1 ເມື່ອພວກເຮົາໄດ້ຖືກນຳໄປຢ່າງປອດໄພ, ພວກເຮົາຮູ້ວ່າພວກເຮົາຢູ່ທີ່ເກາະມານຕາ. 2 ຄົນພື້ນເມືອງບໍ່ພຽງໃຫ້ຄວາມເມດຕາແກ່ພວກເຮົາເທົ່ານັ້ນ, ແຕ່ພວກເຂົາຍັງກໍ່ກອງໄຟ ແລະໃຫ້ການຕ້ອນຮັບພວກເຮົາທຸກຄົນ, ເພາະຝົນຕົກຢ່າງຕໍ່ເນື່ອງ ແລະ ຫນາວເຢັນ. 3 ແຕ່ເມື່ອໂປໂລໄດ້ຮວບຮວມກິ່ງໄມ້ໄດ້ກອງຫນຶ່ງ ແລະ ວາງໄວ້ໃສ່ກອງໄຟ, ມີງູໂຕຫນຶ່ງອອກມາເພາະຄວາມຮ້ອນ, ແລະ ຮັດມືຂອງລາວ. 4 ເມື່ອຄົນພື້ນເມືອງໄດ້ເຫັນສັດຂົບມືຂອງລາວ, ພວກເຂົາກ່າວຕໍ່ກັນວ່າ, "ຊາຍຄົນນີ້ເປັນຄົນຂ້າຄົນແນ່ນອນ ທີ່ໄດ້ລອດຊີວິດຈາກທະເລ, ຄວາມຍຸຕິທຳກໍຍັງບໍ່ອະນຸຍາດໃຫ້ເຂົາມີຊີວິດຢູ່." 5 ແຕ່ເມື່ອເຂົາໄດ້ສະບັດສັດນັ້ນເຂົ້າໄປໃນກອງໄຟ ແລະ ບໍ່ໄດ້ຮັບອັນຕະລາຍໃດໆ. 6 ພວກເຂົາກໍຖ້າເບິ່ງວ່າເຂົາຈະມີການອັກເສບເປັນໄຂ້ ຫລື ລົ້ມລົງຕາຍຢ່າງກະທັນຫັນ. ແຕ່ຫລັງຈາກທີ່ພວກເຂົາຖ້າເບິ່ງເປັນເວລາດົນນານແລະ ໄດ້ເຫັນວ່າບໍ່ມີຫຍັງເປັນເລື່ອງຜິດປົກກະຕິເກີດຂຶ້ນກັບເຂົາ, ພວກເຂົາຈຶ່ງປ່ຽນໃຈ ແລະ ໄດ້ກ່າວເຂົາເປັນພຣະເຈົ້າ. 7 ບໍລິເວນໃກ້ຄຽງນັ້ນມີດິນແດນທີ່ເປັນຂອງຄົນທີ່ເປັນຫົວຫນ້າຊື່ປູບີອັສ. ເຂົາໃຫ້ຕ້ອນຮັບເຮົາແລະ ໄດ້ຈັດຕຽມສຳລັບເຮົາດ້ວຍຄວາມກະລຸນາເປັນເວລາສາມວັນ. 8 ຕໍ່ມາບິດາຂອງປູບີອັສໄດ້ລົ້ມປ່ວຍດ້ວຍໄຂ້ ແລະທ້ອງບິດ. ເມື່ອໂປໂລໄປຫາເຂົາ, ໂປໂລໄດ້ອະທິຖານ, ວາງມືໃສ່ເຂົາ, ແລະ ໄດ້ຮັກສາເຂົາໃຫ້ຫາຍ. 9 ຫລັງຈາກເລື່ອງນີ້ເກີດຂຶ້ນ ຄົນອື່ນໆ ທີ່ຢູ່ບົນເກາະທີ່ເຈັບປ່ວຍກໍໄດ້ມາຫາ ແລະໄດ້ຮັບການຮັກສາຢຽວຢາ. 