ບົດທີ 21

1 ເມື່ອພວກເຮົາລາຈາກພວກເຂົາແລ້ວກໍລົງເຮືອໄປ, ພວກເຮົາໄດ້ເດີນທາງໄປຍັງເມືອງໂກດ, ແລະ ຕື່ນເຊົ້າກໍມາເຖິງເມືອງໂຣໂດ ແລະ ຈາກທີ່ນັ້ນເຮົາກໍໄປຍັງເມືອງປາຕາຣາ. 2 ເມື່ອເຮົາພົບເຮືອລຳໜຶ່ງກຳລັງຈະໄປເມືອງຟິນີເຊຍເຮົາຈຶ່ງລົງເຮືອລຳນັ້ນແລ່ນອອກໄປ. 3 ພາຍຫລັງຫລຽວເຫັນໄຊປຣັດແລ້ວ, ເຮົາກໍຜ່ານເກາະນັ້ນໄປທາງຊ້າຍ, ພວກເຮົາໄດ້ລ່ອງເຮືອໄປຍັງແຂວງຊີເຣຍ ແລະ ໄດ້ຈອດເຮືອທີ່ທ່າເມືອງຕີເຣ, ເພາະເຮືອຕ້ອງເອົາຂອງທີ່ບັນທຸກມາຂຶ້ນທ່າທີ່ນັ້ນ. 4 ຫລັງຈາກທີ່ເຮົາຫາພວກສາວົກທີ່ນັ້ນພົບແລ້ວ ເຮົາກໍພັກຢູ່ທີ່ນັ້ນເຈັດວັນ. ພວກສາວົກເຫລົ່ານີ້ໄດ້ກາ່ວກັບເປໂຕໂດຍພຣະວິນຍານບໍ່ໃຫ້ຂຶ້ນໄປຍັງກຸງເຢຣູຊາເລັມ. 5 ຫລັງຈາກທີ່ເຮົາຢູ່ທີ່ນັ້ນຫລາຍວັນ, ແລ້ວພວກເຮົາກໍອອກເດີນທາງໄປ, ແລະ ບັນດາພວກສາວົກ ພ້ອມກັບພັນລະຍາ ແລະລູກກໍຕາມມາສົ່ງເຮົາຈົນເຮົາອອກໄປຈາກເມືອງນັ້ນ. ແລ້ວພວກເຮົາກໍຄຸເຂົ່າລົງອະທິຖານທີ່ຊາຍຫາດ, 6 ແລະກ່າວອຳລາຊຶ່ງກັນ ແລະ ກັນ, ພວກເຮົາກໍລົງເຮືອເດີນທາງຕໍ່, ແລະ ພວກເຂົາກໍເດີນທາງກັບບ້ານ. 7 ເມື່ອແລ່ນເຮືອຈາກເມືອງຕີເຣແລ້ວ, ພວກເຮົາໄດ້ມາເຖິງເມືອງປະໂຕເລມາຍ. ເຮົາຈຶ່ງໄປຄຳນັບທັກທາຍພີ່ນ້ອງທີ່ນັ້ນ ແລະ ພັກຢູ່ກັບພວກເຂົາວັນໜຶ່ງ. 8 ໃນເຊົ້າວັນໃໝ່ພວກເຮົາກໍຈາກໄປ ແລະ ໄປຍັງເມືອງກາຍຊາເຣຍ. ພວກເຮົາເຂົ້າໄປໃນເຮືອນຂອງຟິລິບຜູ້ປະກາດຂ່າວປະເສີດຊຶ່ງເປັນໜຶ່ງໃນເຈັດຄົນນັ້ນ ແລະ ພວກເຮົາກໍພັກຢູ່ກັບເຂົາ. 9 ຕອນນີ້ຟິລິບມີລູກສາວສີ່ຄົນທີ່ຍັງເປັນຍິງພົມມະຈາລີ ເປັນຜູ້ປະກາດພຣະວັດຈະນະທັມ. 10 ເມື່ອເຮົາພັກຢູ່ທີ່ນັ້ນຫລາຍວັນແລ້ວ ມີຜູ້ທຳນວຍຜູ້ໜຶ່ງຊື່ວ່າອາຄະໂບລົງມາຈາກແຂວງຢູດາຍ. 11 ເຂົາໄດ້ມາຫາພວກເຮົາແລ້ວເອົາເຂັມຂັດຂອງໂປໂລໄປມັດມືແລະຕີນຂອງເຂົາດ້ວຍເຂັມຂັດນັ້ນແລ້ວກ່າວວ່າ, "ພຣະວິນຍານບໍຣິສຸດເຈົ້າກ່າວວ່າ, 'ພວກຢິວໃນກຸງເຢຣູຊາເລັມຈະຜູກມັດຄົນທີ່ເປັນເຈົ້າຂອງເຂັມຂັດນີ້, ແລ້ວພວກເຂົາຈະສົ່ງມອບທ່ານໄວ້ໃນມືຂອງພວກຕ່າງຊາດ." 12 ເມື່ອພວກເຮົາໄດ້ຍິນເລື່ອງນີ້ເຮົາ, ຮ່ວມກັບພວກຄົນທີ່ຢູ່ທີ່ນັ້ນກໍອ້ອນວອນໂປໂລບໍ່ໃຫ້ຂຶ້ນໄປຍັງກຸງເຢຣູຊາເລັມ. 13 ໂປໂລຈຶ່ງຕອບວ່າ, "ພວກທ່ານກຳລັງເຮັດຫຍັງ? ດ້ວຍການຮ້ອງໄຫ້ ແລະ ເຮັດໃຫ້ຂ້າພະເຈົ້າຊຳ້ໃຈ? ເມື່ອຂ້າພະເຈົ້າພ້ອມແລ້ວ, ບໍ່ພຽງແຕ່ຈະຖືກມັດ, ແຕ່ເຖິງແມ່ນຈະຕາຍຢູ່ທີ່ກຸງເຢຣູຊາເລັມ ໂດຍເພາະພຣະນາມຂອງພຣະເຢຊູເຈົ້າ. 14 ເມື່ອໂປໂລບໍ່ຍອມຟັງຄຳຂໍຮ້ອງພວກເຂົາຈຶ່ງຢຸດ ບໍ່ພະຍາຍາມທີ່ຈະເວົ້າອີກ ແລ້ວກ່າວວ່າ, "ຂໍໃຫ້ເປັນໄປຕາມນໍ້າພຣະໄທຂອງອົງພຣະຜູ້ເປັນເຈົ້າເຖີດ." 15 ຫລັງຈາກມື້ນັ້ນ, ພວກເຮົາກໍເກັບເອົາສິ່ງຂອງແລ້ວຂຶ້ນໄປຍັງກຸງເຢຣູຊາເລັມ. 16 ມີສາວົກບາງຄົນຈາກເມືອງກາຍຊາເຣຍໄປກັບເຮົາດ້ວຍ. ພວກເຂົາພາເຮົາໄປຫາຊາຍຄົນໜຶ່ງຊື່ມານາໂຊນ, ຊາວເກາະໄຊປຣັດ, ທີ່ເປັນສາວົກໃນຊ່ວງທຳອິດ, ໂດຍໃຫ້ເຮົາອາໄສຢູ່ກັບເຂົາ. 17 ເມື່ອພວກເຮົາມາເຖິງກຸງເຢຣູຊາເລັມແລ້ວ ພວກອ້າຍນ້ອງກໍໄດ້ມາຕ້ອນຮັບເຮົາດ້ວຍຄວາມຍິນດີ. 18 ຕື່ນເຊົ້າມາໂປໂລກັບພວກເຮົາກໍໄປຫາຢາໂກໂບ, ແລະພວກຜູ້ອາວຸດໂສທຸກຄົນຢູ່ທີ່ນັ້ນ. 19 ເມື່ອເພິ່ນໄດ້ທັກທາຍພວກເຂົາແລ້ວ, ເພິ່ນກໍໄດ້ລາຍງານແຕ່ລະຄົນ ໃນສິ່ງທີ່ພຣະເຈົ້າໄດ້ຊົງກະທຳໃນທ່າມກາງຄົນຕ່າງຊາດ ຜ່ານວຽກງານຮັບໃຊ້ຂອງພຣະອົງ. 20 ເມື່ອພວກເຂົາໄດ້ຍິນເລື່ອງນີ້, ພວກເຂົາກໍໄດ້ສັນລະເສີນພຣະເຈົ້າ ແລະ ພວກເຂົາກ່າວກັບໂປໂລວ່າ, "ອ້າຍເອີຍ, ທ່ານເຫັນແລ້ວວ່າມີພວກຢິວຫລາຍພັນຄົນທີ່ເຊື່ອໃນທ່າມກາງຊາວຢິວ. ພວກເຂົາທຸກຄົນມີຄວາມໝຸ້ງໝັ້ນໃນການຖືຮັກສາກົດບັນຍັດ. 21 ພວກເຂົາໄດ້ຮັບຄຳບອກກຽ່ວກັບທ່ານ, ວ່າທ່ານສັ່ງສອນໃຫ້ພວກຢິວທັງໝົດທີ່ອາໄສຢູ່ໃນໝູ່ຄົນຕ່າງຊາດໃຫ້ປະຖິ້ມກົດບັນຍັດຂອງໂມເຊ, ແລະ ບອກພວກເຂົາບໍ່ຕ້ອງໃຫ້ລູກຂອງຕົນເຂົ້າພິທີຕັດ, ແລະ ບໍ່ຕ້ອງທຳຕາມທຳນຽມດັ້ງເດີມ. 22 ພວກເຮົາຄວນຈະເຮັດຢ່າງໃດໃນເລື່ອງນີ້? ພວກເຂົາຄົງຈະຮູ້ຂ່າວວ່າທ່ານມາ. 23 ເພາະສະນັ້ນເຮົາຈະບອກທ່ານວ່າຕອນນີ້ເຮົາມີສີ່ຄົນທີ່ໃຫ້ຄຳປະຕິຍານຕົວໄວ້. 24 ທ່ານຈົ່ງພາຄົນເຫລົ່ານັ້ນໄປ ແລະ ເຮັດພິທີຊຳລະຕົວທ່ານຮ່ວມກັບພວກເຂົາ, ແລະ ຈ່າຍຄ່າທຳນຽມໃຫ້ແກ່ພວກເຂົາດ້ວຍ, ເພື່ອໃຫ້ພວກເຂົາສາມາດແຖຫົວໄດ້. ເພື່ອທີ່ທຸກຄົນຈະໄດ້ຮູ້ວ່າເລື່ອງລາວຕ່າງໆທີ່ໄດ້ຍິນກ່ຽວກັບທ່ານເປັນຄວາມບໍ່ຈິງ ແລະ ໄດ້ຮູ້ວ່າພວກທ່ານກໍປະຕິບັດຕາມກົດບັນຍັດເຊັ່ນກັນ. 25 ສ່ວນພວກຕ່າງຊາດທີ່ເຊື່ອນັ້ນເຮົາກໍໄດ້ຂຽນຈົດໝາຍຄຳສັ່ງໃຫ້ພວກເຂົາງົດເວັ້ນຈາກການກິນອາຫານທີ່ບູຊາຮູບເຄົາຣົບ, ງົດຈາກການກິນເລືອດ, ງົດຈາກການກິນເນື້ອສັດທີ່ຖືກຮັດຄໍຕາຍ ແລະ ຫລີກເວັ້ນຈາກການຜິດສິນລະທຳທາງເພດ." 26 ແລ້ວໂປໂລຈຶ່ງພາຄົນເຫລົ່ານັ້ນໄປ ແລະ ວັນຕໍ່ມາກໍເຮັດພິທີຊຳລະຕົນເອງດ້ວຍກັນກັບພວກເຂົາແລ້ວຈຶ່ງເຂົ້າໄປໃນພຣະວິຫານ, ປະກາດກຳນົດວັນພິທີການຊຳລະຕົວຈົນກວ່າພວກເຂົາຈະຖວາຍເຄື່ອງບູຊາໃຫ້ແກ່ໝົດທຸກຄົນ. 27 ເມື່ອໃກ້ຄົບເຈັດວັນແລ້ວ, ພວກຢິວທີ່ມາຈາກແຄວ້ນເອເຊຍ, ໄດ້ຫລຽວເຫັນໂປໂລໃນພຣະວິຫານ, ແລະ ພວກເຂົາຍຸຍົງປະຊາຊົນໃຫ້ຕໍ່ຕ້ານ ແລະຈັບໂປໂລ. 28 ພວກເຂົາຮ້ອງຂຶ້ນວ່າ, "ຊົນຊາດອິດສະຣະເອນເອີຍ, ຈົ່ງຊ່ວຍພວກເຮົາເຖີດ. ຊາຍຄົນນີ້ໄດ້ສອນທຸກຄົນໃນທຸກແຫ່ງໃຫ້ເປັນສັດຕູຕໍ່ຊົນຊາດເຮົາຕໍ່ກົດບັນຍັດຂອງໂມເຊ ແລະ ໃນພຣະວິຫານນີ້. ນອກຈາກນີ້, ເຂົາຍັງພາຄົນກຣີກເຂົ້າມາໃນພຣະວິຫານຊຶ່ງເຮັດໃຫ້ສະຖານທີ່ບໍຣິສຸດແຫ່ງນີ້ເປັນມົນທິນ." 29 ເພາະກ່ອນໜ້ານີ້ຄົນພວກນັ້ນໄດ້ເຫັນໂທຟີໂມຢູ່ກັບໂປໂລໃນເມືອງນັ້ນ ແລະ ພວກເຂົາຈຶ່ງຄິດວ່າໂປໂລພາຄົນນັ້ນເຂົ້າມາໃນໃນພຣະວິຫານ. 30 ຄົນທັງເມືອງກໍເກີດອົນລະວົນ, ແລະ ປະຊາຊົນກໍແລ່ນເຂົ້າໄປ ແລະ ຈັບໂປໂລ. ພວກເຂົາດຶງລາກເພິ່ນອອກຈາກພຣະວິຫານແລ້ວກໍປິດປະຕູທັນທີ. 