ບົດທີ 25

1 ຕອນນີ້, ເຟຊະໂຕເຂົ້າມາໃນແຄ້ວນ, ແລະຫລັງຈາກນັ້ນສາມວັນ, ເຂົາໄດ້ອອກຈາກເມືອງກາຍຊາເຣຍໄປຍັງກຸງເຢຣູຊາເລັມ. 2 ແລະພວກເຂົາເວົ້າກັບເຟຊະໂຕຢ່າງຮຸນແຮງ. 3 ແລະ ພວກເຂົາຂໍຄວາມກະລຸນາເຟຊະໂຕກ່ຽວເນື່ອງກັບໂປໂລ ວ່າໃຫ້ເຂົາຮ້ອງໂປໂລໄປຍັງກຸງເຢຣູຊະເລັມ ເພື່ອທີ່ພວກເຂົາຈະສາມາດຂ້າໂປໂລລະຫວ່າງທາງ. 4 ແຕ່ເຟຊະໂຕໄດ້ຕອບວ່າໂປໂລເປັນນັກໂທດໃນເມືອງກາຍຊາເຣຍ, ແລະ ເຂົາ ເອງກໍຈະກັບໄປທີ່ນັ້ນໃນໄວໆ. 5 ເຂົາກ່າວວ່າ "ຖ້າຊາຍຜູ້ນີ້ມີຄວາມຜິດຢ່າງໃດຢ່າງຫນຶ່ງ, ດັ່ງນັ້ນກໍໃຫ້ຜູ້ທີ່ສາມາດໄປກັບເຮົາໄປຟ້ອງຮ້ອງເຂົາທີ່ນັ້ນເຖີດ." 6 ຫລັງຈາກທີ່ເຂົາພັກຢູ່ໄດ້ແປດ ຫລື ສິບວັນເຂົາກໍລົງໄປຍັງກາຍຊາເຣຍ, ແລະ ວັນຕໍ່ມາເຂົານັ່ງຢູ່ເທິງບັນລັງພິພາກສາ ແລະ ສັ່ງໃຫ້ນຳໂປໂລມາໃຫ້ເຂົາ. 7 ເມື່ອເຂົາມາເຖິງ, ຊາວຢິວຈາກກຸງເຢຣູຊະເລັມໄດ້ຢືນຢູ່ໃກ້ໆ, ແລະ ເຂົານຳຂໍ້ກ່າວຫາຮ້າຍແຮງຫລາຍຢ່າງທີ່ພວກເຂົາບໍ່ສາມາດພິສູດໄດ້ 8 ໂປໂລປົກປ້ອງຕົນເອງ ແລະ ກ່າວວ່າ"ຂ້າພຣະເຈົ້າບໍ່ໄດ້ກະທຳສິ່ງໃດ ທີ່ຕໍ່ຕ້ານກົດຫມາຍຂອງຊາວຢິວ ຫລື ຕໍ່ຕ້ານພຣະວິຫານ ຫລື ຕໍ່ຕ້ານຈັກກະພັດ" 9 ແຕ່ເຟຊະໂຕຕ້ອງການທີ່ຈະໄດ້ຮັບການສະຫນັບສະຫນູນຂອງຊາວຢິວ, ດັ່ງນັ້ນເຂົາຈຶ່ງຕອບໂປໂລ ແລະ ກ່າວວ່າ, "ເຈົ້າຕ້ອງການຂຶ້ນໄປຍັງກຸງເຢຣູຊເລັມ ແລະ ໃຫ້ເຂົາຕັດສິນກ່ຽວກັບສິ່ງເຫລົ່ານີ້ທີ່ນັ້ນບໍ?" 10 ໂປໂລກ່າວວ່າ "ຂ້າພະເຈົ້າຢືນຢູ່ຫນ້າບັນລັງພິ ພາກສາ ຂອງຈັກກະພັດທີ່ຂ້າພະເຈົ້າຈະຕ້ອງຮັບການຕັດສິນ. ຂ້າພະເຈົ້າບໍ່ໄດ້ເຮັດສິ່ງໃດຜິດຕໍ່ຊາວຢິວ ທ່ານກໍຮູ້ດີຢູ່ແລ້ວ. 11 ຖ້າຂ້າພະເຈົ້າໄດ້ກະທຳຜິດ ແລະ ກະທຳສິ່ງທີ່ສົມຄວນຕາຍ, ຂ້າພະເຈົ້າຈະບໍ່ປະຕິເສດການຕາຍເລີຍ. ແຕ່ຖ້າຂໍ້ກ່າວຫາຂອງພວກເຂົາບໍ່ໄດ້ມີຫຍັງ ກໍບໍ່ມີໃຜອາດສົ່ງມອບຂ້າພະເຈົ້າໄປໃຫ້ພວກເຂົາໄດ້. ຂ້າພະເຈົ້່າຈະຂໍອຸທອນເຖິງຈັກກະພັດ. 12 ຫລັງຈາກທີ່ເຟຊະໂຕໄດ້ໂອ້ລົມກັບສະພາແລ້ວ, ເຂົາຕອບວ່າ,"ເຈົ້າອຸທອນຕໍ່ຈັກກະພັດ. ກໍຈະຕ້ອງໄປຫາຈັກກະພັດ!" 13 ຫລັງຜ່ານໄປຫລາຍວັນ, ກະສັດອັກຄີປາກັບ ພຣະນາງເບນີເກ ກໍມາທີ່ເມືອງກາຍຊາເຣຍເພື່ອຢ້ຽມຢາມເຟຊະໂຕຢ່າງເປັນທາງການ. 14 ຫລັງຈາກທີ່ເຂົາຢູ່ທີ່ນັ້ນຫລາຍວັນ, ເຟຊາໂຕໄດ້ສະເຫນີຄະດີຂອງໂປໂລແກ່ກະສັດ; ເຂົາກ່າວວ່າ "ມີຊາຍຄົນຫນຶ່ງ ຊິ່ງເຟລິກໄດ້ຂັງເປັນນັກໂທດຖິ້ມໄວ້ທີ່ນີ້. 15 ເມື່ອຂ້າພຣະເຈົ້າຢູ່ໃນກຸງເຢຣູຊາເລັມພວກຫົວຫນ້າປະໂລຫິດ ແລະ ພວກຜູ້ອາວຸດໂສຂອງຊາວຢິວນຳຄຳຟ້ອງຮ້ອງກ່າວໂທດຊາຍຜູ້ນີ້ຕໍ່ຂ້າພະເຈົ້າ, ແລະ ພວກເຂົາກໍຂໍໃຫ້ຂ້າພະເຈົ້າລົງໂທດເຂົາ. 16 ຂ້າພະເຈົ້າໄດ້ກ່າວຕໍ່ເລື່ອງນີ້ວ່າບໍ່ແມ່ນທຳນຽມທີ່ຊາວໂຣມຈະມອບສົ່ງຜູ້ໃດ ກ່ອນທີ່ຊາຍຜູ້ທີ່ຖືກກ່າວຫານັ້ນ ຄວນມີໂອກາດທີ່ຈະປະເຊີນກັບໂຈດຂອງເຂົາ ແລະ ປົກປ້ອງຕົວເອງເພື່ອແກ້ຂໍ້ກ່າວຫານັ້ນ. 17 ດັ່ງນັ້ນ, ເມື່ອພວກເຂົາມາລວມຕົວກັນທີ່ນີ້, ຂ້າພະຈະບໍ່ລໍຊ້າ, ແຕ່ວັນຕໍ່ມາຂ້າພະເຈົ້າໄດ້ນັ່ງຢູ່ບັນລັງພິພາກສາ ແລະ ສັ່ງໃຫ້ນຳຊາຍຄົນນັ້ນເຂົ້າມາ. 18 ເມື່ອໂຈດຢືນຂຶ້ນ ແລະ ກ່າວຫາເຂົາ, ຂ້າພະເຈົ້າຄິດວ່າບໍ່ມີຂໍ້ກ່າວຫາໃດ ເຂົາຈະນຳມາກ່າວຫາເຂົາເປັນເລື່ອງຮ້າຍແຮງ. 19 ແຕ່ພວກເຂົາກັບນຳສະເຫນີຂໍ້ພິພາກກ່ຽວກັບສາດສະນາຂອງຕົນເອງ ແລະ ກ່ຽວກັບພຣະເຢຊູທີ່ຕາຍໄປແລ້ວເຊິ່ງໂປໂລອ້າງວ່າຍັງມີຊີວິດຢູ່. 