ບົດທີ 22

1 "ອ້າຍນ້ອງ ແລະ ບັນພະບຸຣຸດທັງຫລາຍ, ຂໍຟັງຄຳໃຫ້ການຂອງຂ້າພະເຈົ້າ ທີ່ຂ້າພະເຈົ້າຈະກ່າວແກ່ທ່ານທັງຫລາຍ." 2 ເມື່ອປະຊາຊົນໄດ້ຍິນໂປໂລເວົ້າກັບພວກເຂົາເປັນພາສາເຮັບເຣີ, ພວກເຂົາກໍເລີ້ມງຽບສຽງລົງກວ່າເກົ່າ. ເພິ່ນກ່າວວ່າ, 3 "ຂ້າພະເຈົ້າເປັນຊາວຢິວ, ເກີດທີ່ເມືອງຕາໂຊໃນແຂວງກີລີເກຍ, ແຕ່ໄດ້ຮັບການສຶກສາໃນເມືອງນີ້ເຄີຍເປັນລູກສິດຂອງຄາມາລິເອນ. ຂ້າພະເຈົ້າໄດ້ຮັບການສັ່ງສອນຢ່າງເຄັ່ງຄັດຕາມກົດບັນຍັດຂອງບັນພະບຸລຸດຂອງເຮົາຂ້າພະເຈົ້າຫວງແຫນພຣະເຈົ້າເຊັ່ນດຽວກັບພວກທ່ານໃນວັນນີ້. 4 ຂ້າພະເຈົ້າໄດ້ຂົ່ມເຫັງພວກທີ່ຖືທາງນີ້ຈົນເຖິງຕາຍ, ຂ້າພະເຈົ້າໄດ້ຜູກມັດທັງຊາຍ ແລະ ຍິງ ແລະ ສົ່ງພວກເຂົາໄວ້ໃນຄຸກ, 5 ມະຫາປະໂລຫິດ ແລະ ພວກຜູ້ອາວຸດໂສທຸກຄົນສາມາດເປັນພະຍານໄດ້ ວ່າຂ້າພະເຈົ້າໄດ້ຮັບຈົດໝາຍຈາກພວກເຂົາສຳລັບພີ່ນ້ອງໃນເມືອງດາມັສກັດ, ແລະ ໃຫ້ຂ້າພະເຈົ້າເດີນທາງໄປທີ່ນັ້ນຂ້າພະເຈົ້ານຳຜູ້ທີ່ຖືໃນທາງນີ້ກັບມາຍັງກຸງເຢຣູຊາເລັມເພື່ອຮັບການລົງໂທດ. 6 ມີເຫດການເກີດຂຶ້ນຂະນະທີ່ຂ້າພະເຈົ້ກຳລັງເດີນທາງ ແລະ ເມື່ອໃກ້ເຖິງເມືອງດາມັສກັດ, ປະມານທ່ຽງວັນທັນໃດນັ້ນມີແສງກ້າຈາກສະຫວັນສ່ອງແສງຢູ່ລອບຕົວຂ້າພະເຈົ້າ. 7 ຂ້າພະເຈົ້າລົ້ມລົງກັບພື້ນ ແລະ ໄດ້ຍິນສຽງໜຶ່ງເວົ້າກັບຂ້າພະເຈົ້າວ່າ, ' ໂຊໂລ, ໂຊໂລເອີຍ, ເຈົ້າຂົ່ມເຫັງເຮົາເຮັດຫຍັງ?' 8 ຂ້າພະເຈົ້າຕອບວ່າ, 'ພຣະອົງເຈົ້າເປັນຜູ້ໃດ?' ພຣະອົງຊົງກ່າວແກ່ຂ້າພະເຈົ້າວ່າ, 'ເຮົາຄືເຢຊູຊາວນາຊາເຣັດ, ຜູ້ທີ່ເຈົ້າກຳລັງຂົ່ມເຫັງ.' 9 ບັນດາຜູ້ທີ່ຢູ່ກັບຂ້າພະເຈົ້າໄດ້ເຫັນແສງສະຫວ່າງນັ້ນ, ແຕ່ພວກເຂົາບໍ່ເຂົ້າໃຈສຽງຂອງພຣະອົງຜູ້ທີ່ກ່າວກັບຂ້າພະເຈົ້າ, 10 ຂ້າພະເຈົ້າກ່າວວ່າ, 'ພຣະຜູ້ເປັນເຈົ້າ, ຂ້າພະອົງຄວນຈະເຮັດຢ່າງໃດ? ອົງພຣະຜູ້ເປັນເຈົ້າກ່າວກັບຂ້າພະເຈົ້າວ່າ 