ບົດທີ 23

1 ໂປໂລຈ້ອງເບິ່ງໄປທີ່ສະມາຊິກສະພາ ແລະກ່າວ, "ພີ່ນ້ອງທັງຫລາຍ, ຂ້າພະເຈົ້າມີຊີວິດຢູ່ຕໍ່ພຣະພັກພຣະເຈົ້າດ້ວຍຈິດສຳນຶກອັນດີທຸກຢ່າງຈົນເຖິງທຸກວັນນີ້." 2 ມະຫາປະໂຣຫິດອານາເນຍໄດ້ສັ່ງໃຫ້ຜູ້ທີ່ຢືນຢູ່ຂ້າງໆ ໂປໂລຕົບປາກເພິ່ນ. 3 ຈາກນັ້ນໂປໂລໄດ້ກ່າວແກ່ເຂົາວ່າ, "ພຣະເຈົ້າຈະຊົງຕີທ່ານ, ທ່ານເປັນຝາທີ່ທາດ້ວຍປູນຂາວ ທ່ານກຳລັງນັ່ງພິພາກສາຂ້າພະເຈົ້າຕາມກົດບັນຍັດ, ທັງຍັງສັ່ງໃຫ້ຕົບຕີຂ້າພະເຈົ້າຊຶ່ງເປັນການຕໍ່ຕ້ານກົດບັນຍັດບໍ?" 4 ຄົນທີ່ຢືນຢູ່ໃກ້ໆ ກ່າວວ່າ, "ເຈົ້າກ້າເວົ້າໝິ່ນປະມາດມະຫາປະໂຣຫິດຂອງພຣະເຈົ້າໄດ້ແນວໃດ? 5 ໂປໂລກ່າວວ່າ, "ພີ່ນ້ອງທັງຫລາຍຂ້າພຣະເຈົ້າບໍ່ຮູ້ວ່າເຂົາເປັນມະຫາປະໂຣຫິດ, ເພາະມີຄຳຂຽນໄວ້ວ່າ, ຢ່າເວົ້າຊົ່ວຮ້າຍຕໍ່ຜູ້ປົກຄອງຂອງເຈົ້າ." 6 ເມື່ອໂປໂລເຫັນວ່າສ່ວນໜຶ່ງຂອງສະພາເປັນພວກຊາດູກາຍ ແລະ ພວກຟາຣິີຊາຍອື່ນໆ, ເຂົາຈຶ່ງເວົ້າສຽງດັງໃນສະພາວ່າ, "ພີ່ນ້ອງທັງຫລາຍ, ຂ້າພະເຈົ້າເປັນຟາຣີຊາຍ, ເປັນລູກຊາຍຂອງພວກຟາຣີຊາຍ. ທີ່ຂ້າພະເຈົ້າຖືກພິພາກສາ ກໍເພາະຂ້າພະເຈົ້າໝັ້ນໃຈໃນຄວາມຫວັງໃນການຟື້ນຄືນຊີວິດຈາກຄວາມຕາຍ." 7 ເມື່ອເຂົາກ່າວເຊັ່ນນີ້, ກໍເກີດການໂຕ້ຖຽງລະຫວ່າງພວກຟາຣີຊາຍ ແລະ ພວກຊາດູກາຍ ແລະ ຝູງຊົນກໍແຕກແຍກ. 8 ເນື່ອງຈາກພວກຊາດູກາຍກ່າວວ່າບໍ່ມີການຟື້ນຄືນຊີວິດ, ບໍ່ມີທູດສະຫວັນ, ແລະ ບໍ່ມີວິນຍານ, ແຕ່ພວກຟາຣີຊາຍຮັບຮູ້ໃນສິ່ງທັງໝົດເຫລົ່ານີ້. 