10 ຜູ້ຄົນຍັງໃຫ້ກຽດພວກເຮົາຫລາຍເມື່ອເຮົາກຳລັງຕຽມທີ່ຈະແລ່ນເຮືອ. ເມື່ອພວກເຂົາໄດ້ໃຫ້ສິ່ງຂອງທີ່ພວກເຮົາຕ້ອງການ. 11 ຫລັງຈາກສາມເດືອນ ພວກເຮົາລົງເຮືອອາເລັກຊັນເດຍ ໃຊ້ເວລາຢູ່ເທິງເກາະໃນລະດູຫນາວ, ມີຮູບສະລັກທີ່ເທິງຫົວເຮືອນັ້ນເປັນຮູບຂອງ "ສອງອ້າຍນ້ອງຝາແຝດ". 12 ຫລັງຈາກທີ່ເຮົາຫລົງຈອດເມືອງຊີຣາກູ, ເຮົາຢູ່ທີ່ນັ້ນເປັນເວລາສາມວັນ. 13 ຈາກທີ່ນັ້ນ ພວກເຮົາແລ່ນເຮືອມາເຖິງເຮຄີໂອມ. ຫລັງຈາກນັ້ນຫນຶ່ງວັນກໍມີລົມໃຕ້ພັດມາ, ແລະ ໃນສອງວັນ ພວກເຮົາກໍມາເຖິງເມືອງໂປຕີໂອລີ. 14 ທີ່ນັ້ນເຮົາໄດ້ພົບກັບພີ່ນ້ອງບາງຄົນແລະ ໄດ້ຖືກເຊີນໃຫ້ໄປພັກກັບພວກເຂົາເປັນເວລາເຈັດວັນ. ດັ່ງນັ້ນເຮົາຈຶ່ງມາເຖິງກຸງໂຣມ. 15 ພີ່ນ້ອງທີ່ຢູ່ທີ່ນັ້ນ, ຫລັງຈາກທີ່ພວກເຂົາໄດ້ຍິນກ່ຽວກັບເຮົາ, ກໍໄດ້ມາພົບກັບເຮົາທີ່ຕະຫລາດອາປິໂອ ແລະ ທີ່ບ້ານສາມຮ້ານ ເມື່ອເປາໂລໄດ້ພົບພີ່ນ້ອງແລ້ວ, ເຂົາຂອບໃຈພຣະເຈົ້າ ແລະໄດ້ຮັບກຳລັງໃຈ. 16 ເມື່ອເຮົາເຂົ້າໄປໃນກຸງໂຣມ, ໂປໂລໄດ້ຮັບອະນຸຍາດໃຫ້ຢູ່ຄົນດຽວກັບທະຫານທີ່ຄຸມເຂົາໄວ້. 17 ຫລັງຈາກນັ້ນສາມວັນ ໂປໂລຖືກຮ້ອງພ້ອມກັບຄົນເຫລົ່ານັ້ນທີ່ເຄີຍເປັນຜູ້ນຳໃນຫມູ່ຊາວຢິວ. ເມື່ອພວກເຂົາມາຮ່ວມກັນແລ້ວ ໂປໂລກ່າວກັບພວກເຂົາວ່າ, "ພີ່ນ້ອງທີ່ຮັກ, ເຖິງແມ້ວ່າຂ້າພຣະເຈົ້າບໍ່ໄດ້ເຮັດຫຍັງຜິດຕໍ່ຜູ້ຄົນ ຫລືປະເພນີຂອງບັນພະບຸລຸດຂອງເຮົາ, ຂ້າພະເຈົ້າໄດ້ຖືກສົ່ງໃຫ້ເປັນນັກໂທດຈາກກຸງເຢຣູຊາເລັມໄປຢູ່ໃນເມືອງຂອງຊາວໂຣມ. 