ບົດທີ 27

1 ເມື່ອຕັດສິນໃຈວ່າ ພວກເຮົາຈະເດີນເຮືອໄປຍັງປະເທດອີຕາລີ, ພວກເຂົາຈຶ່ງ ມອບໂປໂລ ແລະ ນັກໂທດຄົນອື່ນໆບາງຄົນໄວ້ກັບ ນາຍຮ້ອຍຄົນໜຶ່ງຊື່ວ່າຢູລີໂອ ຊຶ່ງເປັນ ນາຍທະຫານໃນກອງທັບຂອງຈັກກະພັດ ໂອຄຸດໂຕ. 2 ພວກເຮົາໄດ້ລົງເຮືອລຳຫນຶ່ງ ຈາກເມືອງອາຣະມິດ, ຊຶ່ງກຳລັງຈະອອກໄປ ທຽບທ່າຕ່າງໆຕາມຊາຍຝັ່ງຂອງແຄວ້ນເອເຊຍ. ດັ່ງນັ້ນພວກເຮົາກໍອອກເດີນທາງໄປທະເລ, ອາຣິດຕາໂຂ ຈາກມືອງເທສະໂລນິກ ໃນມາເກໂດເນຍ ກໍໄປກັບພວກເຮົາດ້ວຍ. 3 ວັນຕໍ່ມາພວກເຮົາ ໄດ້ລົງຈອດເມືອງຊີໂດນ, ທີ່ຊຶ່ງຢູລີໂອໄດ້ມີ ໃຈເມດຕາຕໍ່ໂປໂລ ແລະ ຈຶ່ງໄດ້ອະນຸຍາດໃຫ້ ໂປໂລໄປຫາຫມູ່ເພື່ອນຂອງລາວ ເພື່ອຮັບການດູແລ. 4 ຈາກທີ່ນັ້ນ ພວກເຮົາໄດ້ໄປຍັງທະເລ ແລະ ແລ່ນເຮືອລຽບຝັ່ງຂອງເກາະໄຊປຣັດເປັນທີ່ກຳບັງລົມ, ເພາະລົມພັດຕ້ານພວກເຮົາຢູ່. 5 ເມື່ອພວກເຮົາລ່ອງເຮືອຂ້າມທະເລ ແລະ ໃກ້ກັບຊາຍຝັ່ງເມືອງກີລີເກຍ ແລະ ເມືອງປຳຟີເລຍ, ພວກເຮົາກໍມາເຖິງເມືອງມີຣາ, ໃນ ແຂວງລີເກຍ. 6 ໃນທີ່ນັ້ນ, ນາຍຮ້ອຍໄດ້ ພົບເຮືອລຳຫນຶ່ງ ທີ່ມາຈາກເມືອງອາເລັກຊັນເດຍ ຊຶ່ງກຳລັງຈະໄປຍັງປະເທດອີຕາລີ. ເຂົາຈຶ່ງໃຫ້ພວກເຮົາລົງເຮືອລຳນັ້ນ. 7 ເມື່ອພວກເຮົາແລ່ນໄປຊ້າໆ ຢູ່ຫລາຍວັນ ແລະ ໃນທີ່ສຸດກໍມາເຖິງ ເມືອງກະນີໂດຢ່າງຍາກລຳບາກ, ລົມໄດ້ພັດຕ້ານພວກເຮົາແຮງຫລາຍ. ພວກເຮົາຈຶ່ງບໍ່ສາມາດໄປທິດທາງນັ້ນໄດ້ ດັ່ງນັ້ນພວກເຮົາຈຶ່ງ ແລ່ນລຽບຊາຍຝັ່ງດ້ານທີ່ມີກຳບັງເກາະກະເຣເຕ, ທີ່ຢູ່ກົງກັນຂ້າມກັບເມືອງແຫລມສານໂມນ. 8 ພວກເຮົາໄດ້ແລ່ນເຮືອຮອບຊາຍຝັ່ງດ້ວຍຄວາມຍາກລຳບາກ, ຈົນກະທັງເຮົາມາເຖິງສະຖານທີ່ແຫ່ງຫນຶ່ງທີ່ຮ້ອງວ່າທ່າງາມ, ຊຶ່ງຢູ່ໃກ້ກັບເມືອງລາເຊ. 9 ພວກເຮົາເສຍເວລາຫລາຍ, ເວລາແຫ່ງເທດສະການວັນລຶບລ້າງບາບກໍຜ່ານໄປ, ແລະຕອນນີ້ການແລ່ນເຮືອກໍເລີ່ມອັນຕະລາຍ. ດັ່ງນັ້ນໂປໂລຈຶ່ງເຕືອນພວກເຂົາ, 10 ແລະ ໄດ້ກ່າວວ່າ, “ທ່ານທັງຫລາຍເອີຍ, ເຮົາເຫັນວ່າການເດີນທາງນີ້ຈະເປັນອັນຕະລາຍ ແລະ ເສຍຫາຍຫລາຍ, ບໍ່ພຽງແຕ່ສິນຄ້າ ແລະ ເຮືອເທົ່ານັ້ນ, ແຕ່ລວມເຖິງຊີວິດພວກເຮົາດ້ວຍ." 11 ແຕ່ນາຍຮ້ອຍໃຫ້ຄວາມສົນໃຈກັບຫົວຫນ້າ ແລະ ເຈົ້າຂອງເຮືອຫລາຍກວ່າຄຳແນະນຳຂອງໂປໂລ. 12 ເພາະທ່າເຮືອນັ້ນກໍບໍ່ເລື່ອງງ່າຍທີ່ຈະຈອດໃນຊ້ວງລະດູຫນາວ, ຊາວເຮືອສ່ວນໃຫຍ່ຈຶ່ງແນະນຳໃຫ້ລ່ອງເຮືອຈາກທີ່ນັ້ນ ໃຫ້ເຮົາສາມາດໄປເຖິງເມືອງຟີນິກດ້ວຍວິທີການໃດກໍໄດ້ ເພື່ອທີ່ເຮົາຈະໃຊ້ເວລາໃນຊ້ວງລະດູຫນາວທີ່ນັ້ນ. ເມືອງຟີນິກເປັນທ່າເຮືອໃນເກາະກະເຣເຕ, ແລະ ຫັນໄປທາງທິດຕາເວັນອອກສ່ຽງເຫນືອກັບທິດຕາເວັນອອກສຽງໃຕ້. 13 ເມື່ອລົມທິດໃຕ້ເລີ່ມພັດມາຄ່ອຍໆ, ລູກເຮືອຄິດວ່າພວກເຂົາມີສິ່ງທີ່ພວກເຂົາຕ້ອງການແລ້ວ. ດັ່ງນັ້ນພວກເຂົາຈຶ່ງຖອນສະຫມໍ ແລະ ແລ່ນໄປຕາມເກາະກະເຣເຕໃກ້ກັບຊາຍຝັ່ງ. 14 ແຕ່ຫລັງຈາກນັ້ນບໍ່ດົນປານໃດ ກໍມີລົມພະຍຸປັ່ນປ່ວນ, ທີ່ຊື່ວ່າລົມຕາເວັນອອກສ່ຽງເຫນືອ, ເລີ່ມຕີເຮົາຈາກທົ່ວເກາະ. 15 ເມື່ອເຮືອຖືກຈັບຫັນຫົວ ແລະ ບໍ່ສາມາດຕ້ານລົມໄດ້ ເຮົາຈຶ່ງປ່ອຍໃຫ້ແລ່ນຕາມມັນໄປ. 16 ພວກເຮົາໄດ້ແລ່ນໄປທາງດ້ານທີ່ກຳບັງຂອງເກາະນ້ອຍໆ ທີ່ຮ້ອງວ່າ ກາວດາ, ແລະ ເຮົາກໍສາມາດຮັກສາເຮືອຊູຊີ້ບໄດ້ດ້ວຍຄວາມຍາກລຳບາກ. 