'ຈົ່ງລຸກຂຶ້ນ ແລະ ເຂົ້າໄປໃນເມືອງດາມັສກັດ; ທີ່ນັ້ນຈະມີຄົນບອກທຸກສິ່ງທີ່ເຈົ້າຕ້ອງທຳ' 11 ຂ້າພະເຈົ້າບໍ່ສາມາດເບິ່ງເຫັນໄດ້ເນື່ຶອງຈາກຄວາມສະຫວ່າງຂອງແສງນັ້ນ, ດັ່ງນັ້ນຜູ້ທີ່ຢູ່ກັບຂ້າພະເຈົ້າໄດ້ຈູງມືຂ້າພະເຈົ້າເຂົ້າໄປໃນເມືອງດາມັສກັດ. 12 ທີ່ນັ້ນຂ້າພຣະເຈົ້າໄດ້ພົບກັບຊາຍຄົນໜຶ່ງຊື່ອານາເນຍ, ເປັນຄົນສັດທາຕາມກົດບັນຍັດ ແລະມີຊື່ສຽງດີໃນໝູ່ຊາວຢິວທີ່ອາໄສຢູ່ທີ່ນັ້ນ. 13 ເຂົາມາຫາຂ້າພະເຈົ້າ, ຢືນຢູ່ຂ້າງຂ້າພະເຈົ້າ ແລະ ເວົ້າວ່າ 'ອ້າຍໂຊໂລເອີຍ, ທ່ານຈົ່ງເຫັນເຖີດ.' ໃນທັນໃດນັ້ນຂ້າພະເຈົ້າກໍເບິ່ງເຫັນເຂົາ. 14 ແລ້ວເຂົາກໍເວົ້າວ່າ, 'ພຣະເຈົ້າຂອງບັນພະບຸລຸດຂອງເຮົາໄດ້ເລືອກທ່ານໃຫ້ຮູ້ປະສົງຂອງພຣະອົງ, ເພື່ອທີ່ຈະເຫັນພຣະອົງຜູ້ຊອບທັມ, ແລະ ໄດ້ຍິນສຽງທີ່ມາຈາກພຣະໂອດຂອງພຣະອົງ. 15 ເພາະທ່ານຈະເປັນພະຍານຝ່າຍພຣະອົງຕໍ່ທຸກຄົນຖິງສິ່ງທີ່ທ່ານໄດ້ເຫັນ ແລະໄດ້ຍິນ. 16 ແລະ ບັດນີ້ເຫດໃດທ່ານຈຶ່ງລໍຖ້າຢູ່? ຈົ່ງລຸກຂຶ້ນ, ຮັບບັບຕິສະມາ ແລະ ຊຳລະຄວາມຜິດບາບຂອງທ່ານ, ດ້ວຍການເອີ້ນອອກພຣະນາມຂອງພຣະອົງ.' 17 ຫລັງຈາກທີ່ຂ້າພຣະເຈົ້າກັບໄປກຸງເຢຣູຊາເລັມ, ແລະ ໃນຂະນະທີ່ຂ້າພະເຈົ້າກຳລັງອະທິຖານໃນພຣະວິຫານ, ມີສິ່ງເກີດຂຶ້ນຄືຂ້າພະເຈົ້າໄດ້ຮັບນິມິດ. 18 ຂ້າພະເຈົ້າໄດ້ເຫັນພຣະອົງກ່າວກັບຂ້າພະເຈົ້າວ່າ 'ຈົ່ງຮີບອອກຈາກກຸງເຢຣູຊາເລັມໂດຍໄວ, ເພາະພວກເຂົາຈະບໍ່ຍອມຮັບຄຳພະຍານຂອງເຈົ້າກ່ຽວກັບເຮົາ.' 19 ຂ້າພຣະເຈົ້າຈຶ່ງເວົ້າວ່າ 'ພຣະຜູ້ເປັນເຈົ້າ, ພວກເຂົາເອງກໍຮູ້ວ່າຂ້າພະເຈົ້າໄດ້ຈອງຈຳ ແລະຂ້ຽນຕີຜູ້ທີ່ເຊື່ອໃນພຣະອົງໃນທຳມະສາລາທຸກແຫ່ງ. 20 ເມື່ອໂລຫິດຂອງຊະເຕຟາໂນທີເປັນພະຍານຂອງພຣະອົງໄດ້ລົ້ມລົງ, ຂ້າພະເຈົ້າກໍຢືນຢູ່ໃກ້ໆ ແລະ ເຫັນຊອບ, ແລະ ຂ້າພະເຈົ້າໄດ້ເຝົ້າເສື້ອຜ້າຂອງຜູ້ທີ່ຂ້າເຂົາ.' 21 