20 ຂ້າພະເຈົ້າສັບສົນວ່າຈະກວດສອບເລື່ອງນີ້ຢ່າງໃດ ແລະ ຂ້າພະເຈົ້າຖາມເຂົາວ່າ ເຂົາຕ້ອງການຈະໄປຍັງກຸງເຢຣູຊາເລັມເພື່ອຮັບຄຳຕັດສິນຄະດີເຫລົ່ານີ້ທີ່ນັ້ນຫລືບໍ່? 21 ແຕ່ເມື່ອໂປໂລຮຽກຮ້ອງໃຫ້ຢູ່ພາຍໃຕ້ການຄວບຄຸມຕົວເພື່ອການຕັດສິນໃຈຂອງຈັກກະພັດ, ຂ້າພຣະເຈົ້າໄດ້ສັ່ງໃຫ້ເຂົາຢູ່ພາຍໃຕ້ການຄວບຄຸມຕົວຈົນກວ່າຂ້າພະເຈົ້າຈະສົ່ງເຂົາໄປຫາຈັກກະພັດ." 22 ອັກຄຣີປາຈຶ່ງກ່າວແກ່ເຟຊາໂຕວ່າ, "ຂ້າພະເຈົ້າຢາກຟັງຊາຍຄົນນີ້ດ້ວຍ" ເຟຊາໂຕກ່າວ "ມື້ອື່ນ," ທ່ານຈະໄດ້ຍິນເຂົາ." 23 ໃນມື້ຕໍ່ມາ ອັກຄຣິປາ ແລະ ນາງເບນີເກໄດ້ສະເດັດມາພ້ອມກັບພິທີຫລາກຫລາຍ; ພວກເຂົາເຂົ້າມາໃນຫ້ອງໂຖງກັບເຈົ້າຫນ້າທີ່ທະຫານແລະ ກັບຄົນທີ່ມີຊື່ສຽງຂອງເມືອງ. ເມື່ອເຟຊາໂຕອອກຄຳສັ່ງ ໂປໂລກໍຖືກນຳມາຍັງພວກເຂົາ. 24 ເຟຊາໂຕກ່າວວ່າ, "ກະສັດອັກຄຣິປາ, ແລະທ່ານທຸກຄົນທີ່ຢູ່ທີ່ນີ້ກັບເຮົາທ່ານເຫັນຜູ້ຊາຍຄົນນີ້ ທີ່ຄົນຢິວທັງຫລາຍພາກັນມາປຶກສາກັບຂ້າພະເຈົ້າໃນເຢຣູຊາເລັມ ແລະ ທີ່ນີ້ ແລະ ພວກເຂົາຮ້ອງໃຫ້ຂ້າພຣະເຈົ້າວ່າເຂົາບໍ່ຄວນມີຊີວິດຢູ່ອີກຕໍ່ໄປ. 25 ຂ້າພະເຈົ້າຮູ້ວ່າເຂົາບໍ່ໄດ້ເຮັດຜິດທີ່ສົມຄວນແກ້ຄວາມຕາຍ; ແຕ່ເປັນເພາະເຂົາໄດ້ອຸທອນຕໍ່ຈັກກະພັດ, ຂ້າພະເຈົ້າຈຶ່ງໄດ້ຕັດສິນໃຈຈະສົ່ງເຂົາໄປ. 26 ແຕ່ຂ້າພະເຈົ້່າບໍ່ມີສິ່ງໃດທີ່ຈະຂຽນລະບຸໃຫ້ຊັດເຈນເຖິງຈັກກະພັດ. ດ້ວຍເຫດນີ້, ຂ້າພະເຈົ້າຈຶ່ງໄດ້ນຳເຂົາມາໃຫ້ແກ່ທ່ານ ໂດຍສະເພາະຢ່າງຍິ່ງທ່ານອັກຄຣິປາ ເພື່ອທີ່ວ່າຂ້າພະເຈົ້າຈະມີຫຍັງບາງຢ່າງທີ່ຈະຂຽນກ່ຽວກັບຄະດີດັ່ງກ່າວນີ້. 27 ເພາະເບິ່ງຄືວ່າບໍ່ມີເຫດຜົນສຳລັບຂ້າພຣະເຈົ້າ ທີ່ຈະສົ່ງນັກໂທດ ແລະ ບໍ່ໄດ້ລະບຸຂໍ້ກ່າວຫາເຂົາ."