17 ເມື່ອຍົກເຮືອນ້ອຍຂຶ້ນແລ້ວ, ພວກເຂົາໃຊ້ເຊືອກຜູກເຮືອໄວ້, ພວກເຂົາຢ້ານເຮືອຈະໄປຄຸງຫາດຊາຍທີ່ແຄມຝັ່ງຂອງຊີຣະຕີ, ດັ່ງນັ້ນພວກເຂົາຈຶ່ງ ທ້ອນສະຫມໍລົງສູ່ທະເລ ແລະ ແລ່ນເຮືອອອກໄປ. 18 ພວກເຮົາຖືກໂຈມຕີດ້ວຍພາຍຸຢ່າງຫນັກ ດັ່ງນັ້ນວັນຮຸ່ງຂຶ້ນລູກເຮືອເລີ່ມທີ່ຈະໂຍນສິ່ງຂອງບັນທຸກຖິ້ມລົງນ້ຳ. 19 ໃນວັນທີສາມ ພວກເຂົາກໍໂຍນເຄື່ອງໃຊ້ໃນເຮືອຖິ້ມລົງນ້ຳດ້ວຍມືຂອງພວກເຂົາເອງ. 20 ເມື່ອດວງຕາເວັນ ແລະ ດວງດາວບໍ່ໄດ້ສ່ອງແສງໃສ່ພວກເຮົາຫລາຍວັນ, ແລະ ລົມພະຍຸໃຫຍ່ກໍພັດມາຢ່າງແຮງຢູ່ຕະຫລອດ, ໃນທີ່ສຸດຄວາມຫວັງທີ່ພວກເຮົາ ຈະລອດຊີວິດນັ້ນກໍຫມົດສິ້ນໄປ. 21 ເມື່ອພວກເຂົາອອກໄປໂດຍບໍ່ມີອາຫານ, ແລ້ວໂປໂລໄດ້ຢືນທ່າມກາງລູກເຮືອ ແລະ ໄດ້ກ່າວວ່າ, "ທ່ານຄວນຟັງຂ້າພຣະເຈົ້າ, ແລະ ບໍ່ຄວນແລ່ນເຮືອຈາກເກາະກະເຣເຕ, ຈົນຕ້ອງຮັບບາດເຈັບ ແລະ ການສູນເສຍໃນຄັ້ງນີ້. 22 ບັດນີ້ຂ້າພຣະເຈົ້າຂໍຫນູນໃຈພວກທ່ານໃຫ້ມີຄວາມກ້າຫານ, ເພື່ອວ່າພວກທ່ານຈະບໍ່ຕ້ອງສູນເສຍຊີວິດ, ພຽງແຕ່ສູນເສຍເຮືອເທົ່ານັ້ນ. 23 ເມື່ອຄືນທີ່ຜ່ານມາ ທູດສະຫວັນຂອງພຣະຜູ້ເປັນເຈົ້າຂອງຂ້າພຣະເຈົ້າ, ຜູ້ທີ່ຂ້າພຣະເຈົ້ານະມັດສະການ - ທູດສະຫວັນຂອງພຣະອົງໄດ້ຢືນຢູ່ທາງຂ້າງຂ້າພຣະເຈົ້າ 24 ແລະ ໄດ້ກ່າວວ່າ, "ໂປໂລເອີຍ, ຢ່າຢ້ານເລີຍ, ທ່ານຢືນຕໍ່ຫນ້າຈັກກະພັດຊີຊາ, ແລະ ເບິ່ງເຖີດ, ພຣະເຈົ້າປະທານຄວາມເມດຕາແກ່ທຸກຄົນທີ່ລ່ອງເຮືອກັບທ່ານ.' 25 ດັ່ງນັ້ນທ່ານທັງຫລາຍ, ຈົ່ງກ້າຫານເຖີດ ເພາະຂ້າພະເຈົ້າວ່າງໃຈໃນພຣະເຈົ້າ ວ່າມັນຈະເກີດຂຶ້ນຢ່າງທີ່ໄດ້ບອກແກ່ຂ້າພະເຈົ້າ. 26 ແຕ່ພວກເຮົາຕ້ອງ ຄາເກາະຈຳນວນຫນຶ່ງ." 27 ເມື່ອເຖິງຄືນທີ່ສິບສີ່ ໃນຂະນະທີ່ເຮົາແລ່ນເຮືອດ້ວຍວິທີນີ້ ແລະ ໃນປະມານທ່ຽງຄືນທີ່ທະເລເມດີເຕຣາເນ, ລູກເຮືອຄິດວ່າພວກເຂົາເຂົ້າໃກ້ແຜ່ນດິນແດ່ແລ້ວ 28 ພວກເຂົາໄດ້ໂຍນສາຍແທກຢັງລົງນ້ຳ, ແລະ ພົບວ່ານ້ຳເລິກຫນຶ່ງຮ້ອຍຊາວຟຸດ; ຫລັງຈາກນັ້ນບໍ່ດົນ, ພວກເຂົາກໍໂຍນສາຍລົງນ້ຳອີກ ແລະ ພົບວ່າເລິກເກົ້າສິບຟຸດ. 29 ພວກເຂົາຍ້ານວ່າພວກເຂົາອາດຈະຕໍາໂງ່ນຫີນ, ດັ່ງນັ້ນພວກເຂົາຈຶ່ງຖິ້ມສະຫມໍຈາກທ້າຍເຮືອ ແລະ ອະທິຖານໃຫ້ເຖິງຕອນເຊົ້າໄວໆ. 30 ລູກເຮືອເບິ່ງຫາວິທີອອກຫນີຈາກເຮືອແລະ ໄດ້ຍ່ອງເຮືອຊູຊີບລົງໄປໃນທະເລ, ແລະທຳທ່າເປັນວ່າພວກເຂົາຈະໂຍນສະຫມໍຈາກຫົວເຮືອ. 31 ແຕ່ໂປໂລກ່າວກັບນາຍຮ້ອຍແລະ ທະຫານວ່າ, "ຖ້າເຫລົ່ານີ້ບໍ່ຢູ່ໃນເຮືອ, ທ່ານກໍບໍ່ສາມາດຮອດໄດ້" 32 ດັ່ງນັ້ນທະຫານຈຶ່ງຕັດເຊືອກຂອງເຮືອອອກ ແລະ ປ່ອຍໃຫ້ມັນລອຍໄປ. 33 ເມື່ອເຖິງເວລາກາງເວັນ, ໂປໂລໄດ້ຂໍຮ້ອງພວກເຂົາໃຫ້ກິນອາຫານ. ເຂົາໄດ້ກ່າວວ່າ, "ມື້ນີ້ເປັນມື້ທີສິບສີ່ທີ່ທ່ານທັງຫລາຍຖ້າ ແລະ ບໍ່ໄດ້ກິນອາຫານ; ພວກທ່ານບໍ່ໄດ້ກິນອີ່ຫຍັງເລີຍ. 34 ດັ່ງນັ້ນຂ້າພະເຈົ້າຂໍຮ້ອງໃຫ້ທ່ານກິນອາຫານແດ່ທ້ອນ, ເພື່ອຄວາມຢູ່ລອດຂອງທ່ານ. ເພື່ອເສັ້ນຜົມຂອງທ່ານຈະບໍ່ເສຍໄປຈັກເສັ້ນ." 35 ເມື່ອເຂົາໄດ້ກ່າວເຊັ່ນນີ້ແລ້ວ, ເຂົາກໍຈັບເຂົ້າຈີ່ ແລະ ຂອບພຣະຄຸນພຣະເຈົ້າຕໍ່ຫນ້າທຸກຄົນ. ຈາກນັ້ນເຂົາໄດ້ຫັກເຂົ້າຈີ່ ແລະ ເລີ່ມກິນ. 36 ຈາກນັ້ນພວກເຂົາທຸກຄົນກໍໄດ້ຮັບການຫນູນໃຈ ແລະ ພວກເຂົາກໍຮັບປະທານອາຫານ. 