ແຕ່ພຣະອົງຕັດກັບຂ້າພະເຈົ້າວ່າ 'ຈົ່ງອອກໄປ, ເພາະເຮົາຈະສົ່ງເຈົ້າໃຫ້ໄປໄກ ໄປຫາຄົນຕ່າງຊາດ. '" 22 ພວກປະຊາຊົນຍອມຟັງ ໃຫ້ເຂົາກ່າວໃນຈຸດນີ້. ແຕ່ແລ້ວພວກເຂົາກໍຮ້ອງວ່າ "ເອົາຄົນເຊັ່ນນີ້ອອກໄປຈາກແຜ່ນດິນໂລກ, ເພາະເຂົາບໍ່ສົມຄວນທີ່ຈະມີຊີວິດຢູ່." 23 ຂະນະທີ່ພວກເຂົາຮ້ອງກໍໂຍນເສື້ອຄຸມຂອງພວກເຂົາ ແລະ ໂຍນຝຸ່ນລະອອງຂຶ້ນໄປໃນອາກາດ, 24 ນາຍພົນທະຫານຈຶ່ງສັ່ງໃຫ້ນຳໂປໂລເຂົ້າມາໃນປ້ອມທະຫານ. ເຂົາສັ່ງວ່າເຂົາຄວນຈະຖືກສອບສວນດ້ວຍການຂ້ຽນຕີ, ເພື່ອໃຫ້ເຂົາຈະໄດ້ຮູ້ວ່າເປັນຫຍັງພວກເຂົາຈຶ່ງຕໍ່ຕ້ານເຂົາເຊັ່ນນັ້ນ. 25 ເມື່ອພວກເຂົາເອົາເຊືອກໜັງມັດໂປໂລ, ໂປໂລໄດ້ກ່າວກັບນາຍຮ້ອຍທີ່ຢືນຢູ່ຂ້າງໆວ່າ, "ເປັນເລື່ອງຖືກຕ້ອງຕາມກົດໝາຍແລ້ວບໍ ທີ່ທ່ານຂ້ຽນຕີຄົນທີ່ເປັນຊາວໂຣມ ແລະ ຍັງບໍ່ໄດ້ປະກາດວ່າເຮັດຜິດ?" 26 ເມື່ອນາຍຮ້ອຍໄດ້ຍິນດັ່ງນັ້ນ, ເຂົາໄດ້ໄປຫານາຍພົນ ແລະ ບອກເຂົາວ່າ "ທ່ານຈະເຮັດແນວໃດໃນສິ່ງນີ້? ເນື່ອງຈາກຊາຍຜູ້ນີ້ເປັນຄົນສັນຊາດໂຣມ." 27 ນາຍພົນຈຶ່ງໄດ້ມາ ແລະ ເວົ້າກັບເຂົາວ່າ "ຈົ່ງບອກເຮົາວ່າ, ທ່ານເປັນຄົນສັນຊາດໂຣມບໍ?" ໂປໂລກ່າວວ່າ, "ແມ່ນ" 28 ນາຍພົນຕອບວ່າ, "ຈະຕ້ອງໃຊ້ເງິນຈຳນວນຫລາຍ ທີ່ເຮົາຈະໄດ້ຮັບສັນຊາດ." ແຕ່ໂປໂລກ່າວວ່າ, "ຂ້າພະເຈົ້າເປັນຄົນສັນຊາດໂຣມແຕ່ກຳເນີດ." 29 ຈາກນັ້ນຄົນທັງຫລາຍທີ່ກຳລັງໄຕ່ສວນເຂົາກໍໄດ້ປ່ອຍເຂົາໄປທັນທີ. ນາຍພົນເອງກໍຢ້ານ, ເມື່ອເຂົາໄດ້ຮຽນຮູ້ວ່າໂປໂລເປັນຄົນສັນຊາດໂຣມ, ເພາະເຂົາໄດ້ມັດເພິ່ນໄວ້. 30 ໃນວັນຮຸ່ງຂຶ້ນ, ນາຍພົນທະຫານຕ້ອງການຮູ້ຄວາມຈິງກ່ຽວກັບຂໍ້ກ່າວຫາຂອງຊາວຢິວ ຕໍ່ຕ້ານໂປໂລ. ດັ່ງນັ້ນເຂົາຈຶ່ງຖອດເຄື່ອງຈອງຈຳຂອງເຂົາອອກ ແລະ ສັ່ງໃຫ້ພວກຫົວໜ້າປະໂຣຫິດ ແລະ ບັນດາສະມາຊິກສະພາມາປະຊຸມກັນ. ຈາກນັ້ນເຂົາກໍພາໂປໂລລົງມາ ແລະໃຫ້ເຂົາຢູ່ທ່າມກາງພວກເຂົາ.