31 ຂະນະທີ່ພວກເຂົາກຳລັງຈະຂ້າເພິ່ນ, ຂ່າວກໍໄດ້ມາເຖິງນາຍພົນທະຫານ ​ວ່າທັງເມືອງເຢຣູຊາເລັມແມ່ນເກີດຄວາມສັບສົນວຸ້ນວາຍ. 32 ທ່ານຈຶ່ງນຳພວກທະຫານ ແລະ ບັນດານາຍຮ້ອຍແລ່ນໄປຫາປະຊາຊົນທັນທີ. ເມື່ອປະຊາຊົນເຫັນນາຍພັນມາພ້ອມພວກທະຫານພວກເຂົາກໍຢຸດຕີໂປໂລ. 33 ຫລັງຈາກນັ້ນ ນາຍພົນກໍໄດ້ໄປເຖິງ ແລະ ສັ່ງໃຫ້ຈັບໂຕເພິ່ນດ້ວຍລ່າມໂສ້ສອງເສັ້ນ. ແລ້ວເຂົາກໍຖາມວ່າຜູ້ນີ້ແມ່ນໃຜ ແລະ ລາວໄດ້ເຮັດຫຍັງ. 34 ບາງຄົນໃນປະຊາຊົນນັ້ນຕ່າງກໍຮ້ອງຂຶ້ນວ່າຢ່າງນີ້ ແລະ ບາງຄົນວ່າຢ່າງນັ້ນ. ເມື່ອນາຍພົນບໍ່ສາມາດຮູ້ເລື່ອງອັນໃດໄດ້ເພາະສຽງເຫລົ່ານັ້ນທ່ານຈຶ່ງສັ່ງໃຫ້ພາໂປໂລເຂົ້າໄປໃນທີ່ໝັ້ນ. 35 ເມື່ອທ່ານໄດ້ມາເຖິງຂັນໃດແລ້ວ, ພວກທະຫານກໍແບກທ່ານໄປເນື່ອງຈາກຄວາມຮຸນແຮງຂອງປະຊາຊົນ. 36 ເພາະປະຊາຊົນໄດ້ຕິດຕາມໄປແລະ ຮ້ອງຂຶ້ນວ່າ, "ຂ້າມັນເສຍ!" 37 ເມື່ອໂປໂລຖືກນຳຕົວມາຍັງທີ່ກົມທະຫານ, ແລ້ວທ່ານຈຶ່ງກ່າວກັບນາຍພົນວ່າ, "ຂໍໃຫ້ຂ້າພະເຈົ້າເວົ້າບາງສິ່ງກັບທ່ານໄດ້ບໍ?" ນາຍພົນຈຶ່ງຖາມວ່າ, "ເຈົ້າເວົ້າພາສາກຣີກໄດ້ບໍ? 38 ເຈົ້າບໍ່ແມ່ນຄົນເອຢິບ, ຜູ້ທີ່ກໍ່ການກະບົດຄາວກ່ອນ ແລະ ໄດ້ນໍາພາພວກຜູ້ກໍ່ການຮ້າຍສີ່ພັນຄົນເຂົ້າໄປໃນຖິ່ນທຸລະກັນດານບໍ?" 39 ໂປໂລຕອບວ່າ "ຂ້າພະເຈົ້າເປັນຊາວຢິວ, ທີ່ມາຈາກເມືອງຕາໂຊໃນແຂວງກີລີເກຍ. ຂ້າພະເຈົ້າເປັນພົນລະເມືອງຂອງເມືອງໜຶ່ງທີ່ສຳຄັນນີ້. ຂ້າພະເຈົ້າຂໍອະນຸຍາດທ່ານເວົ້າກັບປະຊາຊົນແດ່ທ້ອນ." 40 ໂປໂລຈຶ່ງຢືນຂຶ້ນເທິງຂັ້ນໃດ ແລະ ໂບກມືໃຫ້ກັບປະຊາຊົນ. ເມື່ອນັ້ນກໍງຽບສະຫງົບລົງ, ແລ້ວເພິ່ນຈຶ່ງກ່າວກັບພວກເຂົາເປັນພາສາເຮັບເຣີວ່າ,