1 ມີຊາຍຄົນໜຶ່ງຊື່ວ່າອານາເນຍ, ກັບຊາຟີຣາເມຍຂອງລາວ, ໄດ້ຂາຍທີ່ດິນ, 2 ແລ້ວຮັກສາເງິນທີ່ຂາຍໄດ້ສ່ວນໜຶ່ງໄວ້ (ເມຍຂອງລາວກໍຮູ້ເລື່ອງນີ້ດ້ວຍ), ແລະໄດ້ນຳເອົາເງິນອີກສ່ວນໜຶ່ງມາວາງໄວ້ທີ່ຕີນ. ຂອງພວກອັກຄະສາວົກ. 3 ເປໂຕກ່າວວ່າ, "ອານາເນຍ, ເປັນຫຍັງຊາຕານຈຶ່ງຄວບຄຸມຈິດໃຈຂອງທ່ານໃຫ້ຕົວະຕໍ່ພຣະວິນຍານບໍຣິສຸດເຈົ້າ ແລະຮັກສາເງິນສ່ວນໜຶ່ງຂອງຄ່າດິນນັ້ນໄວ້? 4 ເມື່ອທີ່ດິນຍັງບໍ່ໄດ້ຖືກຂາຍນັ້ນ, ມັນກໍຍັງເປັນຂອງທ່ານບໍ່ແມ່ນຫລື, ແລະຫລັງຈາກຂາຍມັນໄປແລ້ວ, ມັນກໍຍັງຢູ່ໃນອຳນາດຂອງທ່ານບໍ່ແມ່ນຫລື? ສິ່ງໃດທີ່ເຮັດໃຫ້ໃຈຂອງທ່ານຄິດເຮັດແບບນີ້? ທ່ານບໍ່ໄດ້ຕົວະຕໍ່ມະນຸດ, ແຕ່ໄດ້ຕົວະຕໍ່ພຣະເຈົ້າ." 5 ເມື່ອອານາເນຍໄດ້ຍິນຖ້ອຍຄຳເຫລົ່ານີ້, ລາວກໍ່ລົ້ມລົງ ແລະ ສິ້ນໃຈ, ທຸກຄົນທີ່ໄດ້ຍິນເລື່ອງນີ້ກໍເກີດຄວາມຢ້ານກົວທີ່ສຸດ. 6 ພວກຄົນໜຸ່ມກໍເຂົ້າມາຫໍ່ສົບຂອງລາວ, ແລ້ວຫາມລາວອອກໄປຝັງ. 7 ຫລັງຈາກນັ້ນປະມານສາມຊົ່ວໂມງ, ເມຍຂອງລາວເຊິ່ງບໍ່ຮູ້ກ່ຽວກັບເຫດການທີ່ເກີດຂື້ນ, ກໍເຂົ້າມາ. 8 ເປໂຕຈຶ່ງກ່າວກັບນາງວ່າ, "ຈົ່ງບອກເຮົາເຖີດວ່າ ເຈົ້າຂາຍທີ່ດິນໄດ້ພຽງແຕ່ລາຄາເທົ່ານັ້ນບໍ?. "ນາງຕອບວ່າ "ແມ່ນແລ້ວ, ໄດ້ເທົ່ານັ້ນແຫລະ." 9 ແລ້ວເປໂຕກ່າວກັບນາງວ່າ, "ພວກທ່ານເປັນຫຍັງຈຶ່ງໄດ້ພ້ອມໃຈກັນທົດລອງພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ? ເບິ່ງແມ, ຕີນຂອງຜູ້ທີ່ຝັງສົບຜົວຂອງທ່ານຢູ່ທີ່ປະຕູ, ແລະພວກເຂົາຈະຫາມສົບຂອງທ່ານອອກໄປດ້ວຍ." 10 ທັນໃດນັ້ນ ນາງກໍລົ້ມລົງສິ້ນໃຈທີ່ຕີນຂອງເປໂຕ. ເມື່ອພວກຄົນໜຸ່ມເຂົ້າມາ, ເຫັນວ່ານາງຕາຍແລ້ວ, ແລະພວກເຂົາກໍຫາມສົບຂອງນາງອອກໄປຝັງໄວ້ຢູ່ຂ້າງຜົວຂອງນາງ. 11 ທົ່ວທັງຄຣິສຕະຈັກ, ແລະທຸກຄົນທີ່ໄດ້ຍິນເຫດການນັ້ນກໍເກີດຄວາມຢ້ານກົວຫລາຍ. 