເຮົາກໍມາພົບພວກເຂົາທີ່ເມືອງໂທອາດ. ເຮົາໄດ້ພັກຢູ່ທີ່ນັ້ນເຈັດວັນ. 7 ໃນວັນຕົ້ນສັບປະດາ, ເມື່ຶອເຮົາມາປະຊຸມຮ່ວມກັນເພື່ອເຮັດພິທີຫັກເຂົ້າຈີ່, ໂປໂລກໍເວົ້າກັບຜູ້ເຊື່ອເຫລົ່ານັ້ນ. ທ່ານຕັ້ງໃຈຈະອອກຈາກທີ່ນັ້ນໃນວັນຮຸ່ງຂຶ້ນ, ເພາະສະນັ້ນ ທ່ານຈຶ່ງເວົ້າຕໍ່ໄປຈົນທຽງຄືນ. 8 ໃນຫ້ອງຊັ້ນເທິງທີ່ເຮົາປະຊຸມກັນນັ້ນມີຕະກຽງຫລາຍດວງ. 9 ມີຊາຍໜຸ່ມຄົນໜຶ່ງຊື່ຢູຕີໂຂ, ນັ່ງຢູ່ປ່ອງຢ້ຽມໄດ້ເລີ້ມເຫງົານອນຂຶ້ນທຸກເທື່ອ. ໃນຂະນະທີ່ໂປໂລຍັງຄົງເວົ້າຍືດຍາວຕໍ່ໄປອີກ, ຊາຍໜຸ່ມຄົນນີ້ກໍຍັງຄົງລັບຢູ່, ແລະ ພັດຕົກລົງໄປຈາກຊັ້ນສາມ ແລະເມື່ອຍົກຂຶ້ນມາກໍ່ພົບວ່າຕາຍແລ້ວ. 10 ແຕ່ເມື່ອໂປໂລລົງໄປທ່ານກໍກອດເຂົາໄວ້. ແລ້ວທ່ານກ່າວວ່າ, "ຢ່າໂສກເສົ້າໄປເລີຍ, ເພາະເຂົາຍັງມີຊີວິດຢູ່." 11 ຄັນໂປ­ໂລຂຶ້ນເມືອ ແລະຫັກເຂົ້າ­ຈີ່ຮັບປະ­ທານແລ້ວ ກໍສົນທະນາກັບເຂົາຕໍ່ໄປອີກດົນນານສົມ­ຄວນຈົນເຖິງຮຸ່ງເຊົ້າ ແລ້ວທ່ານໄດ້ຈາກເຂົາໄປ. 12 ແລ້ວເຂົາໄດ້ນຳເອົາຊາຍໜຸ່ມຜູ້ຍັງມີຊີວິດຢູ່ກັບໄປ ແລະ ໂດຍມີຄວາມຊົມຊຶ່ນຍິນ­ດີຫລາຍ. 13 ຝ່າຍພວກເຮົາໄດ້ລົງເຮືອກ່ອນຈິ່ງເດີນ­ທາງນ້ຳໄປເຖິງເມືອງອາ­ໂຊ ໝາຍໃຈວ່າຈະຮັບໂປ­ໂລຂຶ້ນເຮືອທີ່ນັ້ນ, ດ້ວຍວ່າທ່ານເອງໄດ້ຈັດໄວ້ດັ່ງ­ນັ້ນ, ເພາະທ່ານໝາຍໃຈວ່າຈະໄປທາງ­ບົກ. 14 ຄັນທ່ານພົບພວກເຮົາທີ່ເມືອງອາ­ໂຊແລ້ວ, ພວກເຮົາກໍຮັບທ່ານຂຶ້ນເຮືອມາຍັງເມືອງມີ­ເຕ­ເລ­ເນ. 15 ຫລັງຈາກທີເຮົາອອກຈາກເຮືອທີ່ນັ້ນ ແລະວັນຕໍ່ມາກໍເຖິງຝັງຕົງຂ້າມເກາະຂີໂອ. ອີກວັນຕໍ່ມາ ເຮົາກໍມາເຖິງເມືອງມີເລໂຕເພາະໂປໂລຕັດສິນໃຈທີ່ຈະຜ່ານເມືອງເອເຟໂຊໄປ ເພື່ອທີ່ຈະບໍ່ເສຍເວລາໃນແຂວງເອເຊຍ. 