1 ຫລັງຈາກຫ້າວັນ, ອານາເນຍມະຫາປະໂຣຫິດ, ພວກຜູ້ອາວຸດໂສ, ແລະ ນັກເວົ້າທີ່ມີຊື່ວ່າເຕຕູໂລໄດ້ໄປທີ່ນັ້ນ. ຄົນເຫລົ່ານີ້ນຳຄຳຟ້ອງໂປໂລໄປໃຫ້ຜູ້ປົກຄອງ. 2 ເມືອໂປໂລຢືນຢູ່ຕໍ່ຫນ້າຜູ້ປົກຄອງເຕຕູໂລ ໄດ້ເລີ່ມຟ້ອງເຂົາ ແລະ ໄດ້ເວົ້າກັບຜູ້ປົກຄອງ, "ເພາະທ່ານພວກເຮົາຈຶ່ງມີຄວາມສະຫງົບສຸກຫລາຍ, ແລະ ການເບິ່ງການໄກຂອງທ່ານ ນຳການປະຕິຮູບທີ່ດີມາຍັງປະເທດຂອງເຮົາ; 3 ດັ່ງນັ້ນເຮົາຈຶ່ງຍິນດີຮັບທຸກຢ່າງທີ່ທ່ານໄດ້ທຳດ້ວຍການຂອບໃຈ, ທ່ານຟີລິກ. 4 ເພື່ອທີ່ຂ້າພະເຈົ້າຈະບໍ່ໃຫ້ເສຍເວລາທ່ານເກີນໄປ, ຂ້າພະເຈົ້າຂໍໃຫ້ທ່ານໃຊ້ເວລາສັ້ນໆ ຟັງຂ້າພະເຈົ້າດ້ວຍຄວາມເມດຕາ. 5 ເນື່ອງຈາກເຮົາໄດ້ພົບວ່າຊາຍຄົນນີ້ຈະເປັນຄົນຍຸແຍ່ ເຮັດໃຫ້ເກີດການກະບົດ ແລະ ເປັນສາເຫດທີ່ເຮັດໃຫ້ຊາວຢິວທຸກຄົນທົ່ວໂລກວຸ້ນວາຍ. ເຂົາເປັນຜູ້ນຳຂອງລັດທິນາຊາເຣັດ. 6 ເຂົາຍັງພະຍາຍາມທີ່ຈະທຳລາຍພຣະວິຫານ, ດັ່ງນັ້ນເຮົາຈຶ່ງຈັບກຸມເຂົາໄວ້. 7 8 ເມື່ອທ່ານຖາມໂປໂລກ່ຽວກັບເລື່ອງເຫລົ່ານີ້, ທ່ານກໍຈະຮູ້ວ່າເຮົາກ່າວຫາເຂົາດ້ວຍເລື່ອງຫຍັງ" 9 ພວກຊາວຢິວກໍຮ່ວມກັນກ່າວຫາໂປໂລ, ແລະ ຢືນຢັນວ່າສີ່ງເຫລ່ານີ້ເປັນຄວາມຈິງ. 10 ແຕ່ເມື່ອຜູ້ປົກຄອງໄດ້ໃຫ້ໂປໂລເວົ້າ ໂປໂລຕອບວ່າ, "ຂ້າພະເຈົ້າຮູ້ວ່າທ່ານເປັນຜູ້ພິພາກສາແກ່ຊາດນີ້ມາຫລາຍປີແລ້ວ, ດັ່ງນັ້ນ ຂ້າພະເຈົ້າຍິນດີທີ່ຈະອະທິບາຍກ່ຽວກັບຕົວຂ້າພະເຈົ້າແກ່ທ່ານ. 11 ທ່ານສາມາດກວດສອບໄດ້ວ່າຕັ້ງແຕ່ທີ່ຂ້າພະເຈົ້າຂຶ້ນໄປນະມັດສະການທີ່ກຸງເຢຣູຊາເລມບໍ່ເກີນສິບສອງວັນ. 12 ເມື່ອພວກເຂົາພົບຂ້າພຣະເຈົ້າໃນພະວິຫານຂ້າພະເຈົ້າບໍ່ໄດ້ໂຕ້ຖຽງກັບໃຜ, ແລະ ບໍ່ໄດ້ຍຸຍົງໃຜໃນທຳມະສາລາ ຫລືໃນເມືອງ. 13 ພວກເຂົາບໍ່ສາມາດພິສູດຂໍ້ກ່າວຫາທີ່ພວກເຂົາຟ້ອງຮ້ອງຂ້າພະເຈົ້າແກ່ທ່ານໄດ້ ດັ່ງນັ້ນພວກເຂົາຈຶ່ງຕໍ່ຕ້ານຂ້າພະເຈົ້າໃນເວລານີ້. 14 ແຕ່ຂ້າພະເຈົ້າຍອມຮັບສິ່ງນີ້ຕໍ່ທ່ານວ່າຕາມທາງທີ່ພວກເຂົາຮ້ອງວ່ານິກາຍນັ້ນ, ໃນທາງດຽວກັນຂ້າພະເຈົ້າຮັບໃຊ້ພຣະເຈົ້າຂອງບັນພະບຸລຸດຂອງເຮົາ ຂ້າພະເຈົ້າສັດຊື່ຕໍ່ທຸກສິ່ງທີ່ຢູ່ໃນທຳບັດຍັດ ແລະ ຄຳພະຍາກອນທີ່ໄດ້ຂຽນໄວ້. 15 ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງດຽວກັນໃນພະເຈົ້າເຊັ່ນດຽວກັນກັບຄົນເຫລົ່ານີ້ເຝົ້າລໍຖ້າ ການຟື້ນຂືື້ນຈາກຄວາມຕາຍຂອງທັງຜູ້ຊອບທຳ ແລະ ຜູ້ບໍ່ຊອບທຳ. 