12 ມີໝາຍສຳຄັນ ແລະ ການອັດສະຈັນຫລວງຫລາຍເກີດຂຶ້ນທ່າມກາງປະຊາຊົນຜ່ານມືຂອງພວກອັກຄະສາວົກ. ພວກເຂົາຊຸມນຸມກັນຢູ່ທີ່ລະບຽງຂອງ ໂຊໂລໂມນ. 13 ແຕ່ບໍ່ມີໃຜກ້າທີ່ຈະເຂົ້າໄປຮ່ວມກັບພວກເຂົາ; ແຕ່ພວກເຂົາກໍໄດ້ຮັບຄວາມເຄົາລົບນັບຖືຢ່າງສູງຈາກປະຊາຊົນ. 14 ຜູ້ທີ່ເຊື່ອຍັງເຂົ້າມາເປັນສາວົກຂອງອົງພຣະຜູ້ເປັນເຈົ້າຫລາຍຂື້ນທັງຊາຍ ແລະ ຍິງ, 15 ຈົນພວກເຂົາເຖິງຂັ້ນຫາມຄົນເຈັບປ່ວຍໄປຕາມຫົນທາງ ແລະວາງພວກເຂົາໄວ້ເທິງບ່ອນນອນ, ເພື່ອເວລາທີ່ເປໂຕໄດ້ຍ່າງຜ່ານໄປ, ເງົາຂອງທ່ານອາດຈະສ່ອງລົງມາໃສ່ພວກເຂົາບາງຄົນ. 16 ມີປະຊາຊົນຈຳນວນຫລາຍມາຈາກເມືອງທີ່ຢູ່ອ້ອມຂ້າງນະຄອນ ເຢຣູຊາເລັມ, ກໍໄດ້ພາກັນມາ ແລະ ນຳເອົາຄົນເຈັບປ່ວຍແລະຄົນທີ່ທົນທຸກທໍລະມານຈາກຜີຊົ່ວຮ້າຍມາດ້ວຍ, ແລະ ພວກເຂົາກໍໄດ້ຮັບການຮັກສາໃຫ້ຫາຍດີທຸກຄົນ. 17 ມະຫາປະໂລຫິດໃຫຍ່ ແລະ ບັນດາຜູ້ທີ່ຢູ່ຝ່າຍເຂົາ (ທີ່ເປັນພວກຊາດູກາຍ) ກໍໄດ້ລຸກຂຶ້ນໄປ; ພວກເຂົາເຕັມໄປດ້ວຍຄວາມອິດສາ 18 ຈຶ່ງໄດ້ຈັບພວກອັກຄະສາວົກ, ແລະຂັງໄວ້ຢູ່ໃນຄຸກ. 19 ແຕ່ໃນເວລາຕອນກາງຄືນ ເທວະດາຂອງອົງພຣະຜູ້ເປັນເຈົ້າໄດ້ເປີດປະຕູຄຸກ ແລະ ນຳພວກເຂົາອອກໄປ, ແລະກ່າວວ່າ, 20 "ຈົ່ງໄປ, ຢືນຢູ່ໃນພຣະວິຫານ ແລະ ບອກປະຊາຊົນກ່ຽວກັບບັນດາຖ້ອຍຄຳແຫ່ງຊີວິດນີ້." 21 ເມື່ອພວກເຂົາໄດ້ຍິນເຊັ່ນນີ້, ຈຶ່ງໄດ້ເຂົ້າໄປໃນພຣະວິຫານຕອນຮຸ່ງເຊົ້າແລະສັ່ງສອນ. ແຕ່ເມື່ອມະຫາປະໂລຫິດ ແລະ ຜູ້ທີ່ຕິດຕາມນັ້ນໄດ້ມາ, ກໍເອີ້ນປະຊຸມສະພາຂອງຊາວຢິວ, ພວກຜູ້ອາວຸໂສທັງຫມົດຂອງຊົນຊາດອິດສະຣາເອນ, ແລະໃຊ້ຄົນໄປທີ່ຄຸກເພື່ອນຳເອົາພວກອັກຄະສາວົກອອກມາ. 