16 ດ້ວຍໂປ­ໂລໄດ້ຕັ້ງ­ໃຈວ່າຈະກາຍເມືອງເອ­ເຟ­ໂຊໄປເພື່ອບໍ່ໃຫ້ຄ້າງຢູ່ເຫິງໃນແຂວງອາ­ເຊຍ; ເພາະທ່ານຟ້າວຢາກໃຫ້ເຖິງກຸງເຢ­ຣູ­ຊາ­ເລັມຖ້າເປັນໄປໄດ້, ກໍໃຫ້ທັນວັນເທດ­ສະ­ການເພັນ­ເຕ­ຄໍ­ສະ­ເຕ. 17 ໂປໂລຈຶ່ງສົ່ງຄົນເຫລົ່ານັ້ນຈາກເມືອງມີເລໂຕໄປຍັງເອເຟໂຊ ເພື່ອຮ້ອງບັນດາຜູ້ປົກຄອງຄຣິສຕະຈັກເຫລົ່ານັ້ນມາພົບທ່ານ. 18 ເມື່ອພວກເຂົາມາພົບທ່ານແລ້ວ, ທ່ານຈຶ່ງກ່າວກັບພວກເຂົາວ່າ, "ພວກທ່ານເອງກໍຮູ້ດີວ່າ, ນັບຕັ້ງແຕ່ວັນແລກທີ່ຂ້ານ້ອຍໄດ້ຍ່າງເຂົ້າມາໃນແຂວງເອເຊຍ, ຂ້າພະເຈົ້າໄດ້ໃຊ້ເວລາຢູ່ກັບພວກທ່ານຢ່າງໃດ. 19 ຂ້ານ້ອຍໄດ້ຮັກສາການຮັບໃຊ້ພຣະເຈົ້າດ້ວຍຄວາມຕໍ່າຕ້ອຍທີ່ສຸດ ແລະ ດ້ວຍນໍ້າຕາ, ແລະ ດ້ວຍຄວາມທຸກທໍລະມານທີ່ເກີດຂຶ້ນນຳຂ້ານ້ອຍເພາະຊາວຢິວ. 20 ທ່ານຮູ້ດີວ່າເຮົາບໍ່ໄດ້ທໍ້­ຖອຍຈາກການປະ­ກາດແລະສັ່ງ­ສອນພວກທ່ານ ໃນທີ່ປະ­ຊຸມແລະຕາມບ້ານຕາມເຮືອນ. 21 ທັງເຕືອນສະ­ຕິຢ່າງໜັກແໜ້ນໃຫ້ພວກຢິວແລະ ພວກກຣີກ ເຖິງເລື່ອງການຖິ້ມໃຈເກົ່າເອົາ­ໃຈໃໝ່ຈຳ­ເພາະພຣະ­ເຈົ້າ ແລະ ຄວາມເຊື່ອຈຳ­ເພາະພຣະ­ເຢຊູຄຣິດ­ເຈົ້າຂອງພວກເຮົາ. 22 ມາບັດນີ້, ພຣະວິນຍານບໍລິສຸດໄດ້ຊົງນຳຂ້າພະເຈົ້າ, ທີ່ຈະໄປຍັງນະຄອນເຢຣູຊາເລັມ ຊຶ່ງບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນກັບຂ້າພະເຈົ້າທີນັ້ນ. 23 ເວັ້ນໄວ້ແຕ່ພຣະ­ວິນ­ຍານ­ບໍ­ລິ­ສຸດຊົງເຕືອນສະ­ຕິເຮົາໃນທຸກບ້ານທຸກເມືອງວ່າ ເຄື່ອງຜູກມັດແລະຄວາມ­ທຸກລຳ­ບາກຄອຍຖ້າເຮົາຢູ່. 24 ແຕ່ເຮົາບໍ່ໄດ້ຖືວ່າຊີວິດຂອງເຮົາເປັນຂອງມີ­ຄ່າແກ່ເຮົາຢ່າງ­ໃດເພື່ອເຮົາຈະເຮັດໜ້າ­ທີ່ຂອງເຮົາ, ແລະ ຈະໄດ້ປະ­ຕິ­ບັດງານທີ່ໄດ້ຮັບມອບໝາຍຈາກອົງພຣະ­ຜູ້­ເປັນ­ເຈົ້າໃຫ້ສຳ­ເລັດ ຄືທີ່ຈະເປັນພະ­ຍານຢ່າງຄົບຖ້ວນເຖິງເລື່ອງຂ່າວປະ­ເສີດກ່ຽວກັບພຣະ­ຄຸນຂອງພຣະ­ເຈົ້ານັ້ນ. 25 ຂ້າພະເຈົ້າຮູ້ວ່າ, ພວກທ່ານທຸກຄົນທີ່ຂ້າພະເຈົ້າໄດ້ປະກາດລາດຊະອານາຈັກຂອງພຣະເຈົ້າ, ຈະບໍ່ໄດ້ເຫັນຂ້າພະເຈົ້າອີກ. 26 ເພາະສະນັ້ນຂ້າພະເຈົ້າຈຶ່ງຢືນຢັນກັບພວກທ່ານໃນວັນນີ້ວ່າ, ຂ້າພະເຈົ້າບໍ່ມີຄວາມຜິດໃນຄວາມຕາຍຂອງຜູ້ໃດ. 27 ດ້ວຍວ່າເຮົາບໍ່ໄດ້ທໍ້­ຖອຍຈາກການປະ­ກາດພຣະ­ປະ­ສົງຂອງພຣະ­ເຈົ້າ ໃຫ້ພວກທ່ານຮູ້. 