9 ດັ່ງນັ້ນຈຶ່ງເກີດຄວາມອຶກກະທຶກຂຶ້ນຢ່າງໃຫຍ່, ແລະ ພວກທຳມະຈານບາງສ່ວນທີ່ຢູ່ໃນຝ່າຍພວກຟາຣີຊາຍໄດ້ຢືນຂຶ້ນ ແລະຖຽງກັນວ່າ, "ເຮົາພົບວ່າຊາຍຜູ້ນີ້ບໍ່ມີຄວາມຜິດຫຍັງ. ຖ້າວິນຍານ ຫລື ທູດສະຫວັນຈະເວົ້າກັບເຂົາຈະເປັນຫຍັງໄປ? 10 ເມື່ອການໂຕ້ຖຽງເລີ້ມຮຸນແຮງຂຶ້ນ, ນາຍພົນທະຫານຢ້ານວ່າໂປໂລຈະຖືກພວກເຂົາຈັບຈີກເປັນຕ້ອນໆ, ເຂົາຈຶ່ງສັ່ງໃຫ້ທະຫານລົງໄປ ແລະ ພາໂປໂລອອກຈາກໝູ່ສະມາຊິກສະພາ, ແລະ ນຳເຂົາເຂົ້າໄປໃນຄ້າຍທະຫານ. 11 ໃນຄືນຕໍ່ມາ ອົງພຣະຜູ້ເປັນເຈົ້າຊົງຢືນຢູ່ຂ້າງເຂົາ ແລະ ຕັດວ່າ, "ຢ່າຍ້ານເລີຍ, ເພາະເຈົ້າເປັນພະຍານຝ່າຍເຮົາໃນກຸງເຢຣູຊາເລັມ, ດັ່ງນັ້ນເຈົ້າຕ້ອງເປັນພະຍານໃນກຸງໂຣມດ້ວຍ." 12 ໃນເວລາຮຸ່ງເຊົ້າ, ມີພວກຢິວບາງຄົນໄດ້ເຮັດການ ການຕົກລົງ ແລະ ໄດ້ຮຽກຮ້ອງໃຫ້ສາບແຊ່ງຊາບພວກເຂົາ ໂດຍກ່າວວ່າພວກເຂົາຈະບໍ່ກິນ ບໍ່ດື່ມສິ່ງໃດທັງໝົດຈົນກວ່າໄດ້ຂ້າໂປໂລ. 13 ຜູ້ທີ່ວ່າງແຜນການນີ້ມີຫລາຍກວ່າສີ່ສິບຄົນ. 14 ພວກເຂົາໄດ້ເດີນທາງໄປຫາພວກຫົວໜ້າປະໂຣຫິດ ແລະ ພວກຜູ້ອາວຸດໂສ ແລະ ໄດ້ກ່າວວ່າ, "ເຮົາໄດ້ມອບຕົວເອງຢູ່ພາຍໃຕ້ຄຳສາບແຊ່ງອັນໃຫຍ່ຫລວງ, ທີ່ຈະບໍ່ກິນອີ່ຫຍັງຈົນກວ່າຈະໄດ້ຂ້າໂປໂລ. 15 ດັ່ງນັ້ນ, ຈົ່ງໃຫ້ສະພາບອກນາຍພົນທີ່ຈະນຳເຂົາລົງໄປໃຫ້ແກ່ທ່ານ, ເພື່ອທ່ານຈະຕັດສິນຄະດີຂອງເຂົາໄດ້ຊັດເຈນຫລາຍຍິ່ງຂຶ້ນ. ສຳຫລັບພວກເຮົາ, ພວກເຮົາພ້ອມທີ່ຈະຂ້າເຂົາກ່ອນທີ່ເຂົາຈະມາທີ່ນີ້." 16 ແຕ່ບຸດຊາຍຂອງນ້ອງສາວໂປໂລໄດ້ຍິນວ່າພວກເຂົາກຳລັງຈັດຊາກຖ້າຢູ່, ດັ່ງນັ້ນເຂົາຈຶ່ງໄດ້ໄປ ແລະ ເຂົ້າໄປໃນປ້ອມທະຫານ ແລະ ໄດ້ບອກໂປໂລ. 