37 ເຮົາທັງຫລາຍທີ່ຢູ່ໃນເຮືອນັ້ນມີສອງຮ້ອຍເຈັດສິບຫົກຄົນ. 38 ເມື່ອພວກເຂົາຮັບປະທານອີ່ມແລ້ວ, ພວກເຂົາກໍເຮັດໃຫ້ເຮືອມີນຳ້ຫນັກເບົາຂຶ້ນໂດຍການໂຍນເຂົ້າສາລີລົງໄປໃນທະເລ. 39 ເມື່ອເວລາຜ່ານໄປ, ພວກເຂົາບໍ່ຮູ້ວ່າເປັນແຜ່ນດິນຫຍັງ, ແຕ່ພວກເຂົາເຫັນວ່າຕິດກັບຊາຍຫາດ, ແລະ ພວກເຂົາຈຶ່ງປຶກສາກັນວ່າພວກເຂົາຈະສາມາດຂັບເຮືອໄປຍັງທີ່ນັ້ນໄດ້ບໍ. 40 ດັ່ງນັ້ນ ພວກເຂົາຈຶ່ງຕັດສາຍສະຫມໍຖິ້ມໄປໃນທະເລ. ໃນເວລາດຽວກັນພວກເຂົາກໍແກ້ເຊືອກທີ່ມັດໂທມຂັດທ້າຍເຮືອ ແລະ ຍົກໃບເຮືອຂຶ້ນເພື່ອໃຫ້ລົມພັດ; ແລະ ດັ່ງນັ້ນພວກເຂົາຈຶ່ງມຸ່ງຫນ້າໄປຍັງຊາຍຫາດ. 41 ແຕ່ເມື່ອພວກເຂົາມາຖິງສະຖານທີ່ ທີ່ກະແສນ້ຳສອງດ້ານບັນຈົບກັນ ແລະເຮືອກໍປິ່ນໄປຄາດິນ. ຫົວເຮືອກໍຕິດຢູ່ນັ້ນ ແລະ ບໍ່ສາມາດຍ້າຍໄດ້, ແຕ່ທ້າຍເຮືອເລີ່ມທີ່ຈະແຕກອອກເພາະຄວາມຮຸນແຮງຂອງຄື້ນ' 42 ທະຫານວາງແຜນການທີ່ຈະຂ້ານັກໂທດເພື່ອທີ່ຈະບໍ່ໃຫ້ໃຜສາມາດລອຍນ້ຳອອກໄປ ແລະຫລົບຫນີໄດ້. 43 ແຕ່ນາຍຮ້ອຍຕ້ອງການທີ່ຈະຊ່ວຍໂປໂລໃຫ້ລອດຕາຍ, ເຂົາຢຸດແຜນການຂອງພວກເຂົາ; ແລະ ສັ່ງໃຫ້ຜູ້ທີ່ສາມາດລອຍນ້ຳທີ່ຈະກະໂດດລົງນ້ຳໄປກ່ອນ ແລະເຂົ້າໄປຝັ່ງ. 44 ຈາກນັ້ນຜູ້ທີ່ເຫລືອກໍໄດ້ເຮັດຕາມ ບາງຄົນກໍເກາະເທິງແຜ່ນກະດານ, ບາງຄົນກໍເກາະເທິງສິ່ງຕ່າງໆ ຈາກເຮືອດ້ວຍເຫດນີ້ ເຮົາທຸກຄົນຈຶ່ງເຂົ້າຝັ່ງດ້ວຍຄວາມປອດໄພ.