28 ເພາະສະນັ້ນຈົງລະວັງທັງຕົວທ່ານເອງ, ແລະຝູງແກະທີ່ພຣະວິນຍານບໍລິສຸດຊົງຕັ້ງທ່ານໄວ້ໃຫ້ເປັນຜູ້ດູແລໃຫ້ດີ. ຈົ່ງລະວັງທີ່ຈະດູແລຄຣິດຕະຈັກຂອງພຣະເຈົ້າ, ທີ່ພຣະອົງຊົງຊື້ມາດ້ວຍພຣະໂລຫິດຂອງພຣະອົງ. 29 ຂ້າພະເຈົ້າຮູ້ວ່າ ຫລັງຈາກທີ່ຂ້າພະເຈົ້າຈາກໄປແລ້ວ, ຈະມີຝູງໝາປ່າທີ່ດຸຮ້າຍເຂົ້າມາໃນພວກທ່ານ ແລະບໍ່ລະເວັ້ນຝູງແກະເລີຍ. 30 ຂ້າພະເຈົ້າຮູ້ວ່າ ແມ້ແຕ່ໃນພວກທ່ານເອງ ກໍຈະມີບາງຄົນທີ່ກ່າວສິ່ງທີ່ເຮັດໃຫ້ເຂົາໄປ ເພື່ອຊັກຊວນພວກສາວົກໃຫ້ຫລົງຕາມພວກເຂົາໄປ. 31 ເພາະສະນັ້ນຈົ່ງເຝົ້າລະວັງໃຫ້ດີ. ຈຳໄວ້ວ່າຂ້າພະເຈົ້າໄດ້ສັ່ງສອນທຸກຄົນດ້ວຍນ້ຳຕາທັງກາງວັນແລະກາງຄືນຕະຫລອດສາມປີບໍ່ມີຢຸດຢ່ອນ. 32 ບັດນີ້ ຂ້າພະເຈົ້າຂໍມອບພວກທ່ານໄວ້ກັບພຣະເຈົ້າແລະພຣະທັມແຫ່ງພຣະຄຸນຂອງພຣະອົງ, ທີ່ສາມາດກໍ່ສ້າງທ່ານຂຶ້ນໄດ້ ແລະໃຫ້ທ່ານເປັນຜູ້ຮັບມໍລະດົກທ່າມກາງຄົນເຫລົ່ານັ້ນ ທີ່ຖວາຍຕົນແດ່ພຣະເຈົ້າ. 33 ຂ້າພະເຈົ້າບໍ່ໄດ້ໂລບເອົາເງິນ, ທອງ, ຫລື ເສື້ອຜ້າຂອງໃຜເລີຍ. 34 ພວກທ່ານເອງກໍຮູ້ວ່າ ມືທັງສອງຂອງຂ້າພະເຈົ້າ ໄດ້ຈັດຫາສິ່ງຈຳເປັນສຳລັບຕົນເອງ ແລະ ສຳຫລັບພວກຄົນທີ່ຢູ່ກັບຂ້າພະເຈົ້າ. 35 ຂ້າພະເຈົ້າໄດ້ວາງແບບຢ່າງໃຫ້ທ່ານໃນທຸກເລື່ອງແລ້ວ, ໃນການທີ່ຈະຊ່ວຍຄົນທີ່ອ່ອນແອດ້ວຍການເຮັດວຽກ, ແລະທ່ານຄວນຈະລະລຶກເຖິງພຣະທັມຂອງພຣະອົງພຣະເຢຊູເຈົ້າ, ຕາມທີ່ພຣະອົງກ່າວວ່າ, "ການໃຫ້ເປັນເຫດໃຫ້ມີຄວາມສຸກ ກວ່າການຮັບ." 36 ຫລັງຈາກທີ່ເພິ່ນໄດ້ກ່າວເຊັ່ນນີ້ແລ້ວ, ເພິ່ນກໍຄຸເຂົ່າລົງອະທິຖານຮ່ວມກັບພວກເຂົາທຸກຄົນ. 37 ພວກເຂົາຮ້ອງໄຫ້ຢ່າງໜັກ ແລະກອດຄໍໂປໂລແລະຈູບເພິ່ນ. 38 ພວກເຂົາໂສກເສົ້າຢ່າງທີສຸດ ເພາະຖ້ອຍຄຳທີ່ເພິ່ນໄດ້ກ່າວ, ພວກເຂົາຈະບໍ່ໄດ້ເຫັນໜ້າທ່ານອີກ. ແລ້ວພວກເຂົາກໍພາທ່ານໄປສົ່ງທີ່ເຮືອ.