17 ໂປໂລຮ້ອງນາຍຮ້ອຍຄົນໜຶ່ງ ແລະ ກ່າວວ່າ, "ພາຊາຍໜຸ່ມຄົນນີ້ໄປຫານາຍພົນ, ເພາະເຂົາມີບາງຢ່າງທີ່ຈະບອກແກ່ທ່ານນາຍພົນ." 18 ດັ່ງນັ້ນນາຍຮ້ອຍຈຶ່ງຮັບຊາຍໜຸ່ມນີ້ໄປ ແລະ ໄດ້ນຳເຂົາໄປຫານາຍພົນ ແລະ ກ່າວວ່າ, "ໂປໂລຊິ່ງເປັນນັກໂທດໄດ້ຮ້ອງຂ້າພະເຈົ້າໄປຫາເຂົາ, ແລະ ໄດ້ຂໍໃຫ້ຂ້າພະເຈົ້ານຳຊາຍໜຸ່ມຄົນນີ້ມາຫາທ່ານ. ເຂົາມີບາງສິ່ງທີ່ຈະບອກແກ່ທ່ານ." 19 ນາຍພົນຈຶ່ງຈັບມືຊາຍໜຸ່ມໄປຍັງສະຖານທີ່ສ່ວນຕົວ ແລະ ຖາມເຂົາວ່າ, "ທ່ານຈະບອກຫຍັງແກ່ເຮົາ?" 20 ຊາຍໜຸ່ມກ່າວວ່າ, "ພວກຢິວໄດ້ຕົກລົງທີ່ຈະຂໍໃຫ້ທ່ານນຳໂປໂລໄປຍັງສະພາໃນມື້ຶອຶ່ນນີ້, ໂດຍອ້າງກັບວ່າພວກເຂົາຈະສອບຄະດີຂອງເຂົາໃຫ້ຊັດເຈນຍິ່ງຂຶ້ນ. 21 ແຕ່ທ່ານຢ່າໃຫ້ພວກເຂົາ, ເພາະມີຊາຍຫລາຍກວ່າສີ່ສິບຄົນ ທີ່ກຳລັງຈັດຊາກຕວົະຖ້າເຂົາຢູ່. ພວກເຂົາຖືກຮຽກຮ້ອງໃຫ້ສາບແຊ່ງຕົວພວກເຂົາເອງ, ວ່າຈະບໍ່ໃຫ້ກິນ ຫລື ດື່ມຈົນກວ່າພວກເຂົາຈະໄດ້ຂ້າເຂົາ. ແມ້ວ່າຕອນນີ້ພວກເຂົາຕຽມພ້ອມ, ກຳລັງລໍຖ້າຄວາມຍິນຍອມຈາກທ່ານ." 22 ດັ່ງນັ້ນນາຍພົນຈຶ່ງໃຫ້ຊາຍໜຸ່ມນັ້ນໄປ, ຫລັງຈາກແນະນຳເຂົາວ່າ, "ຢ່າບອກໃຜວ່າເຈົ້າໄດ້ບອກເລື່ອງນີ້ແກ່ເຮົາ." 23 ຈາກນັ້ນເຂົາໄດ້ຮ້ອງນາຍຮ້ອຍສອງຄົນມາ ແລະ ກ່າວວ່າ, "ໃຫ້ຈັດກອງທະຫານສອງຮ້ອຍຄົນ ແລະ ທະຫານມ້າເຈັດສິບຄົນ ແລະ ນາຍທະຫານຫອກສອງຮ້ອຍຄົນຕຽມພ້ອມທີ່ຈະເດີນທາງໄກໄປຍັງເມືອງກາຍຊາເຣຍ. ທ່ານຈະອອກໃນເວລາເກົ້າໂມງຂອງຄືນນີ້." 24 ເຂົາຍັງໄດ້ສັ່ງໃຫ້ພວກເຂົາຈັດຕຽມສັດໃຫ້ໂປໂລຂີ່ ແລະ ພາເຂົາໄປຫາເຟລິກຜູ້ປົກຄອງເມືອງຢ່າງປອດໄພ. 