22 ແຕ່ເມື່ອພວກເຈົ້າຫນ້າທີ່ໄປແລ້ວກໍບໍ່ພົບເຫັນພວກອັກຄະສາວົກຢູ່ໃນຄຸກ, ພວກເຂົາຈຶ່ງໄດ້ກັບມາລາຍງານວ່າ, 23 "ພວກເຮົາເຫັນປະຕູຄຸກປິດຢ່າງແໜ້ນໜາແລະພວກຄົນຍາມກໍຢືນເຝົ້າຢູ່ທີ່ປະຕູ, ແຕ່ເມື່ອພວກເຮົາເປີດປະຕູເຂົ້າໄປ, ກໍບໍ່ເຫັນມີຜູ້ໃດຢູ່ພາຍໃນນັ້ນ." 24 ເມື່ອຫົວໜ້າຮັກສາພຣະວິຫານ ແລະ ພວກຫົວໜ້າມະຫາປະໂຣຫິດໄດ້ຍິນຖ້ອຍຄຳເຫລົ່ານີ້, ພວກເຂົາກໍສັບສົນຫລາຍເຖິງເຫດການກ່ຽວກັບພວກອັກຄະສາວົກ. 25 ແລ້ວມີບາງຄົນເຂົ້າມາບອກກັບພວກເຂົາວ່າ, "ພວກຄົນທີ່ທ່ານຂັງໄວ້ຢູ່ໃນຄຸກກຳລັງຢືນສັ່ງສອນປະຊາຊົນຢູ່ໃນພຣະວິຫານ." 26 ດັ່ງນັ້ນ ຫົວໜ້າຮັກສາພຣະວິຫານກັບພວກເຈົ້າໜ້າທີ່, ຈຶ່ງໄດ້ອອກໄປນຳຕົວພວກອັກຄະສາວົກກັບມາ, ແຕ່ໂດຍບໍ່ໃຊ້ຄວາມຮຸນແຮງ, ເພາະວ່າພວກເຂົາຢ້ານວ່າປະຊາຊົນຈະແກ່ວງກ້ອນຫີນໃສ່. 27 ເມື່ອພວກເຂົາພາພວກອັກຄະສາວົກມາແລ້ວ, ກໍໃຫ້ຢືນຢູ່ຕໍ່ໜ້າສະພາ, ແລ້ວມະຫາປະໂລຫິດຈຶ່ງສອບຖາມພວກທ່ານ, 28 ວ່າ, "ຂ້າພະເຈົ້າໄດ້ເຕືອນກັບພວກທ່ານຢ່າງຈິງຈັງແລ້ວວ່າບໍ່ໃຫ້ສັ່ງສອນໂດຍອອກຊື່ນີ້, ແຕ່ພວກທ່ານກຳລັງເຮັດ, ໃຫ້ຄຳສອນຂອງພວກທ່ານແຜ່ກະຈາຍໄປທົ່ວນະຄອນ ເຢຣູຊາເລັມ, ແລະຕ້ອງການໃຫ້ຄວາມຜິດເລື່ອງຂອງເລືອດຂອງຊາຍຄົນນີ້ຈະຕົກຢູ່ກັບພວກຂ້າພະເຈົ້າ." 29 ເປໂຕ ແລະ ບັນດາອັກຄະສາວົກຕອບວ່າ, "ພວກຂ້າພະເຈົ້າຈຳເປັນຕ້ອງເຊື່ອຟັງພຣະເຈົ້າຫລາຍກວ່າເຊື່ອຟັງມະນຸດ. 30 ພະເຢຊູຄຣິດເຈົ້າຜູ້ທີ່ທ່ານໄດ້ຂ້າ ແລະ ແຂວນໄວ້ຢູ່ເທິງຕົ້ນໄມ້ ພຣະເຈົ້າຂອງບັນພະບຸລຸດຂອງເຮົາໄດ້ເປັນຄືນມາແລ້ວ. 31 ພຣະເຈົ້າຊົງຍົກພຣະອົງຂຶ້ນໄວ້ຢູ່ທີ່ເບື້ອງຂວາພຣະຫັດຂອງພຣະອົງ, ເພື່ອໃຫ້ເປັນອົງພຣະຜູ້ນຳ ແລະ ເປັນພຣະຜູ້ຊ່ອຍໃຫ້ລອດພົ້ນເພື່ອຈະໃຫ້ຊົນຊາດອິດສະຣາເອນກັບໃຈໃໝ່, ແລະຊົງອະໄພບາບ. 