16 ໃນເລື້ອງນີ້ ຂ້າພະເຈົ້າໄດ້ທຳງານດ້ວຍຈິດສຳນຶກຊັດເຈນຕໍ່ໜ້າພຣະເຈົ້າ ແລະ ມະນຸດ. 17 ຕອນນີ້ຫລັງຈາກຫລາຍປີຜ່ານໄປ ຂ້າພະເຈົ້ານຳກາານຊ່ວຍເຫລືອ ແລະ ຂອງປະທານໃນເລື່ອງເງິນທອງມາຍັງຊົນຊາດຂອງຂ້າພະເຈົ້າ. 18 ເມື່ອຂ້າພະເຈົ້າເຮັດເຊັ່ນນີ້, ພວກຢິວບາງຄົນຈາກແຄວ້ນເອເຊຍໄດ້ພົບຂ້າພະເຈົ້າໃນພິທີຊຳລະຕົວໃຫ້ບໍລິສຸດໃນພຣະວິຫານ, ບໍ່ໄດ້ຢູ່ກັບຝູງຊົນ ຫລື ຄວາມວຸ້ນວາຍ. 19 ຫາກຄົນເຫລົ່ານີ້ມີສິ່ງໃດພວກເຂົາຄວນຢູ່ຕໍ່ໜ້າທ່ານ ແລ ະກ່າວສິ່ງທີ່ພວກເຂົາຕໍ່ຕ້ານຂ້າພະເຈົ້າ. 20 ຫລື ຄົນເຫລົ່ານີ້ຄວນເວົ້າໃນສິ່ງທີ່ຜິດທີ່ພວກເຂົາພົບໃນຂ້າພະເຈົ້າ ເມື່ອຂ້າພະເຈົ້າຢືນຢູ່ຕໍ່ຫນ້າສະພາຢິວ, 21 ວັ້ນແຕ່ວ່າເປັນເລື່ອງກ່ຽວກັບສິ່ງຫນຶ່ງທີ່ຂ້າພະເຈົ້າເວົ້າສຽງດັງ ເມື່ອຂ້າພະເຈົ້າຢືນຢູ່ທ່າມກາງພວກເຂົາ, 'ມັນເປັນເລື່ອງກ່ຽວກັບການຟື້ນຄືນຈາກຄວາມຕາຍທີ່ຂ້າພະເຈົ້າຖືກທ່ານຕັດສິນໃນວັນນີ້." 22 ແລ້ວເຟລິກ, ໄດ້ຮູ້ເລື່ອງລາວກ່ຽວທາງນັ້ນເປັນຢ່າງດີແລ້ວ, ເຂົາຈຶ່ງເລືອນການພິຈາລະນາ ເຂົາກ່າວວວ່າ, "ເມື່ອໃດກໍຕາມທີ່ລີເຊຍ ຜູ້ບັນຊາການລົງມາຈາກກຸງເຢຣູຊາເລັມ, ເຮົາຈະຕັດສິນຄະດີຂອງທ່ານ." 23 ຈາກນັ້ນເຂົາໄດ້ສັ່ງນາຍຮ້ອຍຄຸມຕົວໂປໂລ, ແຕ່ໃຫ້ມີອິດສະລະບາງຢ່າງ ແລະ ຫ້າມບໍ່ໃຫ້ໃຜຢຸດເພື່ອນສະຫາຍຂອງເຂົາຈາກການຊ່ວຍເຫລືອຫລືຢ້ຽມຢາມເຂົາ 24 ຫລັງຈາກນັ້ນຫລາຍວັນ, ເຟລິກໄດ້ກັບມາພ້ອມກັບດູຊີນລາເມຍຂອງເຂົາ, ຊິ່ງເປັນຄົນຢິວ, ແລະ ເຂົາໄປຮ້ອງໂປໂລ ແລະ ຟັງເລື່ອງລາວກ່ຽວກັບຄວາມເຊື່ອໃນພຣະເຢຊູຄຣິດເຈົ້າຈາກເຂົາ. 25 ແຕ່ເມື່ອໂປໂລໃຫ້ເຫດຜົນກ່ຽວກັບຄວາມຊອບທຳ, ການຄວບຄຸມຕົນເອງ, ແລະ ການພິພາກສາທີ່ຈະມາ, ເຟລິກກໍຢ້ານ ແລະ ໄດ້ກ່າວວ່າ "ຕອນນີ້ຈົ່ງອອກໄປກ່ອນ ເມື່ອມີໂອກາດເຮົາຈະສົ່ງໃຫ້ແກ່ທ່ານ." 26 ໃນຂະນະດຽວກັນ, ເຂົາກໍຫວັງວ່າໂປໂລຈະໃຫ້ເງິນແກ່ເຂົາ, ດັ່ງນັ້ນເຂົາຈຶ່ງມັກສົ່ງໃຫ້ໂປໂລ ແລະ ໂອ້ລົມກັບເຂົາ. 27 ແຕ່ເມື່ອສອງປີຜ່ານໄປ, ໂປກິໂອເຟຊະໂຕມາເປັນຜູ້ປົກຄອງຕໍ່ຈາກເຟລິກ, ແຕ່ເຟລິກຕ້ອງການການສະຫນັບສະຫນູນກັບຊາວຢິວ, ດັ່ງນັ້ນເຂົາຈຶ່ງປະໂປໂລໃຫ້ຢູ່ພາຍໃຕ້ການຄວບຄຸມຕໍ່ໄປ.