25 ຈາກນັ້ນເຂົາກໍໄດ້ຂຽນຈົດໝາຍດັ່ງນີ້ວ່າ: 26 "ກລາວດີໂອລີເຊຍ ຮ້ອງທ່ານເຟລິກ ຜູ້ປົກຄອງເມືອງທີ່ຍອດຢ້ຽມທີ່ສຸດ. 27 ຊາຍຜູ້ນີ້ຖືກຈັບໂດຍຊາວຢິວ ແລະ ກຳລັງຈະຖືກພວກເຂົາຂ້າຕາຍ, ເມື່ອຂ້າພຣະເຈົ້າມາຫາພວກເຂົາພ້ອມກັບກອງທະຫານ ແລະ ຊ່ວຍເຂົາໄວ້, ເນື່ອງຈາກຂ້າພຣະເຈົ້າຮູ້ວ່າເຂົາເປັນຄົນສັນຊາດໂຣມ. 28 ຂ້າພະເຈົ້າຢາກຈະຮູ້ວ່າເຫດໃດພວກເຂົາຈຶ່ງກ່າວຫາເຂົາ, ດັ່ງນັ້ນຂ້າພະເຈົ້າຈຶ່ງເອົາລາວລົງມາທີ່ສະພາ. 29 ຂ້າພະເຈົ້າໄດ້ຮູ້ວ່າເຂົາກຳລັງຖືກກ່າວຫາກ່ຽວກົດໝາຍຂອງພວກເຂົາ, ແຕ່ບໍ່ມີຂໍ້ກ່າວຫາໃດທີ່ເຂົາສົມຄວນຕາຍ ຫລື ຖືກຄຸກ. 30 ຈາກນັ້ນຂ້າພະເຈົ້າໄດ້ຮູ້ວ່າມີການວາງແຜນຕໍ່ຕ້ານຊາຍຄົນນີ້, ດັ່ງນັ້ນຂ້າພະເຈົ້າຈຶ່ງສົ່ງເຂົາມາຫາທ່ານທັນທີ, ແລະ ສັ່ງໃຫ້ໂຈດຂອງເຂົານຳຄຳຟ້ອງທີ່ມີຕໍ່ເຂົາມາສະແດງຕໍ່ໜ້າທ່ານ." 31 ດັ່ງນັ້ນເຫລົ່າທະຫານໄດ້ເຊື່ອຟັງຄຳສັ່ງຂອງພວກຜູ້ອາວຸດໂສ. ພວກເຂົາໄດ້ຮັບຕົວໂປໂລ ແລະ ໄດ້ພາເຂົາໄປຍັງເມືອງອັນຕີປາຕີໃນເວລາກາງຄືນ. 32 ໃນວັນຕໍ່ມາ, ທະຫານສ່ວນໃຫຍ່ໄດ້ປະພວກທະຫານມ້າໃຫ້ໄປກັບໂປໂລ ແລະ ພວກເຂົາເອງກໍໄດ້ກັບໄປຍັງປ້ອມທະຫານ. 33 ເມື່ອທະຫານມ້າ ມາເຖິງເມືອງກາຍຊາເຣຍ ແລະ ໄດ້ສົ່ງຈົດໝາຍໃຫ້ແກ່ຜູ້ປົກຄອງ, ພວກເຂົາໄດ້ມອບໂປໂລໃຫ້ແກ່ທ່ານດ້ວຍ. 34 ເມື່ອຜູ້ປົກຄອງໄດ້ອ່ານຈົດມາຍ, ເຂົາໄດ້ຖາມໂປໂລມາຈາກແຂວງໃດ ເມື່ອເຂົາຮູ້ວ່າໂປໂລມາຈາກກີລີເກຍ, 35 ເຂົາກ່າວວ່າ, "ເຮົາຈະຟັງເຈົ້າຢ່າງເຕັມທີເມື່ອໂຈດຂອງເຈົ້າມາທີ່ນີ້." ຈາກນັ້ນເຂົາກໍສັ່ງໃຫ້ຄຸມໂປໂລໄວ້ໃນພຣະລາດຊະວັງຂອງເຮໂຣດ;