32 ພວກເຮົາເປັນພະຍານໃນເລື່ອງນີ້, ແລະພຣະວິນຍານບໍຣິສຸດເຈົ້າ, ຜູ້ທີ່ພຣະເຈົ້າໄດ້ມອບໃຫ້ກັບຄົນເຫລົ່ານັ້ນ ທີ່ເຊື່ອຟັງພຣະອົງກໍຊົງເປັນພະຍານເຊັ່ນກັນ." 33 ເມື່ອພວກສະມາຊິກສະພາໄດ້ຍິນແນວນັ້ນ, ກໍແຄ້ນໃຈຫລາຍ ແລະ ຕ້ອງການຂ້າພວກອັກຄະສາວົກ. 34 ແຕ່ມີຄົນຟາຣີຊາຍຄົນ ໜຶ່ງຊື່ວ່າຄາມາລິເອັນ, ແລະເປັນອາຈານສອນພຣະບັນຍັດ, ຊຶ່ງເປັນທີ່ເຄົາລົບຈາກປະຊາຊົນ, ໄດ້ຢືນຂຶ້ນ ແລະ ສັ່ງໃຫ້ພາພວກອັກຄະສາວົກອອກໄປທາງນອກຊົ່ວຄາວ. 35 ທ່ານຈຶ່ງກ່າວກັບພວກເຂົາວ່າ, "ທ່ານຊົນຊາດອິດສະຣາເອນ, ສິ່ງທີ່ທ່ານສະເໜີທີ່ຈະເຮັດກັບຄົນເຫລົ່ານີ້ ຈົ່ງລະວັງໃຫ້ດີ. 36 ເພາະວ່າກ່ອນຫນ້ານີ້, ທູດາ ໄດ້ປະກົດຕົວຂຶ້ນໂດຍອ້າງວ່າ, ລາວເປັນຕົນສຳຄັນ, ມີຄົນປະມານສີ່ຮ້ອຍຄົນໄດ້ເຂົ້າຮ່ວມກັບລາວ. ລາວໄດ້ຖືກຂ້າຕາຍ, ແລະ ບັນດາຄົນທີ່ເຊື່ອຟັງລາວກໍກະຈັດກະຈາຍແລະຫາຍສາບສູນໄປ. 37 ຕໍ່ຈາກຊາຍຄົນນີ້ຄື, ຢູດາ ຊາວຄາລີເລໄດ້ປະກົດຕົວຂຶ້ນໃນລະຫວ່າງທີ່ມີການຈົດທະບຽນສຳມະໂນຄົວ ແລະກະຕຸ້ນຜູ້ຄົນໃຫ້ຕິດຕາມລາວ. ລາວກໍພິນາດດ້ວຍ, ແລະບັນດາຄົນທີ່ເຊື່ອຟັງລາວກໍກະຈັດກະຈາຍໄປຫມົດ. 38 ບັດນີ້ ຂ້າພະເຈົ້າຂໍບອກພວກທ່ານວ່າ, ຈົ່ງປ່ອຍໃຫ້ຄົນເຫລົ່ານີ້ໄປຕາມເລື່ອງ ຢ່າໄປເຮັດຫຍັງກັບພວກເຂົາເລີຍ, ເພາະວ່າຖ້າແມ່ນແຜນການ ຫລື ກິດຈະການທີ່ມາຈາກມະນຸດ, ມັນຈະພັງລົງໂດຍຕົວຂອງມັນເອງ. 39 ແຕ່ຖ້າມາຈາກພຣະເຈົ້າ, ພວກທ່ານບໍ່ສາມາດທີ່ຈະໂຄ່ນລົ້ມພວກເຂົາໄດ້; ຢ້ານວ່າພວກທ່ານຈະເປັນຜູ້ຕໍ່ຕ້ານກັບພຣະເຈົ້າ." ດັ່ງນັ້ນພວກເຂົາຈຶ່ງຍອມຟັງຄາມາລິເອັນ. 40 ພວກເຂົາຈຶ່ງໄດ້ເອີ້ນພວກອັກຄະສາວົກເຂົ້າມາ ແລະ ທຸບຕີພວກທ່ານ ແລະ ສັ່ງຫ້າມບໍ່ໃຫ້ອອກພຣະນາມຂອງພຣະເຢຊູຄຣິດເຈົ້າ, ແລ້ວປ່ອຍພວກເຂົາໄປ. 41 ພວກອັກຄະສາວົກຈຶ່ງອອກມາຈາກສະພາດ້ວຍຄວາມຊື່ນຊົມຍິນດີ. ທີ່ເຫັນວ່າພວກເຂົາສົມຄວນທີ່ຈະໄດ້ຮັບການໝິ່ນປະໝາດຍ້ອນພຣະນາມນັ້ນ. 42 ຕັ້ງແຕ່ນັ້ນມາ, ພວກທ່ານກໍຍັງຄົງສືບຕໍ່ສັ່ງສອນ ແລະ ປະກາດວ່າພຣະເຢຊູຄຣິດເຈົ້າຄືພຣະຄຣິດ, ໃນພຣະວິຫານ, ແລະ ຕາມບ້ານເຮືອນທຸກໆມື້ບໍ່ໄດ້ຂາດ,