ບົດທີ 26

1 ດັ່ງນັ້ນອັກຄຣິປາຈຶ່ງກ່າວແກ່ໂປໂລ, "ເຈົ້າຈົ່ງເວົ້າແທນຕົວເຈົ້າເອງ." ແລ້ວໂປໂລຈຶ່ງຍືນມືອອກມາ ແລະ ໃຫ້ການປົກປ້ອງຕົນເອງ. 2 "ຂ້າພະອົງມີຄວາມຍິນດີເປັນຢ່າງຍິ່ງ, ກະສັດອັກຄຣິປາ, ທີ່ ໄດ້ແກ້ຄະດີຕໍ່ຫນ້າພຣະອົງກັບຂໍ້ກ່າວຫາທັງຫມົດຂອງຊາວຢິວ; 3 ໂດຍສະເພາະຢ່າງຍິ່ງພຣະອົງເປັນຜູ້ຊ່ຽວຊານໃນປະເພນີ ແລະ ບັນຫາທຸກຢ່າງຂອງຊາວຢິວ. ດັ່ງນັ້ນຂ້າພຣະອົງຈຶ່ງຂໍໃຫ້ພຣະອົງໂປດອົດທົນຟັງຂ້າພຣະອົງດ້ວຍ. 4 ແທ້ຈິງແລ້ວ, ພວກຊາວຢິວທຸກຄົນຕ່າງກໍຮູ້ດີວ່າຂ້າພຣະອົງດຳເນີນຊີວິດຢ່າງໃດຕັ້ງແຕ່ໄວຫນຸ່ມໃນຕ່າງປະເທດຂອງຕົນເອງ ແລະ ທີ່ກຸງເຢຣູຊາເລັມ. 5 ພວກເຂົາຮູ້ຈັກຂ້າພະອົງຕັ້ງແຕ່ເລີ່ມຕົ້ນ ແລະ ພວກເຂົາຄວນຈະຍອມຮັບຂ້າພະອົງຢູ່ໃນສະຖານະເປັນພວກຄະນະຟາຣີຊາຍ, ທີ່ເຂັ້ມງວດໃນການນັບຖືສາສະຫນາຂອງພວກເຮົາ. 6 ບັດນີ້ ຂ້າພະອົງຢືນຢູ່ທີ່ນີ້ເພື່ອຮັບການຕັດສິນເພາະຂ້າພະອົງເບິ່ງຫາພຣະສັນຍາພຣະເຈົ້າໄດ້ຊົງກະທຳກັບບັນພະບຸລຸດຂອງພວກເຮົາ. 7 ນີ້ເປັນພຣະສັນຍາສິບສອງເຜົ່າຂອງເຮົາທີ່ຫວັງວ່າຈະໄດ້ເມື່ອພວກເຂົານະມັດສະການພຣະເຈົ້າຢ່າງເອົາຈິງເອົາຈັງຕະຫລອດທັງວັນ ແລະຄືນ. ດ້ວຍຄວາມຫວັງນີ້ເອງ, ກະສັດອັກຄຣິປາເອີຍ, ທີ່ພວກຢິວຟ້ອງຂ້າພະອົງ. 8 ເຫດໃດພວກທ່ານຈຶ່ງຄິດວ່າມັນເປັນເລື່ອງເຫລືອເຊື່ອທີ່ພຣະເຈົ້າຈະເຮັດໃຫ້ຄົນຕາຍຟື້ນຄືນມາມີຊີວິດບໍ່ໄດ້? 9 ຄັ້ງຫນຶ່ງ ຂ້າພະອົງຄິດກັບຕົວເອງວ່າຂ້າພະອົງຄວນຈະເຮັດຫລາຍສິ່ງຫລາຍຢ່າງທີ່ຕໍ່ຕ້ານພຣະນາມຂອງພຣະເຢຊູຊາວນາຊາເຣັດ. 10 ຂ້າພະອົງໄດ້ກະທຳສິ່ງເຫລົ່ານີ້ໃນກຸງເຢຣູຊາເລັມ. ຂ້າພະອົງໄດ້ຈັບຜູ້ເຊື່ອຈຳນວນຫລາຍຄຸມຂັງດ້ວຍສິດອຳນາດທີ່ຂ້າພະອົງໄດ້ຮັບຈາກພວກຫົວຫນ້າປະໂຣຫິດ, ແລະ ເມື່ອພວກເຂົາຖືກຂ້າຕາຍ, ຂ້າພະອົງກໍໄດ້ອອກສຽງຕໍ່ຕ້ານພວກເຂົາ. 11 ຂ້າພະອົງໄດ້ລົງໂທດພວກເຂົາຢູ່ຫລາຍຕໍ່ຫລາຍຄັ້ງໃນທຸກທຳມະສາລາ ແລະ ຂ້າພະອົງພະຍາຍາມທີ່ຈະບັງຄັບໃຫ້ພວກເຂົາຫມິ່ນປະຫມາດ. ຂ້າພະອົງໂກດແຄ້ນພວກເຂົາຢ່າງຮ້າຍ ແລະ ຂ້າພະອົງໄດ້ຂົ່ມເຫັງພວກເຂົາແມ້ແຕ່ທີ່ຕ່າງເມືອງ. 12 ຂະນະທີ່ຂ້າພະອົງກຳລັງເຮັດເຊັ່ນນີ້, ຂ້າພະອົງໄດ້ໄປຍັງເມືອງດາມັສກັດດ້ວຍສິດອຳນາດແລະ ຄຳສັ່ງຂອງພວກຫົວຫນ້າປະໂຣຫິດ; 13 ແລະ ເສັ້ນທາງທີ່ໄປທີ່ນັ້ນ, ໃນທັນໃດນັ້ນ, ກະສັດອັກຄຣິປາເອີຍ, ຂ້າພະອົງໄດ້ເຫັນແສງສະຫວ່າງຈາກສະຫວັນທີ່ສະຫວ່າງຈ້າກວ່າດວງອາທິດ ແລະ ມັນໄດ້ສ່ອງຢູ່ຮອບທັງຕົວຂ້າພະອົງ. 14 ເມື່ອພວກເຮົາທຸກຄົນລົ້ມລົງກັບພື້ນ, ຂ້າພະອົງໄດ້ຍິນສຽງເວົ້າກັບຂ້າພະອົງກ່າວເປັນສຽງພາສາເຮັບເຣີວ່າ "ໂຊໂລ, ໂຊໂລເອີຍ ເຈົ້າຂົ່ມເຫັງເຮົາເຮັດຫຍັງ? ຊຶ່ງເຈົ້າເຮັດໃຫ້ເຈັບຕົວເອງລ້າໆ.' 15 ແລ້ວຂ້າພະອົງກໍເວົ້າວ່າ, 'ພຣະອົງເຈົ້າ, ພຣະອົງເປັນຜູ້ໃດ? ອົງພຣະຜູ້ເປັນເຈົ້າຕອບວ່າ 'ເຮົາຄືເຢຊູຜູ້ທີ່ເຈົ້າໄດ້ຂົ່ມເຫັງ. 16 ບັດນີ້ຈົ່ງລຸກຂຶ້ນ ແລະ ຢືນຢູ່ດ້ວຍຕີນຂອງເຈົ້າ; ເພາະຈຸດປະສົງເຮົາໄດ້ປາກົດແກ້ເຈົ້າ ເພື່ອແຕ່ງຕັ້ງໃຫ້ເຈົ້າເປັນຜູ້ຮັບໃຊ້ ແລະ ເປັນພະຍານເຖິງສິ່ງທີ່ເຈົ້າຮູ້ກ່ຽວກັບເຮົາ ແລະ ສິ່ງທີ່ເຮົາຈະສຳແດງກັບເຈົ້າໃນພາຍພາກຫນ້າ. 17 ແລະ ເຮົາຈະຊ່ວຍເຈົ້າຈາກຜູ້ຄົນ ແລະ ຈາກຄົນຕ່າງຊາດທີ່ເຮົາສົ່ງມາໃຫ້ແກ່ເຈົ້າ, 18 ເພື່ອເປີດຕາຂອງພວກເຂົາ ແລະເຮັດໃຫ້ພວກເຂົາຫັນຈາກຄວາມມືດມາສູ່ຄວາມສະຫວ່າງ ແລະ ຈາກອຳນາດຂອງຊາຕານມາຫາພຣະເຈົ້າ, ເພື່ອທີ່ວ່າພວກເຂົາໄດ້ຮັບການອະໄພໃນຄວາມບາບຈາກພຣະເຈົ້າ ແລະ ມໍຣະດົກທີ່ເຮົາມອບໃຫ້ກັບຄົນທັງຫລາຍທີ່ຖືກແຍກໄວ້ແລ້ວໂດຍຄວາມເຊື່ອໃນເຮົາ.' 19 ດັ່ງນັ້ນ, ກະສັດອັກຄຣິປາເອີຍ, ຂ້າພະອົງຈຶ່ງເຊື່ອຟັງນິມິດຈາກສະຫວັນ; 20 ແຕ່ໂດຍເລີ່ມຕົ້ນກັບໃນເມືອງດາມັສກັດກ່ອນ ແລະຕໍ່ຈາກນັ້ນໃນເຢຣູຊາເລັມແລະທົ່ວແຂວງຢູດາຍແລະໄປຍັງຄົນຕ່າງຊາດດ້ວຍ, ຂ້າພະອົງໄດ້ກ່າວຖ້ອຍຄຳແກ່ພວກເຂົາ ເພື່ອວ່າພວກເຂົາຈະໄດ້ກັບໃຈ ແລະ ຫັນຫນ້າຫາພຣະເຈົ້າ, ກະທຳຄວາມດີໃຫ້ສົມຄວນກັບການກັບໃຈ. 21 ດ້ວຍເຫດນີ້ຊາວຢິວຈຶ່ງໄດ້ຈັບຂ້າພະອົງໃນພຣະວິຫານ ແລະ ພະຍາຍາມທີ່ຈະຂ້າ ຂ້າພະອົງເສຍ. 22 ດັ່ງນັ້ນຂ້າພະເຈົ້າຢືນຢູ່ ແລະ ເປັນພະຍານຕໍ່ຄົນທັງຫລາຍ ແລະ ຄົນທີ່ເປັນໃຫຍ່ ຊຶ່ງບໍ່ມີຫຍັງຫລາຍກວ່າເລື່ອງທີ່ຜູ້ເຜີຍພຣະວັດຈະນະ ແລະ ໂມເສໄດ້ກ່າວໄວ້ວ່າຈະເກີດຂຶ້ນ; 23 ວ່າພຣະຄຣິດຈະຕ້ອງທົນທຸກທໍລະມານ, ແລະ ພຣະອົງຈະເປັນຄົນທຳອິດທີ່ຟື້ນຈາກຄວາມຕາຍ ແລະ ປະກາດເຖິງຄວາມສະຫວ່າງແກ່ຊາວຢິວ ແລະ ຄົນຕ່າງຊາດ." 24 ເມື່ອໂປໂລໄດ້ສຳເລັດການແກ້ຕ່າງເຂົາແລ້ວ, ເຟສທັສໄດ້ກ່າວດ້ວຍສຽງອັນດັງວ່າ, "ໂປໂລເອີຍ, ເຈົ້າບ້າໄປແລ້ວ; ຄວາມຮູ້ອັນຫລວງຫລາຍຂອງເຈົ້າເຮັດໃຫ້ເຈົ້າບ້າໄປແລ້ວ." 25 ແຕ່ໂປໂລກ່າວວ່າ, "ທ່ານເຟສທັສ ເອີຍ, ຂ້າພະເຈົ້າບໍ່ໄດ້ເປັນບ້າ, ແຕ່ຂ້າພະເຈົ້າເວົ້າຄວາມຈິງດ້ວຍຄວາມກ້າຫານ ແລະ ມີສະຕິ. 26 ເພາະເມື່ອກະສັດຮັບຮູ້ເຖິງສິ່ງຕ່າງໆ; ດັ່ງນັ້ນ ຂ້າພະເຈົ້າຈຶ່ງເວົ້າກັບພຣະອົງໄດ້ຢ່າງອິດສະລະ, ເພາະຂ້າພະເຈົ້າເຊື່ອວ່າ ບໍ່ມີສິ່ງໃດທີ່ຈະຖືກເຊື່ອງຊ້ອນໄວ້ຈາກພຣະອົງ; ເພາະສິ່ງນີ້ບໍ່ໄດ້ເຮັດໃນທີ່ລັບລີ້. 27 ກະສັດອັກກຣິປາເອີຍ, ທ່ານເຊື່ອຜູ້ທຳນວາຍນີ້ບໍ? ຂ້າພະເຈົ້າຮູ້ວ່າທ່ານເຊື່ອ." 28 ອັກກຣິປາໄດ້ກ່າວແກ່ໂປໂລວ່າ, "ໃນເວລາອັນສັ້ນໆນີ້ ເຈົ້າຈະຊັກຊວນເຮົາ ແລະ ຈະໃຫ້ເຮົາເປັນຕຣິດສະຕຽນບໍ?" 29 ໂປໂລໄດ້ເວົ້າວ່າ, "ຂ້າພະເຈົ້າອະທິຖານຫາພຣະເຈົ້າ, ບໍ່ວ່າຈະເປັນເວລາຍາວ ຫລື ສັ້ນ, ບໍ່ແມ່ນທ່ານເທົ່ານັ້ນ, ແຕ່ຄົນທັງຫມົດຈະໄດ້ຍິນຈາກຂ້າພະເຈົ້າໃນວັນນີ້, ຈະໃຫ້ເປັນເຫມືອນຂ້າພະເຈົ້າ, ເວັ້ນເສຍແຕ່ໂສ້ແຫ່ງການຈຳຈອງນີ້." 30 ແລ້ວກະສັດກໍລຸກຢືນຂຶ້ນ, ແລະ ຜູ້ປົກຄອງ, ແລະ ນາງເບີນິດ ແລະ ຜູ້ທີ່ກຳລັງນັ່ງກັບພວກເຂົາ; 31 ເມື່ອພວກເຂົາອອກຈາກຫ້ອງໂຖງແລ້ວ, ພວກເຂົາໄດ້ເວົ້າກັນວ່າ " ຊາຍຜູ້ນີ້ ບໍ່ໄດ້ເຮັດສິ່ງໃດ ທີ່ສົມຄວນແກ່ຄວາມຕາຍ ຫລື ຖືກຈອງຈຳ." 32 ອັກຄຣິປາໄດ້ກ່າວແກ່ເຟສທັສວ່າ, "ຊາຍຄົນນີ້ຄວນໄດ້ຮັບການປົດປ່ອຍ ຖ້າລາວບໍ່ໄດ້ຍື່ນອຸທອນໄປຍັງກະສັດຊີຊາ."