18 ຫລັງຈາກທີ່ພວກເຂົາໄຕ່ສວນຂ້າພະເຈົ້າແລ້ວ, ພວກເຂົາປາດຖະຫນາໃຫ້ຂ້າພະເຈົ້າເປັນອິດສະລະ ເພາະບໍ່ມີເຫດຜົນໃດໃນຕົວຂ້າພະເຈົ້າ ຖືກຕໍ່ການລົງໂທດເຖິງຕາຍ. 19 ແຕ່ເມື່ອພວກຢິວເວົ້າຄັດຄ້ານຄວາມປາດຖະຫນາຂອງພວກເຂົາ, ຂ້າພະເຈົ້າຖືກບັງຄັບໃຫຂໍອຸທອນໄປຍັງຈັກກະພັດຊີຊາ, ເຖິງແມ້ບໍ່ແມ່ນຂໍ້ກ່າວຫາໃດທີ່ຂ້າພະເຈົ້ານຳມາຕໍ່ຕ້ານຊົນຊາດຂອງຂ້າພະເຈົ້າ. 20 ເຫດເພາະການອຸທອນຂອງຂ້າພະເຈົ້າ, ຂ້າພະເຈົ້າຮ້ອງຂໍທີ່ຈະພົບກັບທ່ານ ແລະ ໄດ້ເວົ້າກັບທ່ານ ນີ້ເປັນເພາະສິ່ງທີ່ອິດສາຣາເອນມີຄວາມຫມັ້ນໃຈຈົນຂ້າພະເຈົ້າຖືກລາມດ້ວຍໂສ້ນີ້." 21 ແລ້ວພວກເຂົາກໍເວົ້າກັບເພິ່ນວ່າ, "ເຮົາບໍ່ໄດ້ຮັບຈົດຫມາຍຈາກແຂວງຢູດາຍ ກ່ຽວກັບທ່ານ, ຫລືພີ່ນ້ອງຄົນໃດມາລາຍງານ ຫລື ເວົ້າຫຍັງບໍ່ດີກ່ຽວກັບທ່ານ. 22 ແຕ່ເຮົາຕ້ອງການຈະໄດ້ຍິນຈາກສິ່ງທີ່ທ່ານຄິດກ່ຽວກັບນິກາຍນີ້, ເພາະເຮົາຮູ້ວ່າສິ່ງນີ້ຖືກເວົ້າຕໍ່ຕ້ານໃນທຸກແຫ່ງ." 23 ເມື່ອພວກເຂົາໄດ້ຈັດວັນຫນຶ່ງໃຫ້ເຂົາ, ແລ້ວຜູ້ຄົນຫລາຍໄດ້ມາຫາຍັງທີ່ຢູ່ອາໃສຂອງລາວ. ລາວໄດ້ນຳສະເຫນີເລື່ອງນີ້ແກ່ພວກເຂົາ, ແລະ ໄດ້ເປັນພະຍານກ່ຽວກັບອານາຈັກຂອງພຣະເຈົ້າ. ລາວໄດ້ພະຍາຍາມທີ່ຈະຊັກຊວນໃຫ້ພວກເຂົາກ່ຽວກັບພຣະເຢຊູເຈົ້າ, ທັງຈາກກົດຫມາຍຂອງໂມເຊ ແລະ ຈາດຜູ້ທຳນວຍຕັ້ງແຕ່ເຊົ້າຈົນເຖິງເວລາຕອນແລງ. 24 ບາງຄົນໄດ້ເຊື່ອສິ່ງທີ່ຖືກກ່າວ, ໃນຂະນະທີ່ຄົນອື່ນໆບໍ່ເຊື່ອ. 25 ເມື່ອພວກເຂົາບໍ່ເຫັນດ້ວຍກັບຄົນອື່ນໆ, ພວກເຂົາກໍໄດ້ລາຈາກໄປຫລັງຈາກ ໂປໂລໄດ້ກ່າວຄຳຫນຶ່ງວ່າ, "ພຣະວິນຍານບໍຣິສຸດ ໄດ້ຊົງກ່າວວ່າຜ່ານເອຊາຢາຜູ້ທຳນວຍຕໍ່ບັນພະບຸລຸດຂອງທ່ານ.